ສຳພາດພິເສດ "ອາລີນ້າ" ນາງແບບໂຕທັອບຂອງຄ້າຍກ້າວໜ້າ ບອກເລີຍຍິ່ງຮູ້ຈັກ ຍິ່ງຫຼົງຮັກ

ມື້ນີ້ທາງທີມງານມ່ວນ ໄດ້ມີໂອກາດສຳພາດ ແຂກສຸດພິເສດ 1 ທ່ານ ແລະ ເປັນຄົນທີ່ຫຼາຍໆຄົນຕິດຕາມກັນ ນັ້ນກໍຄື "ອາລີນ້າ" ນັ້ນເອງ ປັດຈຸບັນເປັນນາງແບບ ສັງກັດຄ້າຍກ້າວຫນ້າ . ສຳລັບ ສາວງາມ ຫຸ່ນດີ "ອາລີນ້າ ພິລາວົງ" ຕອນນີ້ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ຄະນະ ສະຖາປັດຕະຍາກຳ, ສາຂາ ອອກແບບຜະລິດຕະພັນ ປີທີ 4 ທີ່ເລືອກຮຽນສາຍນີ້ເພາະເປັນຄົນທີ່ມັກຈິນຕະນາການມັກອອກແບບມັກແຕ້ມນັ້ນໆນີ້ໆ.
ຫຼາຍຄົນໜ້າຈະຄຸ້ນເຄີຍກັບສາວອາລີນ້າໃນຖານະນັກສະແດງ, ນາງແບບ ແລະງານໃນວົງການບັນເທີງອີກຫລວງຫລາຍ ແຕ່ບົດສຳພາດນີ້ຫລາຍໆຄົນຈະໄດ້ຮູ້ຈັກກັບອາລີນາຫລາຍຍິ່ງຂຶ້ນໃນໄລຟສະໄຕລ໌ ລວມເຖິງເຄັດລັບການຖ່າຍພາບປັງໆ ທີ່ເພິ່ນເຮັດຕະຫລອດມາຝາກກັນ.
ປັດຈຸບັນຜົນງານສ່ວນຫຼາຍກໍ່ຈະເປັນການຖ່າຍແບບ ແລະ ເດີນແບບ. ສຳລັບຜົນງານທີ່ປະທັບໃຈທີ່ສຸດ ອາລິນ້າເຜີຍກັບທີມງານມ່ວນວ່າ: "ມີຫຼາຍຢ່າງເລີຍບໍ່ວ່າຈະເປັນການປ່ຽນລຸກ ແຫວກແນວໃນການຖ່າຍແບບເດີນແບບ ມັກອີຫຍັງທີ່ບໍ່ຊຳ້ຊາກ ເພາະມັນເຮັດໃຫ້ເຮົາສາມາດເປັນໄດ້ຫຼາຍບຸກຄະລິກກະພາບ ແລະ ເຮັດໃຫ້ຄົນອື່ນເຫັນຄວາມສາມາດຂອງເຮົາວ່າເຮົາສາມາດເຮັດໄດ້ຫຼາຍຢ່າງ."
ຈາກປະສົບການ ທີ່ໄດ້ເຮັດວຽກງານໃນແວດວົງບັນເທີງໄດ້ຊ່ວຍພັດທະນາຄື ເຮັດໃຫ້ເຮົາກ້າທີ່ຈະສະແດງອອກ ມີຄວາມເຂັ້ມແຂງ, ມີຄວາມຫມັ້ນໃຈໃນໂຕເອງເພີ່ມຂຶ້ນກ້າທີ່ຈະເຮັດກ້າທີ່ຈະລອງສິ່ງໃຫມ່ໆ ທີ່ເຮົາບໍ່ເຄີຍເຮັດມາກ່ອນ.
ກິດຈະກຳຍາມວ່າງມັກຊວນຫມູ່ໄປຖ່າຍຮູບຫຼິ້ນ ແລະ ເລາະກິນ ແຕ່ກິນແນວໃດກໍບໍ່ຕຸ້ຍ.
ເລື່ອງຖ່າຍຮູບ, ຖ້າໃຜຕິດຕາມອາລີນ້າໃນເຟສບຸກ ຄົງຈະຮູ້ແນ່ນອນວ່າ ເພິ່ນຖ່າຍຮູບໄດ້ອອກມາ ເກ໋ ເລີດ ສະບັບຊຸບຕາຫຼາຍສໍ່າໃດ!!! ມື້ນີ້ເຈົ້າໂຕ ມາບອກເຄັດລັບເອງເລີຍເດີ້! "ສຳລັບ ເຄັດລັບໃນການຖ່າຍຮູບກໍຄືຕ້ອງຫມັ້ນໃຈໂຕເອງກ່ອນ ກ້າທີ່ຈະສະແດງອອກ ຄິດວ່າໂຕເອງມີດີບ່ອນໃດກໍຈະໂຊມັນອອກໄປ" ເພື່ອນໆສາມາດລອງເອົາໄປປັບໃຊ້ກັບໂຕເອງເບິ່ງໄດ້.
ສຳລັບນິໄສສ່ວນຕົວ ປົກກະຕິຄົນອື່ນຄິດວ່າອາລີນ້າ ເປັນຄົນງຽບໆ ບໍ່ມັກເວົ້າຫຼາຍ .. ຄວາມເປັນຈິງກໍບໍ່ແມ່ນເລີຍຖ້າໄດ້ສະຫນິດຊິຮູ້ວ່າໂອ້ນິຫວາອາລີນ້າ 555 ແລະ ອາລີນ້າມັກແຕ່ງໂຕຫຼາຍ ໄດ້ຫຼາຍສະໄຕລ໌ ແຕ່ຖ້າມັກສຸດແມ່ນຈະເປັນສະໄຕລ໌ ເທ້ໆແບບ ເຊັກຊີ ເບົາໆ. (ເລີດໄປອີກ) ຢາກຮູ້ວ່າແຕ່ງໂຕ ມີສະໄຕ໌ສໍ່າໃດ ສາມາດເລື່ອນເບິ່ງຮູບໃນອາລະບໍ້າຮູບລຸ່ມນີ້ໄດ້ເລີຍ.
ສຸດທ້າຍນີ້ກໍຝາກຕິດຕາມອາລີນ້າແດ່ດີ້ທີ່ Facebook: Alina philavong ແລະ ig: Alinaplv