ປ່ອຍສັດລ້ຽງຕາມທ້ອງຖະໜົນ ແລ້ວເກີດອຸບັດເຫດເຈົ້າຂອງສັດລ້ຽງ ຫຼື ຜູ້ຂັບຂີ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ?

ກາຍເປັນປະເດັນທີ່ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ກໍລະນີທີ່ມີຮູບພາບກ່ຽວກັບການຂັບລົດຕໍາເອົາງົວທີ່ຍ່າງຂ້າມຖະໜົນ ແລະ ຜູ້ຂຽນເອງເມື່ອເຫັນຮູບພາບດັ່ງກ່າວແລ້ວ ກໍຮູ້ສຶກສະເທືອນໃຈ ແລະ ຮູ້ສຶກສົງສານງົວຢູ່ຄືກັນ ເຖິງວ່າຈະເປັນສັດລ້ຽງກໍຕາມ ແລະ ຜູ້ຂຽນມີຄວາມຕັ້ງໃຈທີ່ຈະຂຽນ ກ່ຽວກັບປະເດັນນີ້ມາຫຼາຍຄັ້ງແລ້ວ ເພາະວ່າບໍ່ແມ່ນເລື່ອງໃໝ່ທີ່ຫາກໍເກີດຂຶ້ນ, ສະນັ້ນ ລອງມາພິຈາລະນາບົດບັນຍັດຂອງກົດໝາຍທີ່ກ່ຽວຂ້ອງວ່າແມ່ນຜູ້ໃດຜິດ ແລະ ຜູ້ໃດຖືກກັນແທ້.
ປະມວນກົດໝາຍແພ່ງ ມາດຕາ 488 ວັກທີໜຶ່ງ ກໍານົດວ່າ "ເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ສັດນັ້ນໄດ້ກໍ່ຂຶ້ນ ຍ້ອນຄວາມຜິດຂອງຜູ້ເປັນເຈົ້າຂອງ ຫຼື ຜູ້ຄອບຄອງສັດນັ້ນ, ເວັ້ນເສຍແຕ່ຜູ້ເປັນເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຫາກສາມາດພິສູດໄດ້ວ່າຕົນໄດ້ໃຊ້ຄວາມລະມັດລະວັງໃນການປົກປັກຮັກສາສັດ ຕາມຊະນິດ, ປະເພດ, ນິໄສ ຫຼື ການປະພຶດຂອງສັດແລ້ວ ຫຼື ຍ້ອນຄວາມຜິດຂອງຜູ້ຖືກເສຍຫາຍເອງ".
ກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ມາດຕາ 11 ກໍານົດວ່າ "ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍສັດທຸກຊະນິດ ຕາມເສັ້ນທາງຫຼວງ.
ການເຄື່ອນຍ້າຍສັດຕາມເສັ້ນທາງ ຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດຈະລາຈອນ.
ໃນກໍລະນີເກີດອຸບັດເຫດຍ້ອນສັດລ້ອງ ເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ສັດລ້ຽງນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ.
ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນໃຫ້ລະວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບັດເຫດໃນເຂດທີ່ມີປ້າຍເຕືອນນັ້ນ ຜູ້ຂັບຂີ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ".
ຕາມບົດບັນຍັດຂອງກົດໝາຍທັງສອງສະບັບທີ່ກ່າວມາຂ້າງເທິງນີ້ ຈະເຫັນໄດ້ວ່າ ຫ້າມບໍ່ໃຫ້ລ້ຽງສັດໃນບໍລິເວນທາງຫຼວງ ແລະ ຫ້າມບໍ່ໃຫ້ເຄື່ອນຍ້າຍສັດ ເປັນຕົ້ນ ການຂີ່, ການຈູງ, ການໄລ່ຕ້ອນ ຫຼື ການປ່ອຍ ເທິງທາງຫຼວງ ໃນລັກສະນະກີດຂວາງການຈະລາຈອນ ແລະ ບໍ່ມີຜູ້ຄວບຄຸມສັດພຽງພໍ. ດັ່ງນັ້ນ, ກໍລະນີທີ່ລົດຕໍາເອົາງົວທີ່ຍ່າງຂ້າມຖະໜົນ ແລະ ກີດຂວາງການຈະລາຈອນ ແລະ ບໍ່ມີຜູ້ຄວບຄຸມແລ້ວ ເຈົ້າຂອງງົວຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ຢ່າງບໍ່ຕ້ອງສົງໄສ.
ແຕ່ເຖິງຢ່າງໃດກໍຕາມ ບໍ່ໄດ້ໝາຍຄວາມວ່າຜູ້ຂັບຂີ່ຈະບໍ່ມີຄວາມຮັບຜິດຊອບຫຍັງ ເນື່ອງຈາກວ່າປະມວນກົດໝາຍແພ່ງ ມາດຕາ 488 ວັກທີໜຶ່ງ ໃນຕອນທ້າຍຍັງລະບຸວ່າ ຖ້າເຈົ້າຂອງງົວ ຫຼື ຜູ້ຄວບຄຸມງົວ ຫາກພິສູດໄດ້ວ່າຕົນໄດ້ໃຊ້ຄວາມລະມັດລະວັງໃນການປົກປັກຮັກສາງົວ ໂດຍສະເພາະຕາມລະບຽບການຄວບຄຸມສັດ ທີ່ໄດ້ກໍານົດໄວ້ໃນດໍາລັດຂອງລັດຖະບານວ່າດ້ວຍກົດຈະລາຈອນທາງບົກ ມາດຕາ 17 ແລະ ມາດຕາ 18 ແລ້ວ ຫຼື ກໍລະນີທີ່ພິສູດໄດ້ວ່າເປັນຄວາມຜິດຂອງຜູ້ຂັບຂີ່ເອງ ເຊັ່ນ ຂັບລົດໄວເກີນກໍານົດ ຫຼື ຜູ້ຂັບຂີ່ຫາກເຫັນງົວທີ່ກໍາລັງຍ່າງຂ້າມຖະໜົນ ຫຼື ມີທ່າທາງວ່າກໍາລັງຈະຍ່າງຂຶ້ນມາຖະໜົນ ແລະ ມີໄລຍະຫ່າງພຽງພໍທີ່ຈະຫຼຸດຜ່ອນຄວາມໄວລົງ ແລະ ເພີ່ມຄວາມລະມັດລະວັງໃນການຂັບຂີ່ໄດ້ ແຕ່ຜູ້ຂັບຂີ່ບໍ່ຍອມກະທໍາ ແຕ່ຊໍ້າພັດເພີ່ມຄວາມໄວຂອງລົດ ໂດຍບໍ່ລະມັດລະວັງແລ້ວ ຜູ້ຂັບຂີ່ກໍຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນເອງ.
ການຂັບຂີ່ຍານພາຫະນະ ແລະ ການຄວບຄຸມສັດລ້ຽງຕາມທ້ອງຖະໜົນ ທັງສອງຝ່າຍ ກໍຄື ຜູ້ຂັບຂີ່ ແລະ ເຈົ້າຂອງສັດ ຫຼື ຜູ້ຄວບຄຸມສັດ ຕ້ອງມີໜ້າທີ່ທີ່ຈະຕ້ອງປະຕິບັດຕາມກົດໝາຍ. ແຕ່ຫຼາຍກໍລະນີທີ່ເຈົ້າຂອງສັດ ຫຼື ຜູ້ຄວບຄຸມສັດ ປ່ອຍປະລະເລີຍສັດລ້ຽງຂອງຕົນ ເຊັ່ນ ບໍ່ມັດເຊືອກສັດລ້ຽງໄວ້ ຫຼື ກໍລະນີທີ່ປ່ອຍໃຫ້ສັດລ້ຽງກິນຫຍ້າຕາມແຄມເສັ້ນທາງ ໂດຍບໍ່ມີການຄວບຄຸມໃຫ້ຖືກຕ້ອງ ຈົນພາໃຫ້ເກີດອຸບັດເຫດ ເຈົ້າຂອງສັດ ຫຼື ຜູ້ຄວບຄຸມສັດ ຈຶ່ງຕົກເປັນຜູ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຍ້ອນສັດລ້ຽງຂອງຕົນເອງໃນທີ່ສຸດ. ຫຼາຍເຫດການ ຜູ້ຂຽນເອງກໍເຫັນໃຈທີ່ຈະຕ້ອງໃຊ້ແທນຄ່າເສຍຫາຍໃຫ້ແກ່ຝ່າຍຜູ້ຂັບຂີ່ ລວມທັງຕ້ອງເສຍສັດລ້ຽງຈາກອຸບັດເຫດນໍາອີກ.
ທ້າຍສຸດນີ້ ຜູ້ຂຽນຂໍຝາກກັບຜູ້ອ່ານທັງຫຼາຍວ່າ ຖ້າຫາກມີສະມາຊິກໃນຄອບຄົວ, ໝູ່ເພື່ອນ, ຍາດພີ່ນ້ອງ ທີ່ມີສັດລ້ຽງ ກໍຄວນຕັກເຕືອນກັນ ຫຼື ບອກຄົນໃກ້ຕົວທີ່ລ້ຽງງົວ, ຄວາຍ ໃຫ້ໃຊ້ຄວາມລະມັດລະວັງໃນການຄວບຄຸມງົວ, ຄວາຍທີ່ຢູ່ແຄມເສັ້ນທາງ ເພື່ອປົກປັກຮັກສາງົວ, ຄວາຍຂອງຕົນ ລວມທັງປ້ອງກັນອຸບັດເຫດທີີ່ສາມາດເກີດຂຶ້ນໄດ້ທຸກເວລາ ຊຶ່ງອາດຈະສ້າງຄວາມເສຍຫາຍ ແລະ ເຮັດໃຫ້ເສຍເງິນ ແລະ ເສຍເວລາໄດ້ໃນອະນາຄົດ.
ໂດຍ: ວິລະວົງ ຍຸບົນພາກ
ອ້າງອີງ:
- ປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018;
- ກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ສະບັບເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012;
- ດໍາລັດຂອງລັດຖະບານວ່າດ້ວຍກົດຈະລາຈອນທາງບົກ ສະບັບເລກທີ 615/ລບ,ລົງວັນທີ 9 ທັນວາ 2020.