12 ເລື່ອງງ່າຍໆທີ່ໃຜກໍສາມາດເຮັດໄດ້ ເພື່ອເຮັດໃຫ້ໂຕເອງເບິ່ງເປັນຄົນ "ສະຫຼາດ" ໂດຍບໍ່ຕ້ອງເວົ້າອອກມາ

ການກະທຳຂອງເຮົາບົ່ງບອກຫຍັງຫຼາຍກວ່າທີ່ຄິດ ເຮົາບໍ່ອາດຮູ້ໄດ້ເລີຍວ່າ ໃນແຕ່ລະມື້ ມີໃຜແດ່ທີ່ມາສັງເກດເບິ່ງວ່າເຮົາເຮັດຫຍັງແນວໃດ ກ່ອນທີ່ຈະຕີລາຄາວ່າເຮົາເປັນຄົນແບບນີ້ ຫຼື ແບບນັ້ນ. ສະນັ້ນແລ້ວ ໃນບົດຄວາມນີ້ເຮົາຈະພາມາເບິ່ງກັນວ່າ ມີເລື່ອງງ່າຍໆອັນໃດແດ່ທີ່ເຮົາສາມາດເຮັດໄດ້ ເຊິ່ງມັນຈະສະທ້ອນເຖິງຄວາມຄິດ ແລະ ຄວາມສະຫຼາດທາງອາລົມຂອງເຮົາ ລວມສິ່ງທີ່ເປັນເຮົາ. ເລື່ອງຕ່າງໆເຫຼົ່ານີ້ເຮົາຄັດເອົາມາຈາກບົດຄວາມຂອງ Nicolas Cole ເຊິ່ງເຜີຍແຜ່ກ່ຽວກັບເລື່ອງນີ້ລົງໃນ medium ຂອງຕົນເອງ.
ກົງຕໍ່ເວລາ (Showing up on time)
ນີ້ເປັນເລື່ອງງ່າຍໆພື້ນຖານເລີຍທີ່ຈະບົ່ງຊີ້ວ່າບຸກຄົນໃດໜຶ່ງເປັນຄົນສະຫຼາດ. ການທີ່ເຮົາບໍ່ຕົງຕໍ່ເວລາ ຫຼື ມາຊ້າ ເທົ່າກັບການບໍ່ໃຫ້ຄວາມເຄົາລົບຕໍ່ກັບເວລາຂອງຄົນອື່ນ. ການທີ່ເຮົາບໍ່ໃຫ້ຄວາມສຳຄັນກັບເວລາ ຍັງສາມາດຕີຄວາມໄດ້ອີກວ່າ ເຮົາຍັງບໍ່ທັນມີຄຸນສົມບັດເບື້ອງຕົ້ນ.
ແຕ່ງກາຍຢ່າງເໝາະສົມ (Dressing appropriately)
ການແຕ່ງໂຕທີ່ເໝາະສົມໃນແຕ່ລະສະຖານະການ ສະທ້ອນຫຼາຍຢ່າງໃນມຸມມອງຂອງຄົນອື່ນ. ບາງຄົນອາດຈະເວົ້າວ່າ "ແຕ່ງໂຕໃຫ້ຫຼາຍໆໄວ້ກ່ອນ ແລ້ວມັນຈະດີເອງ" ເຊິ່ງເລື່ອງນີ້ Nicolas ບໍ່ເຫັນດີນຳປານໃດ ເພາະການແຕ່ງໂຕທີ່ຫຼາຍເກີນໄປກໍເປັນບັນຫາດຽວກັບການແຕ່ງໂຕບໍ່ເໝາະສົມ. ສະນັ້ນ ຄວນພິຈາລະນາເລື່ອງຂອງການແຕ່ງໂຕ ໂດຍເບິ່ງຈາກສະຖານະການຂອງບ່ອນທີ່ຈະໄປວ່າຄວນ ຫຼື ຕ້ອງແຕ່ງແບບໃດ ເພື່ອເປັນການໃຫ້ກຽດສະຖານທີ່ ແລະ ຄົນເຂົ້າຮ່ວມງານຄົນອື່ນໆ.
ຈື່ຈຳສິ່ງເລັກໆນ້ອຍໆໄດ້ (Remembering the little things)
"ເຄັດລັບຂອງຄວາມສຸກທີ່ແທ້ຈິງຢູ່ທີ່ການຈື່ຈຳລາຍລະອຽດທັງໝົດຂອງຊີວິດໃນແຕ່ລະວັນ", William Morris ນັກອອກແບບແຟຊັນຊາວອັງກິດໄດ້ກ່າວເອົາໄວ້.
ນີ້ໝາຍຄວາມວ່າ ຖ້າເຮົາສາມາດຈື່ຈຳເລື່ອງເລັກໆນ້ອຍໆກ່ຽວກັບຄົນອື່ນໄດ້ ເຮົາຈະກາຍເປັນທີ່ຮັກແພງຂອງຄົນອື່ນຕະຫຼອດໄປ. ຍົກຕົວຢ່າງເຊັ່ນ: "ຂ້ອຍຈື່ໄດ້ ເຈົ້າບໍ່ໃສ່ຜັກຫອມ ບໍ່ກິນກະທຽມຈຽວ ຂ້ອຍເລີຍສັ່ງໃຫ້ເຂົາບໍ່ໃສ່ພວກນີ້ໃນເຂົ້າປຽກຂອງເຈົ້າ" ປະໂຫຍກນີ້ຈະເຮັດໃຫ້ຜູ້ທີ່ໄດ້ຟັງປະທັບໃຈ ແລະ ອາດກາຍມາເປັນເພື່ອນທີ່ດີທີ່ສຸດຂອງເຈົ້າໄດ້. ນີ້ເປັນຜົນມາຈາກການທີ່ເຈົ້າເປັນຜູ້ຟັງທີ່ດີ ທີ່ຈື່ຈຳລາຍລະອຽດເລັກນ້ອຍໄດ້.
ເປີດປະຕູໃຫ້ຄົນອື່ນ (Holding the door open)
ລະດັບສະຕິປັນຍາຍັງສະແດງອອກບ່ອນທີ່ເຮົາຍິນດີທີ່ຈະຊ່ວຍເຫຼືອຄົນອື່ນ ເຖິງຈະເປັນເລື່ອງເລັກນ້ອຍຄືກັບການ ເປີດປະຕູ ນີ້ກໍຕາມ. Nicolas ກ່າວວ່າ ຕອນຍັງນ້ອຍ ເວລາທີ່ໄປຕາມບ່ອນຕ່າງໆກັບແມ່ ເວລາເປີດປະຕູ ແມ່ຂອງລາວຈະລໍຖ້າໃຫ້ລາວເປີດປະຕູໃຫ້ ເຊິ່ງນີ້ເປັນສິ່ງທີ່ລາວດີໃຈຫຼາຍທີ່ແມ່ໄດ້ສອນໃຫ້ ເພາະການກະທຳນີ້ສະແດງເຖິງຄວາມໃສ່ໃຈ ແລະ ເຕັມໃຈທີ່ຈະເຮັດໃຫ້ຜູ້ອື່ນ.
ສິລະປະເທິງຝາເຮືອນ (The art on your walls)
ເຄີຍເປັນບໍ່? ເວລາທີ່ຍ່າງເຂົ້າໄປໃນຫ້ອງການ ຫຼື ເຮືອນຂອງໃຜບາງຄົນແລ້ວຄິດອອກມາວ່າ ວ້າວ ຄົນນີ້ຕ້ອງເປັນຄົນທີ່ໜ້າສົນໃຈ ແລະ ໜ້າຫຼົງໃຫຼແທ້ໆ. ນີ້ກໍຍ້ອນກວ່າ ການທີ່ເຮົາປະດັບປະດາຝາເຮືອນດ້ວຍອີ່ຫຍັງກໍຕາມທີ່ບົ່ງບອກເຖິງໂຕຕົນ, ສິ່ງທີ່ເຮົາສົນໃຈ ຫຼື ສິ່ງທີ່ເປັນແຮງບັນດານໃຈໃຫ້ແກ່ເຮົານັ້ນ ກໍສາມາດບອກຄົນທີ່ພົບເຫັນໄດ້ເຊັ່ນກັນວ່າເຮົາເປັນຄົນແບບໃດ ໂດຍທີ່ບໍ່ຈຳເປັນຕ້ອງໄປສາທະຍາຍໃຫ້ກັບຄົນອື່ນຮູ້. ພວກເຂົາຈະຮູ້ເອງ.
ເກີບທີ່ເຈົ້າໃສ່ (Your shoes)
ນີ້ບໍ່ໄດ້ໝາຍຄວາມວ່າ ເຈົ້າຕ້ອງຊື້ເກີບທີ່ແພງທີ່ສຸດ ຫຼື ກຳລັງເປັນທີ່ນິຍົມຫຼາຍໃນຕອນນີ້. ແຕ່ສິ່ງທີ່ເຮົາຄວນໃຫ້ຄວາມໃສ່ໃຈກໍຄື "ຮູບແບບ" ຂອງເກີບທີ່ເຮົາໃສ່ ເພາະມັນບອກເຖິງຕົວຕົນ ແລະ ລັກສະນະຂອງຜູ້ທີ່ໃສ່ໄດ້. ຕົວຢ່າງເຊັ່ນ: ບາງຄົນອາດຈະໃສ່ໂສ້ງຢີນເກົ່າ ແລະ ເສື້ອສຸພາບ ແຕ່ກໍໃສ່ເກີບທີ່ງາມໆ ເຈົ້າກໍຈະບອກໄດ້ເລີຍວ່າລາວເປັນຄົນທີ່ໃສ່ໃຈກ່ຽວກັບການແຕ່ງໂຕໃຫ້ອອກມາດີ.
ການຈົດບັນທຶກຊ່ວຍຈຳ (When you take notes)
Nicolas ຍົກຕົວຢ່າງສະຖານະການໜຶ່ງຂຶ້ນມາ. ຢູ່ທີ່ຮ້ານອາຫານແຫ່ງໜຶ່ງ, ພະນັກງານເສີບທີ່ຢາກສະແດງຄວາມສະຫຼາດ ໂດຍພະຍາຍາມທີ່ຈະເຮັດໃຫ້ເຈົ້າປະທັບໃຈດ້ວຍການບໍ່ຈົດລາຍການອາຫານທີ່ສັ່ງລົງໃນເຈ້ຍບັນທຶກ. ຂະນະທີ່ພະນັກງານທີ່ສະຫຼາດແທ້ໆ ຈະຮູ້ວ່າໂຕເອງບໍ່ຄວນສ່ຽງກັບເລື່ອງແບບນັ້ນ ແລະ ຈົດລາຍການອາຫານລົງໃນບັນທຶກໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ໃນຊີວິດຈິງກໍເຊັ່ນກັນ ເປັນຫຍັງເຮົາຕ້ອງສ່ຽງທີ່ຈະລືມສິ່ງທີ່ສຳຄັນຕ່າງໆອ້ອມໂຕເຮົາເຊັ່ນ: ໄອເດຍຈາກການປະຊຸມ, ຄຳຂໍຈາກໝູ່ທີ່ໃຫ້ແວ່ຊື້ເຄື່ອງໃຫ້ ຫຼື ວຽກທີ່ຈະຕ້ອງເຮັດ. ການຈົດບັນທຶກຊ່ວຍໃຫ້ເຮົາເບິ່ງເປັນຄົນທີ່ໃສ່ໃຈ ແລະ ຢາກເຮັດສິ່ງນັ້ນໃຫ້ມັນຖືກແທ້ໆ ຫຼື ເວົ້າງ່າຍໆກໍຄືເປັນຄົນທີ່ຮອບຄອບ.
ຄວາມເປັນລະບຽບຂອງໜ້າຈໍຄອມ (The state of your desktop)
ເປັນເລື່ອງທີ່ໜັກໃຈຢູ່ໃນບາງຄັ້ງທີ່ຈະຕ້ອງໃຫ້ຄົນອື່ນເຫັນໜ້າຈໍຫຼັກຄອມພິວເຕີຂອງເຮົາວ່າມັນມີຫຍັງຢູ່ໃນນັ້ນແດ່. ໃນນັ້ນ ຖ້າຫາກວ່າເຈົ້າບັນທຶກໄຟລ໌ຕ່າງໆນານາໄວ້ເຕັມຢູ່ທົ່ວໄປ ນີ້ອາດສະແດງໃຫ້ເຫັນວ່າເຈົ້າເປັນຄົນທີ່ບໍ່ມີລະບົບລະບຽບ. ກົງກັນຂ້າມລອງຄິດເບິ່ງວ່າ ຖ້າຄົນອື່ນມາແນມເບິ່ງໜ້າຈໍຄອມເຈົ້າແລ້ວເຫັນວ່າມັນເປັນລະບົບລະບຽບຈົບງາມດີ ເຂົາຈະຄິດວ່າທ່ານເປັນຄົນແບບໃດ?
ໃຊ້ເງິນຢ່າງສະຫຼາດ (Spending money wisely)
ແມ່ນຢູ່ວ່າ ເງິນຂອງເຮົາ ເຮົາຈະເຮັດຫຍັງກໍໄດ້ ເປັນຫຍັງຕ້ອງຄິດຫຼາຍນຳຄຳຄົນອື່ນ, ແຕ່ເຈົ້າຮູ້ບໍວ່າ ວິທີການຈ່າຍເງິນ ບໍ່ວ່າຈະຊື້ຫຍັງຢູ່ໃສກໍຕາມ ຂໍ້ມູນທັງໝົດນີ້ມີສ່ວນເຮັດໃຫ້ຄົນສ່ວນໃຫຍ່ວິເຄາະເຖິງຕົວຕົນຂອງເຮົາວ່າເປັນຄົນແບບໃດໄດ້. ໂດຍສະເພາະຄວາມຖີ່ໃນການໃຊ້ຈ່າຍ ແລະ ເຮົາຈະເສຍເງິນໄປກັບຫຍັງແດ່ ເປັນຂໍ້ທີ່ສຳຄັນຫຼາຍທີ່ຈະລະບຸວ່າ ຄວາມສາມາດໃນການຈັດການເງິນ ແລະ ແຍກຄວາມຈຳເປັນກັບບໍ່ຈຳເປັນຂອງເຮົາໄດ້ ຫຼື ບໍ່ ເປັນຕົ້ນ.
ວິທີການນຳໃຊ້ເວລາຂອງເຮົາ (How you invest your time)
ການໃຊ້ເວລາສ່ວນຕົວຂອງເຮົາເຮັດສິ່ງຕ່າງໆເຊັ່ນ: ເວລາວ່າງເຮົາມັກອ່ານໜັງສື, ເບິ່ງໜັງ, ຟັງເພງ, ຫຼິ້ນເກມ, ພົບປະສັງກັນກັບຄົນອື່ນ ສິ່ງຕ່າງໆເຫຼົ່ານີ້ມັນສະທ້ອນໃຫ້ເຫັນຕົວຕົນຂອງເຮົາໄດ້. ສະນັ້ນ ການເລືອກກິດຈະກຳທີ່ເຮັດຈຶ່ງເປັນສິ່ງທີ່ສຳຄັນ ແລະ ບອກໄດ້ວ່າເຮົາສະຫຼາດເລືອກຫຼືບໍ່ ເຊິ່ງກິດຈະກຳກໍມີທັງທີ່ພັດທະນາຕົວເຮົາເອງໃຫ້ດີຂຶ້ນ ແລະ ກິດຈະກຳທີ່ເສຍເວລາໄປລ້າໆ.
ອາຫານທີ່ເຮົາກິນ (The foods you eat)
ເຈົ້າກິນຫຍັງ ເຈົ້າກໍເປັນອັນນັ້ນ, ຄຳເວົ້ານີ້ຫຼາຍຄົນອາດຈະເຄີຍໄດ້ຍິນມາແລ້ວ. ການເລືອກສິ່ງທີ່ເຮົາກິນ ບົ່ງບອກວ່າເຮົາໃສ່ໃຈກັບສຸຂະພາບຂອງໂຕເອງ ວ່າເຮົາມີວິໄນກັບໂຕເອງຫຼາຍສໍ່າໃດ. ທີ່ສຳຄັນ ມັນບອກວ່າເຮົາມີຄວາມສຳພັນແນວໃດກັບຮ່າງກາຍຂອງໂຕເອງ.
ວົງສັງຄົມໝູ່ເພື່ອນຂອງເຮົາ (Your circle of friends)
"ເຈົ້າເປັນເງົາສະທ້ອນຂອງຄົນ 5 ຄົນທີ່ເຈົ້າໃຊ້ເວລາຮ່ວມກັນຫຼາຍທີ່ສຸດ."
ເວົ້າງ່າຍໆກໍຄື ຖ້າຢາກຮູ້ວ່າບຸກຄົນໃດໜຶ່ງເປັນຄົນແນວໃດກໍໃຫ້ເບິ່ງຈາກໝູ່ເພື່ອນ 5 ຄົນທີ່ລາວເລືອກຄົບ ຫຼື ໃຊ້ເວລານຳກັນ. ເຮົາບໍ່ຈຳເປັນຕ້ອງເວົ້າອອກມາເລີຍວ່າເຮົາສະຫຼາດ ຫຼື ເປັນຄົນແບບໃດ ຄົນອື່ນຈະເບິ່ງອອກທັນທີຈາກໝູ່ທີ່ເຮົາໃຊ້ເວລານຳ ເພາະຄົນກຸ່ມນີ້ສາມາດສະທ້ອນໄດ້ເຖິງພາບລວມຂອງການໃຊ້ຊີວິດ, ຄວາມເຊື່ອ, ເປົ້າໝາຍ ແລະ ສິ່ງທີ່ສຳຄັນທີ່ສຸດໃນຊີວິດ. ສະນັ້ນ ຖ້າຢາກພັດທະນາຕົນເອງ ລອງໃຊ້ເວລາກັບຄົນທີ່ໃຫ້ຄຸນຄ່າກັບການພັດທະນາຕົນເອງ ກໍຈະຊ່ວຍໄດ້ຫຼາຍເລີຍ.
ອ້າງອີງ: