ທັກແຊັດເຂົາໄປກ່ອນຕ້ອງເຮັດແນວໃດ? ລວມເຄັດລັບທັກໄປແນວໃດບໍ່ໃຫ້ນົກ

ມັກຄົນນີ້ນະ, ເຮັດແນວໃດດີ, ຈີບເລີຍບໍ? ແຕ່ຊິເລີ່ມຈາກຫຍັງລະ? ເຂົາຊິມັກເຮົາບໍ? ເຮົາເບິ່ງແລ້ວເໝາະສົມກັບເຂົາແລ້ວບໍນິ?
ຫຼາຍຄົນເປັນຄືກັນບໍເວລາມັກໃຜແລ້ວມັກຈະມີຄໍາຖາມພວກນີ້ຂຶ້ນມາໃນຫົວໃຫ້ຄິດຕະຫຼອດເວລາ.
ແນ່ນອນວ່າຫຼາຍຄົນມີຄວາມກັງວົນກັບເລື່ອງພວກນີ້ ແຕ່ເປັນຫຍັງເຮົາບໍ່ລອງຄິດໃຫ້ມັນງ່າຍໆ ຖ້າເຮົາມັກເຂົາເປັນຫຍັງບໍ່ລອງທັກໄປ?
ແຕ່ຈະທັກໄປກໍບໍ່ຮູ້ວ່າຈະທັກເຂົາໄປແນວໃດອີກແມ່ນບໍ?
ມື້ນີ້ຜູ້ຂຽນໄດ້ຮວບຮວມເຕັກນິກຕ່າງໆທີ່ຈະຊ່ວຍໃຫ້ທ່ານທັກແຊັດໄປຫາຄົນທີ່ທ່ານຮັກທັກແບບໃດບໍ່ໃຫ້ນົກ ຖ້າບໍ່ຢາກນົກໃນປິ່ນໜ້າມາທາງນີ້ ທ່ອງນະໂມ3ບາດ ແລ້ວຕັ້ງໃຈອ່ານບົດຄວາມນີ້ດີໆ ຜູ້ຂຽນຮັບຮອງວ່າບໍ່ນົກແນ່ນອນ (ຫຼື ວ່າຈະນົກຫວາ?)
ມາລອງເບິ່ງກັນເລີຍ!
1. ເຂົ້າຫາລາວຄົນນັ້ນຈາກສິ່ງທີ່ລາວມັກ
ເຂົາວ່າກັນວ່າການທີ່ເຮົາຈະລົມກັບຄົນໆໜຶ່ງທີ່ບໍ່ຮູ້ຈັກກັນມາກ່ອນແລ້ວສະໜິດສະໜົມກັນຂຶ້ນນັ້ນແມ່ນທັງສອງຄົນຕ້ອງມີສິ່ງທີ່ມັກຄືກັນ ເປັນຫຍັງເຮົາບໍ່ລອງໃຊ້ວິທີນີ້ເຂົ້າຫາລາວຄົນນັ້ນ ໂດຍທໍາອິດຕ້ອງເລີ່ມຈາກການເຂົ້າໄປສໍາຫຼວດໜ້າເຟສບຸກຂອງລາວຄົນນັ້ນກ່ອນວ່າລາວມັກໂພສ ຫຼື ແຊຣ໌ກ່ຽວກັບຫຍັງ, ສົນໃຈຫຍັງຢູ່? ແລ້ວມາລອງໃຊ້ສິ່ງນີ້ມາເປັນລາຍລະອຽດເພື່ອທັກຫາລາວຄົນນັ້ນເຊິ່ງວິທີດັ່ງກ່າວກໍຈະເຮັດໃຫ້ລາວຄົນນັ້ນຮູ້ສຶກແປກໃຈ ແລະ ຢາກຮູ້ກ່ຽວກັບໂຕເຮົາຫຼາຍຂຶ້ນ.
2. ສະແດງຕົວຕົນ
ໃນເມື່ອເຮົາມີໂຊຊຽວໃນມືແລ້ວເປັນຫຍັງເຮົາບໍ່ໃຊ້ມັນໃຫ້ເກີດປະໂຫຍດ ບໍ່ວ່າຈະເປັນການກົດຖືກໃຈ ຫຼື ກົດຫົວໃຈໃຫ້ລາວຄົນນັ້ນເວລາທີ່ລາວລົງຮູບ ຫຼື ເວລາທີ່ລາວຄົນນັ້ນເຊັກອິນຕາມສະຖານທີ່ຕ່າງໆທ່ານອາດຈະໄປຄອມເມັ້ນຖາມນັ້ນນີ້ວ່າຢູ່ໃສບ່ອນນີ້ ສະແດງຄວາມສົນໃຈທີ່ເຮົາມີຕ່າງໆອອກໄປໃຫ້ເຂົາຮູ້.
ແຕ່ວ່າການທີ່ບອກວ່າໃຫ້ໄປກົດໃຈ ຫຼື ກົດຖືກໃຈຮູບຕ່າງໆນີ້ບໍ່ແມ່ນວ່າທ່ານຜູ້ອ່ານຈະໄປກົດຍ້ອນຫຼັງຮູບພາບໃນອະດີດມາເດີ ເພາະນັ້ນນະມັນເຂົ້າຂ່າຍໂລກຈິດອ່ອນໆແລ້ວ ຖືກບລັອກມາຜູ້ຂຽນບໍ່ຮັບຜິດຊອບໃດເດີ.
3. ບໍ່ກ້າວກ່າຍເກີນຄວາມພໍດີພໍງາມ
ແມ່ນຢູ່ວ່າການທີ່ເຮົາຮັກໃຜຄົນໃດຄົນໜຶ່ງເຮົາກໍຢາກຮູ້ເລື່ອງລາວຂອງເຂົາໄປໝົດທຸກຢ່າງແມ່ນບໍ? ແຕ່ຢ່າລືມວ່າທຸກຄົນກໍຕ້ອງການຄວາມເປັນສ່ວນຕົວກັນໝົດ.
ດັ່ງນັ້ນ, ທ່ານຜູ້ອ່ານກໍບໍ່ຄວນໄປຖາມຄໍຖາມທີ່ບໍ່ສົມຄວນຖາມ ຫຼື ຖາມຄໍາຖາມຊໍ້າຊາກເຊັ່ນ: ກິນເຂົ້າແລ້ວບໍ? ເຮັດຫຍັງຢູ່? ນັ້ນນີ້ເຊິ່ງບອກໄດ້ເລີຍວ່າ ຫືມມ 2021 ແລ້ວລູກກກກກກ ຫາແນວໃໝ່ທີ່ມັນໜ້າສົນໃຈກວ່ານີ້ຖ້າຢາກຈະສົນທະນາກັບລາວຄົນນັ້ນທີ່ເຈົ້າແອບຮັກຕໍ່ໄປ.
ບາງຄັ້ງທ່ານອາດຕ້ອງເຮັດໂຕເປັນຄົນຕະຫຼົກ ຫຼື ຄົນອາລົມດີຫຼິ້ນມຸກຜີບ້າຜີບໍໄປເພື່ອເປັນການຜ່ອນຄາຍ ແລະ ເພີ່ມສີສັນໃຫ້ກັບການສົນທະນາຂອງທ່ານ.
ນີ້ແມ່ນເຕັກນິກເລັກໆນ້ອຍໆທີ່ຜູ້ຂຽນເອົາມາຝາກທ່ານຜູ້ອ່ານຜູ້ທີ່ກໍາລັງມີຄວາມຮູ້ສຶກດີໆກັບໃຜບາງຄົນຢູ່
“ບາງຄັ້ງການທີ່ເຮົາມັກໃຜຈັກຄົນ ຖ້າເຮົາມັກຄົນທີ່ມີຄວາມຮູ້ສຶກດຽວກັນກັບເຮົາເຮົາກໍບໍ່ຈໍາເປັນຕ້ອງພະຍາຍາມຫຼາຍ ສິ່ງໃດທີ່ເຮົາຮູ້ສຶກວ່າມັນໜັກໜາ ແລະ ຍາກເກີນໄປສໍາລັບເຮົາບາງຄັ້ງມັນອາດຈະບໍ່ແມ່ນຂອງເຮົາກໍໄດ້ ຄວາມຮັກກໍເຊັ່ນກັນ”.
ຂຽນໂດຍ J’daisy
ແຫຼ່ງທີ່ມາ: IG: trick_timee