ທ່ຽວໃສດີ? ສ່ອງ ພຸດທະສອນ ແລະ ນົກ The WOW ລາວທ່ຽວລາວ ໃນດິນແດນຊຽງຂວາງບ້ານເຮົາ!

ຢາກໄປຫຼິ້ນຊຽງຂວາງ ແຕ່ຕ້ອງໄປບ່ອນໃດ ທີ່ເດັດໆ ຫຼື ລືຊື່ຂອງຊຽງຂວາງດີນໍ້? ຖ້າເຈົ້າເອງກຳລັງຢາກໄປຊຽງຂວາງ ທຣິບນີ້ ຮູ້ເລື່ອງເດີ້! ແນະນຳ 8 ຈຸດເຊັກອິນ ທີ່ບໍ່ຄວນພາດ ມີແຫຼ່ງທ່ອງທ່ຽວໃໝ່ໆທີ່ຫຼາຍຄົນຍັງອາດບໍ່ໄດ້ໄປ ລອງຄິດເບິ່ງ ມັນຈະດີເທົ່າໃດ ຖ້າມີອາຫານພື້ນເມືອງແຊບໆ, ບັນຍາກາດດີ ວິວງາມໃຫ້ໄດ້ຖ່າຍຮູບ. ພ້ອມມີ 2 ສາວ ດາລາ ສິນລະປິນ ຢ່າງ "ນ້ອງ ພຸດທະສອນ" ແລະ ສາວ "ນົກ The WOW Laos" ຈະພາທຸກຄົນໄປທ່ຽວ ແລະ ໄດ້ເຫັນນຳກັນໃນຄລິບວິດີໂອລຸ່ມນີ້
ເຊື່ອວ່າເຫັນຮູບ ແລະ ວິດີໂອ ແລ້ວສາຍທ່ຽວຄົງບໍ່ຢາກພາດແນ່ນອນ! ພາກັນ ບິນທ້າລົມໜາວ ພາທ່ຽວຊົມຊຽງຂວາງແບບ ເຮຮາ ມ່ວນຊື່ນ ສະບັບລາວທ່ຽວລາວ, ທ່ຽວຊົມທຳມະຊາດ ອາກາດດີແຮງ ຄັ້ງໜຶ່ງໃນຊີວິດ ສ້າງຄວາມຊົງຈຳດີນຳກັນເດີ້.
ເຫັນຣີວິວແບບນີ້ ຢາກແບກກະເປົາໄປທ່ຽວແລ້ວ! ແລ້ວເພື່ອນໆເດ? ມີສະຖານທີ່ໄວ້ພັກຜ່ອນກັບຄອບຄົວ ຄົນຮັກ ແລ້ວບໍ່ ໃນໄລຍະປີໃໝ່ນີ້, ຖ້າຍັງ ຫຼື ຕັດສິນໃຈບໍ່ໄດ້ ໃຫ້ຊຽງຂວາງ ເປັນອີກໜຶ່ງແຂວງ ທີ່ທ່ານໄດ້ໃຊ້ເວລາດີໆໄປທ່ຽວຊົມ ເຫມາະສຳລັບການພັກຜ່ອນໄລຍະນີ້ແນ່ນອນ.
ເອົາລະໄປສ່ອງພາບບັນຍາກາດ ແລະ ການຣີວິວ ທ້າລົມໜາວທີ່ຊຽງຂວາງ ຂອງ 2 ສາວ ໃນອາລະບໍ້າຮູບລຸ່ມນີ້ກັນເລີຍ