ເສຍໃຈແຕ່ຕ້ອງໄດ້ຄວາມຮູ້ພ້ອມ! ລວມຄຳສັບພາສາອັງກິດທີ່ກ່ຽວກັບ "ການຮ້ອງໄຫ້"

ມະນຸດກໍຄືສິ່ງທີ່ມີຊີວິດຊະນິດໜຶ່ງທີ່ເຕັມໄປດ້ວຍອາລົມຫຼາຍຮູບແບບມີທັງມີຄວາມສຸກ, ຄວາມທຸກ, ດີໃຈ, ເສຍໃຈ, ຫົດຫູ່, ທໍ້ແທ້ຕ່າງໆນາໆ ແຕ່ສິ່ງທີ່ບົ່ງບອກຄວາມຮູ້ສຶກຂອງຄົນເຮົາໄດ້ດີທີ່ສຸດກໍຄືນໍ້າຕາ.
ການທີ່ເຮົາຫ້ອງໄຫ້ກໍບໍ່ໄດ້ໝາຍຄວາມວ່າເຮົາຈະມີຄວາມທຸກສະເໝີໄປບາງຄັ້ງມີຄວາມສຸກ ເຮົາກໍໄຫ້, ມີຄວາມທຸກເຮົາກໍໃຫ້, ນໍ້າຕາແຫ່ງຄວາມຍິນດີກໍມີ.
ແລ້ວທີນີ້ເຮົາເວົ້າເລື່ອງນໍ້າຕາກັບການຮ້ອງໄຫ້ມາເຮັດຫຍັງກັນລະນິ?
ແນ່ນອນວ່າທີ່ຜູ້ຂຽນເປີດມາແບບນີ້ແລ້ວຕ້ອງມີສາລະ ແລະ ຄວາມຮູ້ມາຝາກທ່ານຜູ້ອ່ານເປັນທີ່ແນ່ນອນຢູ່ແລ້ວໃຫ້ສົມກັບທີ່ຜູ້ຂຽນຫ່າງຫາຍໄປດົນນນນນນນນ ແສນດົນນນນນນນນນນນນນນ.
ມື້ນີ້ຜູ້ຂຽນຈະເອົາຄໍາສັບທາງພາສາອັງກິດທີ່ກ່ຽວກັບນໍ້າຕາມາຝາກທຸກໆທ່ານຜູ້ອ່ານກັນ ເສຍໃຈແນວໃດໃຫ້ເຮົາໄດ້ຄວາມຮູ້ມາເບິ່ງກັນເລີຍຍຍ.
ແຕ່ວ່າປົກກະຕິແລ້ວຖ້າຄໍາວ່າຮ້ອງໄຫ້ເຮົາຈະໃຊ້ຄໍາວ່າ “Cry” ກັນແມ່ນບໍ? ຢາກບອກວ່າຄໍາວາຮ້ອງໄຫ້ເຮົາບໍ່ຈໍາເປັນຕ້ອງໃຊ້ແຕ່ຄໍານີ້ກໍໄດ້ມັນມີຫຼາກຫຼາຍເລີຍແລະເຮົາມາເລີ່ມກັບຄໍາທໍາອິດເລີຍນໍ.
1. Shed tears (phrase)
ໝາຍຄວາມວ່າ: ຫຼັ່ງນໍ້າຕາ ຫຼື ນໍ້າຕາໄຫຼ (ຈະໃຊ້ພັນລະນາໃນຄວາມໝາຍທີ່ດີ ແລະ ບໍ່ດີ)
ຕົວຢ່າງ:
- I shed tears when BTS received the awards. (ຂ້ອຍນໍ້າຕາໄຫຼອອກມາຕອນທີ່ BTS ໄດ້ຮັບລາງວັນ)
- I had not shed tears when I broke up. (ຂ້ອຍບໍ່ໄດ້ຮ້ອງໄຫ້ອອກມາເລີຍຕອນທີ່ຂ້ອຍເລີກລາກັບແຟນ)
2. Sob (v.)
ຄວາມໝາຍ: ກະຄືການຮ້ອງໄຫ້ແບບສະອຶກສະອື້ນ ມັກໃຊ້ໃນການຮ້ອງໄຫ້ທີ່ເປັນເລື່ອງສະເທືອນໃຈ
ຕົວຢ່າງ:
- My friend sobbed after Tao left EXO. (ໝູ່ຂອງຂ້ອຍໄດ້ຮ້ອງໄຫ້ຈົນສະອື້ນຫຼັງຈາກເທົາອອກຈາກວົງ EXO)
3. Whimper (v.)
ຄວາມໝາຍ: ໂຕນີ້ກໍຈະເປັນປະມານວ່າຮ້ອງໄຫ້ຄວນຄາງ ສ່ວນໃຫຍ່ຈະມັກໃຊ້ກັບພວກສັດໃນກໍລະນີທີ່ໄດ້ຮັບຄວາມເຈັບປວດຕ່າງໆ.
ຕົວຢ່າງ:
- The monkey is whimpering in the pain. (ໂຕລີງກໍາລັງຮ້ອງໄຫ້ຄວນຄາງດ້ວຍຄວາມເຈັບປວດ)
4. Bawl (v.)
ຄວາມໝາຍ: ຮ້ອງໄຫ້ສຽງດັງ ຫຼື ຮ້ອງແບບຮ້ອງໃສ່ແຮງໆ
ຕົວຢ່າງ:
- Girl started bawling when her sister broken his lipstick. (ເດັກນ້ອຍຜູ້ຍິງໄດ້ເລີ່ມຮ້ອງໄຫ້ສຽງດັງເມື່ອເອື້ອຍຂອງລາວເຮັດລິບສຕິກຂອງລາວຫັກ)
5. Snivel (v.)
ຄວາມໝາຍ: ເປັນການໄຫ້ແບບຮ້ອງໄຫ້ກັບເລື່ອງທີ່ບໍ່ມີເຫດຜົນ
ຕົວຢ່າງ:
- I’m sniveling because my mom told off me that I didn’t wash a dishes. (ຂ້ອຍກໍາລັງໄຫ້ເຫຼືອໃຈທີ່ແມ່ຮ້າຍຂ້ອຍເລື່ອງທີ່ຂ້ອຍບໍ່ໄດ້ລ້າງຖ້ວຍ)
ຈົບໄປແລ້ວກັບຄໍາວ່າຮ້ອງໄຫ້ໃນພາສາອັງກິດທີ່ຜູ້ຂຽນເອົາມາຝາກ ທີ່ຈິງແລ້ວຍັງມີອີກຫຼາຍຄໍາທີ່ເຮົາຍັງບໍ່ຮູ້ ການນໍາໃຊ້ຄໍາສັບເຫຼົ່ານີ້ກໍເຊັ່ນກັນກໍຄວນໃຊ້ໃນຖືກຕ້ອງກັບກັບຄວາມໝາຍຕ່າງໆ ຜູ້ອ່ານຕ້ອງໃຊ້ກັນແບບລະມັດລະວັງນໍາແນ່ເດີ.
ຂຽນໂດຍ: J’daisy
ແຫຼ່ງທີ່ມາ: