ລາວຈະໄດ້ໃຊ້ວັກຊີນໂຄວິດ-19 ໃນປີ 2021 ແຕ່ວັກຊີນນັ້ນແມ່ນວັກຊີນອັນໃດລະ?

ມີຂ່າວອອກມາວ່າ ໃນປີ 2021 ລາວຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ອີງຕາມການລາຍງານຂອງ ວຽງຈັນທາຍ ເຊິ່ງນີ້ຖືວ່າເປັນຂ່າວດີສຳລັບທຸກຄົນ. ແຕ່ວັກຊີນທີ່ເຮົາຈະໄດ້ຮັບນີ້ ເປັນວັກຊີນໂຕໃດກັນລະ? ເພາະໃນປັດຈຸບັນມີຫຼາຍບໍລິສັດທີ່ກຳລັງພັດທະນາວັກຊີນ ແລະ ແຕ່ລະອັນລ້ວນແລ້ວແຕ່ກ້າວໜ້າ ແລະ ປະສົບຄວາມສຳເລັດ.
ວັກຊີນທີ່ຈະມາໃຊ້ຢູ່ລາວນີ້ແມ່ນວັກຊີນທີ່ຜະລິດຢູ່ປະເທດອັງກິດ (ສະຫະລາຊະອານາຈັກ), ນີ້ແມ່ນຂໍ້ມູນທີ່ສະເໜີໂດຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນໂອກາດທີ່ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020.
ອີງຕາມຂໍ້ມູນຈາກອົງການອະນາໄມໂລກ, ໃນປັດຈຸບັນ ມີວັກຊີນໂຄວິດ-19 ຈຳນວນ 214 ຊະນິດທີ່ກຳລັງຢູ່ໃນຂັ້ນຕອນຂອງການພັດທະນາ ແຕ່ໃນນັ້ນມີ 4 ຊະນິດຈາກ 4 ບໍລະສັດທີ່ໂດດເດັ່ນ ແລະ ກ້າວໜ້າກວ່າໝູ່ ປະກອບດ້ວຍ: ອັອກຊ໌ຟອດ-ແອສຕຣາເຊເນກາ (Oxford-Astrazeneca), ໄຟເຊີໄບອອນເທັກ (Pfizer-BioNTech), ສະປຸດນິກ (Sputnik) ແລະ ໂມເດີນາ (Moderna) ເຊິ່ງທັງໝົດນີ້ຕ່າງກໍໄດ້ລາຍງານຜົນການທົດລອງໃນຂັ້ນທີ 3 ແລ້ວ.
muan.la ຈະພາໄປເບິ່ງກັນວ່າ ວັກຊີນຂອງແຕ່ລະບໍລິສັດ ມີປະສິດທິພາບຫຼາຍສໍ່າໃດ.
ເລີ່ມກັນທີ່ ອັອກຊ໌ຟອດ-ແອສຕຣາເຊເນກາ ບໍລິສັດສັນຊາດອັງກິດ, ວັກຊີນຂອງພວກເຂົາມີການທົດລອງໂດຍມີອາສາສະໝັກຫຼາຍກວ່າ 20 ພັນຄົນໃນ 2 ປະເທດຄື ອັງກິດ ແລະ ເບຣຊິນເຂົ້າຮ່ວມ. ນັກວິໄຈບອກວ່າ ວັກຊີນນີ້ສາມາດປ້ອງກັນການຕິດໂຄວິດ-19 ໄດ້ຜົນ 70%. ວັກຊີນນີ້ໃຊ້ໄວຣັສເປັນພາຫະ (Viral vector vaccines) ແລະ ຕ້ອງໄດ້ຮັບ 2 ໂດສ (dose) ເຊິ່ງໂດສທີ 2 ຈະສັກຫ່າງຈາກໂດສທຳອິດ 28 ມື້. ວັກຊີນນີ້ສາມາດເກັບຮັກສາໄດ້ໃນອຸນຫະພູມຕູ້ເຢັນປົກກະຕິ.
ຕໍ່ມາແມ່ນ ໄຟເຊີ-ໄບອອນເທັກ ຈາກສະຫະລັດ, ພວກເຂົາເປີດເຜີຍຄວາມຄືບໜ້າການທົດລອງໃນຂັ້ນທີ 3 ເຊິ່ງກຳລັງດຳເນີນການຢູ່ ເຊິ່ງຂໍ້ມູນຫຼ້າສຸດບົ່ງຊີ້ວ່າ ວັກຊີນນີ້ເບິ່ງຄືວ່າຈະມີປະສິດທິພາບໃນການປ້ອງກັນເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນກຸ້ມຄົນອາຍຸ 65 ປີຂຶ້ນໄປໄດ້ເຖິງ 94%. ຕອນນີ້ ໄຟເຊີ ແລະ ໄບອອນເທັກ ເຊິ່ງເປັນຜູ້ຄິດຄົ້ນວັກຊີນຊະນິດອາເອັນເອ (RNA) ປະກາດວ່າ ຜົນການທົດລອງວັກຊີນກັບຄົນຈຳນວນ 43,500 ຄົນໃນ 6 ປະເທດປະກອບດ້ວຍ: ສະຫະລັດອາເມລິກາ, ເຢຍລະມັນ, ເບຣຊິນ, ອາເຈນຕິນາ, ອາຟຣິກາໃຕ້ ແລະ ຕວກກີ ໂດຍຜູ້ເຂົ້າຮ່ວມໄດ້ຮັບວັກຊີນຈຳນວນ 2 ໂດສຫ່າງກັນ 3 ອາທິດ ພົບວ່າຜູ້ໄດ້ຮັບມີພູມຄຸ້ມກັນຈາກໂຄວິດ-19 ເຖິງ 90%.
ແມ່ຕູ້ໄວ 91 ປີຈາກໄອແລນເໜືອເປັນຄົນທຳອິດຂອງໂລກທີ່ໄດ້ຮັບວັກຊີນຂອງໄຟເຊີ-ໄບອອນເທັກນີ້ ເມື່ອວັນທີ່ 8 ທັນວາ 2020.
ແມ່ຕູ້ ມາກາເຣັດ ຄີແນນ ໄວ 91 ປີ ເປັນຄົນທຳອິດຂອງໂລກທີ່ໄດ້ຮັບວັກຊີນໂຄວິດ-19 ຂອງໄຟເຊີ-ໄບອອນເທັກ / ພາບ: POOL
ຕາມມາດ້ວຍ ໂມເດີນາ ບໍລິສັດສັນຊາດສະຫະລັດຜູ້ຄິດຄົ້ນວັກຊີນໂຄວິດ-19 ຊະນິດອາເອັນເອ, ຜົນເບື້ອງຕົ້ນຂອງການທົດລອງຂັ້ນທີ 3 ບົ່ງຊີ້ວ່າ ວັກຊີນນີ້ມີປະສິດທິພາບໃນການປ້ອງກັນການຕິດເຊື້ອໂຄວິດ-19ໄດ້ເກືອບ 95%. ພວກເຂົາດຳເນີນການທົດລອງວັກຊີນນີ້ກັບອາສາສະໝັກຈຳນວນ 30 ພັນຄົນໃນສະຫະລັດ ໂດຍໃຫ້ອາສາສະໝັກເຄິ່ງໜຶ່ງໄດ້ຮັບວັກຊີນ 2 ໂດສ ໄລຍະເວລາຫ່າງກັນ 4 ອາທິດ, ສ່ວນອີກເຄິ່ງໜຶ່ງແມ່ນໄດ້ຮັບຢາຫຼອກ ເຊິ່ງບໍ່ມີຕົວຢາແທ້. ຜົນການທົດລອງປາກົດວ່າ ອາສາສະໝັກທີ່ໄດ້ຮັບວັກຊີນແທ້ຕິດເຊື້ອພຽງ 5 ຄົນ ສ່ວນກຸ່ມທີ່ໄດ້ຮັບຢາຫຼອດຕິດເຊື້ອໄປ 90 ຄົນ. ການເກັບຮັກສາວັກຊີນຂອງໂມເດີນານີ້ແມ່ນຕ້ອງເກັບໄວ້ໃນອຸນຫະພູມ -20 ອົງສາ C ແລະ ເກັບໄວ້ໄດ້ບໍ່ເດີນ 6 ເດືອນ.
ປິດທ້າຍດ້ວຍ ສະປຸດນິກ 5 ຂອງບໍລິສັດກາມາເລຢາ ຈາກຣັດເຊຍ ຮັບຮູ້ຜົນເບື້ອງຕົ້ນໃນການທົດລອງຂັ້ນທີ 3 ແລ້ວ ພົບວ່າປະສິດທິພາບຂອງວັກຊີນຢູ່ທີ່ 92%. ວັກຊີນຂອງຣັດເຊຍນີ້ເປັນຊະນິດໃຊ້ໄວຣັດເປັນພາຫະ ຕ້ອງຮັບ 2 ໂດສຫ່າງກັນ 3 ອາທິດ ແລະ ສາມາດເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ.
ໃນລາຍຊື່ຂອງວັກຊີນທີ່ລາຍງານຜົນການທົດລອງຂັ້ນທີ 3 ນັ້ນ, ມີພຽງຂອງອັອກຊ໌ຟອດ-ແອສຕຣາເຊເນກາທີ່ເປັນຂອງອັງກິດ, ສະນັ້ນອີງຕາມຄຳກ່າວຂອງ ທ່ານ ດຣ. ຣັດຕະນະໄຊ ຈຶ່ງມີຄວາມເປັນໄປໄດ້ສູງວ່າເຮົາຈະໄດ້ຮັບວັກຊີນຊະນິດນີ້.
ແນວໃດກໍຕາມ ເຮົາຍັງບໍ່ທັນຮູ້ໄດ້ເຖິງເວລາທີ່ຊັດເຈນວ່າ ໃນເດືອນໃດຂອງປີ 2021 ທີ່ເຮົາຈະໄດ້ຮັບວັກຊີນປ້ອງກັນພະຍາດຮ້າຍນີ້. ເມື່ອຮອດເວລານັ້ນ ເຮົາອາດຈະໄດ້ເຫັນຫຼາຍໆຢ່າງກັບເຂົ້າສູ່ສະພາວະປົກກະຕິ ແຕ່ໃນຕອນນີ້ທີ່ຍັງມີສະພາບການລະບາດໃນປະເທດໃກ້ຄຽງ ເຮົາກໍບໍ່ຄວນລະເລີຍການປ້ອງກັນໂຕເອງ ໂດຍການປະຕິບັດມາດຕະການຕາມທີ່ລັດຖະບານວາງອອກ.
ບົດຄວາມໂດຍ: ທີມບັນນາທິການ muan.la
ພາບໜ້າປົກ: AFP
ອ້າງອີງ: