ຕີແຜ່ເບື້ອງຫຼັງ ກອງປະກວດນາງງາມແຫ່ງໜຶ່ງໃນລາວ ກັບບັນຫາ "ຈັດງານແລ້ວບໍ່ຢາກຈ່າຍ"?

ຕີແຜ່ເບື້ອງຫຼັງ ກອງປະກວດນາງງາມແຫ່ງໜຶ່ງໃນລາວ ກັບບັນຫາ "ຈັດງານແລ້ວບໍ່ຢາກຈ່າຍ"?
ກອງປະກວດນາງງາມ ທີ່ຫຼາຍຄົນຕ່າງໃຝ່ຝັນ ອາດຈະບໍ່ໄດ້ສວຍງາມໄປທຸກເວທີຄືທຸກຄົນຄິດ! ເບື້ອງຫຼັງດ້ານມືດຂອງເວທີປະກວດນາງງາມເວທີໜຶ່ງ ທີ່ເຮັດໃຫ້ຜູ້ເສຍຫາຍຕ້ອງອອກມາຮຽກຮ້ອງຄວາມເປັນທຳ ແລະ ຕັ້ງຂໍ້ສົງໄສເຖິງຄວາມເໝາະສົມຂອງຜູ້ຖືສິດຈັດປະກວດ.
ໃນທີ່ນີ້ເຮົາຈະບໍ່ໄດ້ກ່າວເຖິງວ່າແມ່ນເວທີໃດ ແຕ່ທີມຂ່າວມ່ວນໄດ້ຮັບຂໍ້ມູນມາຈາກມີຜູ້ເສຍຫາຍລາຍໜຶ່ງ ເຊິ່ງລະບຸວ່າ ຕົນເອງມີໜ້າທີ່ຮັບຜິດຊອບວຽກໃນກອງປະກວດນາງງາມເວທີແຫ່ງໜຶ່ງ ໄດ້ອອກມາເປີດໃຈຕໍ່ກັບເຫດການທີ່ເກີດຂຶ້ນ.
ຜູ້ກ່ຽວກ່າວວ່າ ໃນໂຄງການປະກວດໃນປີ 2019 ຕົນເອງໄດ້ໄປເປັນໜຶ່ງໃນທີມງານ ແລະ ໄດ້ມີການຕົກລົງຄ່າແຮງກັນ ແຕ່ຫຼັງຈາກງານຈົບລົງແລ້ວຈົນຮອດປັດຈຸບັນແມ່ນຍັງບໍ່ໄດ້ຮັບຄ່າແຮງຕາມທີ່ໄດ້ຕົກລົງກັນໄວ້. ພ້ອມດຽວກັນນັ້ນ ກໍຍັງມີສ່ວນທີ່ຜູ້ກ່ຽວໄດ້ຕິດຕໍ່ວ່າຈ້າງມາເພີ່ມອີກ ເຊິ່ງໃນສ່ວນນີ້ກໍ່ບໍ່ໄດ້ຮັບເງິນຄ່າໂຕເຊັ່ນກັນ ໂຕນີ້ກໍ່ຖືວ່າສ້າງຄວາມເສຍຫາຍດ້ານຄວາມສຳພັນໃນການປະສານງານຂອງຕົນເອງນຳ.
"ທີ່ຜ່ານມາກໍ່ໄດ້ມີທັງການພະຍາຍາມໂອ້ລົມແບບຮັກແພງ ຈົນໄປເຖິງການຂຽນຄຳຮ້ອງໄປຫາທາງ ປກສ ກຸ່ມບ້ານ ແລະ ເມືອງ ແຕ່ກໍ່ບໍ່ໄດ້ການຕອບຮັບ ຫຼື ແມ່ນແຕ່ມານັ່ງຊ້ອງໜ້າໄກ່ເກ່ຍຈາກປະທານໂຄງການ. ໝາຍຄວາມວ່າ ທາງ ປກສ ສົ່ງໜັງສືເຊີນໄປຫາຜູ້ກ່ຽວ ແຕ່ຜູ້ກ່ຽວບໍ່ຍອມໄປຊ້ອງໜ້າໄກ່ເກ່ຍກັນດ້ວຍຕົນເອງ. ເຖິງວ່າຈະມີການເຮັດບົດບັນທຶກ ແລະ ລົງກາຈໍ້າພ້ອມລາຍເຊັນຂອງທາງປະທານຢ່າງຄັກແນ່ກໍຕາມ," ຜູ້ກ່ຽວກ່າວ. ຜູ້ເສຍຫາຍກ່າວເພີ່ມອີກວ່າ ມີແຕ່ບາງຄັ້ງຄາວເທົ່ານັ້ນ ທີ່ຄູ່ກໍລະນີສົ່ງຜູ້ຕາງໜ້າມາຮັບເລື່ອງ ແຕ່ກໍ່ເປັນພຽງຜູ້ຕາງໜ້າທີ່ບໍ່ມີສິດຊີ້ຂາດໃນການຕັດສິນໃຈຫຍັງ.
ສຳລັບໂຄງການປີ 2019 ທີ່ມີບັນຫາ ຜູ້ກ່ຽວບໍ່ແມ່ນຄົນດຽວທີ່ຖືກກະທຳແບບນີ້ ເພາະຍັງມີກໍລະນີອື່ນໆອີກ ແຕ່ໃນສ່ວນດັ່ງກ່າວຜູ້ເສຍຫາຍກ່າວວ່າ ຕົນເອງບໍ່ຂໍກ່າວເຖິງໃນສ່ວນນັ້ນ.
"ເລື່ອງເງິນຖາມວ່າເລື່ອງໃຫຍ່ສຸດບໍ? ຕອບໄດ້ວ່າ ບໍ່! ແຕ່ປັດຈຸບັນນີ້ ຢາກຕັ້ງຄຳຖາມວ່າ ຖ້າປີຜ່ານມາມີປາກົດການແບບນີ້ ແລ້ວປີນີ້ ຫຼື ປີຕໍ່ໆໄປ ເຮົາຈະສືບຕໍ່ແບບໃດໃຫ້ມັນບໍ່ເກີດເຫດການແບບນີ້ອີກ?"
ໃນຕອນທ້າຍ ຜູ້ກ່ຽວໄດ້ຕັ້ງຖາມເຖິງຄວາມເໝາະສົມຂອງຜູ້ຖືສິດ ທີ່ມັກຈະອ້າງວ່າສ້າງພື້ນທີ່ໃຫ້ນ້ອງໆແມ່ຍິງໄດ້ມີເວທີສະແດງອອກ ແຕ່ຊໍ້າພັດອາໄສໃຊ້ເອົາຜົນປະໂຫຍດເຂົ້າຕົນເອງ ແລະ ສ້າງຄວາມເດືອດຮ້ອນໃຫ້ຄົນອື່ນໆ ວ່ານັ້ນເປັນສິ່ງທີ່ເໝາະສົມ ຫຼື ບໍ່?
ຢ່າງໃດກໍດີ ກໍຕ້ອງຕິດຕາມເບິ່ງວ່າຄູ່ກໍລະນີຈະອອກມາຊີ້ແຈງຕໍ່ສັງຄົມແນວໃດກັບບັນຫາດັ່ງກ່າວ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ເທັດຈິງຈາກທັງສອງຝ່າຍນຳກັນ.