ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ທັນວາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ໄລຍະນີ້ໃຫ້ເນັ້ນເຮັດທຸລະກິດຕົ້ນທຶນຕ່ຳແຕ່ໄດ້ກຳໄລງາມ ທຸລະກິດອອນໄລນ໌ຈະນຳພາການປ່ຽນແປງຍິ່ງໃຫຍ່ມາສູ່ຊີວິດຂອງຕົນເອງຖ້າຫາກມີຄວາມມຸ່ງໝັ້ນຕັ້ງໃຈໃນການສ້າງທຸລະກິດແບບຈິງຈັງ
ການເງິນ ຈະພົບເລື່ອງຄຽດທາງດ້ານການເງິນຢູ່ແດ່ແຕ່ສຸດທ້າຍຜູ້ໃຫຍ່ຈະເຂົ້າມາມີບົດບາດໃນການຊ່ວຍເຫລືອທາງດ້ານການເງິນແລະອຸປະຖຳທ່ານ
ຄວາມຮັກ ບໍ່ມີເວລາໃຫ້ຄົນຮັກໃນໄລຍະນີ້ ແລະ ບໍ່ຄວນໃຊ້ຄຳເວົ້າທີ່ກົງເກີນໄປຈະກະທົບຕໍ່ຄວາມສຳພັນເຮັດໃຫ້ແຕກແຍກ ຂັດແຍ້ງ ແລະ ເລີກລາ ຄວນລະມັດລະວັງ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 6
ຄົນເກີດວັນຈັນ
ການງານ ໄລຍະນີ້ເຮັດທຸລະກິດຕ້ອງເລີ່ມຕົ້ນດ້ວຍໂຕເອງຈະປະສົບຄວາມສຳເລັດດີຫລາຍໆ ໂດຍການເລີ່ມຈາກທຸລະກິດສື່ອອນລາຍ
ການເງິນ ຈະພົບເຫດການທີ່ກືນບໍ່ເຂົ້າຄາຍບໍ່ອອກກ່ຽວກັບເລື່ອງຂອງການໃຊ້ຈ່າຍເງິນເພາະຕ້ອງສູນເສຍເງິນກ້ອນໃຫຍ່ອອກໄປໃນໄລຍະນີ້
ຄວາມຮັກ ຍັງເຝົ້າຕິດຕາມຄົົນທີ່ຕົນເອງນັ້ນໝາຍປອງຢູ່ໃນໂລກໂຊຊຽວ ການສື່ສານ ຫລື ການເວົ້າ ແລະ ລົມກັນກໍຍັງບໍ່ຕໍ່ເນື່ອງ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 6
ຄົນເກີດວັນອັງຄານ
ການງານ ຖ້າຢາກພົບຄວາມສຳເລັດແລະຄວາມຫມັ້ນຄົງຄວນທີ່ຫາລູກນ້ອງດີໆ ທີ່ປຶກສາດີໆ ໃນການຮ່ວມກັນເຮັດທຸລະກິດຈະປະສົບຄວາມສຳເລັດດີຂຶ້ນຫລາຍໆ
ການເງິນ ຈະປະສົບຄວາມສຳເລັດທາງດ້ານການເງິນຈະໄດ້ເງິນກ້ອນໃຫຍ່ໃນໄລຍະນີ້ດວງດີຂຶ້ນຫລາຍໆ ກວ່າແຕ່ກ່ອນ
ຄວາມຮັກ ຈະພົບຄົົນທີ່ບໍ່ຄືໃຜ ລາວຈະເປັນຄົົນທີ່ເວົ້າເກັ່ງແລະແນະນຳວິທີແນວທາງດ້ານງານຫລືທຸລະກິດຫລືການຊ່ວຍເຫລືອໃນແບບຕ່າງໆ ໃຫ້ກັບທ່ານໄດ້ດີຫລາຍ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 0
ຄົນເກີດວັນພຸດ
ການງານ ຖ້າຢາກຈະປະສົບຄວາມສຳເລັດທາງທຸລະກິດໃຫ້ເກີດຄວາມກ້າວໜ້າຈະຕ້ອງປັບປ່ຽນວິທີການ ຫລືປ່ຽນວຽກ ປ່ຽນທຸລະກິດໃໝ່ ສຶກສາຄວາມເປັນໄປໄດ້ ແລະໃຊ້ຕົ້ນທຶນໃຫ້ນ້ອຍທີ່ສຸດ ແລ້ວຈະປະສົບຄວາມສຳເລັດທາງດ້ານທຸລະກິດໄດ້ເປັນຢ່າງດີ
