ສະລະໂສດແລ້ວເດີ້! ເປີດພາບ Pre-Wedding ສຸດໂຣແມນຕິກຂອງ ບູ່ຣາຕິໂນ້ ແລະ ວ່າທີ່ພັນລະຍາ

ສະລະໂສດເປັນທີ່ຮຽບຮ້ອຍ ສຳລັບ “ບູ່ຣາຕິໂນ້ ວົງປະກາຍ” ທີ່ກຳລັງຈະກຽມສ້າງຄອບຄົວໃໝ່ກັບແຟນສາວງາມ ທີ່ມີຊື່ວ່າ "ນ້ອຍ" ເຊິ່ງທັງ 2 ຕ່າງກໍໄດ້ຜ່ານຜ່າອຸປະສັກ ແລະ ໄດ້ຄົບກັນມາຫຼາຍປີ ຈົນໃນທີ່ສຸດກໍຕັດສິນໃຈຕົກລົງ ປົງໃຈໃຊ້ຊີວິດຄູ່ຮ່ວມກັນ.
ມ່ວນ ເຊື່ອວ່າຫຼາຍຄົນຄົງຈະຍັງຈື່ຈຳໄດ້ດີ ສຳລັບນັກຮ້ອງສຽງມ່ວນໜ້າຕາດີຄົນນີ້ ໜຸ່ມ “ບູ່ຣາຕິໂນ້” ເພາະເພິ່ນໄດ້ຝາກຜົນງານເພງຮິດ ຕິດຫູໄວ້ໃນຕອນນັ້ນຢ່າງຫຼາຍຜົນງານ ເປັນຕົ້ນແມ່ນເພງ: “ເຊົາຫຼາຍໃຈໄດ້ບໍ່” ແລະ ເພງ “ຂາດເຈົ້າຂາດໃຈ” ເຊິ່ງໄດ້ກະແສຕອບຮັບຢ່າງດີຈາກແຟນເພງ ແລະ ເມື່ອບໍ່ດົນມານີ້ ນັກຮ້ອງໜຸ່ມກໍໄດ້ໂພສພາບ Pre-Wedding ທີ່ເຕັມໄປດ້ວຍຄວາມສຸກ ງົດງາມໃນຊຸດລາວ ຕາມປະເພນີ, ພ້ອມທັງໄດ້ປະກາດເລີກງາມ ຍາມດີ ທີ່ຈະເຂົ້າປະຕູວິວາໃນວັນທີ 11 ມັງກອນ 2021 ງານເຊົ້າສູ່ຂວັນຢູ່ຮ້ານກາເຟບູ່ຣາ, ງານລ້ຽງຕອນແລງຢູ່ພັດຕາຄານເຊນພິລາ Hall B.
ແນ່ນອນ ຫຼັງຈາກຮູບພາບຖືກໂພສໄປໃນໂລກອອນລາຍ ຫຼາຍຄົນຕ່າງກໍມາສະແດງຄວາມຍິນດີນຳທັງ 2 ທ່າມກາງຄວາມດີໃຈ ແລະ ຍິນດີຂອງເພື່ອນໃນວົງການບັນເທີງ, ຄອບຄົວ, ຍາດຕິພີ່ນ້ອງ ແລະ ແຟນຄລັບ. ພ້ອມມນີ້ທີມງານມ່ວນກໍຂໍສະແດງຄວາມຍິນດີນຳ ຄູ່ບ່າວ-ສາວປ້າຍແດງ ທີ່ກຽມຈະລະຄັງວິວາໃນໄວໆນີ້ເດີ້ ຂໍໃຫ້ຮັກກັນຈົນເຖົ້າຈົນແກ່ ແລະ ມີຄວາມສຸກຫຼາຍໆ.
ສຳລັບ ໜຸ່ມບູ່ຣາຕິໂນ້ ປັດຈຸບັນ ໄດ້ເປັນເຈົ້າຮ້ານກາເຟແຫ່ງໜຶ່ງທີ່ມີຊື່ວ່າ Cafe Buratino, ທັງຍັງເປັນຜູ້ຮ່ວມກໍ່ຕັ້ງ LM Education, ເຈົ້າຂອງ ແລະ ກໍ່ຕັ້ງ Climax Radio FM 95 MHz, Climax Multimedia Sole Co., Ltd ແລະ BN Entertainment ອີກດ້ວຍ.
ມື້ນີ້ພວກເຮົາກໍໄດ້ລວບລວມພາບຖ່າຍພຣີເວດດິ້ງຂອງທັງ 2 ມາຝາກ ສ່ວນພາບຈະອອກມາງົດງາມພຽງໃດ ເຂົ້າເບິ່ງໄດ້ທີ່ອາລະບໍ້າຮູບລຸ່ມນີ້
ຂໍຂອບໃຈ