10 ທັກສະທີ່ເຈົ້າຕ້ອງມີໃນ Resume (ຊີວະປະຫວັດຫຍໍ້) ຖ້າເຈົ້າຢາກໄດ້ວຽກທີ່ຕ້ອງການ

ເຮົາກໍ່ຂຽນປະຫວັດຫຍໍ້ຄົບຖ້ວນແລ້ວ ເປັນຫຍັງບໍ່ເອີ້ນເຮົາເຂົ້າໄປສໍາພາດ!?
ຫຼາຍໆຄົນມັກສົງໄສວ່າເປັນຫຍັງເວລາຂຽນ Resume, CV ຫຼື ຊີວະປະຫວັດຫຍໍ້ໄປແລ້ວແຕ່ເປັນຫຍັງ ບໍ່ໄດ້ຮັບການພິຈາລະນາຈາກບໍລິສັດ ຫຼື ອົງກອນທີ່ເຮົາໄປສະໝັກວຽກ.
ບັນຫາມັນເປັນຍ້ອນຫຍັງ! ຫຼາຍໆຄົນມັກຫຼົງລືມ ຫຼື ບໍ່ໃສ່ໃຈກັບການຂຽນລະບຸທັກສະຄວາມສາມາດຂອງຕົວເອງລົງໄປນຳ ຫຼື ລະບຸລົງໄປແລ້ວແຕ່ມັນບໍ່ກົງກັບຄວາມຕ້ອງການໃນຕໍາແໜ່ງທີ່ຕົວເອງສະໝັກໄປ ຫຼື ແມ່ນແຕ່ບໍ່ໄດ້ລະບຸລົງໄປເລີຍກໍ່ມີ.
ບົດຄວາມນີ້ຈະນໍາທ່ານໄປຮູ້ຈັກກັບ 10 ທັກສະທີ່ສໍາຄັນທີ່ສຸດ ແລະ ເປັນພື້ນຖານທີ່ຈະເຮັດໃຫ້ ຊີວະປະຫັວດຂອງເຈົ້າໜ້າສົນໃຈກວ່າຄົນອື່ນ ແລະ ອາດເຮັດໃຫ້ເຈົ້າຖືກເອີ້ນໄປສໍາພາດຕັ້ງແຕ່ຕອນຢືນແບບຟອມເລີຍກໍ່ວ່າໄດ້.
ທັກສະທີ 1: Problem-Solving ທັກສະໃນການແກ້ໄຂບັນຫາ
ທຸກໆວຽກງານປາສະຈາກບໍ່ໄດ້ທີ່ຈະຕ້ອງພົບກັບບັນຫາ ບໍ່ຊ້າ ກໍ່ໄວ. ດັ່ງນັ້ນ, ສິ່ງທີ່ອົງກອນຕ້ອງການຄືເພື່ອນຮ່ວມງານທີ່ພ້ອມຈະປະເຊີນກັບທຸກໆບັນຫາ ແລະ ຫາທາງອອກເພື່ອແກ້ໄຂມັນ. ຖ້າເຈົ້າມີສິ່ງນີ້ຈົ່ງລະບຸມັນລົງໄປ ແລະ ສະແດງມັນອອກມາເມື່ອມີໂອກາດ.
ທັກສະທີ 2: Leadership skills ທັກສະການເປັນຜູ້ນໍາ
ເປັນທັກສະໃນການບໍລິຫານຊັບພະຍາກອນທະນຸດທີ່ມີໃຫ້ເຮັດສໍາເລັດເປົ້າໝຍໃດໜຶ່ງທີ່ຕັ້ງໄວ້. ເຊິ່ງມັນກໍ່ລວມມີ ການສ້າງແຮງຈູງໃຈ, ການສິດສອນ ແລະ ໃຫ້ຄຳແນະນໍາ, ການຜ່ອນໜັກເບົາ, ການສ້າງທີມ ແລະ ລວມໄປເຖິງຄວາມຮັບຜິດຊອບໃນການຈັດການ ແລະ ບໍລິຫານອົງກອນນຳ ເຊິ່ງທັກສະນີ້ສໍາຄັນຫຼາຍໃນການທີ່ຈະຕັດສິນວ່າເຈົ້າຈະສສາມາດເປັນຜູ້ນໍາ ຫຼື ກ້າວໜ້າຂຶ້ນໄປຕໍາແໜ່ງສູງໆໃນສາຍວຽກນັ້ນໆບໍ່. ທີ່ສຳຄັນຫຼາຍໆອົງກອນກໍ່ຕ້ອງການຄົນແບບນີ້ຫຼາຍເພື່ອເຮັດໃຫ້ອົງກອນເຕີບໃຫຍ່. ດັ່ງນັ້ນ, ຢ່າລືມທັກສະນີ້ເດີ້.
