ລາວແມ່ນໃຜ? ໄປຮູ້ຈັກ ມິນິ ໂຊຮ໊ອດ ຜູ້ອອກແບບຊຸດເລີດໆຈາກຄວາມສຸກ ແລະ ພູມປັນຍາຢ່າງສ້າງສັນ

ບູນລັນ ສີວົງ ຫຼື ຫຼາຍຄົນຮູ້ຈັກໃນນາມ ມິນິ ໂຊຮ໊ອດ ທີ່ກາຍເປັນທີ່ໂດ່ງດັງ ແລະ ເລີ່ມມີຊື່ສຽງຈາກການອອກແບບຊຸດ ທີ່ນຳເອົາສິ່ງເສດເຫຼືອ ແລະ ສິ່ງອ້ອມໂຕມາປະດິດແຕ່ງ ກາຍເປັນຊຸດງາມໆ ອອກສູ່ສາຍຕາທຸກຄົນ! ແນ່ນອນວ່າເລື່ອງນີ້ໄດ້ເຮັດໃຫ້ຖືກແຊຣ໌ຕໍ່ໃນໂລກອອນລາຍ ແລະ ເປັນທີ່ເວົ້າເຖິງຢ່າງຫຼວງຫຼາຍ. ມ່ວນເລີຍຈະພາທຸກຄົນໄປຮູ້ຈັກ ມິນິ ຊາວໄຊຍະບູລີຜູ້ນີ້ໃຫ້ຫຼາຍຂຶ້ນ.
ສຳລັບ ມິນິ ປັດຈຸບັນ ອາຍຸ 18 ປີ, ເຄີຍຜ່ານການປະກວດ Miss Fold Pub 2018 ແລະ ໄດ້ຮັບຕຳແໜ່ງອັນດັບ 1, ເຊິ່ງຜູ້ກ່ຽວກໍເຜີຍວ່າ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ສະແດງທັດສະນະຄວາມຮູ້ຄວາມສາມາດ ແລະ ເຫັນຄຸນຄ່າໃນຕົວເອງ. ທັງເວທີນີ້ ກໍເປັນປະຕູທຳອິດທີ່ເຮັດໃຫ້ກ້າວທີ່ຈະພັດທະນາຕົວຂຶ້ນເລື້ອຍຢ່າງບໍ່ມີວັນຢຸດ. ນອກນັ້ນຄວາມສາມາດພິເສດຍັງມີການຟ້ອນລຳ, ຮ້ອງເພງ ອື່ນໆອີກດ້ວຍ.
ສົງໄສບໍ່ ທີ່ມາຂອງຊື່ ໄດ້ມາຈາກໃສ? ມິນິບອກວ່າ: "ສ່ວນຕົວເປັນຄົນນ້ອຍຮຸ່ນນ້ອຍ ໄຊສມິນິໄປໝົດໝູ່ຄູ່ກໍເລີຍພາກັນ ເອີ້ນເພິ່ນ ມິນິ ມິນິ. ໂຊຮ໊ອດແມ່ນ ໄປໃສມາໃສມັກຈະເປັນດາວເດັ່ນຕະຫຼອດເພາະເປັນຄົນມັກສະແດງອອກກ້າໃນສິ່ງທີ່ຄົນອື່ນບໍ່ກ້າ ເລີຍພາກັນວ່າຮ໊ອດແທ້ ເລີຍກາຍມາເປັນ ມິນິ ໂຊຮ໊ອດ."
ສ່ວນແຮງບັນດານໃຈ ແລະ ໄອເດຍການອອກແບບຊຸດ:
ມິນິເລີ່ມອອກແບບຊຸດດ້ວຍຄວາມມັກ ໄດ້ປະມານ 2-3 ປີແລ້ວ ແຮງບັນໃຈແມ່ນມາຈາກການທີ່ຜູ້ກ່ຽວມັກເບິ່ງນາງງາມ ຄືເວລາເຫັນນາງງາມໄດ້ນຸ່ງຊຸດປະຈຳຊາດແລ້ວມັກ ແລະ ຄິດສະເໝີວ່າມື້ 1 ຈະນຸ່ງຊຸດທີ່ອອກແບບເອງຂຶ້ນສູ່ເວທີລະດັບສາກົນໃຫ້ໄດ້.
ຊຸດຂອງມິນິຈະແຕກຕ່າງຈາກຄົນອື່ນເພາະຈະເອົາສິ່ງທີ່ນຳໃຊ້ບໍ່ແລ້ວ ຫຼື ໝົດປະໂຫຍດນຳມາໃຊ້ຄືນ ໂດຍເບິ່ງແບບຢ່າງຈາກນາງງາມ ພ້ອມປະດິດຂຶ້ນມາເອງ ແລະ ກະແສທີ່ໄດ້ຮັບກໍຄື ແນ່ນອນມັນຕ້ອງມີທັງບວກແລະດ້ານລົບແຕ່ກໍເຮັດມາເລື້ອຍໆ ພຽງແຕ່ສົນກັບຄົນທີ່ຄິດບວກຄິດດີກໍພໍ ເພາະ "ໃນເມື່ອເຮັດໃນສິ່ງທີ່ມັກແລ້ວເຮົາມີຄວາມສຸກໃນການເຮັດ ເຮົາກໍມີຄວາມສຸກແລ້ວ!"
ຊຸດທີ່ເຮັດອອກມາ ກໍມີຫຼາກຫຼາຍຊຸດ ແຕ່ຊຸດທີ່ປະທັບໃຈສຸດ ແມ່ນ "ຊຸດລາວເຂົ້າໜຽວສຽງແຄນ" ເພາະຊຸດນີ້ເປັນຊຸດທຳອິດ ໄດ້ນຸ່ງໂຊເດີນໃນງາມມະກຳບຸນຊ້າງທີ່ແຂວງໄຊຍະບູລີ ບ້ານເກີດ ໂດຍໂຊໃຫ້ຄົນລາວທົ່ວປະເທດໄດ້ເຫັນ.
ສຳລັບຄວາມຝັນສູງສຸດຂອງຜູ້ກ່ຽວແມ່ນ ຢາກໃຫ້ທຸກຄົນເປີດໃຈເຫັນຄຸນຄ່າສີ່ງທີ່ຢູ່ອ້ອມຕົວເຮົາ ແລະ ນຳເອົາຊຸດທີ່ອາດຈະບໍ່ໄດ້ຫຼູຫຼາແຕ່ເຕັມໂດຍຄວາມຄວາມໝາຍຄວາມສຳຄັນນີ້ນຳໄປໂຊສະແດງໃຫ້ຄົນທັງໂລກໄດ້ເຫັນແລະໄດ້ຮູ້ວ່າເດັກນ້ອຍໆຄົນລາວຄົນນີ້ກໍມີຄວາມຄິດທີ່ດີໆແບບນີ້ໄດ້. ແນວໃດກໍຢາກໃຫ້ຄົນລາວເຮົາຊ່ວຍສະໜັບສະໜຸນ ພຽງແຕ່ກົດໄລຄ໌ ແລະ ແຊຣ໌ ກໍເປັນອີກກຳລັງໃຈທີ່ດີໃຫ້ມິນິນຳເດີ້
ສາມາດຕິດຕາມຜົນງານຜູ້ນີ້ໄດ້ທີ່ FB: ມິນິ ໂຊຮ໊ອດ
TikTok :ມິນິ ໂຊຮ໊ອດ
ຂໍຂອບໃຈ
ພາບ : ມິນິ ໂຊຮ໊ອດ