ຕ້ອງອ່ານ 10 ຄວາມລັບແຫ່ງອາຫານ! ໄຂມັນບໍ່ດີຕໍ່ສຸຂະພາບແທ້ບໍ່?

ປາກບອກວ່າຮັກສຸຂະພາບແຕ່ກໍ່ຍັງມີຫຼາຍຢ່າງທີ່ເຮັດກົງກັນຂ້າມກັນ. ສຸຂະພາບຂອງເຮົາເລີ່ມຕົ້ນຈາກການຮັບປະທານອາຫານ ແມ່ນຢູ່ກາານແພດເຮົາທັນສະໄໝສາມາດຮັກສາໂລກນີ້ໂລກນັ້ນໄດ້ເກືອບທຸກໂລກ ແຕ່ທ່ານຮູ້ບໍ່ວ່າບັນດາໂລກຮ້າຍສ່ວນໃຫຍ່ຂອງຄົນເຮົາແມ່ນເລີ່ມຕົ້ນມາຈາກພຶດຕິກຳການຮັບປະທານອາຫານ ແລະ ອາຫານທີ່ເຮົາກິນລົງໄປ. ມື້ນີ້ຜູ້ຂຽນຂໍນຳ 10 ພຶດຕິກຳສ່ຽງໃນການຮັບປະທານອາຫານທີ່ທ່ານຄວນຫຼີກເວັ້ນ ເພື່ອສຸຂະພາບ ແລະ ຊົງຜົມ! ອິອິອິ
-
ການກິນອາຫານຫຼັງຈາກ 6 ໂມງແລງແມ່ນສົ່ງຜົນເສຍຕໍ່ສຸຂະພາບ?
ເປັນໄປໄດ້ແນວໃດ ສະໄໝກ່ອນຍັງພໍເຂົ້າໃຈ ແຕ່ປັດຈຸບັນເຮົານອນຊ້າກວ່າບັນພະບູລຸດເຮົາຊ້ຳ.
ແຕ່ຄວາມເປັນຈິງກໍ່ຄືເຮົາຄວນກິນອາຫານກ່ອນນອນປະມານ 3 ຊົ່ວໂມງ ແລະ ຄວນກິນອາຫານແລງດ້ວຍອາຫານແບບເບົາໆຍ່ອຍງ່າຍ ເປັນຕົ້ນ, ຈະສົ່ງຜົນດີຕໍ່ສຸຂະພາບດີກວ່າ.
-
ອາຫານປະເພດໄຂມັນແມ່ນບໍ່ດີຕໍ່ສຸຂະພາບ ແລະ ຮູບຮ່າງ ແທ້ບໍ່?
ກົງກັນຂ້າມເລີຍຮ່າງກາຍເຈົ້າຈະບໍ່ສາມາດຍ່ອຍອາຫານໄດ້ຖ້າປາສະຈາກໄຂມັນ, ຊ່ວຍເຜົາຜານວິຕາມິນ A ແລະ E, ຖ້າຮ່າງກາຍຂາດໄຂມັນມັນຈະເຮັດໃຫ້ການຜະລິດຮໍໂມນຢຸດເຊົາ. ການຂາດທາດໄຂມັນເຮັດໃຫ້ຜີວແຫ້ງ, ເຖົ້າໄວ ແລະ ເກີດຄວາມເສຍຫາຍເຖິງຕັບ. ຄວນບໍລິໂພກໄຂມັນສັດ, ພືດໃຫ້ເໝາະສົມບໍ່ໃຫ້ຂາດ ຖ້າຈະຫຼຸດໃຫ້ຫຼຸດ ກິນອາຫານປະເພດທີ່ມີໄຂມັນບໍ່ເປັນປະໂຫຍດໃຫ້ໜ້ອຍລົງ ເຊັ່ນ:ມາຢ໋ອງເນັສ, ຄຸກກີ້, ຫຼື ເຄັກ ເປັນຕົ້ນ.
-
ເຂົ້າໜົມ (ອາຫານຫວ່າງ) ບໍ່ດີຕໍ່ສຸຂະພາບ?
ບໍ່ແມ່ນເລີຍ, ເຂົ້າໜົມ (ອາຫານຫວ່າງ) ແມ່ນຈຳເປັນ. ແຕ່ບໍ່ຄວນກິນຫຼາຍ ຫຼື ກິນເປັນປະຈຳ. ເຈົ້າຄວນກິນຮ່ວມກັບ ພືດ ປະເພດຖົ່ວ ຫຼື ໝາກໄມ້ ເພື່ອຄວາມດຸນດ່ຽງ ແລະ ດີຕໍ່ສຸຂະພາບຢ່າງແທ້ຈິງ.
-
ຂື້ນຊື່ວ່າ “ອໍການິກ” ທຸກຊະນິດແມ່ນດີຕໍ່ສຸຂະພາບ?
ຜະລິດຕະພັນທີ່ລະບຸວ່າ “ອໍການິກ” (ອອກໃຫ້ຈາກໜ່ວຍງານທີ່ຮັບຮອງອາຫານ ແລະ ໄດ້ມາດຕະຖານສາກົນ) ເຊັ່ນວ່າ: ຜະລິດຕະພັນທີ່ບໍ່ໄດ້ຕັດແຕ່ງພັນທຸກຳ GMO, ໃສ່ຢາຂ້າສັດຕູພືດ ຫຼື ໃສ່ສານປຸງແຕ່ງເປັນຕົ້ນ. ເຫຼົ່ານີ້ແມ່ນດີຕໍ່ສຸຂະພາບ ຂໍ້ເສຍຢ່າງດຽວຄື ລາຄາ ມັນແພງແດ່ຈັກໜ້ອຍເດີ້
-
ທີ່ຈະຫຼີກເວັ້ນ ອາຫານທີ່ມີ “ຄາໂບໄຮເດຣດ” ?
ມັນກໍ່ບໍ່ແມ່ນວ່າບໍ່ດີຕໍ່ສຸຂະພາບ, ມັນມີທັງ ຄາໂບໄຮເດຣດທີ່ຊັບຊ້ອນ ແລະ ຄາໂບໄຮເດຣດແບບທົ່ວໄປທີ່ມັກພົບໃນຜະລິດຕະພັນທີ່ແປຮູບແລ້ວ ເຊັ່ນ: ນ້ຳຕານຊາຍ, ຊັອກໂກແລັດ, ນ້ຳເຜິ້ງ, ແຢມ, ໝາກໄມ້ລົດຫວານ ແລະ ເຄື່ອງດື່ມ, ເຂົ້າຈີ່ແຜ່ນ ຫຼື ມັນຝຣັ່ງ ເຊິ່ງຄວນຮັບປະທານໃຫ້ພໍເໝາະບໍ່ຫຼາຍເກີນໄປ.
ຖ້າເຈົ້າຕ້ອງການຮັບປະທານເພື່ອສຸພາບທີ່ດີແທ້ໆໃຫ້ຮັບປະທານ ຄາໂບໄຮເດຣດທີ່ຊັບຊ້ອນ ເຊິ່ງມັກພົບໃນ ອາຫານປະເພດທັນຍະພືດ ເຊັ່ນວ່າ ຖົ່ວ, ເບີຣີ້, ຜັກຕ່າງໆ ແລະ ຜັກສີຂຽວ ເປັນຕົ້ນ.
-
ໝາກໄມ້ ແລະ ຜັກ ຈະບໍ່ມີຄຸນຄ່າຫຍັງເລີຍ ຖ້າຜ່ານການແຊ່ເຢັນ?
ຖ້າເປັນການແຊ່ເຢັນແບບເອົາໄປແຊ່ນ້ຳກ້ອນຄືແຕ່ເກົ່າອາດຈະມີສ່ວນເຮັດໃຫ້ພືດຜັກ ແລະ ໝາກໄມ້ ເສຍຄຸນຄ່າທາງອາຫານໄປ ແຕ່ໃນປັດຈຸບັນຕູ້ເຢັນ ຫຼື ອຸປະກອນແຊ່ເຢັນ ອາຫານແມ່ນສາມາດຮັກສາຄຸນຄ່າທາງອາຫານໄດ້ເປັນຢ່າງດີ.
-
ການແຍກສານອາຫານຕ່າງໆກ່ອນຮັບປະມານແມ່ນຊ່ວຍໃນການຫຼຸດນ້ຳໜັກ?
ປົກກະຕິແລ້ວເອັນຊາຍທີ່ຮ່າງກາຍຜະລິດອອກມາສາມາດຍ່ອຍໂປຣຕີນໄດ້ເກືອບທຸກຊະນິດ, ລວມທັງ ໄຂມັນ ແລະ ຄາໂບໄຮເດຣດ. ຍັງບໍ່ມີຫຼັກຖານທາງວິທະຍາສາດໃດມາຢັ້ງຢືນເທື່ອວ່າການແຍກສານອາຫານເຫຼົ່ານີ້ກ່ອນຮັບປະທານຈະຊ່ວຍໃຫ້ນ້ຳຫຼັກຫຼຸດ.
ແຕ່ຄົນທີ່ເລືອກທີ່ຈະຫຼຸດນ້ຳໜັກມັກທີ່ຈະເລືອກກິນອາຫານແບບລະອຽດຖີ່ຖ້ວນ ເຊິ່ງມັນຊ່ວຍໃຫ້ພວກເຂົານ້ຳໜັກຫຼຸດລົງ.
