ໄວ້ອາໄລ ນາງຟ້າ ວົງການນັກເຕັ້ນລາວ ເຫຼືອໄວ້ຄຸນງາມຄວາມດີ ທີ່ຈະຢູ່ໃນໃຈຕະຫຼອດໄປ

ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ສິດທິລາດ ແລະ ຄອບຄົວ ຈັນທະວົງ ທີ່ເສຍບຸກຄົນສຳຄັນໃນຄອບຄົວໄປ ຜູ້ທັງເປັນລູກ, ເປັນຫຼານ ກໍຄືນາງ ເພັດດາລາ ສິດທິລາດ ຫຼື ຕານ້ອຍ ອະດີດ ນັກເຕັ້ນວົງ INEZ'ONE ທີ່ໄດ້ເສຍຊີວິດໃນເວລາ 3 ໂມງເຊົ້າ ຊາປານະກິດສົບແມ່ນ ວັນພະຫັດ ທີ 31 ທັນວາ 2020, ສາເຫດການເສຍຊີວິດຍ້ອນອຸບັດເຫດທາງລົດ ລວມອາຍຸ 20 ປີ. ສົບເພິ່ນໄດ້ບຳເພັນບຸນກຸສົນ ທີ່ ວັດໂນນຄໍ້ ໃນວັນພະຫັດ ທີ 31 ທັນວາ 2020 ທີ່ຜ່ານມາ.
ໃນຄັ້ງທີ່ມີຊີວິດ ຕານ້ອຍ ເປັນຜູ້ໜຶ່ງທີ່ມີຄວາມສາມາດ ໃນການເຕັ້ນ ແລະ ສ້າງຄວາມດີມາໂດຍຕະຫຼອດ ທັງເປັນທີ່ຮັກຫອມຂອງໝູ່ເພື່ອນທຸກຄົນ ເຮັດໃຫ້ເຫດການຕາຍຄັ້ງນີ້ຂອງຕານ້ອຍ ໄດ້ສ້າງຄວາມເສຍໃຈ ແລະ ຕົກໃຈຢ່າງຫຼວງຫຼາຍຕໍ່ກັບເຫຼົ່າແຟນຄລັບ, ຄອບຄົວ ແລະ ເພື່ອນໃນວົງການເຕັ້ນ ແລະ ຫຼາຍຄົນຕ່າງກໍສະແດງຄວາມເສຍໃຈນຳຄອບຄົວຂອງຕານ້ອຍເຊັ່ນກັນ.
ເຖິງວ່າ ຕານ້ອຍ ຈະຈາກໄປແລ້ວ ແຕ່ຜົນງານ ແລະ ຄວາມດີ ຍັງຈະເປັນທີ່ຈົດຈຳຕະຫຼອດໄປ.
ຂໍຂອບໃຈ
ພາບ : Tui Crystal Sitthirath , K Pop Planet