ການເງິນ ຖ້າຢາກມີລາຍໄດ້ເພີ່ມພູນ ໃນໄລຍະນີ້ຕ້ອງມີວຽກງານເສີມ ແຕ່ຈະເຮັດໄດ້ດີ ຈະໄດ້ເງິນກ້ອນຈາກຄວາມມຸ່ງໝັ້ນພະຍາຍາມເຮັດທຸລະກິດເສີມເພີ່ມເຕີມ ແລະ ສ້າງຄວາມຫມັ້ນຄົງໃຫ້ກັບຕົນເອງ
ຄວາມຮັກ ສົມຫວັງແນ່ນອນ ຈະພົບຮັກ ພົບຄົົນທີ່ມີສະເໜ່ຫລາຍໆ ລາວເປັນຄົົນທີ່ມີສະໄຕລ໌ທີ່ບໍ່ຄືໃຜ ແລະ ເຂົ້າໃຈທ່ານໄດ້ເປັນຢ່າງດີ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 5
ຄົນເກີດວັນພະຫັດ
ການງານ ບໍ່ຄວນເຮັດວຽກຜິດພາດຄວນລະວັງ ຖ້າຕ້ອງການເຮັດທຸລະກິດໃຫ້ປະສົບຄວາມສຳເລັດຈະຕ້ອງລົງທຶນທຸລະກິດຈະການງານທີ່ມີຄວາມຊ່ຽວຊານແລະມີຄວາມຖະຫນັດເທົ່ານັ້ນຈຶ່ງຈະປະສົບຄວາມສຳເລັດໄດ້ດີ
ການເງິນ ໄດ້ເງິນໄດ້ເຄື່ອງປະດັບຂອງຖືກໃຈເຂົ້າມາຢ່າງເປັນໂຊກດີ ຄົນໃກ້ຕົວນຳໂຊກດີມາສູ່ທ່ານ
ຄວາມຮັກ ຈະພົບຄູ່ຮັກທີ່ມີອາຍຸຕ່າງກັນໃນໄລຍະນີ້ ລາວເປັນຄົນລັກສະນະຈ່ອຍໆ ຫລືຮູບຣ່າງສັນທັດ ຢູ່ໃນເກນຜິວຂາວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 6
ຄົນເກີດວັນສຸກ
ການງານ ພົບປະລູກຄ້າຫຼາຍຂຶ້ນ ພົບຄວາມສຳເລັດທາງດ້ານການເງິນໃນການສ້າງຜົນງານຢູ່ໃນເກນທີ່ດີຈະໄດ້ຮັບຄຳຊົມເຊີຍຈາກການຕັ້ງໃຈສ້າງຜົນງານ
ການເງິນ ພົບບັນຫາດ້ານການເງິນທີເຂົ້າມາ ມັກຈະໂຊກດີເພາະຈະພົບຜູ້ອຸປະຖຳທາງດ້ານການເງິນສະເໝີແຕ່ກໍຢ່າປະໝາດໃນການໃຊ້ຈ່າຍ
ຄວາມຮັກ ຄວາມຮັກສຸກສົມຫວັງຫລາຍໃນໄລຍະນີ້ ມີໂອກາດພົບຄູ່ຄອງ ຄົນຮັກ ຫລືຈະຟື້ນຟູຄວາມສຳພັນກັບຄົນຮັກເກົ່າກໍມີໂອກາດເປັນໄປໄດ້
ເຄື່ອງມຸງຄຸນ ຫີນນໍາໂຊກສີບົວ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ຈະພົບວ່າຕົນເອງຈະສຶກສາປະສົບການໃໝ່ແບບເລັ່ງດ່ວນແລ້ວຈະເລີ່ມຕົ້ນທຸລະກິດໃໝ່ປະສົບຄວາມສຳເລັດ
ການເງິນ ຈະພົບອຸປະສັກທາງດ້ານການເງິນກ່ອນແລ້ວຫຼັງຈາກນີ້ຈະໄດ້ເງິນກ້ອນໃຫຍ່
ຄວາມຮັກ ຊ່ວງນີ້ສະເໜ່ແຮງຫລາຍໆຈົນມີໃຜໆ ເຂົ້າມາຫຼາຍຄົນຢາກເຮັດຄວາມຮູ້ຈັກທ່ານ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4