ເຈົ້າໜີ້ຕ້ອງອ່ານ ທວງໜີ້ແບບນີ້ຄວນຫຼີກເວັ້ນ ເພາະອາດກາຍເປັນກະທຳຜິດເອງ

ຕາມຄວາມເຂົ້າໃຈກັນໂດຍທົ່ວໄປ ເມື່ອເຖິງກໍານົດເວລາຊໍາລະໜີ້ ລູກໜີ້ປະຕິບັດໄດ້ຕາມກໍານົດເວລາ ຍ່ອມຈະບໍ່ກໍ່ໃຫ້ເກີດບັນຫາຫຍັງ. ແຕ່ມີຫຼາຍກໍລະນີທີ່ເມື່ອເຖິງກໍານົດເວລາຊໍາລະໜີ້ແລ້ວ ລູກໜີ້ບໍ່ປະຕິບັດການຊໍາລະໜີ້ຂອງຕົນ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ເຈົ້າໜີ້ ທີ່ບໍ່ໄດ້ຮັບການຊໍາລະໜີ້ ຈຶ່ງເຮັດໃຫ້ເຈົ້າໜີ້ຕ້ອງອອກມາທວງໃຫ້ລູກໜີ້ປະຕິບັດສັນຍາ ຫຼື ຊໍາລະໜີ້. ໂດຍປົກກະຕິແລ້ວ ຖ້າເຈົ້າໜີ້ຫາກໄດ້ຕິດຕາມທວງໜີ້ ຢ່າງຖືກຕ້ອງຕາມກົດໝາຍ ກໍຈະບໍ່ກໍ່ໃຫ້ເກີດບັນຫາຫຍັງ.
ແຕ່ໃນບາງກໍລະນີ ເຈົ້າໜີ້ໃຊ້ວິທີການຕິດຕາມທວງໜີ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ລູກໜີ້ ຈຶ່ງກໍ່ໃຫ້ເກີດບັນຫາຂຶ້ນມາ ແລະ ຖ້າຫາກວິທີການທວງໜີ້ຂອງເຈົ້າໜີ້ດໍາເນີນໄປຄົບອົງປະກອບຂອງການກະທໍາຜິດທາງອາຍາ ເຈົ້າໜີ້ອາດຈະຕ້ອງມີຄວາມຮັບຜິດຊອບທາງອາຍາ ເປັນຕົ້ນ:
- ການກະທໍາຜິດໃນສະຖານການຈັບຕົວ, ການກັກຕົວ ຫຼື ການກັກຂັງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຕາມປະມວນກົດໝາຍອາຍາ ມາດຕາ 217 ເຊັ່ນ ການຈັບເອົາຕົວລູກໜີ້ ໄປກັກຂັງໄວ້ ເພື່ອບັງຄັບໃຫ້ລູກໜີ້ຊໍາລະໜີ້ ຊຶ່ງເຮັດໃຫ້ລູກໜີ້ປາສະຈາກເສລີພາບທາງດ້ານຮ່າງກາຍ ເຈົ້າໜີ້ກໍຈະມີຄວາມຜິດໃນສະຖານການຈັບຕົວ, ການກັກຕົວ ຫຼື ການກັກຂັງລູກໜີ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ.
- ການກະທໍາຜິດໃນສະຖານການບັງຄັບ ໂດຍສະເພາະປະມວນກົດໝາຍອາຍາ ມາດຕາ 218. ຖ້າຫາກເຈົ້າໜີ້ບັງຄັບລູກໜີ້ ດ້ວຍການໃຊ້ກໍາລັງ ຫຼື ອາວຸດ ຫຼື ການນາບຂູ່ ເພື່ອໃຫ້ລູກໜີ້ຍິນຍອມບອກວ່າ ມີຊັບຢູ່ບ່ອນໃດ ແລະ ຕັ້ງຢູ່ໃສ ໂດຍເຮັດໃຫ້ລູກໜີ້ຢ້ານກົວວ່າຈະເກີດອັນຕະລາຍຕໍ່ຊີວິດ, ສຸຂະພາບ, ເສລີພາບ, ຊື່ສຽງ ຫຼື ຊັບຂອງລູກໜີ້ ຊຶ່ງການກະທໍາດັ່ງກ່າວເປັນການທວງໜີ້ ທີ່ເປັນການຂືນໃຈ ແລະ ຂັດກັບຈຸດປະສົງຂອງລູກໜີ້ ລວມທັງສ້າງຄວາມເສຍຫາຍໃຫ້ແກ່ລູກໜີ້ ເຈົ້າໜີ້ກໍຈະກະທໍາຜິດໃນສະຖານການບັງຄັບ.
ພາບ: Gwendal Cottin / Unsplash - ການກະທໍາຜິດໃນສະຖານການລັກຊັບ ຕາມປະມວນກົດໝາຍອາຍາ ມາດຕາ 231. ຕົວຢ່າງ: ເຈົ້າໜີ້ໄປຕິດຕາມທວງໜີ້ແລ້ວ ແຕ່ບໍ່ໄດ້ຮັບການຊໍາລະໜີ້ ເຈົ້າໜີ້ຈຶ່ງໄດ້ເອົາຊັບຂອງລູກໜີ້ໄປແທນ ຊຶ່ງຖ້າຫາກພິສູດໄດ້ວ່າ ການເອົາຊັບຂອງລູກໜີ້ໄປ ໂດຍບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ ເຈົ້າໜີ້ມາທວງເອົາເງິນ ແຕ່ບໍ່ພົບລູກໜີ້, ເຈົ້າໜີ້ຈຶ່ງເອົາຕູ້ເຢັນໄປ ໂດຍລັບຫຼັງລູກໜີ້ ເຈົ້າໜີ້ອາດຈະມີຄວາມຮັບຜິດຊອບທາງອາຍາ ໃນສະຖານການລັກຊັບ.
- ການກະທໍາຜິດໃນສະຖານການທໍາລາຍ ຫຼື ການເຮັດໃຫ້ຊັບເປ່ເພໂດຍເຈດຕະນາ ຕາມປະມວນກົດໝາຍອາຍາ ມາດຕາ 236. ກໍລະນີສັນຍາເຊົ່າເຮືອນ ເມື່ອຜູ້ເຊົ່າບໍ່ຊໍາລະຄ່າເຊົ່າ, ຜູ້ໃຫ້ເຊົ່າດໍາເນີນການຂົນຊັບຂອງຜູ້ເຊົ່າອອກຈາກເຮືອນ ເຮັດໃຫ້ຊັບຂອງຜູ້ເຊົ່າເສຍຫາຍ, ຜູ້ໃຫ້ເຊົ່າມີຄວາມຮັບຜິດຊອບທາງອາຍາ ໃນສະຖານການທໍາລາຍ ຫຼື ການເຮັດໃຫ້ຊັບຂອງຜູ້ເຊົ່າເສຍຫາຍໂດຍເຈດຕະນາ.
- ການກະທໍາຜິດໃນສະຖານການລ່ວງລະເມີດເຄຫະສະຖານ ຕາມປະມວນກົດໝາຍອາຍາ ມາດຕາ 222. ກໍລະນີສັນຍາຢືມຈົກໄປໃຊ້ ເມື່ອຮອດເວລາສົ່ງຄືນ ຜູ້ຢືມບໍ່ຍອມສົ່ງຄືນຈົກໃຫ້ແກ່ຜູ້ໃຫ້ຢືມ ເຮັດໃຫ້ຜູ້ໃຫ້ຢືມຕິດຕາມທວງເອົາຈົກຄືນ ຊຶ່ງຖ້າຫາກປາກົດວ່າຜູ້ໃຫ້ຢືມໄດ້ໃຊ້ຄວາມຮຸນແຮງ ຫຼື ນາບຂູ່ ແລ້ວລ່ວງເຂົ້າໄປໃນບໍລິເວນເຮືອນຂອງຜູ້ຢືມ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກຕ້ອງຕາມກົດໝາຍ ຜູ້ໃຫ້ຢືມອາດຈະມີຄວາມຜິດຊອບທາງອາຍາ ໃນສະຖານການລ່ວງລະເມີດເຄຫະສະຖານ ຫຼື ກໍລະນີສັນຍາເຊົ່າຫ້ອງແຖວ ຜູ້ເຊົ່າຄ້າງຄ່າເຊົ່າ ຫຼື ບໍ່ຊໍາລະຄ່າເຊົ່າ ຜູ້ໃຫ້ເຊົ່າຈຶ່ງປິດປະຕູ ແລະ ປ່ອງຢ້ຽມ ເພື່ອເຮັດໃຫ້ຜູ້ເຊົ່າບໍ່ສາມາດເຂົ້າໄປໃນຫ້ອງແຖວໄດ້, ຜູ້ໃຫ້ເຊົ່າອາດຈະມີຄວາມຜິດຊອບທາງອາຍາ ໃນສະຖານການລ່ວງລະເມີດເຄຫະສະຖານ. ເຖິງວ່າຫ້ອງແຖວຈະເປັນອະສັງຫາລິມະຊັບຂອງຜູ້ໃຫ້ເຊົ່າກໍຕາມ ແຕ່ເມື່ອຜູ້ເຊົ່າຍັງຄອບຄອງຫ້ອງແຖວນັ້ນ ແລະ ຍັງໄດ້ມີການໂຕ້ແຍ່ງສິດຕາມສັນຍາເຊົ່າຫ້ອງແຖວຢູ່ ຖ້າຜູ້ໃຫ້ເຊົ່າເຂົ້າໄປກະທໍາການໃດໆ ຊຶ່ງເປັນການແຕະຕ້ອງການຄອບຄອງຂອງຜູ້ເຊົ່າ, ຜູ້ໃຫ້ເຊົ່າອາດຈະມີຄວາມຜິດໄດ້ ເວັ້ນເສຍແຕ່ວ່າສັນຍາໄດ້ກໍານົດໃຫ້ຜູ້ໃຫ້ເຊົ່າມີສິດປິດປະຕູ ແລະ ປ່ອງຢ້ຽມ ໃນກໍລະນີທີ່ຜູ້ເຊົ່າບໍ່ຊໍາລະຄ່າເຊົ່າຕາມກໍານົດເວລາທີ່ໄດ້ບົ່ງໄວ້ໃນສັນຍາ.
ໃນທ້າຍທີ່ສຸດແລ້ວ ການຕິດຕາມທວງໜີ້ທີ່ດີທີສຸດ ແມ່ນ ການເຈລະຈາ ຫຼື ເວົ້າແບບພາສາພື້ນບ້ານລາວເຮົາ ແມ່ນ ການເວົ້າກັນ, ໂອ້ລົມກັນ ປາສະຈາກຄວາມຮຸນແຮງ ເພາະຄົນລາວເປັນຄົນມີຈິດໃຈອ່ອນໂຍນ, ໂອບເອື້ອອາລີ ແລະ ການຫຼີກເວັ້ນການກະທໍາໃດໆ ກໍຕາມ ທີ່ເປັນການໃຊ້ຄວາມຮຸນແຮງ ຫຼື ທີ່ເປັນການກະທໍາທີ່ລະເມີດກົດໝາຍ ກໍໜ້າຈະເປັນສິ່ງທີ່ດີທີ່ສຸດ.
ໂດຍ: ວິລະວົງ ຍຸບົນພາກ
ພາບໜ້າປົກ: Michael Dziedzic / Unsplash
ອ້າງອີງ:
- ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017;
- ປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018.