ເຈົ້າຕ້ອງການເງິນເດືອນເທົ່າໃດ? ຄໍາຖາມງ່າຍໆທີ່ຕອບບໍ່ງ່າຍ ເຄັດລັບກ່ອນຕອບຄຳຖາມສຳພາດວຽກ!

ເຈົ້າຕ້ອງການເງິນເດືອນເທົ່າໃດ? ຄຳຖາມງ່າຍໆທີ່ເຮັດໃຫ້ເຈົ້າໄປບໍ່ເປັນ, ຖ້າຈະຕອບຕ້ອງການໜ້ອຍກໍ່ພັດຢ້ານບໍ່ພໍກິນ ພັດຊິຕອບຫຼາຍກໍ່ຢ້ານເຂົາບໍ່ຮັບ ຄຳຕອບສ່ວນໃຫຍ່ມັກເປັນການຕອບກາງໆໄປວ່າ ແລ້ວແຕ່ທາງບໍລິສັດຈະເຫັນຄວນ, ເຊິ່ງມັນເປັນຄຳຕອບທີ່ຟັງເບິ່ງດີ ແຕ່ມັນຈະບໍ່ດີສຳລັບທ່ານແນ່ນອນ.
ດັ່ງນັ້ນກ່ອນທີ່ຈະຕອບຄຳຖາມນີ້ ຜູ້ຂຽນຢາກໃຫ້ທ່ານຜູ້ອ່ານທຸກຄົນໄດ້ສຳຫຼວດເບິ່ງ 7 ຂໍ້ລຸ່ມນີ້ກ່ອນ ແລ້ວທ່ານຈະເຂົ້າໃຈວ່າທ່ານຕ້ອງການເງິນເດືອນເທົ່າໃດກັນແທ້.
1. ໃຊ້ເວລານີ້ຄິດຫາຄຳຕອບໄວ້ລ່ວງໜ້າໂລດ ເຈົ້າຈະຕ້ອງໄດ້ຕອບຄຳຖາມແບບນີ້ບໍ່ໄວກໍ່ຊ້າ
ກະກຽມຄວາມພ້ອມດ້ວຍການຊັ່ງຊາ, ຊອກຫາຂໍ້ມູນລ່ວງໜ້າຄ່າສະເລ່ຍເງິນເດືອນໃນຕໍາແໜ່ງທີ່ທ່ານຕ້ອງການສະໝັກວ່າ ມັນຢູ່ປະມານເທົ່າໃດ ແລະ ທີ່ຜ່ານມາຖ້າທ່ານມີປະສົບການເຮັດວຽກຕໍາແໜ່ງນັ້ນມາແລ້ວເງິນເດືອນຫຼ້າສຸດຂອງທ່ານແມ່ນເທົ່າໃດ ແລ້ວທ່ານໄດ້ເຮັດວຽກຫຍັງສຳເລັດແດ່ ພ້ອມທັງກຽມອະທິບາຍ ແລະ ບອກຂະບວນການເຮັດວຽກທີ່ທ່ານເຄີຍເຮັດຜ່ານມາ, ກັບຜົນປະໂຫຍດທີ່ທ່ານເຄີຍສ້າງໃຫ້ກັບບໍລິສັດເກົ່າ (ຖ້າມີ) (ເພື່ອກໍລະນີຜູ້ສຳພາດສອບຖາມມາ ເພາະພວກເຂົາກຳລັງຈະຊັ່ງຊາວ່າ ທ່ານມີຄຸນສົມບັດເໝາະສົມກັບເງິນເດືອນທີ່ທ່ານຈະຮ້ອງຂໍບໍ່?)
2. ກຳນົດຂອບເຂດເງິນເດືອນຂອງຕົວເອງໃຫ້ຊັດເຈນກ່ອນ
ໃນການຮ້ອງຂໍເງິນເດືອນບໍ່ຄວນບອກຈຳນວນແບບຕາຍຕົວຈົນເກີນໄປ ແລະ ບໍ່ຄວນບອກໃຫ້ແລ້ວແຕ່ບໍລິສັດຊິໃຫ້. ທາງທີ່ດີຫຼັງຈາກໄດ້ຄົ້ນຫາຂໍ້ມູນມາແລ້ວວ່າຕຳແໜ່ງທີ່ຈະສະໝັກເງິນເດືອນເລີ່ມຕົ້ນເທົ່າໃດທ່ານຄວນຮ້ອງຂໍໂດຍການບໍ່ລະບຸຈຳນວນດຽວ ແຕ່ໃຫ້ເປັນລະຫວ່າງຕ່ຳສຸດຫາສູງສຸດ.