ທັກສະທີ 3: Active Listening ທັກສະໃນການຟັງຢ່າງຕັ້ງໃຈ
ເປັນທັກສະໃນການຮັບຟັງຢ່າງຕັ້ງໃຈ ແລະ ຈັບໃຈຄວາມໄດ້ດີ ພ້ອມໆກັບຕອບສະໜອງທັນທີກັບຜູ້ເວົ້າ ເຊິ່ງສະແດງອອກ ການຕັ້ງຄຳຖາມກັບຜູ້ເວົ້າ, ການບັນທຶກຫຼືຈົດໃຈຄວາມສໍາຄັນ, ການຮວບຮ່ວມຂໍ້ມູນທີ່ຜູ້ເວົ້າໄດ້ເວົ້າອອກມາ ເປັນຕົ້ນ. ການພັດທະນາທັກສະນີ້ຈະຊ່ວຍສະແດງໃຫ້ເພື່ອນຮ່ວມງານເຫັນວ່າເຮົາຕັ້ງໃຈ ແລະ ຈົດຈໍ່ກັບໜ້າວຽກທີ່ໄດ້ຮັບມອບໝາຍມາ. ແນ່ນອນບໍ່ມີເຈົ້ານາຍຄົນໃດທີ່ບໍ່ຢາກໄດ້ລູກນ້ອງທີ່ເຂົ້າໃຈໃນສິ່ງທີ່ຫົວໜ້າມອບໝາຍໃຫ້
ທັກສະທີ 4: Teamwork ທັກສະການເຮັດວຽກເປັນກຸ່ມ
ເປັນທັກສະທີ່ເຮົາມັກໄດ້ຍິນກັນແຕ່ໜ້ອຍຄົນຈະເຮັດໄດ້ ທີ່ສໍາຄັນກ່ອນທີ່ຈະລະບຸທັກສະລົງໄປຄວນໃຫ້ແທດເໝາະກັບປະສົບການເຮັດວຽກທີ່ຜ່ານມາ ຫຼື ຕົວຢ່າງສິ່ງທີ່ເຮົາໄດ້ເຮັດຜ່ານມາເພື່ອສະແດງໃຫ້ເຫັນວ່າເຮົາເປັນຄົນທີ່ເຮັດວຽກເປັນທີມໄດ້ດີ. ຍິ່ງເຈົ້າເຮັດວຽກຮ່ວມກັບຄົນອື່ນໄດ້ດີ ເຈົ້າຈະສາມາດກ້າວໜ້າໄດ້ໄວ ແລະ ເພື່ອນຮ່ວມງານກໍ່ມັກທີ່ຈະເຮັດວຽກຮ່ວມກັບເຈົ້າ.
ທັກສະທີ 5: Adaptability ທັກສະໃນການປັບຕົວ
ເປັນທັກສະໃນການປັບຕົວ, ຮຽນຮູ້ສິ່ງໃໝ່ ຮຽນທັກສະໃໝ່ໆ ແລະ ຍອມຮັບກັບຄວາມປ່ຽນແປງ ແລ້ວໃຊ້ຄວາມປ່ຽນແປງນັ້ນໃຫ້ເປັນປະໂຫຍດ. ຍິ່ງເຈົ້າປັບຕົວກັບຄວາມປ່ຽນແປງບໍ່ວ່າຈະເປັນໜ້າວຽກ, ສະພາບແວດລ້ອມ ຫຼື ແນວທາງໃໝ່ ໄດ້ດີ ມັນສາມາດເຮັດໃຫ້ເຫັນວ່າແະນາຄົດເຈົ້າຈະໄປຢູ່ຈຸດໃດ ຫຼື ກ້າວໜ້າພຽງໃດ.
ທັກສະທີ 6: Communication ທັກສະໃນການສື່ສານ
ເປັນທັກສະທີ່ສະແດງໃຫ້ເຫັນວ່າເຈົ້າສາມາດຮັບແລະສົ່ງຂໍ້ມູນຂ່າວສານໄດ້ດີສ່ຳໃດ ເຊິ່ງມັນລວມໄປເຖິງທັກສະດ້ານການໃຊ້ພາສາ, ການສະເໜີຄວາມຄິດເຫັນ, ຄວາມຮູ້ສຶກ ຫຼື ສື່ສານສິ່ງທີ່ຢູ່ອ້ອມຂ້າງເຈົ້າອອກມາ.
ທັກສະທີ່ສໍາຄັນສໍາລັບການສື່ສານຄື ທັກສະໃນການຮັບຟັງ,ທັກສະການເວົ້າ, ສັງເກດ ແລະ ເອົາໃຈໃສ່. ຍິ່ງເຈົ້າມີການສື່ສານທີ່ເປັນຈຸດແຂງເຈົ້າຈະເປັນທີ່ຕ້ອງການຂອງອົງກອນຕ່າງໆໃນທຸກໆລະດັບ.
ທັກສະທີ 7: Sales and Marketing ທັກສະການຕະຫຼາດ ແລະ ການຂາຍ
ທຸກໆທຸລະກິດແມ່ນຕິດພັນກັບການຂາຍ ແລະ ການເຮັດການຕະຫຼາດ ເພື່ອນໍາສະເໜີສິນຄ້າ ແລະ ບໍລິການ ໃຫ້ລູກຄ້າ ແລ້ວສ້າງກໍາໄລໃຫ້ອົງກອນ. ຍິ່ງໃນປັດຈຸບັນການຂາຍ ການເຮັດການຕະຫຼາດຍິ່ງມີຫຼາຍແບບ ຫຼາຍຮູບການ, ເຮັດແນວໃດຈະນໍາສະເໜີສິນຄ້າໃຫ້ເຂົ້າເຖິງຜູ້ບໍລິໂພກໃຫ້ທົ່ວເຖິງທີ່ສຸດ ແລະ ປິດການຂາຍ ເປັນສິ່ງທີ່ນັກຂາຍ ແລະ ນັກການຕະຫຼາດຕ້ອງຄິດຕະຫຼອດເວລາ. ດັ່ງນັ້ນ, ຖ້າເຈົ້າມີທັກສະດ້ານນີ້ ເຈົ້າຕ້ອງບໍ່ພາດທີ່ຈະຂຽນມັນລົງໄປໃນປະຫວັດຫຍໍ້ຂອງເຈົ້າ ເພາະມັນອາດເຮັດໃຫ້ເຈົ້າໂດດເດັ່ນຂຶ້ນມາທັນທີ.
ທັກສະທີ 8: Management skills ທັກສະໃນການບໍລິຫານຈັດການ
ບໍ່ວ່າເຈົ້າຈະເປັນຫົວໜ້າ ຫຼື ລູກນ້ອງ ການບໍລິຫານ ແລະ ຈັດການ ແມ່ນຕ້ອງມີຕິດຕົວ ເຊິ່ງມັນລວມໄປເຖິງ ການບໍລິຫານເວລາ, ບໍລິການການເງີນ, ຈັດການລຳດັບຄວາມສໍາຄັນໜ້າວຽກ ແລະ ອື່ນໆ. ການວາງແຜນ, ຕິດຕາມ, ການປະເມີນ ແຕ່ຕົ້ນຈົນຈົບໂຄງການ ຫຼື ວຽກງານໃດໜຶ່ງ ເປັນສິ່ງທີ່ບົ່ງບອກວ່າເຈົ້າມີທັກສະໃນການຈັດການນີ້ ຫຼາຍໜ້ອຍ ຫຼື ມີປະສິດທິພາບສ່ຳໃດ.
ທັກສະທີ 9: Technology ທັກສະທາງດ້ານເຕັກໂນໂລຊີ
ທຸກໆຢ່າງທຸກໆຄວາມສາມາດທາງດ້ານໄອທີ, ທຸກໆຢ່າງທີ່ຢູ່ໃນຄອມພີວເຕີ ຕັ້ງແຕ່ ໄມໂຄຣຊອບ Excel ໄປຈົນເຖິງ Photoshop, ການຂຽນໂປຣແກຣມ, ການນໍາໃຊ້ໂປຣແກຣມສໍາເລັດຮູບ ແລະ ອຸປະກອນ, ເຄື່ອງມືທາງເຕັກໂນໂລຊີຕ່າງ ເປັນຕົ້ນ. ຖ້າເຈົ້າຍັງບໍ່ມີທັກສະດ້ານນີ້ ຫາເວລາຫວ່າງຈັກໜ້ອຍແລ້ວຮຽນຮູ້ມັນໃຫ້ໄດ້ຈັກ 1 ຫຼື 2 ຢ່າງ ມັນຈະເຮັດໃຫ້ Resume ຂອງເຈົ້າມີສີສັນສະດຸດຕາຂຶ້ນມາຢູ່ອັນດັບຕົ້ນໆໄດ້ແນ່ນອນ.
