ທໍາລາມົກ ແລະ ທໍາອະນາຈານ: ຄວາມແຕກຕ່າງທີ່ຄ້າຍຄືກັນ

ປະມວນກົດໝາຍອາຍາ ມາດຕາ 258 ກໍານົດວ່າ "ບຸກຄົນໃດ ຫາກໄດ້ເສບສົມ ຫຼື ໄດ້ເຜີຍອະໄວຍະວະເພດຂອງຕົນ ຕໍ່ໜ້າຊຸມຊົນ ຫຼື ສະຖານທີ່ສາທາລະນະ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 1,000,000 ກີບ ຫາ 5,000,000 ກີບ".
ປະມວນກົດໝາຍອາຍາ ມາດຕາ 259 ວັກທີໜຶ່ງ ກໍານົດວ່າ "ບຸກຄົນໃດ ຫາກໄດ້ມີການກະທໍາທີ່ແຕະຕ້ອງເຖິງຄວາມອັບອາຍທາງເພດຂອງບຸກຄົນອື່ນ ໂດຍຝືນໃຈຂອງຜູ້ນີ້ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສອງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 3,000,000 ກີບ ຫາ 10,000,000 ກີບ." ແລະ ວັກທີສອງ ກໍານົດວ່າ "ໃນກໍລະນີຫາກກະທໍາອະນາຈານເດັກ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 5,000,000 ກີບ ຫາ 20,000,000 ກີບ".
ຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນ ຂອງ ການທໍາລາມົກ ແລະ ການທໍາອະນາຈານ ມີ ດັ່ງນີ້:
ນິຍາມ:
ການທໍາລາມົກ ແມ່ນ ການເສບສົມ ຫຼື ການເຜີຍອະໄວຍະວະເພດຂອງຕົນ ຕໍ່ໜ້າຊຸມຊົນ ຫຼື ສະຖານທີ່ສາທາລະນະ.
ການທໍາອະນາຈານ ແມ່ນ ການກະທໍາທີ່ແຕະຕ້ອງເຖິງຄວາມອັບອາຍທາງເພດ ຂອງບຸກຄົນອື່ນ ໂດຍການຝືນໃຈ.
ວັດຖຸກໍາ:
ການທໍາລາມົກ ແລະ ການທໍາອະນາຈານ ແມ່ນ ການກະທໍາຜິດທີ່ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມ.
ພາວະວິໄສ:
ການທໍາລາມົກ ສະແດງອອກຢູ່ 2 ລັກສະນະ ຄື:
- ການມີເພດສໍາພັນ ດ້ວຍການໃຊ້ອະໄວຍະວະເພດດ້ວຍການ ຫຼື ອະໄວຍະວະເພດ ກັບ ອະໄວຍະວະອື່ນຂອງຮ່າງກາຍ ຂອງບຸກຄົນສອງຄົນຂຶ້ນໄປ ຊຶ່ງການມີເພດສໍາພັນດັ່ງກ່າວ ແມ່ນ ເກີດຂຶ້ນດ້ວຍຄວາມສະໝັກໃຈ ແລະ ຈໍາກັດຢູ່ສະເພາະແຕ່ຕໍ່ໜ້າຊຸມຊົນ ຫຼື ສະຖານທີ່ສາທາລະນະເທົ່ານັ້ນ. ຖ້າໄດ້ມີເພດສໍາພັນ ຫຼື ເຜີຍອະໄວຍະວະເພດ ຢູ່ສະຖານທີ່ອື່ນ ຈະບໍ່ຖືວ່າເປັນການກະທໍາຜິດໃນສະຖານການທໍາລາມົກ.
- ການເປີດເຜີຍອະໄວຍະວະເພດຂອງຕົນ ຕໍ່ໜ້າຊຸມຊົນ ຫຼື ສະຖານທີ່ສາທາລະນະ ເຊັ່ນ ການເປືອຍກາຍ, ການຖ່າຍເບົາ.
ສະຖານທີ່ສາທາລະນະ ໝາຍເຖິງ ສະຖານທີ່ທີ່ມີຄົນເຕົ້າໂຮມກັນເປັນຈໍານວນຫຼາຍ ຫຼື ມີຄົນໄປມາຢູ່ບໍ່ຂາດ ຊຶ່ງສາມາດແຍກອອກເປັນ 2 ປະເພດ ຄື (1) ສະຖານທີ່ສາທາລະນະຕາມສະພາບ ຊຶ່ງມີຄົນເຄື່ອນໄຫວໄປມາເປັນປະຈໍາ ເຊັ່ນ ຕະຫຼາດ, ໂຮງໝໍ ແລະ (2) ສະຖານທີ່ສາທາລະນະຕາມເປົ້າໝາຍ ເຊັ່ນ ໂຮງຮຽນ, ສໍານັກງານ, ອົງການ.
ດັ່ງນັ້ນ, ການເສບສົມ ຫຼື ການເຜີຍອະໄວຍະວະເພດຂອງຕົນ ຢູ່ຕໍ່ໜ້າຊຸມຊົນ ຫຼື ສະຖານທີ່ສາທາລະນະ ເຖິງຈະມີຄົນ ຫຼື ບໍ່ມີກໍຕາມ ລ້ວນແລ້ວແຕ່ແມ່ນການກະທໍາຜິດໃນສະຖານການທໍາລາມົກທັງນັ້ນ.
ການທໍາອະນາຈານ ສະແດງອອກດ້ວຍການແຕະຕ້ອງເຖິງຄວາມອັບອາຍທາງເພດຂອງບຸກຄົນອື່ນ ເຊັ່ນ ການກອດ, ການຈູບ, ການຫອມ, ການຈັບ, ການບາຍ ຕົວຕົນຂອງບຸກຄົນອື່ນ ຫຼື ຂອງເດັກ ຫຼື ການຈັບ, ການບາຍ, ການເຜີຍ ອະໄວຍະວະເພດ ຂອງບຸກຄົນອື່ນ ຫຼື ຂອງເດັກ ໂດຍການຂືນໃຈຂອງຜູ້ຖືກກະທໍາ ຊຶ່ງການທໍາອະນາຈານ ສາມາດເກີດຂຶ້ນໄດ້ໃນທຸກສະຖານທີ່ ບໍ່ໄດ້ຈໍາກັດສະເພາະແຕ່ຊຸມຊົນ ຫຼື ສະຖານທີ່ສາທາລະນະ ເຊັ່ນ ອາດຈະກີດຂຶ້ນຢູ່ເຮືອນ, ກ້ອງຕົ້ນໄມ້, ຖຽງນາ ກໍໄດ້.
ອັດຕະວິໄສ:
ການທໍາລາມົກ ແລະ ການທໍາອະນາຈານ ແມ່ນ ການກະທໍາຜິດໂດຍເຈດຕະນາ ໝາຍຄວາມວ່າ ຜູ້ກະທໍາຜິດຮູ້ວ່າ ການທໍາລາມົກ ແລະ ການທໍາອະນາຈານ ເປັນອັນຕະລາຍຕໍ່ສັງຄົມ ກໍຄື ເປັນການກະທໍາຜິດທີ່ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມ ແລະ ຜູ້ກະທໍາຜິດ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງການທໍາລາມົກ ແລະ ການທໍາອະນາຈານ ແຕ່ຜູ້ກະທໍາຜິດກໍຍັງຈົງໃຈເຮັດໃຫ້ມັນເກີດຂຶ້ນ.
ເຈົ້າກໍາ:
ຜູ້ກະທໍາຜິດໃນສະຖານການທໍາລາມົກ ແລະ ການທໍາອະນາຈານ ແມ່ນ ເຈົ້າກໍາທົ່ວໄປ ໝາຍຄວາມວ່າ ແມ່ນ ນິຕິບຸກຄົນ ຫຼື ບຸກຄົນທີ່ມີສະຕິສໍາປະຊັນຍະ, ບໍ່ເປັນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາ ສິບຫ້າປີ ຂຶ້ນໄປ.
ກ່າວໂດຍສະຫຼຸບ ການທໍາລາມົກ ແລະ ການທໍາອະນາຈານ ຄືກັນຢູ່ບ່ອນວ່າ ແມ່ນ ການກະທໍາຜິດທີ່ແຕະຕ້ອງຮີດຄອງປະເພນີອັນດີງາມ, ເປັນການກະທໍາຜິດໂດຍເຈດຕະນາ ແລະ ຜູ້ກະທໍາຜິດ ແມ່ນ ເຈົ້າກໍາທົ່ວໄປ. ສ່ວນຄວາມແຕກຕ່າງ ແມ່ນຢູ່ບ່ອນວ່າ ການທໍາລາມົກ ແມ່ນ ການກະທໍາຜິດດ້ວຍຄວາມສະໝັກໃຈຂອງຜູ້ກະທໍາຜິດ ຊຶ່ງເກີດຂຶ້ນຢູ່ສະເພາະແຕ່ຊຸມຊົນ ຫຼື ສະຖານທີ່ສາທາລະນະເທົ່ານັ້ນ, ສ່ວນການທໍາອະນາຈານ ແມ່ນ ການກະທໍາຜິດທີ່ຂືນໃຈຂອງບຸກຄົນອື່ນ ຫຼື ຂອງເດັກ ທີ່ຖືກກະທໍານັ້ນ ຊຶ່ງສາມາດເກີດຂຶ້ນໄດ້ທຸກສະຖານທີ່ ບໍ່ໄດ້ຈໍາກັດສະເພາະ.
ບົດຄວາມໂດຍ: ວິລະວົງ ຍຸບົນພາກ
ອ້າງອີງ:
- ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017;
- ກົດໝາຍອາຍາພາກສະເພາະ ເຫຼັ້ມ 2, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, 2010.