ພັກຜ່ອນຕາກອາກາດ ທ່າມກາງທຳມະຊາດສີຂຽວກວ້າງໃຫຍ່ ແລະ ສວນກາເຟ ທີ່ Mystic Mountain Coffee

''ດາວເອີ້ນດາວກະໄດ້'' ປະໂຫຍກສຸດຮິດທີ່ເມື່ອໃດກໍ່ຕາມທີ່ໄດ້ຍິນຄໍານີ້ເຮົາກໍ່ຈະຄິດຫາ ກາເຟແຊບ ພູພຽງບໍລະເວນໂລດ!
Mystic Mountain Coffee ເປັນສວນກາເຟ ທີ່ເປັນລັກສະນະຄ້າຍຄືກັນກັບ ແຄັ້ມ camp/homestay ເໝາະທີ່ສຸດສຳລັບການພັກຜ່ອນຕາກອາກາດ ເພາະອ້ອມຮອບໄປດ້ວຍທໍາມະຊາດທີ່ສວຍສົດງົດງາມ ສີຂຽວກວ້າງໃຫຍ່ສຸດສາຍຕາ ມາພ້ອມກັບການທ່ຽວຊົມສວນກາເຟນຳອີກ.
ສະຖານທີ່ແຫ່ງນີ້ ຢູ່ຫ່າງຈາກຕົວເມືອງປາກເຊ ແຂວງຈຳປາສັກ ອອກໄປທາງພູພຽງບໍລະເວນ, ລ້ຽວຊ້າຍເຂົ້າເສັ້ນທາງຕະຫຼາດປາກຊ່ອງ ເມືອງເລົ່າງາມ. ຫົນທາງເຂົ້າໄປ ອາດຈະບໍ່ໄດ້ລຽບ ແຕ່ກໍ່ບໍ່ເຖິງຂັ້ນກັນດານ ເພາະຕ້ອງຜ່ານບ້ານປະຊາຊົນເຂົ້າໄປ ແລະ ໃຊ້ເວລາ ປະມານ 50 ນາທີ ສຳລັບການເດີນທາງດ້ວຍລົດ ຈິບ ຫຼື ລົດກັນຕຽນ, ເປັນບັນຍາກາດໃຫມ່ຂອງການເດີນທາງ ແບບໄດ້ຟິວຂອງການປະຈົນໄພທັນທີເລີຍ ບໍ່ວ່າຈະໄປເປັນກຸ່ມ, ໄປເປັນຄູ່ ຫຼື ໄປຄົນດຽວ (ສາຍໂສດວ່າຊັ້ນ) ກໍ່ສາມາດໄປສຳຜັດກັບບັນຍາກາດລຸຍໆ ແລະ ຊິວໆ ໃນເວລາດຽວກັນທີ່ຫາບໍ່ໄດ້ໃນຕົວເມືອງ!
- ແຜນທີ່ໄປ Mystic Mountain Coffee https://goo.gl/maps/bKdEP8VTfUdWX3D39
ໄປຂີ່ລົດຈິບລຸຍນ້ຳ, ຕອນຄ່ຳນັ່ງອ້ອມກອງໄຟທ່າມກາງອາກາດໜາວໆ, ຕື່ນມາຄ່ອຍໆດື່ມກາເຟຮ້ອນໆພ້ອມເບິ່ງຕາເວັນຂຶ້ນໃນຕອນເຊົ້າ.
ແລະ ແນ່ນອນ ມີໂອກາດໄດ້ມາທີ່ພູກາເຟທັງທີ່ ເອື້ອຍ ຕັອດ ລີນ້າ ຂອງເຮົາກໍ່ບໍ່ພາດທີ່ຈະທ່ຽວຊົມກາເຟສົດໆຈາກສວນ ແລະ ຮັບຊົມການຂົ້ວກາເຟແບບໃຫມ່ໆເລີຍເພື່ອທີ່ເຮົາຈະໄດ້ນຳໄປຊົງແບບ Hot Drip ນັ້ນເອງ.
ນອກຈາກນີ້, ເພິ່ນກໍ່ຍັງມີການຊົງໃຫ້ຊິມກ່ອນ ແລ້ວເຮົາກໍ່ຍັງສາມາດຂໍລອງ ຊົງເອງເບິ່ງໄດ້ນຳເດີ້ ຄໍາດຽວສັ້ນໆ ແຊບບບບ!!!ສຳລັບໃຜທີ່ສົນໃຈ ສາມາດເຂົ້າໄປເບີ່ງໂປຣໂມຊັນ ລວມທີ່ພັກ ແລະ ປີ້ຍົນໄດ້ທີ່:
ສະໜັບສະໜຸນການເດີນທາງໂດຍ: ການບິນລາວ
ຂໍ້ມູນ ແລະ ຮູບພາບຈາກ: TOT LINA
ຂໍຂອບໃຈ
ຂໍ້ມູນ : FB: ລາວທ່ຽວລາວ Lao Thiao Lao