-
ເຂົ້າໜົມປັງສີນ້ຳຕານ ດີຕໍ່ສຸຂະພາບຫຼາຍກວ່າສີຂາວ?
ຄວາມຈິງທັງສອງແບບແມ່ນບໍ່ເຖິງຂັ້ນບໍ່ດີຕໍ່ສຸຂະພາບເພາະພວກມັນຕ່າງກໍ່ມີສານອາຫານທີ່ພະລັງງານເກືອບເທົ່າໆກັນ, ຕ່າງແຕ່ວ່າ ເຂົ້າໜົມປັງສີນ້ຳຕານຈະມີເສັ້ນໄຍໜ້ອຍກວ່າ, ສິ່ງດຽວທີ່ອາດສົ່ງຜົນດີກັບສຸຂະພາບຄື ຄາຣາເມລ ໃນແປ້ງໂດ ນັ້ນເອງ.
ຖ້າຈະເລືອກເຂົ້າໜົມປັງເພື່ອສຸຂະພາບແທ້ໆຄວນເປັນເຂົ້າໜົມປັງທັນຍະພືດ ຫຼື ເຂົ້າໜົມປັງກອບ
-
ນ້ຳໝາກໄມ້ ກັບ ໝາກໄມ້ສົດ ແມ່ນມີປະໂຫຍດເທົ່າໆກັນ?
ນ້ຳໝາກໄມ້ຈະບໍ່ມີໄຟເບີ, ປະລິມານຂອງ ວິຕາມິນ ແລະ ເກືອແຮ່ຈານ ກໍ່ຫຼຸດລົງເມື່ອທຽບກັບໝາກໄມ້ສົດ. ມັນຈະດີກວ່າຖ້າເຈົ້າຈະຮັບປະທານໝາກໄມ້ສົດເທົ່າທີ່ເຈົ້າຈະສະດວກຫຼາຍກວ່າດື່ມນ້ຳໝາກໄມ້.
-
ຊູຊິ ແລະ ສະຫຼັດໂຣລ ເປັນອາຫານສຳລັບຫຼຸດນ້ຳໜັກ?
ຖ້າເຈົ້າພຽງແຕ່ກິນຊຸຊິ ແລະ ສະຫຼັດໂຣລ (ລວມທັງບັນກວນຕ່າງໆ) ນ້ຳໜັກຂອງເຈົ້າອາດຈະບໍ່ເພີ່ມຫຼາຍ ແຕ່ແນວໃດກໍ່ຕາມເຂົ້າຂາວທີ່ເປັນວັດຖຸດິບຂອງມັນແມ່ນບໍ່ນອນຢູ່ໃນຜະລິດຕະພັນທີ່ດີຕໍ່ສຸຂະພາບ.
ທີ່ສໍາຄັນ ຕົວການທີ່ທຳຮ້າຍສຸຂະພາບເຮົາແທ້ໆ ແມ່ນ ຊ໋ອສຖົ່ວເຫຼືອງ, ມາຢ໋ອງເນັສ, ແລະ ຜະລິດຕະພັນຊິສທີ່ມີໄຂມັນ ສາມາດເຮັດໃຫ້ນ້ຳໜັກຂອງເຈົ້າເພີ່ມຂື້ນໄດ້ໄວກວ່າປົກກະຕິ.
ທ່ານຜູ້ອ່ານມີຄວາມເຫັນແນວໃດກ່ຽວກັບເລື່ອງນີ້ສາມາດແບ່ງປັນສູ່ກັນຟັງໄດ້ເດີ້. ເລື່ອງອາຫານການກິນຄືເລື່ອງບໍ່ໄກຕົວຖ້າອັນໃດດີຕໍ່ສຸຂະພາບເຮົາກໍ່ຄວນຊອກຫາມາບຳລຸງ ຖ້າອັນໃດມັນບໍ່ດີເຮົາກໍ້ຄວນຫຼຸດຜ່ອນ ແລະ ຫຼີກເວັ້ນ. ທຸກສິ່ງມີຄວາມພໍດີຂອງມັນ ອາຫານກໍ່ເຊັ່ນດຽວກັນ ກິນຫຼາຍກໍ່ອີ່ມຢູ່ຍາກ ບໍ່ກິນ ພັດບໍ່ມີແຮງ ທັງນີ້ທັງນັ້ນຄວນກິນແບບພໍປະມານແຕ່ຄົບຖ້ວນທຸກໝວດໝູ່, ກິນໃຫ້ຖືກເວລາ ແລະ ຢ່າລືມອອກກຳລັງກາຍໄປນຳເດີ້.
ຮຽບຮຽງໂດຍ: Poui Kittang
ພາບ: Helena Lopes / Unsplash
ອ້າງອີງ: