ໂລກໃໝ່ຂອງການຮຽນຮູ້! katalyst-learning.com ໃຫ້ຄົນລາວຝຶກອົບຮົມກ່ຽວກັບ e-commerce ແບບຟຣີໆ

- Katalyst Partners ເປີດໂຕແພລດຟອມອອນລາຍສຳລັບການຝຶກອົບຮົມ katalyst-learning.com.
- ເວັບໄຊນີ້ເປັນບ່ອນທຳອິດຂອງລາວທີ່ມີເນື້ອໃນການຝຶກອົບຮົມທີ່ມີຄຸນນະພາບລະດັບສາກົນໃນພາສາລາວ ໂດຍໃຊ້ຜູ້ນຳສະເໜີທີ່ເປັນຄົນລາວ.
- ເບື້ອງຕົ້ນມີບົດຮຽນສຳລັບກ່ຽວກັບການຄ້າເອເລັກໂຕຣນິກສຳລັບ mSMEs (ຈຸນລະວິສາຫະກິດ) ຈຳນວນ 2 ຫຼັກສູດ ໃຫ້ຜູ້ໃຊ້ສາມາດຮຽນຮູ້ໄດ້ໂດຍບໍ່ເສຍຄ່າ.
ໃນໂລກທີ່ພະຍາດລະບາດໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງຄົນທົ່ວໂລກ ເວົ້າສະເພາະກໍຄືຄົນລາວເຮົາ ເຮັດໃຫ້ຫຼາຍຄົນຫັນມາເຮັດສິ່ງຕ່າງໆທາງອອນລາຍຫຼາຍຂຶ້ນ ເຫັນໄດ້ຈາກໄລຍະທີ່ປະເທດລັອກດາວ ແລະ ຜູ້ຄົນພາກັນເຮັດວຽກຢູ່ເຮືອນ ແລະ ໃຊ້ຊ່ອງທາງອອນລາຍໃນການດຳເນີນຊີວິດ ນອກຈາກດ້ານບັນເທີງແລ້ວກໍຍັງມີການຮຽນຮູ້ສິ່ງໃໝ່ໆນຳອີກ. ນັ້ນຈຶ່ງເປັນທີ່ມາຂອງແນວຄິດໃນການສ້າງພື້ນທີ່ເພື່ອໃຫ້ຄົນລາວສາມາດຮຽນຮູ້ໄດ້ບໍ່ວ່າຈະຢູ່ໃສ ແລະ ຕອນໃດກໍໄດ້ ພຽງແຕ່ມີອິນເຕີເນັດ.
ສະນັ້ນ Katalyst Partners ຜູ້ໃຫ້ບໍລິການດ້ານໂຊລູຊັນເພື່ອການຮຽນຮູ້ ແລະ ການພັດທະນາຢູ່ໃນລາວ ຈຶ່ງໄດ້ເປີດຕົວ katalyst-learning.com ເຊິ່ງເປັນເວທີການຝຶກອົບຮົມແບບອອນລາຍບ່ອນທຳອິດຂອງປະເທດລາວທີ່ມີການນຳສະເໜີເນື້ອໃນທີ່ມີຄຸນນະພາບລະດັບສາກົນໃນຮູບແບບພາສາລາວ ໂດຍໃຊ້ຜູ້ນຳສະເໜີທີ່ເປັນຄົນລາວ ເພື່ອໃຫ້ຜູ້ໃຊ້ສາມາດເຂົ້າເຖິງ ແລະ ເຂົ້າໃຈບົດຮຽນໄດ້ຢ່າງງ່າຍດາຍ. ງານເປີດຕົວໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 15 ທັນວາ 2020 ທີ່ຜ່ານມານີ້.
ໃນ katalyst-learning.com ມີຫຍັງແດ່? ເບື້ອງຕົ້ນນັ້ນ ເວັບໄຊຝຶກອົບຮົມນີ້ໄດ້ເປີດຫຼັກສູດຊຸດທຳອິດເຊິ່ງເປັນການຝຶກອົບຮົມກ່ຽວກັບ ການຄ້າເອເລັກໂຕຣນິກ (e-commerce) ສຳລັບຈຸນລະວິສາຫະກິດ ຫຼື mSMEs. ຫຼັກສູດນີ້ມີ 72 ຫົວຂໍ້ໃນການຮຽນຮູ້ ເຊິ່ງໄດ້ຮັບການສະໜັບສະໜຸນທຶນສ້າງຫຼັກສູດໂດຍ The Asia Foundation’s Laos E-Commerce Development Initiative ແລະ Australia Office of Trade Negotiations ເຊິ່ງເປັນສ່ວນໜຶ່ງຂອງກອງທຶນການຄ້າເພື່ອການຊ່ວຍເຫຼືອການຄ້າທາງເອເລັກໂຕຣນິກ (E-Commerce Aid for Trade Fund).
ທັງນີ້ບົດຮຽນໃນກ່ຽວກັບການຄ້າເອເລັກໂຕຣນິກສຳລັບຈຸນລະວິສາຫະກິດຈະແບ່ງອອກເປັນ 2 ຫຼັກສູດຄື: E-commerce ສຳລັບ mSMEs ເຊິ່ງອອກແບບມາສຳລັບເຈົ້າຂອງທຸລະກິດ ແລະ Introduction to E-commerce ເຊິ່ງມຸ່ງເປົ້າໄປທີ່ທຸກຄົນທີ່ເຮັດວຽກໃນ mSME ເພື່ອຊ່ວຍສ້າງຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຂະບວນການການຄ້າທາງເອເລັກໂຕຣນິກ ໂດຍທັງສອງຫຼັກສູດນີ້ແມ່ນທຸກຄົນສາມາດຮຽນໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.
ຈຸດເດັ່ນຂອງເວັບໄຊຝຶກອົມຮົມນີ້ປະກອບດ້ວຍ:
- ສະໝັກໃຊ້ໄດ້ງ່າຍ ແລະ ວ່ອງໄວ ພຽງແຕ່ມີບັນຊີເຟສບຸກກໍສາມາດເຂົ້າສູ່ລະບົບໄດ້ທັນທີ ໂດຍບໍ່ຕ້ອງປ້ອນຂໍ້ມູນຈຳນວນຫຼາຍໃສ່.
- ບົດຮຽນເປັນຮູບແບບວິດີໂອ ເຊິ່ງບໍ່ຍາວເກີນໄປ ຈຶ່ງເຮັດໃຫ້ບໍ່ເບື່ອງ່າຍ.
- ຜູ້ບັນລະຍາຍເປັນຄົນລາວ ແລະ ໃຊ້ພາສາລາວໃນການບັນລະຍາຍ ຈຶ່ງເໝາະກັບຄົນລາວທຸກຄົນ.
- ສາມາດດາວໂຫຼດບົດຮຽນເພື່ອໄວ້ເບິ່ງແບບອອບລາຍໄດ້ ເວລາທີ່ບໍ່ມີອິນເຕີເນັດ.
- ມີບົດທົດສອບທ້າຍບົດຮຽນ ເພື່ອທວນຄືນຄວາມເຂົ້າໃຈກ່ຽວກັບສິ່ງທີ່ໄດ້ຮຽນຮູ້ມາແລ້ວ.
ນອກຈາກນັ້ນ ຜູ້ທີ່ຮຽນຮູ້ຜ່ານແພລດຟອມນີ້ຍັງຈະໄດ້ຮັບໃບຢັ້ງຢືນໃນຮູບແບບດິຈິຕອນໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ທ່ານສາມາດເກັບໄວ້ແບບດິຈິຕອນ ຫຼື ພິມອອກມາເກັບໄວ້ກໍໄດ້ ເພື່ອເປັນສິ່ງຢັ້ງຢືນວ່າ ຕົນເອງໄດ້ຜ່ານການຮຽນຮູ້ຫຼັກສູດນັ້ນໆແລ້ວ.
ນອກຈາກ 2 ຫຼັກສູດທຳອິດນີ້ແລ້ວ ໃນອະນາຄົດຍັງຈະມີຫຼັກສູດອື່ນໆປ່ອຍອອກມາອີກ ເຊິ່ງກໍມີທັງທີ່ຟຣີ ແລະ ເສຍເງິນ ໂດຍທາງຜູ້ພັດທະນາກໍຄື Katalyst Partners ໄດ້ກະກຽມຊ່ອງທາງໃນການຊຳລະເງິນທີ່ສະດວກສະບາຍໄວ້ໃຫ້ເຊັ່ນກັນ. ພາຍໃນໄຕມາທຳອິດຂອງປີໜ້າຈະມີຫຼັກສູດອື່ນໆອອກມາອີກ 8 ຫຼັກສູດ ເຊິ່ງກວມເອົາຫົວຂໍ້ທີ່ຫຼາກຫຼາຍເພື່ອໃຫ້ຄົນລາວໄດ້ເລືອກຮຽນຮູ້ຕາມຄວາມສົນໃຈ.
ລອງເຂົ້າໄປເບິ່ງ ແລະ ຮຽນຮູ້ຫຼັກສູດທີ່ທ່ານສົນໃຈໄດ້ທີ່ katalyst-learning.com ໃຊ້ໄດ້ທັງທາງຄອມພິວເຕີ ແລະ ສະມາດໂຟນ ແລະ ຕິດຕາມການເຄື່ອນໄຫວຂອງ Katalyst Learning ໄດ້ທາງເຟສບຸກ https://www.facebook.com/Katalystlearning