ເບິ່ງແລ້ວ ຫຼື ຍັງ? ຜົນງານການສະເເດງຄັ້ງທຳອິດຂອງໜຸ່ມຊານະ ໃນເອັມວີເພງ "ຈັກມັນເປັນແນວເລີ"

ມາແລ້ວໆ ເອັມວີເພງໃໝ່ ທີ່ໄດ້ພະເອກຫຼໍ່ ແລະ ດັງທີ່ສຸດແຫ່ງປີ ມາຮ່ວມສະແດງ MV ແນ່ນອນວ່າ ໜຸ່ມທີ່ເຮົາກ່າວເຖິງກໍຄື "ຊານະ ມະນີຜົນ" ນັກເຕະບານ ໝາຍເລກ 17 ຈາກຫຼວງພະບາງ ເປີດສາກດ້ວຍການສະແດງ ເອັມວີເພງ ຄັ້ງທຳອິດກັບ ກີກີ້ ເນັດໄອດໍ້ຄຳຄົມ ສາວພູໄທ ຜູ້ໜ້າຮັກ ເປັນການປະກົບຄູ່ລະຫວ່າງພະເອກ ແລະ ນາງເອກທີ່ບໍ່ທຳມະດາອີຫຼີ ບ່າວຫຼວງພະບາງ ແລະ ສາວພູໄທ.
ຈາກນັກເຕະບານສູ່ວົງການບັນເທີງ ກັບຄັ້ງທຳອິດໃນຊີວິດກໍສາຍແວວແລ້ວ, ສະແດງດີ, ເປັນທຳມະຊາດ ແລະ ມີສະເໜ່ສະເພາະໂຕແບບນີ້ ບໍ່ໃຫ້ແຟນຄລັບຮັກໄດ້ແນວໃດ? ລວມທັງ ສາວກີ້ນຳ ຫຼິ້ນແບບທຳມະຊາດ ແລະ ມີມຸກຕະຫຼົກ ຕາມສະບັບນາງເອງອີກດ້ວຍ. ເວົ້າມາລະທຸກຄົນໄດ້ຟັງຫຼື ຍັງ? "ຈັກມັນເປັນແນວເລີ" ຜົນງານເພງໃໝ່ ຮ້ອງໂດຍ ສິລິພອນ ສີປະເສີດ ຮ່ວມກັບ ໝໍລຳຊຽງສະຫວັນ ສ່ວນເນື້ອຮ້ອງທຳນອງ ແລະ ຮຽບຮອງໂດຍ: Ole MMR ແລະ Ther Una ເພງມວ່ນ MV ກໍຄັກເບິ່ງແລ້ວຍິ້ມຕາມ ມີຫຼາຍສາກທີ່ຕະຫຼົກ ຫຼົງຮັກເພງນີ້ແລ້ວ.
ນອກຈາກພະເອກ ແລະ ນາງເອກ ທີ່ສະແດງຄື ກໍໝູ່ນາງເອກນີ້ລະ ຕາແພງຫຼາຍ ໃຜຍັງບໍ່ທັນໄດ້ຟັງ ກົດຟັງເລີຍ ທີ່ວິດີໂອລຸ່ມນີ້
ປີ 2020-2021 ວົງການເພງລາວຖືໄດ້ວ່າມີການພັດທະນາ ແລະ ຄຶກຄື້ນຢ່າງຫຼວງຫຼາຍ. ພວກເຮົາເປັນຄົນລາວນຳກັນຊ່ວຍສະໜັບສະໜຸນ ຊຸກຍູ້ໃຫ້ເພງນີ້ດັງໆເດີ້. ສຳລັບໃຜຢາກຕິດຕາມຜົນງານຂອງທັງ 2 ສາມາດສ່ອງໄດ້ທີ່ເຟສບຸກສ່ວນຕົວເລີຍ:
ສ່ອງນາງເອກເອັມວີໄດ້ທີ່ Facebook: Keeky Souksabay
ສ່ອງພະເອກໄດ້ທີ່ Facebook: Sana Mnp
ແລະ ສາມາດຕິດຕາມຄລິບວິດີໂອດີໆ ງານຄັອນເທັນສ້າງສັນໄດ້ທີ່ Facebook: Ther Una