ອ່ານດວງລາຍວັນປະຈໍາວັນຈັນ ທີ 11 ມັງກອນ 2021 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຕິດຂັດອຸປະສັກ ເຮັດໃຫ້ສົ່ງຜົນຕໍ່ຄວາມຊ້າທາງດ້ານການງານ ແຕ່ກໍຜ່ານອຸປະສັກຈົນປະສົບຄວາມສຳເລັດໄດ້ດ້ວຍຄວາມສາມາດຂອງຕົນເອງ
ການເງິນ ລາຍຈ່າຍກັບລາຍຮັບເບິ່ງຄືໃກ້ຄຽງກັນຫຼາຍໃນໄລຍະນີ້ ຕ້ອງປະຢັດເອົາໄວ້ກ່ອນຈຶ່ງຈະດີ
ຄວາມຮັກ ສຸກສົມຫວັງ ລົງຕົວໃນເລື່ອງຂອງຄວາມຮັກຢ່າງທີ່ຕົນເອງນັ້ນປາດຖະໜາໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 4
ຄົນເກີດວັນຈັນ
ການງານ ລະວັງເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ແຕ່ໃນການເຈລະຈາກໍຈະປະສົບຄວາມສຳເລັດໄດ້ໃນທີ່ສຸດ
ການເງິນ ການເຈລະຈາຕໍ່ລອງທາງດ້ານການເງິນມີຄວາມຮີບຟ້າວ ແຕ່ກໍປະສົບຄວາມສຳເລັດ ບັນລຸຂໍ້ຕົກລົງທາງດ້ານການເງິນໄດ້
ຄວາມຮັກ ໄລຍະນີ້ເປັນໄລຍະເກັບຕົວຫຼາຍ ເລີຍຍັງບໍ່ໄດ້ຕັດສິນໃຈທີ່ຈະເລືອກໃຜເຂົ້າມາໃນຊີວິດໃນໄລຍະນີ້ນັ້ນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວ
ເລກນຳໂຊກ 0
ຄົນເກີດວັນອັງຄານ
ການງານ ຫາທີ່ປຶກສາທີ່ດີໃນເລື່ອງຂອງການເຮັດວຽກງານ ຈະປະສົບຄວາມສຳເລັດໄດ້ດີຂຶ້ນ ເພາະຈະໄດ້ຮັບຄຳແນະນຳດີໆ ໃນເລື່ອງຂອງການເຮັດທຸລະກິດທີ່ຈະກໍ່ໃຫ້ເກີດຄວາມສຳເລັດ
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ດວງດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍໆ
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ແມ່ນຈະພົບໃຜກໍຕາມ ໄລຍະນີ້ຈະເປັນການເບິ່ງໆກັນໄປກ່ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 6
ຄົນເກີດວັນພຸດ
ການງານ ການເຈລະຈາຕໍ່ລອງປະສົບຄວາມສຳເລັດ ທຸລະກິດທີ່ກ່ຽວຂ້ອງກັບແຟຊັ່ນ ຄວາມສວຍງາມ ການຕິດຕໍ່ອົງກອນຕ່າງໆ ເກີດຄວາມສຳເລັດ
ການເງິນ ຫາມາໄດ້ກໍຕ້ອງຈ່າຍອອກໄປ ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້
ຄວາມຮັກ ບໍ່ຄ່ອຍມີເວລາທຸ່ມເທໃນເລື່ອງຂອງຄວາມຮັກປານໃດ ເຖິງແມ່ນຈະພົບໃຜແລ້ວກໍຕາມ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4
ຄົນເກີດວັນພະຫັດ
ການງານ ຈະເຮັດທຸລະກິດໃດໆ ໃນໄລຍະນີ້ຕ້ອງມີຜູ້ໃຫຍ່ ອຸປະຖຳຫຼືສະໜັບສະໜູນ ຫຼືມີຮຸ້ນສ່ວນທີ່ດີໃຫ້ຄຳປຶກສາເລື່ອງການເຮັດທຸລະກິດ
ການເງິນ ຫາເຂົ້າມາໄດ້ຫຼາຍກໍໃຊ້ອອກໄປຫຼາຍໃນໄລຍະນີ້ ແຕ່ກໍໝຸນເງິນໄດ້ວ່ອງໄວທັນໃຈຢູ່
ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ອາລົມ ແລະ ຄວາມຂັດແຍ້ງກັບຄົນຮັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 9
ຄົນເກີດວັນສຸກ
ການງານ ມີໂອກາດໄດ້ປ່ຽນງານໃໝ່ແບບບໍ່ທັນຕັ້ງໂຕກໍເປັນໄປໄດ້ໃນໄລຍະນີ້ ຫຼືຖ້າມີການເຈລະຈາຕິດຕໍ່ກ່ຽວກັບເລື່ອງການງານຈະເກີດການປ່ຽນແປງ
ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງເລື້ອຍໆ ໃນໄລຍະນີ້ຄວາມໃຊ້ເງິນຢ່າງປະຢັດ
ຄວາມຮັກ ໂດດເດັ່ນໃນການພົບຄົນທີ່ມີຄວາມສະຫຼຽວສະຫຼາດ ມີເກນອາຍຸຫຼາຍກວ່າ ຜິວສອງສີໃນໄລຍະນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເທົາ
ເລກນຳໂຊກ 8
ຄົນເກີດວັນເສົາ
ການງານ ທຸລະກິດກ່ຽວກັບຄວາມສວຍງາມ ແຟຊັ່ນ ວົງການບັນເທີງ ການເຈລະຈາຕ່າງໆ ປະສົບຄວາມສຳເລັດດີ ມີບໍລິວານຄອຍຖ້າຊ່ວຍເຫຼືອຢ່າງເປັນໂຊກດີສະເໝີ
ການເງິນ ໃຊ້ຈ່າຍອອກໄປຫຼາຍໃນໄລຍະນີ້ ແຕ່ກໍຍັງຫາເຂົ້າມາໄດ້ເພີ່ມເຕີມຢ່າງເປັນໂຊກດີສະເໝີ
ຄວາມຮັກ ບໍ່ມີເວລາທຸຸ່ມເທໃນເລື່ອງຂອງຄວາມຮັກ ມີພາລະກິດຫຼາຍຢ່າງທີ່ຕ້ອງໄປຈັດການໃນໄລຍະນີ້
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 7