5 ເຄື່ອງດື່ມບັນເທົາອາການປວດທ້ອງປະຈຳເດືອນ

ສະບາຍດີທ່ານຜູ້ອ່ານ!! ພົບກັບຜູ້ຂຽນເຈົ້າເກົ່າເຊັ່ນເຄີຍກັບ J’daisy
ບົດຄວາມນີ້ຜູ້ຂຽນໄດ້ໄປຫາຂໍ້ມູນ ແລະ ຂຽນຂຶ້ນມາເພື່ອທ່ານຜູ້ຍິງໂດຍສະເພາະດ້ວຍກັນນັ້ນກໍຄື ການລວມ 5 ເຄື່ອງລືມທີ່ຊ່ວຍໃຫ້ສາວໆບັນເທົາ ຫຼື ເຊົາເຈັບທ້ອງໃນຊ່ວງມື້ນັ້ນຂອງເດືອນນັ້ນເອງ.
ວ່າແຕ່ວ່າມີສາວໆຄົນໃດບໍທີ່ເວລາເປັນມື້ນັ້ນຂອງເດືອນແລ້ວບໍ່ປວດທ້ອງ ຫືມມມ ຖ້າໃຜບໍ່ໄດ້ເປັນຖືວ່າໂຊກດີສຸດໆເລີຍໃນຊີວິດການເປັນຜູ້ຍິງ.
ແຕ່ສາວໆຄົນໃດທີ່ເປັນກະບໍ່ແມ່ນໂຊກຮ້າຍ ແລະ ບໍ່ຕ້ອງເສຍໃຈໄປເພາະວ່າເມື່ອມັນເຈັບໄດ້ມັນກໍຕ້ອງມີທາງແກ້ໄປເບິ່ງກັນເລີຍນໍວ່າຈະມີເຄື່ອງດື່ມຊະນິດໃດແນ່ທີ່ຈະຊ່ວຍສາວໆໄດ້.
-
ນໍ້າຂີງ
ຂີງເກັ່ງງງງງງ.... ຫືມ ບໍ່ແມ່ນລະ
ມາເຂົ້າເລື່ອງກັນເລີຍນໍ້ກັບເຄື່ອງດື່ມທໍາອິດແມ່ນນໍ້າຂີງເຊິ່ງໃນຕົວຂີງນີ້ຈະຊ່ວຍກະຕຸ້ນໃຫ້ເລືອດໄຫຼວຽນໄດ້ຢ່າງສະດວກຂຶ້ນ ແລະ ຊ່ວຍບັນເທົາອາການຫົດເກັງຂອງກ້າມຊີ້ນໄດ້ອີກດ້ວຍ.
ນອກຈາກໃຊ້ປຸງແຕ່ງອາຫານແລ້ວຂີງຍັງມີປະໂຫຍດອີກຫຼວງຫຼາຍເພາະຂຶ້ນຊື່ວ່າເປັນສະໝຸນໄພພື້ນບ້ານອີກຊະນິດໜຶ່ງ ຂີງນີ້ດີແທ້ໆທ່ານຜູ້ອ່ານ.
-
ນໍ້າເຜິ້ງໝາກນາວ
ດັ່ງທີ່ເຮົາຮູ້ນໍ້າເຜິ້ງມີຄຸນປະໂຫຍດຫຼວງຫຼາຍມີສັບພະຄຸນໃນການບໍາລຸງເລືອດ ແລະ ໝາກນາວກໍອຸດົມໄປດ້ວຍວິຕາມິນຊີ ແລະ ສານຕ້າານອະນຸມູນອິດສະຫຼະ ເຊິ່ງຈະເປັນຕົວຊ່ວຍໃນການບັນເທົາອາການປວດໄດ້.
-
ນໍ້າໝາກນັດ
ໝາກນັດເປັນໝາກໄມ້ຊະນິດໜຶ່ງທີ່ຄົນລາວເຮົານິຍົມຮັບປະທານກັນຢ່າງຫຼວງຫຼາຍ ແລະ ຍັງເປັນໝາກໄມ້ທີ່ອຸດົມໄປດ້ວຍນໍ້າ.
ມີສັບພະຄຸນໃນການຜ່ອນຄາຍກ້າມຊີ້ນໃນຮ່າງກາຍ ເຊິ່ງການຜ່ອນຄາຍດັ່ງກ່າວນີ້ຈະຊ່ວຍໃຫ້ອາການປວດປະຈໍາເດືອນບັນເທົາລົງໄດ້ອີກດ້ວຍ.
-
ຊາດອກຄາໂມມາຍ
ດອກຄາໂມມາຍເປັນດອກໄມ້ທີ່ຜູ້ຄົນນິຍົມນໍາມາເຮັດເປັນຊາທີ່ໃຊ້ໃນການດື່ອມເຊິ່ງຈະຊ່ວຍໃຫ້ມີການຜ່ອນຄາຍ ນອກຈາກນີ້ທ່ານຮູ້ບໍວ່າຊາຊະນິດນີ້ຍັງຊ່ວຍໃນການລົດການປວດເກັງຂອງກ້າມຊີ້ນເຮັດໃຫ້ຜ່ອນຄາຍ ແລະ ແກ້ອາການອັກເສບໄດ້ອີກ.
-
ນົມອຸ່ນໆ
ນົມ?
ແມ່ນແລ້ວນົມ ພຽງນົມອຸ່ນໆຈັກຈອກໜຶ່ງກໍຊ່ວຍເຮົາໄດ້ແລ້ວ ເພາະໃນຕົວນົມມີແຄວຊຽມສູງ ແລະ ຍັງມີແມັກນິຊຽມທີ່ຊ່ວຍໃນການລົດອາການປວດປະຈໍາເດືອນໄດ້.
ເປັນແນວໃດສາວໆ ກັບ 5 ເຄື່ອງດື່ມທີ່ຊ່ວຍໃນການບັນເທົາອາການປວດທ້ອງປະຈໍາເດືອນ ມັກແບບໃດ,ສູດໃນ, ລົດຊາດໃດ ສາມາດເອົາໄປລອງດື່ມ ຫຼື ເຮັດຕາມທີ່ວ່າໄດ້ເດີ ແລະ ຜູ້ຂຽນເອງກໍຫວັງວ່າບົດຄວາມດັ່ງກ່າວນີ້ຈະເປັນປະໂຫຍດໃຫ້ແກ່ສາວໆບໍ່ຫຼາຍກະໜ້ອຍເດີສາວໆທຸກຄົນ.
ຂຽນໂດຍ: J’daisy
ອ້າງອີງ: