ຄົນເຫີ່ລູກ 2021! ສ່ອງຄວາມໜ້າຮັກຂອງນ້ອງເຣໂດ້ ແລະ ຄອບຄົວໂອລ້າ BLACKEYES

ກາຍເປັນພໍ່ລູກອ່ອນຢ່າງເຕັມໂຕ ສຳລັບ ໜຸ່ມ ໂອລ້າ BLACKEYES ທີ່ຕອນນີ້ກຳລັງເຫີ່ລູກເປັນທີ່ສຸດ! ໄດ້ລູກຊາຍຄົນທຳອິດ ກໍຈະໂພສດຸແດ່. ສຳລັບລູກຊາຍຫົວແກ້ວຫົວແຫວນຂອງພໍ່ໂອລ້າ ແລະ ແມ່ກະຕ່ຍ ຄົນນີ້ ມີນາມວ່ານ້ອງ "ເຣ່ໂດ້" ເຊິ່ງຊື່ນີ້ຕັ້ງຈາກໂນ໊ດດົນຕີ Do ré mi fa sol la si do ເຣໂດ້ນ້ອຍ ໜ້າຮັກສົດໃສ ອາລົມດີ ແລະ ຍິ້ມເກັ່ງ. ອາຍຸ ໄດ້ 1 ເດືອນແລ້ວເດີ້ ທັງສາຍແວວຄວາມໜ້າຮັກ ຕາແພງ ແຕ່ນ້ອຍໆເລີຍ! ແລະ ທາງດ້ານພໍ່ແມ່ກໍລົງຮູບຄວາມໜ້າຮັກຂອງນ້ອງ ໃຫ້ແຟນຄລັບ ຜູ້ຕິດຕາມໄດ້ເຫັນກັນແບບຈຸໃຈ ໃນເຟສບຸກສ່ວນຕົວ.
ນອກຈາກຈະເຕັມທີ່ກັບຜົນງານເພງແລ້ວ, ເຫັນໄດ້ວ່າ ພໍ່ໂອລ້າ ໄລຍະທີ່ໃຊ້ເວລາກັບຄອບຄົວ ກໍເປັນພໍ່ທີ່ແສນອົບອຸ່ນ ແລະ ມັກໂພສຫວານໆຜ່ານແຄັບຊັນທີ່ວ່າ: "ຮັກເມຍທຸກເວລາ ຮັກລູກທຸກນາທີ ເດີ້ ປີນີ້ເປັນປີທີ່ວິເສດທີ່ສຸດທີ່ມີເຣໂດ້ ມາຢູ່ນຳເຮົາ ເຮົາຈະເປັນຄອບຄົວທີ່ອົບອຸ່ນ ມີຄວາມສຸກນຳກັນຕະຫລອດໄປ ຮັກມັ້ງເເລະ ລູກຫຼາຍເດີ້"
ຫຼ້າສຸດ, ໃນວັນທີ 12 ມັງກອນ 2020 ທີ່ຜ່ານມາ ພໍ່ໂອລ້າ ແລະ ແມ່ກະຕ່າຍ ກໍໄດ້ເຮັດງານມັດເເຂນລູກຊາຍ ທ້າວ ເຣໂດ້ ຄົບຮອບ 1 ເດືອນ ເເບບອົບອຸ່ນ ເຊິ່ງງານນີ້ມີ ໜຸ່ມຕ່າຍ ອາກາດ ແລະ ແຟນສາວສຽວອີ້ ເຂົ້າໄປຢ້ຽມຢາມ ແລະ ມັດແຂນໃຫ້ຫຼານນ້ອຍນຳ.
ດັ່ງທີ່ຫຼາຍຄົນຮູ້ວ່າໜຸ່ມໂອລ້າໄດ້ສະລະໂສດ ແລະ ເຂົ້າພິທີວິວາຕັ້ງແຕ່ວັນທີ 18 ທັນວາ ປີ 2016. ເຊິ່ງນັກຮ້ອງນຳວົງ BlackEyes ເຈົ້າຂອງຜົນງານເພງດັງ ບໍ່ຢາກໄດ້ຍິນ ໄດ້ຕົກລົງປົງໃຈໃຊ້ຊີວິດຄູ່ກັບ "ກະຕ່າຍ ມະໂນທິບ" ເຈົ້າຂອງທຸລະກິດກະເປົາແບຣນເນມລາວ ຊື່ດັງ NAREE. ທັງສອງຄົບຫາກັນມາດົນນານຫຼາຍຟ້າຫຼາຍປີ ນັບແຕ່ມື້ນັ້ນຈົນມາເຖິງມື້ນີ້ ນັບມື້ຍິ່ງຮັກກັນ ແລະ ເຕີມຄວາມຫວານຢູ່ຕະຫຼອດ.
ດັ່ງນັ້ນ, ທີມງານມ່ວນ ພາດບໍ່ໄດ້ທີ່ຈະບໍ່ພາໄປສ່ອງຄວາມໜ້າຮັກຂອງຄອບຄົວສຸກສັນນີ້ ທີ່ອາລະບໍ້າຮູບລຸ່ມສຸດ
ຂໍຂອບໃຈ
ພາບ : Ola Khampasong