ທັກສະທີ 10: Industry-Specific ທັກສະສະເພາະທາງ (ວິຊາຊີບຕິດຕົວ)
ສຳລັບທັກສະນີ້ຈະເນັ້ນໄປຫາຄວາມສາມາດຫຼັກໆທີ່ເຮົາມີຕໍ່ກັບໜ້າວຽກນັ້ນໆ. ທັກສະສະເພາະທາງນີ້ຈະຊ່ວຍເຮັດໃຫ້ນາຍຈ້າງເຫັນຊັດເຈນທີ່ສຸດວ່າເຮົາຈະເໝາະກັບຕໍາແໜ່ງ ຫຼື ໜ້າວຽກທີ່ທາງອົງກອນນັ້ນໆຕ້ອງການບໍ່. ຖ້າເຈົ້າສະໝັກເປັນນັກຂຽນໂປຣແກຣມ ແຕ່ເຈົ້າບໍ່ມີທັກສະໃນການຂຽນ ຫຼື ຮູ້ຈັກໃຊ້ເຄື່ອງມືເພື່ອສ້າງມັນແລ້ວເຈົ້າຄິດວ່າບໍລິສັດຍັງຈະອ່ານ Resume ເຈົ້າຕໍ່ໄປບໍ່ລະ! ທັກສະນີ້ເປັນທັກສະທີ່ຂາດບໍ່ໄດ້ເລີຍບໍ່ຊັ້ນເຈົ້າຈະງບໍ່ໄດ້ວຽກທີ່ຕ້ອງການແນ່ນອນຂໍຮັບປະກັນ.
ທັກສະພື້ນຖານເຫຼົ່ານີ້ທີ່ເຈົ້າຕ້ອງມີຕິດຕົວບໍ່ມີຫຼາຍກໍ່ຄວນມີໜ້ອຍ ຖ້າເຈົ້າບໍ່ມີເລີຍມັກໍ່ຍັງບໍ່ສາຍທີ່ຈະຮຽນຮູ້ ແລະ ເຝິກຜົນທັກສະເຫຼົ່ານີ້ ເພາະມັນບໍ່ໄດ້ເກີດມາພ້ອມກັບເຮົາ ແລະ ຈະມີມັນໄດ້ຕ້ອງໄດ້ເຝິກເອງຮຽນເອງເທົ່ານັ້ນ. ໃນການຂຽນ Resume ກໍ່ບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງລະບຸທຸກຢ່າງລົງໄປ ເພາະການລະບຸສິ່ງທີ່ຕົວເອງບໍ່ໄດ້ມີອາດເປັນດາບສອງຄົມທີ່ເຮັດໃຫ້ເຈົ້າຖືກປະຕິເສດແທນ. ດັ່ງນັ້ນ, ຄວນເບິ່ງຕໍາແໜ່ງ, ໜ້າວຽກ ແລະ ຂໍ້ມູນວຽກທີ່ເຈົ້າສະໝັກໃຫ້ດີກ່ອນວ່າຕ້ອງການຫຍັງ, ຕ້ອງການຄົນແບບໃດ ແລ້ວເຈົ້າຄ່ອຍມາຈັບຄູ່ກັບສິ່ງທີ່ເຈົ້າມີ ແລະ ເຮັດໄດ້ກ່ອນທີ່ຈະຂຽນລົງໄປໃນ ຊີວະປະຫວັດຫຍໍ້ຂອງເຈົ້າ.
ຫວັງວ່າບົດຄວາມນີ້ຈະມີປະໂຫຍດກັບທ່ານຜູ້ອ່ານບໍ່ຫຼາຍກໍ່ໜ້ອຍເນາະບໍ່ວ່າທາງໃດກໍ່ທາງໜຶ່ງເນາະ ແລະ ຢ່າລືມແບ່ງປັນມັນອອກໄປເພື່ອເປັນກໍາລັງໃຈໃຫ້ຜູ້ຂຽນເອງ ແລະ ໃຫ້ຄົນອື່ນໆທີ່ຍັງບໍ່ຮູ້ໄດ້ຮັບຮູ້ນຳກັນເດີ້.
ບົດຄວາມໂດຍ: Poui Kittang
ອ້າງອີງ: