ການໝັ້ນໝາຍ: ຮີດຄອງປະເພນີທີ່ມີຄຸນປະໂຫຍດ

ປະມວນກົດໝາຍແພ່ງ ມາດຕາ 145 ກໍານົດວ່າ "ເມື່ອຄູ່ບ່າວສາວ ຫາກມັກຮັກກັນ ແຕ່ຍັງບໍ່ທັນມີຄວາມພ້ອມ ໃນການແຕ່ງດອງກັນເວລານັ້ນ ທັງສອງຝ່າຍກໍຈະເຮັດບົດບັນທຶກຕົກລົງ ກ່ຽວກັບການໝັ້ນໝາຍ ຕາມຮີດຄອງປະເພນີໄວ້ກ່ອນ ໂດຍຝ່າຍຊາຍຈະນໍາເອົາຊັບສິນ, ວັດຖຸມີຄ່າ ໄປໄວ້ນໍາ ຫຼື ບໍ່ໄວ້ນໍາຝ່າຍຍິງກໍໄດ້. ການໝັ້ນໝາຍ ຈະເຮັດ ຫຼື ບໍ່ເຮັດກໍໄດ້ ແຕ່ບໍ່ໃຫ້ມີຜົນສະທ້ອນດ້ານກົດໝາຍ".
ການໝັ້ນໝາຍ ແມ່ນ ຮີດຄອງປະເພນີສ່ວນໜຶ່ງຂອງຮີດຄອງປະເພນີການແຕ່ງດອງ ແລະ ມີຄຸນປະໂຫຍດບາງປະການ ດັ່ງນີ້:
- ການໝັ້ນໝາຍ ເປັນການເປີດໂອກາດ ໃຫ້ຄູ່ບ່າວສາວມີໂອກາດໄດ້ສະໜິດສະໜົມ ແລະ ທໍາຄວາມຄຸ້ນເຄີຍຮູ້ຈັກກັນ ຊຶ່ງຖ້າຫາກບໍ່ມີການໝັ້ນໝາຍແລ້ວ ຄູ່ບ່າວສາວກໍອາດຈະບໍ່ມີໂອກາດແບບນີ້ເລີຍ ໝາຍຄວາມວ່າ ເມື່ອໄດ້ຕົກລົງໝັ້ນໝາຍກັນແລ້ວ ຄູ່ບ່າວສາວກໍຈະໄດ້ໃກ້ຊິດຕິດແທດ ເພື່ອຮຽນຮູ້ນິໄສໃຈຄໍ ຊຶ່ງກັນ ແລະ ກັນ ໂດຍບໍ່ເປັນທີ່ວິພາກວິຈານ ຫຼື ເກີດມີຫາງສຽງຂອງສັງຄົມ. ຖ້າວ່ານິໄສໃຈຄໍຫາກເຂົ້າກັນບໍ່ໄດ້ ກໍຈະໄດ້ເລີກລາກັນໄປ ດີກວ່າຕ້ອງມາເລີກລາ ຫຼື ຢ່າຮ້າງກັນພາຍຫຼັງທີ່ແຕ່ງດອງກັນແລ້ວ. ນອກຈາກນັ້ນ, ການໝັ້ນໝາຍ ຍັງເຮັດໃຫ້ຄູ່ບ່າສາວມີໂອກາດທີ່ຈະທໍາຄວາມລຶ້ງເຄີຍກັບຄອບຄົວ ແລະ ໝູ່ເພື່ອນຂອງອີກຝ່າຍໜຶ່ງໄດ້ອີກດ້ວຍ.
- ການໝັ້ນໝາຍ ເປັນການປະກາດໃຫ້ບັນດາຍາດຕິພີ່ນ້ອງ ຕະຫຼອດຮອດໝູ່ເພື່ອນ ລວມທັງສັງຄົມ ແລະ ຜູ້ທີ່ຮູ້ຈັກຄູ່ບ່າວສາວ ຮັບຮູ້ວ່າ ຄູ່ບ່າວສາວນັ້ນໄດ້ຜູກພັນກັນຕາມຮີດຄອງປະເພນີໃນລະດັບໜຶ່ງແລ້ວ.
- ການໝັ້ນໝາຍ ເຮັດໃຫ້ຄູ່ບ່າວສາວໄດ້ມີໂອກາດກະກຽມຄວາມພ້ອມຂອງຕົນເອງ ບໍ່ວ່າຈະເປັນທາງດ້ານທຶນຮອນ, ຊັບ, ການສ້າງສາຕົນເອງ ເພື່ອກະກຽມໃຫ້ແກ່ການແຕ່ງດອງ ແລະ ກະກຽມໃນການເປັນພໍ່ແມ່ຂອງລູກໃນໂອກາດຕໍ່ໄປ.
- ການໝັ້ນໝາຍ ເປັນການຮັບປະກັນວ່າການແຕ່ງດອງຈະເກີດຂຶ້ນ, ແຕ່ການແຕ່ງດອງອາດຈະບໍ່ເກີດຂຶ້ນກໍໄດ້ ເນື່ອງມາຈາກການທີ່ຄູ່ບ່າວສາວທັງສອງຝ່າຍ ມີຈຸດປະສົງຕ້ອງການຖອດຖອນການໝັ້ນໝາຍ ແລະ ບໍ່ມີຄວາມສະໝັກໃຈທີ່ຈະແຕ່ງດອງນໍາກັນອີກຕໍ່ໄປ ຫຼື ຝ່າຍໃດໜຶ່ງບໍ່ຍອມແຕ່ງດອງ ຫຼື ບໍ່ປະຕິບັດຕາມການໝັ້ນໝາຍ ຊຶ່ງສາເຫດຂອງການບໍ່ປະຕິບັດຕາມການໝັ້ນໝາຍດັ່ງກ່າວນັ້ນ ອາດຈະມາຈາກຄວາມຮູ້ສຶກທີ່ຫ່າງເຫີນ ແລະ ການເຂົ້າກັນບໍ່ໄດ້ ພາຍຫຼັງທີ່ໄດ້ຮຽນຮູ້ນິໄສໃຈຄໍຂອງກັນ ແລະ ກັນແລ້ວ ຫຼື ການໝັ້ນໝາຍອາດຈະບໍ່ໄດ້ເກີດຈາກຄວາມສະໝັກໃຈ ແຕ່ເປັນເພາະຖືກກົດດັນຈາກບຸກຄົນອື່ນ ຫຼື ຖືກສະຖານະການພາຍນອກບີບບັງຄັບ ຫຼື ຝ່າຍໃດໜຶ່ງຍັງບໍ່ເປັນຜູ້ໃຫຍ່ພໍທີ່ຈະແຕ່ງດອງ ຫຼື ເກີດມີການປ່ຽນແປງທາງດ້ານສຸຂະພາບ ຫຼື ຖານະທາງດ້ານເສດຖະກິດ, ສັງຄົມ ຂອງອີກຝ່າຍໜຶ່ງ.
ຮີດຄອງປະເພນີການແຕ່ງດອງທີ່ຄົນລາວຍຶດຖື ແລະ ປະຕິບັດສືບຕໍ່ກັນມາ ມັກຈະເລີ່ມຕົ້ນຂຶ້ນຈາກການທີ່ເມື່ອບ່າວສາວຫາກມັກຮັກ ແລະ ຕົກລົງຈະເອົາກັນເປັນຜົວເມຍແລ້ວ ຝ່າຍຊາຍ ເອົາພໍ່ແມ່, ເຖົ້າແກ່ ຫຼື ການຈັດຕັ້ງຂອງຕົນ ໄປສູ່ຂໍນໍາພໍ່ແມ່, ເຖົ້າແກ່ ຫຼື ການຈັດຕັ້ງຂອງຝ່າຍຍິງ ເພື່ອຕົກລົງກ່ຽວກັບຄ່າແຕ່ງດອງ ແລະ ພິທີແຕ່ງດອງ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງຝ່າຍຍິງ ແລະ ຝ່າຍຊາຍ ໂດຍໃຫ້ເຮັດບົດບັນທຶກໄວ້ຢ່າງຖືກຕ້ອງ. ໃນບາງກໍລະນີ ຄູ່ບ່າວສາວກໍບໍ່ນິຍົມຈັດການໝັ້ນໝາຍ ໂດຍອາດຈະຫາມື້ສັນວັນດີເພື່ອກໍານົດວັນພິທີແຕ່ງດອງເລີຍກໍມີ ຊຶ່ງອາດຈະເປັນເພາະວ່າສະພາບເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມອື່ນໆ ໄດ້ປ່ຽນແປງໄປ.
ການໝັ້ນໝາຍໃນສັງຄົມລາວປັດຈຸບັນ ເປັນການປະຕິບັດຕາມຮີດຄອງປະເພນີຫຼາຍກວ່າຈະເປັນການເປີດໂອກາດໃຫ້ຄູ່ບ່າວສາວໄດ້ຮຽນຮູ້ນິໄສໃຈຄໍຂອງກັນ ແລະ ກັນ ຄືກັນກັບໃນສະໄໝອະດີດ. ເຫດຜົນອີກປະການໜຶ່ງກໍຄື ກົດໝາຍໄດ້ກໍານົດໃຫ້ການໝັ້ນໝາຍບໍ່ມີຜົນສະທ້ອນທາງດ້ານກົດໝາຍ ໝາຍຄວາມວ່າ ຈະເຮັດ ຫຼື ບໍ່ເຮັດກໍໄດ້, ຈະເຮັດໃນວັນດຽວກັນກັບວັນຈັດພິທີແຕ່ງດອງກໍໄດ້ ແລະ ໃນປັດຈຸບັນ ການຈັດພິທີແຕ່ງດອງເລີຍ ໂດຍປາສະຈາກການໝັ້ນໝາຍ ເປັນທີ່ນິຍົມຫຼາຍກວ່າ ເນື່ອງມາຈາກສະພາບທາງດ້ານເສດຖະກິດ ທີ່ເຮັດໃຫ້ຄູ່ບ່າວສາວເລືອກທີ່ຈະປະຢັດມັດທະຍັດນັ້ນເອງ.
ໂດຍ: ວິລະວົງ ຍຸບົນພາກ
ພາບ: Gift Habeshaw / Unsplash
ອ້າງອີງ:
- ປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018