ຊຸບຕາມາເອງ! ກຽມເບິ່ງ "ໝໍແນ່ງ" ໃນລາຍການ 10 ຄຳຖາມຕາມໃຈມ່ວນ

ເມື່ອ ໝໍແນ່ງ-ຈັນດາລີ ສິດພະໄຊ ມາຢ້ຽມຢາມທີມງານມ່ວນ, ຄວາມບັນເທີງ ແລະ ຄວາມມ່ວນຊື່ນຈຶ່ງບັງເກີດຂຶ້ນ ໃນລາຍການ 10 ຄຳຖາມຕາມໃຈມ່ວນແບບ ພິເສດສຸດໆ. ແນ່ນອນວ່າ ມ່ວນຈະພາມາເຈາະເລິກເລື່ອງລາວໃນຊີວິດຂອງໝໍແນ່ງ ແລະ ເບື້ອງຫຼັງການຖ່າຍທຳວິດີໂອເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມໜ້າຮັກສົດໃສຂອງໝໍໃຈດີຄົນນີ້. ຜູ້ທີ່ມີຈິດໃຈດີ ເຊັ່ນດຽວກັນກັບໜ້າຕາ ທັງຍັງເປັນໄອດໍ້ໃຫ້ແມ່ຍິງຫຼາຍໆຄົນ. ເຊິ່ງໃນວັນສຸກ 18 ທັນວາ 2020 ທີ່ຈະມານີ້ ທຸກຄົນຈະໄດ້ຮັບຊົມວິດີໂອສຳພາດເຕັມໆຂອງໝໍແນ່ງກັນແລ້ວເດີ້ໃນເພຈ Muan.la, ເວົ້າມາລະກໍຕື່ນເຕັ້ນສຸດໆເມື່ອໝໍ-ນັກສະແດງ ແລະ ນາງແບບແຫ່ງວົງການບັນເທີງລະດັບໂຕທັອບມາເອງ.
ບອກເລີຍວ່າຄລິບວິດີໂອທີ່ຈະປ່ອຍນີ້ ມີຄົບທຸກລົດຊາດ. ໂດຍສະເພາະຄຳຖາມຈາກທາງບ້ານ ແລະ ຈາກມ່ວນ (ຄັດມາມີແຕ່ເດັດໆ) ງານນີ້ຜູ້ຕອບເຖິງກັບອຶ້ງ!!! ເຊື່ອເລີຍວ່າ ຖ້າໄດ້ເບິ່ງ ຫຼາຍຄົນຈະໄດ້ຮູ້ໃນສິ່ງທີ່ບໍ່ຮູ້ ແລະ ມຸມມອງຂອງໝໍນາງຟ້າຄົນນີ້ໃຫ້ຫຼາຍຂຶ້ນ. ເຊິ່ງຈະມີຄຳຖາມໃດແດ່ທີ່ກວນໆ ຫຼື ຄຳໃດທີ່ໄດ້ຄຳຕອບຢ່າງບໍ່ຄາດຄິດ ແນວໃດຕ້ອງຖ້າຕິດຕາມນຳກັນເດີ້.
ແຕ່ຂໍບອກໄວ້ກ່ອນນິດໆ ມີອຶ້ງກັບຄຳຕອບ, ຕະຫຼົກ, ໜ້າຮັກ ແຝງດ້ວຍຂໍ້ຄິດີໆ ເບິ່ງແລ້ວຍິ້ມຕາມບໍ່ຢຸດເລີຍແຫຼະ, ແຕ່ກ່ອນຈະໄປເບິ່ງຄລິບຖາມຕອບ ເຮົາມາເບິ່ງພາບເບື້ອງຫຼັງທີ່ມ່ວນນຳເອົາມາຝາກກັນກ່ອນເລີຍ ວ່າຈະໜ້າຮັກພຽງໃດ ໄປສ່ອງພາບໃນອາລະບໍ້າຮູບລຸ່ມສຸດ.