ຕົວຢ່າງ:
ດ້ວຍຄວາມສາມາດ ແລະ ປະສົບການທີ່ຜ່ານມາ ຂ້ອຍຄາດຫວັງຈະໄດ້ເງິນເດືອນລະຫວ່າງ $600-$1,000
ໝາຍເຫດ: ຫາກທ່ານຕ້ອງການເງິນເດືອນເລີ່ມຕົ້ນ $400 ຈົ່ງລະບຸໃສ່ວ່າ $500-$1,000 ຈຳນວນເລີ່ມຕົ້ນບໍ່ຄວນເປັນຈຳນວນຕໍາສຸດທີ່ເຈົ້າຄາດຫວັງ.
3. ເງິນເດືອນບໍ່ແມ່ນຜົນຕອບແທນແບບດຽວທີ່ເຮົາຈະໄດ້
ຫາກເຈົ້າສົນໃຈແຕ່ເງິນເດືອນຢ່າງດຽວ ຂໍໃຫ້ປ່ຽນຄວາມຄິດສາ ເພາະໃນການເຮັດວຽກຕົວຈິງມັນມີຜົນປະໂຫຍດທາງອ້ອມອື່ນນອກຈາກເງິນເດືອນໂດຍກົງ ຫາກບໍລິສັດບໍ່ສາມາດຈ່າຍໃຫ້ເຈົ້າດ້ວຍຈຳນວນສູງສຸດ ແຕ່ສະເໜີຜົນຕອບແທນອື່ນໆໃຫ້ເພີ່ມ ເຊັ່ນ: ປະກັນໄພ, ສະຫວັດດີການຕ່າງໆ ແລະ ໂບນັສປະຈຳປີ ເປັນຕົ້ນ. ທ່ານຄວນພິຈາລະນາໃຫ້ຮອບຄອບ. ໃນຫຼາຍໆບ່ອນອາດບໍ່ສາມາດຕອບສະໜອງຄວາມຕ້ອງການເງິນເດືອນຕາມທີ່ເຈົ້າສະເໜີແຕ່ພວກເຂົາພ້ອມທີ່ຈະໃຫ້ສະຫວັດດີການຕ່າງໆ ທ່ານຄວນນຳເອົາມາພິຈາລະນານຳກໍ່ບໍ່ເສຍຫາຍ ເພາະເມື່ອຫັກລົບແລ້ວມັນກໍ່ບໍ່ຕ່າງກັນຫຼາຍ.
ຕົວຢ່າງ: ຂ້ອຍກຳລັງຊອກຫາຕຳແໜ່ງວຽກທີ່ຈ່າຍໃຫ້ຂ້ອຍລະຫວ່າງ $500 - $1,000 ແຕ່ບໍ່ແມ່ນທັງໝົດ. ຂ້ອຍພ້ອມທີ່ຈະເຮັດວຽກທີ່ຈ່າຍເງິນເດືອນຕ່ຳກວ່ານີ້ຖ້າພວກເຂົາມີສະຫວັດດີການທີ່ດີ ແລະ ຄອບຄຸມ ຂ້ອຍກໍ່ພ້ອມທີ່ຈະພິຈາລະນາ.
4. ຖ້າຍັງບໍ່ແນ່ໃຈ ຢ່າຟ້າວຕອບ
ຫາກທ່ານຍັງກຳລັງພິຈາລະນາແຕ່ຍັງບໍ່ແນ່ໃຈ ໃຫ້ທ່ານຖາມຄຳຖາມກັບໄປເພື່ອໃຫ້ທ່ານໄດ້ມີເວລາຄິດ ແລະ ໃຫ້ພວກເຂົາໄດ້ສະເໜີຂໍ້ສະເໜີຂອງພວກເຂົາເພີ່ມເຕີ່ມ.
ຕົວຢ່າງ: ກ່ອນທີ່ຂ້ອຍຈະຕອບ ຂ້ອຍຢາກທີ່ຈະຮັບຊາບກ່ອນວ່າ ດ້ວຍຕຳແໜ່ງນີ້ ໃນບໍລິສັດຂອງພວກທ່ານ ໜ້າວຽກຫຼັກໆ ແລະ ຍ່ອຍລົງໄປ(ເຊິ່ງແຕ່ລະບໍລິສັດມີຈຸດພິເສດແລະໜ້າວຽກສະເພາະ, ການເຮັດວຽກບໍ່ຄືກັນເຖິງຈະເປັນຕຳແໜ່ງດຽວກັນກໍ່ຕາມ) ຂ້ອຍຕ້ອງໄດ້ເຮັດຫຍັງເພີ່ມເຕີ່ມແດ່ ດ້ວຍຄຳຕອບນີ້ຂ້ອຍສາມາດໃຫ້ຄຳຕອບເງິນເດືອນໄດ້ເໝາະສົມຍິ່ງຂຶ້ນ.
ເຄັດບໍ່ລັບປິດທ້າຍ
-
ຂໍໃຫ້ທ່ານຈົ່ງຕັ້ງເງິນເດືອນໃຫ້ສູງ ແລະ ໃຫ້ເໝາະສົມ ແຕ່ບໍ່ຄວນຕັ້ງເລີ່ມຕົ້ນດ້ວຍຂັ້ນຕ່ຳທີ່ທ່ານພໍໃຈ ແຕ່ຄວນຕ້້ງສູງກວ່ານັ້ນຈັກໜ້ອຍ ເຊັ່ນວ່າ 300 ແຕ່ຕັ້ງວ່າ 400 ເປັນຕົ້ນ.
-
ຈົ່ງໝັ້ນໃຈໃນການຂໍເງິນເດືອນ ໃຫ້ຈື່ໄວ້ວ່າ ເງິນເດືອນແມ່ນເງິນຂອງເຈົ້າທີ່ຕ້ອງທຸ້ມເທແຮງກາຍແຮງໃຈເພື່ອເຮັດວຽກໃຫ້ສຳເລັດແລ້ວຈຶ່ງໄດ້ມັນມາ. ດັ່ງນັ້ນ, ຈົ່ງກ້າ ແລະ ເວົ້າດ້ວຍຄວາມໝັ້ນໃຈ ເຈລະຈາ ດ້ວຍຄວາມໜັກແໜ້ນ ເພາະເຈົ້າມີສິດທີ່ຈະໄດ້ຄ່າຕອບແທນນັ້ນໆ.
-
ສິ່ງໜຶ່ງທີ່ຂາດບໍ່ໄດ້ທີ່ຕ້ອງເວົ້າພ້ອມໆກັບການເຈລະຈາຂໍເງິນເດືອນຄື ອະທິບາຍເຫດຜົນໃຫ້ບໍລິສັດເຫັນວ່າເຈົ້າຄວນທີ່ຈະໄດ້ຮັບຕາມຈຳນວນທີ່ເຈົ້າຮ້ອງຂໍ. ລະດັບການສຶກສາ, ປະສົບການເຮັດວຽກ, ຄວາມສາມາດໃນການເຮັດວຽກ, ສ້າງຜົນປະໂຫຍດໃຫ້ກັບບໍລິສັດ ເປັນຕົ້ນ.
ຕົວຢ່າງ: “ໂດຍສະເລ່ຍແລ້ວຕຳແໜ່ງນີ້, ດ້ວຍລະດັບປະສົບການການເຮັດວຽກແບບນີ້ ເງິນເດືອນຈະຢູ່ລະຫວ່າງ $1,800 – $2,500, ດັ່ງນັ້ນ, ຂ້ອຍຄິດວ່າເງິນເດືອນທີ່ຂ້ອຍຕ້ອງການຈະຢູ່ລະຫວ່າງນີ້ ສຳລັບຕຳແໜ່ງທີ່ຂ້ອຍສະໝັກ”.
ບົດຄວາມໂດຍ: Poui Kittang
ພາບ: Pixabay
ອ້າງອີງ: