ເສີບຄວາມໜ້າຮັກໜ້າຫຍຸມ! 10 ບັນຊີນີ້ ທາດແມວຫ້າມພາດເດັດຂາດ ຕາມໄປ follow ດ່ວນ

ຈຳນວນທາດແມວຂອງຖານຜູ້ອ່ານເວບມ່ວນຄົງມີບໍ່ໜ້ອຍ ມື້ນີ້ເລີຍຖືໂອກາດມາແນະນຳບັນຊີ Twitter ທີ່ທາດແມວທັງຫຼາຍຄວນກົດຕິດຕາມເອົາໄວ້ ເມື່ອມີເວລາຫວ່າງຈະໄດ້ຄວັກມືຖືຄູ່ໃຈອອກມາໄຖ Twitter ສ່ອງຄວາມໜ້າຮັກ ຄວາມຂີ້ອ້ອນຂອງສັດສີ່ຂາ ຂົນຟູ ໜວດຍາວ ຂີ້ເຊົາທັງຫຼາຍ. ແຕ່…ແຕ່! ສຳລັບໃຜທີ່ບໍ່ໄດ້ໃຊ້ Twitter, ຜູ້ຂຽນກໍ່ໄດ້ກຽມ Link ບັນຊີສື່ອອນລາຍອື່ນໆ (Instagram, Facebook) ເອົາໄວ້ໃຫ້ເພື່ອນໆ ໄດ້ຕິດຕາມຄວາມໜ້າຮັກ ຄວາມຂີ້ອ້ອນຂອງນ້ອງແມວຈາກທົ່ວທຸກມຸມໂລກ. ຢ່າມົວເສຍເວລາ ເຮົາໄປເບິ່ງນຳກັນເລີຍວ່າມີນ້ອງໆ ໂຕໃດໃນໂລກອອນລາຍທີ່ຄວນກົດຕິດຕາມກັນແດ່.
@MeowOfficial
Facebook: https://www.facebook.com/Meowedby9gag
ເລີ່ມຈາກຊ່ອງທາງການຈາກເຈົ້າດັ່ງຢ່າງ 9GAG ສຳລັບຄົນຮັກແມວ, ເປັນຊ່ອງທີ່ຮວບຮວມເອົາຮູບ ຫຼື Meme ຈາກແຫຼ່ງອື່ນໆ ມາໄວ້ໃຫ້ທາດແມວທັງຫຼາຍໄດ້ເສບກັນເປັນປະຈຳ.
@MoetBlindCat
IG: https://www.instagram.com/moetblindcat/
ນ້ອງຂົນຫຍຸຍສີຂາວນວນ ທີ່ໂຊກຮ້າຍຕາບອດເນື່ອງຈາກຖືກປ່ອຍປະລະເລີຍຈາກເຈົ້າຂອງຄົນເກົ່າ (ຊົ່ວຫຼາຍ! ຢາກສັນຫາຄຳອື່ນມາດ່າ ~!@#$%^&*()_+{}|?:” ແຕ່ດຽວຜິດກົດ Platform ແຫະໆ) ທ່າມກາງມໍລະສຸມຊີວິດ ແມວດັ່ງກ່າວຖືກຮັບລ້ຽງ ແລະ ດູແລເປັນຢ່າງດີ ຈົນກາຍມາເປັນຂວັນໃຈຂອງຫຼາຍໆ ຄົນທີ່ເຫັນແລ້ວໃຈຈະລະລາຍ.
@iamnalacat
IG: https://www.instagram.com/nala_cat/
Facebook: https://www.facebook.com/nalacatshow
ແມວນ້ອຍທີ່ຖືກຮັບລ້ຽງມາແຕ່ອາຍຸ 5 ເດືອນ ຈົນປັດຈຸບັນມີອາຍຸ 8 ປີແລ້ວ, ເປັນແມວພັນປະສົມລະຫວ່າງ Siamese (ເຊື້ອສາຍແມວເອເຊຍທີ່ໄດ້ຮັບຄວາມນິຍົມລ້ຽງກັນໃນກຸ່ມທາດແມວ) ແລະ Tabby, ເປັນໜຶ່ງໃນແມວເຊເລັບທີ່ມີຜູ້ຄົນຕິດຕາມເປັນຈຳນວນຫຼວງຫຼາຍ (ໃນ IG ມີຄົນຕິດຕາມຫຼາຍກວ່າ 4.3 ລ້ານ, ໂອ້ຍ ຫຼາຍກວ່າຜູ້ຂຽນເປັນພັນໆ ເທົ່າອີກ ຜູ້ຂຽນມີຜູ້ຕິດຕາມບໍ່ຮອດ 43 ຄົນ ຮ່າໆ) ໃນປີ 2019 ນ້ອງຍັງໄດ້ຮັບລາງວັນ ແມວທີ່ມີຜູ້ຕິດຕາມຫຼາຍທີ່ສຸດໃນໂລກ (Guinness World Record — The most followers on Instagram for a cat, ແຫຼ່ງທີ່ມາ https://www.instagram.com/p/BZ3zT5Pha4m/?hl=en ).
@Venustwofacecat
IG: https://www.instagram.com/venustwofacecat/
Facebook: https://www.facebook.com/venustwofacecat
ເຈົ້າແມວສອງໜ້າ — ສາຍາຂອງນ້ອງແມວສາມສີອາຍຸ 10ປີ ທີ່ມີເອກະລັກຢູ່ທີ່ໜ້າທັງສອງດ້ານຈະຖືກແບ່ງເປັນສີດຳ ແລະ ນ້ຳຕານຢ່າງຊັດເຈນ ອີກທັງສີແກ້ວຕາທັງສອງຂ້າງກໍ່ແຕກຕ່າງກັນ ເຮັດໃຫ້ກາຍເປັນອີກໜຶ່ງນ້ອງຂວັນໃຈມະຫາຊົນໄປ.
@Samhaseyebrows
IG: https://www.instagram.com/samhaseyebrows/
Facebook: https://www.facebook.com/Samhaseyebrows
ເປັນແມວອີກໜຶ່ງໂຕທີ່ມີເອກະລັກ ດ້ວຍຂົນສ່ວນໃຫຍ່ທີ່ເປັນສີຂາວລ້ວນ ແຕ່ກັບມີສີດຳແຊມຢູ່ບໍລິເວນໜ້າຜາກ ຄ້າຍຄືກັນກັບຄິ້ວຂອງຄົນ ເປັນທີ່ນິຍົມຊົມຊອບຂອງຜູ້ຄົນທັງຫຼາຍ.
@George2Legs
IG: https://www.instagram.com/george2legs/
ແມວອ້ວນໜ້າຕາຄືຄົນຂີ້ຄ້ານ ໂຕສີແສດ (ຢ່າງົງ ຄົນພາກເໜືອເຂົາພາເອີ້ນກັນ) ທີ່ມັກຢືນຂຶ້ນດ້ວຍສອງຂາຫຼັງ ເປັນທີ່ມາຂອງສາຍາ ດ້ວຍຄວາມໜ້າຮັກບໍ່ວ່າຈະເປັນທ່າຢືນ ຫຼື ນອນ, ແມວດັ່ງກ່າວຈຶ່ງກາຍເປັນພະລັງໃຫ້ຫຼາຍໆ ຄົນສູ້ກັບວຽກງານອັນໜ້າເບື່ອ ເປັນກຳລັງໃຈໃຫ້ຄົນທີ່ເມື່ອຍລ້າຈາກວຽກ.
@Hosico_cat
IG: https://www.instagram.com/hosico_cat/
Facebook: https://www.facebook.com/thehosicocat
ແມວອ້ວນຈ້ຳມ້ຳຂົນສັ້ນສາຍພັນສະກັອດແລນອີກໂຕ ທີ່ມີລັກສະນະນິດໄສຂີ້ດື້ ເຮັດໃຫ້ຜູ້ຄົນທີ່ພົບເຫັນເປັນຕ້ອງຍິ້ມ.
@TheMustacheCat
ແມວຮີບສະເຕີ (Hipster) ທີ່ມີໜວດ (ແລະ ມີການພິສູດແລ້ວວ່າເປັນໜວດແທ້ໆ ບໍ່ແມ່ນຂົນ), ທີ່ໄດ້ເຫັນຮູບເທື່ອໃດ ກໍ່ອົດອົມຍິ້ມບໍ່ຢູ່.
IG: https://www.instagram.com/egg_family4/
Facebook: https://www.facebook.com/egggang
ກ້ອງນ້ອງແມວຈາກປະເທດເພື່ອນບ້ານ ທີ່ຈະເຮັດໃຫ້ທາດແມວທັງຫຼາຍມີຮອຍຍິ້ມ.
@IAMLILBUB
IG: https://www.instagram.com/iamlilbub/
Facebook: https://www.facebook.com/iamlilbub
ຖືເປັນ Net idol ຂອງວົງການແມວເລີຍກໍ່ວ່າໄດ້ ເພາະມີເນື້ອຫາໃຫ້ເສບກັນເກືອບທຸກໆ Platform ຂອງສື່ສັງຄົມອອນລາຍ, ມີສິນຄ້າແບຣນຕົນເອງ ແຖມຍັງໃຈບຸນຊ່ວຍເຫຼືອບໍລິຈາກເງິນໃຫ້ກັບສັດເລ່ລ່ອນໄປກວ່າຫ້າແສນໂດລາສະຫະລັດແລ້ວ ໂຫຍ…ທັງໜ້າຮັກທັງໃຈດີ ຊື່ນຊົມ ຕົບມືໃຫ້ຮວບໆ...
ເປັນແນວໃດ ຖືກໃຈກັນບໍ່ກັບສັດລ້ຽງທີ່ຂີ້ອ້ອນຂົນຟູ, ສ່ວນໃຜທີ່ມີນ້ອງໆ ໃນຄອບຄອງ ກໍ່ລອງແບ່ງປັນຮູບໜ້າຮັກ ໆ ໃຫ້ເພື່ອນໆ ຄົນອື່ນໄດ້ຊື່ນຊົມນຳກັນ ຫຼື ມີແຫຼ່ງອື່ນໆ ນອກເໜືອຈາກທີ່ກ່າວມາກໍ່ແປະໄວ້ໄດ້ ຫຼື ມີຫຍັງຢາກແລກປ່ຽນກໍ່ຝາກຄຳຄິດເຫັນໄວ້ດ້ານລຸ່ມເລີຍ ທາດແມວຢ່າງພວກເຮົາຕ້ອງເກາະກຸ່ມກັນເອົາໄວ້ ຫຸໆ. ມື້ນີ້ຂໍໂຕໄປຄຸກຄີກັບນ້ອງຂົນຟູກ່ອນລະ Meow…
ຂຽນໂດຍ: Nilavath
ອ້າງອີງ: