ເຖິງຊິໃກ້ຊິດເທົ່າໃດ ກໍເປັນໄດ້ພຽງ "ຄົນຮັກແພງ" ຊຶ້ງກິນໃຈສະບັບ ສັກ Cells ຟັງກັນ ຫຼື ຍັງ?

ເຈັບທີ່ສຸດກວ່າການຖືກປະຕິເສດ ຄືໄດ້ເປັນພຽງຄົນທີ່ເຈົ້າຮັກແພງເທົ່ານັ້ນ! ເຈັບໜ່ວງໆ ບອກເລີຍເອັມວີຄືສຸດໆແລ້ວ ຟັງກັນແລ້ວ ຫຼື ຍັງ? ເພງໃໝ່ຈາກນັກຮ້ອງຣັອກຊື່ດັງຂອງລາວ ສັກ Cells ກັບຜົນງານເພງສົ່ງທ້າຍປີເກົ່າ ທີ່ມີຊື່ວ່າ: "ຄົນຮັກແພງ" ເພງເສົ້າສຸດຊຶ້ງສະບັບ Cells ທີ່ຈະມາກະຊາກອາລົມຢ່າງເຖິງຂີດສຸດ. ສ່ວນໃຜຍັງບໍ່ໄດ້ຟັງ ມາຟັງກັນເລີຍທີ່ວິດີໂອລຸ່ມນີ້:
ແມ່ນບໍ່? ບາງເທື່ອການໄດ້ຢູ່ໃນສະຖານະໝູ່ ມັນກໍອາດຈະດີກວ່າການເປັນຄູ່ຮັກກໍໄດ້ ... ເນື້ອຫາເພງຄົງຈະຕົງກັບຊີວິດຂອງໃຜຫຼາຍຄົນ ທີ່ຕົກຢູ່ໃນສະຖານະດຽວກັນ ເພາະເນື້ອຫາຟັງງ່າຍ ຟັງແລ້ວອິນ, ເນື້ອຫາດີ ນັກຮ້ອງເກັ່ງ ແລະ ຜົນງານນີ້ທຸ້ມສຸດຕົວ ໜຸ່ມສັກ ຮ້ອງເອງ ແຕ່ງເນື້ອຮ້ອງ ທຳນອງແມ່ນແຕ່ງເອງໝົດ! ທາງດ້ານເອັມວີແມ່ນ ພາບງາມ, ຕັດຕໍ່ໄດ້ດີ ນັກສະແດງນຳມີ ສາວປາ, ສາວ ຕາຕ້າ ຈາກຄ້າຍ ກ້າວໜ້າແລະ ໂອບີ ເວົ້າໄດ້ວ່າ ລວມທັບສິລະປິນມີຄຸນນະພາບ ທີ່ເຕັມທີ່ກັບບົດບາດໄດ້ຮັບ ພ້ອມສົ່ງຕໍ່ອາລົມເຖິງຜູ້ຮັບຊົມໄດ້ເປັນຢ່າງດີ.
ແນ່ນອນວ່າ ຫຼັງຈາກເພງນີ້ຖືກປ່ອຍໄປພຽງບໍ່ເທົ່າໃດຊົ່ວໂມງໃນມື້ນີ້ (ວັນທີ 23 ທັນວາ 2020) ຫຼາຍຄົນຕ່າງກໍອອກມາສະແດງຄວາມຄິດເຫັນເປັນສຽງດຽວກັນວ່າ ມ່ວນ ມີຄຸນນະພາບທັງເນື້ອເພງແລະເນື້ອຫາເອັມວີ! ທັງໄດ້ຮັບກະແສດີຈາກແຟນຄລັບແບບນີ້ ອີກບໍ່ດົນຍອດວິວຄົງທະລຸ 1 ລ້ານວິວແນ່ນອນ.
ຂໍຂອບໃຈ
ວີດີໂອ : SACK CELLS