ສຳນັກຂ່າວສານປະເທດລາວ ໄດ້ຮັບເລືອກເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ໜ່ວຍພັກສຳນັກຂ່າວສານປະເທດລາວໄດ້ຮັບເລືອກເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2016. ພາຍຫລັງໄດ້ເປີດກອງປະຊຸມກວດກາໜ່ວຍພັກ ແລະ ສະມາຊິກພັກຂອງສຳນັກຂ່າວສານປະເທດລາວ ໃນວັນທີ 29 ກັນຍານີ້. ໂດຍການເປັນປະທານຂອງສະຫາຍ ສູນທອນ ຄັນທະວົງ ຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ເລຂາຄະນະພັກ ສໍານັກຂ່າວສານປະເທດລາວ, ມີສະຫາຍ ກຽງແກ້ວ ສີລາພົມ ຮອງຫົວໜ້າກົມກວດກາ ກະຊວງ ຖວທ, ຕາງໜ້າກົມຈັດຕັ້ງກໍ່ສ້າງພະນັກງານກະຊວງ ຖວທ, ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ 30 ກວ່າສະຫາຍເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ເພື່ອເປັນການກວດກາສະຫລຸບຕີລາຄາຄືນການເຄື່ອນໄຫວວຽກງານການນໍາພາໜ່ວຍພັກໄລຍະໜຶ່ງປີຜ່ານມາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ພ້ອມວາງທິດທາງແຜນການຕໍ່ໜ້າ ເພື່ອສືບຕໍ່ປັບປຸງການຈັດຕັ້ງໜ່ວຍພັກຂ່າວສານປະເທດລາວ ໃຫ້ມີການຫັນປ່ຽນດີຂຶ້ນ, ເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມສືບຕໍ່ເພີ່ມທະວີການຊີ້ນຳ ນຳພາຂອງພັກໃນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ, ລັດຖະກອນຮັບຮູ້ເຂົ້າໃຈ, ສາມາດຜັນຂະຫຍາຍ ແລະ ໝູນໃຊ້ແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດໄດ້ຢ່າງຖືກຕ້ອງ, ທັງປັບປຸງເນື້ອໃນຮ່ວມຊີວິດພາຍໃນໜ່ວຍພັກໃຫ້ເລິກເຊິ່ງ ຮັບປະກັນ 3 ລັກສະນະ ຄື: ລັກສະນະນຳພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ການແກ້ໄຂບາງບັນຫາຫຍໍ້ທໍ້ພາຍໃນໜ່ວຍພັກ. ໃນນັ້ນ, ກໍໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວຂອງສະມາຊິກພັກ ໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ກວດກາຕິດຕາມຄວາມເປັນແບບຢ່າງ ແລະ ຄວາມຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ຂອງສະມາຊິກພັກຢ່າງຕໍ່ເນື່ອງເປັນປະຈຳ, ແນໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຖັນແຖວພະນັກງານ-ສະມາຊິກພັກ. ພາຍໃນສຳນັກຂ່າວສານປະເທດລາວ ໃນການເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນປະກອບສ່ວນເຂົ້າໃນການພັດທະນາວຽກງານ ລວມພາຍໃນສຳນັກຢ່າງຕັ້ງໜ້າໃຫ້ມີບາດກ້າວບຸກທະລຸ 4 ດ້ານ ແລະ ໄດ້ຮັບຜົນສໍາເລັດດີຂຶ້ນ