ວິທີດູແລຮັກສານ້ອງສາວໃຫ້ມີສຸຂະພາບດີ ເຮັດແບບນີ້ນ້ອງຈະແຮັບປີ້ແນ່ນອນ

ບັນຫາຂອງເລື່ອງນ້ອງສາວ (ຂໍອະນຸຍາດຕັ້ງຊື່ຫຼິ້ນໃຫ້ອະໄວຍະວະເພດຂອງສາວໆເຮົາເດີ້ ຈະໄດ້ບໍ່ເຂີນອາຍໃນການກ່າວເຖິງ) ມີກິ່ນ, ນ້ອງສາວບໍ່ສະອາດ ຫຼື ເລື່ອງຂອງອາການຄັນແມ່ຍິງທຸກຄົນຄົງຈະຜ່ານມາໝົດແລ້ວ ແລະ ຫວັງເພິ່ງໃຊ້ຢາເພື່ອແກ້ໄຂບັນຫາ, ແຕ່ຈະມີໃຜຮູ້ບໍ່ວ່າບາງທີບັນຫາທັງຫຼາຍອາດເກີດຈາກການດູແລນ້ອງສາວທີ່ຜິດວິທີເຊິ່ງສາເຫດຂອງບັນຫາຕ່າງໆເຫຼົ່ານັ້ນ. ສະນັ້ນ, ມື້ນີ້ເຮົາຈະມາບອກວິທີດູແລນ້ອງສາວແບບທຳມະຊາດແນວໃດໃຫ້ສະອາດ ແລະ ມີສຸຂະພາບດີ.
ເຮັດແນວໃດໃຫ້ນ້ອງສາວມີສຸຂະພາບດີ?
- ຮັບປະທານອາຫານເພື່ອສຸຂະພາບ.
- ດື່ມນ້ຳຢ່າງໜ້ອຍ 8 ຈອກ/ມື້.
- ອອກກຳລັງກາຍຢູ່ສະເໝີເຊັ່ນ: ການແລ່ນຈອກກິ້ງ (Jogging) ຫຼື ການຫຼິ້ນໂຢຄະ (Yoga) ເປັນຕົ້ນ.
- ໃນລະຫວ່າງທີ່ມີປະຈຳເດືອນອາດຈະລ້າງ “ແຄມຊ່ອງຄອດ” ຫຼາຍກວ່າ 1ຄັ້ງ/ມື້, ດ້ວຍການລ້າງຈາກເທິງລົງລຸ່ມດ້ວຍນ້ຳອຸ່ນ.
- ບໍ່ຈຳເປັນຕ້ອງໃຊ້ສະບູໃນການລ້າງນ້ອງສາວ ແຕ່ຖ້າຢາກໃຊ້ຂໍແນະນຳໃຫ້ໃຊ້ສະບູທີ່ບໍ່ມີກິ່ນ, ບໍ່ມີສີ ແລະ ອ່ອນໂຍນເທົ່ານັ້ນ.
ພາບ: Free Vector | Slim woman body with flower (freepik.com)
ນ້ອງສາວມີກິ່ນຈະເຮັດແນວໃດ?
ກ່ອນອື່ນໝົດຕ້ອງບອກວ່ານ້ອງສາວຂອງທຸກຄົນຈະມີກິ່ນຢູ່ແລ້ວ ເຊິ່ງບາງຄົນຈະມີກິ່ນຈາງໆ ຫຼື ບາງຄົນຈະມີກິ່ນແຮງ, ນັ້ນເກີດຈາກການບໍລິໂພກ ແລະ ການເປັນປະຈຳເດືອນຂອງແຕ່ລະຄົນນັ້ນເອງ.
ແຕ່ຖ້າກໍລະນີທີ່ນ້ອງສາວມີກິ່ນແຮງອາດຕ້ອງໄດ້ພົບແພດເພື່ອປຶກສາເລົ່າອາການ ແລະ ໃຫ້ແພດວິໄຈເຖິງອາການດັ່ງກ່າວໄດ້ຢ່າງຊັດເຈນຈະດີກວ່າ.
ວິທີດູແລ ແລະ ຮັກສາຄວາມສະອາດ:
- ຄວນປ້ອງກັນເລື່ອງຂອງຄວາມຊຸ່ມເຊັ່ນ: ຫຼັງຈາກການເຂົ້າຫ້ອງນ້ຳຄວນລ້າງດ້ວຍນ້ຳສະອາດ ແລະ ເຊັດເບົາໆທຸກຄັ້ງ.
- ໃນກໍລະນີມີປະຈຳເດືອນຄວນປ່ຽນຜ້າອະນາໄມເລື້ອຍໆ.
- ທຳຄວາມສະອາດພາຍນອກເທົ່ານັ້ນບໍ່ຄວນລ້າງເຂົ້າໄປພາຍໃນນ້ອງສາວ.
- ການເລືອກສະບູໃນການລ້າງນ້ອງສາວຄວນເລືອກເປັນສະບູແຫຼວທີ່ບໍ່ມີສ່ວນປະສົມຂອງນ້ຳຫອມ ຫຼື ແອວກໍຮໍ.
- ໃຊ້ນ້ຳອຸ່ນກຳຈັດຂີ້ໄຄ: ບໍລິເວນຮອຍພັບຂອງແຄມນອກມັກມີຂີ້ໄຄດັ່ງນັ້ນຄວນໃຊ້ສຳລີກັບນ້ຳອຸ່ນໃນການທຳຄວາມສະອາດເພາະນ້ຳອຸ່ນຈະເຮັດໃຫ້ຂີ້ໄຄຫຼຸດອອກໄດ້ງ່າຍ.
- ວິທີການເຊັດຫຼັງເຂົ້າຫ້ອງນ້ຳກໍຄື: ຫຼັງຈາກລ້າງນ້ຳທຸກຄັ້ງຕ້ອງໃຊ້ເຈ້ຍອະນາໄມເຊັດໃຫ້ແຫ້ງໂດຍການເຊັດຈາກອະໄວຍະວະເພດລົງໄປຫາຮູທະວານ, ບໍ່ຄວນເຊັດຈາກຮູທະວານຂຶ້ນມາເພາະຈະເຮັດໃຫ້ຕິດເຊື້ອຈາກທະວານສູ່ອະໄວຍະເພດໄດ້.
ຫວັງວ່າວິທີການໃນຄັ້ງນີ້ຈະສາມາດເຮັດໃຫ້ທຸກຄົນໄດ້ຮຽນຮູ້ການລ້າງນ້ອງສາວໄດ້ຖືກວິທີ ແລະ ຮ່າງໄກຈາກພະຍາດໄດ້ຫຼາຍຂຶ້ນ, ເຖິງຢ່າງໃດກໍຕາມເຮົາທຸກຄົນຕ້ອງມີວິໄນກັບໂຕເອງໂດຍສະເພາະໃນເລື່ອງຂອງການກິນ ແລະ ການດູແລໃຫ້ຖືກວິທີເທົ່ານີ້ນ້ອງສາວຂອງເຮົາກໍຈະມີສຸຂະພາບທີ່ດີຂຶ້ນແລ້ວ.
ຂຽນໂດຍ: Phascolarctos
ແຫຼ່ງອ້າງອີງ