ກວດຄວາມພ້ອມຂອງວັກຊີນໂຄວິດ-19: ຊາວອາຊີເຮົາຈະໄດ້ໃຊ້ຕອນໃດ ແລະ ໄດ້ໃຊ້ຂອງບໍລິສັດໃດ?

ໃນຂະນະທີ່ຫຼາຍປະເທດເລີ່ມອະນຸມັດໃຫ້ໃຊ້ວັກຊີນປ້ອງກັນໂຄໂຣນາໄວຣັດໃນກໍລະນີສຸກເສີນດ້ວຍແລ້ວ ມີຄຳຖາມວ່າປະເທດໃນອາຊີຈະໄດ້ຮັບວັກຊີນໂຄວິດ-19 ເມື່ອໃດ ແລະ ມີວັກຊີນຂອງບໍລິສັດໃດທີ່ເຂົ້າຂ່າຍແດ່ ເຊິ່ງພໍຈະສະຫຼຸບເງື່ອນໄຂດ້ານເວລາຂອງປະເທດຕ່າງໆ ໃນອາຊີໄດ້ດັ່ງນີ້:
ອົດສະຕຣາລີ
ລັດຖະບານອົດສະຕຣາລີເຮັດສັນຍາຊື້ວັກຊີນ 140 ລ້ານໂດສ (dose) ຈາກບໍລິສັດແອສຕຣາເຊເນກາ (AstraZeneca) 51 ລ້ານໂດສຈາກບໍລິສັດໂນວາແວັກຊ໌ (Novavax Inc) 10 ລ້ານໂດສຈາກບໍລິສັດໄຟເຊີ (Pfizer) ແລະ 25.5 ລ້ານໂດສຈາກໂຄງການໂຄແວັກຊ໌ (COVAX) ຂອງອົງການອະນາໄມໂລກ.
ຄາດວ່າວັກຊີນຂອງແອສຕຣາເຊເນກາຈຳນວນ 3.8 ລ້ານໂດສຈະສາມາດຈັດສົ່ງໃຫ້ອົດສະຕຣາລີໄດ້ໃນເດືອນມັງກອນ ແລະ ກຸມພາປີໜ້າ ກ່ອນທີ່ຈະເລີ່ມສີດໃຫ້ປະຊາຊົນໃນເດືອນມີນາ.
ຈີນ
ລັດຖະບານຈີນໄດ້ອະນຸມັດວັກຊີນໂຄວິດ-19 ໄປແລ້ວ 3 ຊະນິດຈາກບໍລິສັດຊິໂນແວັກ ໄບໂອເທັກ (Sinovac Biotech Ltd) ແລະ ບໍລິສັດຊິໂນຟາມ (Sinopharm) ຂອງທາງການຈີນ ສຳລັບໃຊ້ໃນກໍລະນີສຸກເສີນ ໂດຍຄາດວ່າຈະຜ່ານການຮັບຮອງໃຫ້ໃຊ້ໄດ້ກັບປະຊາຊົນທົ່ວໄປພາຍໃນປີນີ້.
ຈົນເຖິງຂະນະນີ້ລັດຖະບານຈີນຍັງບໍ່ໄດ້ປະກາດສັນຍາສັ່ງຊື້ວັກຊີນຈາກຊາດຕາເວັນຕົກ ແຕ່ບໍລິສັດຢາເອກະຊົນໃນປະເທດຈີນໄດ້ປະກາດຄວາມຮ່ວມມືບາງສ່ວນກັບຜູ້ຜະລິດວັກຊີນຈາກຕ່າງຊາດແດ່ແລ້ວ ເຊັ່ນ: ບໍລິສັດເສີນເຈິນ ກັງໄຖ່ ໄບໂອໂລຈິຄໍ ໂພຣດັກສ໌ (Shenzhen Kangtai Biological Products Co Ltd) ເຊິ່ງຈັບມືກັບບໍລິສັດແອສຕຣາເຊເນກາ ແລະ ມີແຜນຈະຜະລິດວັກຊີນຢ່າງນ້ອຍ 100 ລ້ານໂດສໃນປະເທດຈີນພາຍໃນປີໜ້າ.
ສ່ວນບໍລິສັດຊ່ຽງໄຮ້ ໂຝຊັນ ຟາມາຊູຕິຄໍ ກຣຸບ (Shanghai Fosun Pharmaceutical Group Co Ltd) ກໍກຳລັງກຽມທົດສອບວັກຊີນຂັ້ນທີສອງຂອງບໍລິສັດໄຟເຊີ-ໄບໂອເອັນເທັກ. ຂະນະທີ່ບໍລິສັດທິເບດ ໂຣດິໂອລາ ຟາມາຊູຕິຄໍ (Tibet Rhodiola Pharmaceutical Holding Co) ກໍຮ່ວມມືກັບບໍລິສັດຜູ້ຜະລິດວັກຊີນ Sputnik V ຂອງຣັດເຊຍ ເພື່ອທົດສອບວັກຊີນດັ່ງກ່າວໃນຈີນໃນປີໜ້າເຊັ່ນກັນ.
ຍີ່ປຸ່ນ
ລັດຖະບານຍີ່ປຸ່ນເຮັດສັນຍາຊື້ວັກຊີນຈາກບໍລິສັດໄຟເຊີ-ໄບໂອເອັນເທັກ ຈຳນວນ 120 ລ້ານໂດສ ໃນໄລຍະເຄິ່ງປີທຳອິດຂອງປີໜ້າ ລວມກັບ 120 ລ້ານໂດສຈາກບໍລິສັດແອສຕຣາເຊເນກາເຊິ່ງຈະເລີ່ມຈັດສົ່ງໃນເດືອນມີນາ ແລະອີກ 250 ລ້ານໂດສຈາກບໍລິສັດໂນວາແວັກຊ໌. ນອກຈາກນີ້ຍັງມີການເຈລະຈາເພື່ອຂໍຊື້ວັກຊີນເພີ່ມຈາກບໍລິສັດຈອນສັນແອນຈອນສັນ (Johnson & Johnson ) ອີກດ້ວຍ.
ເກົາຫຼີໃຕ້
ລັດຖະບານເກົາຫຼີໃຕ້ມີຂໍ້ຕົກລົງຊື້ວັກຊີນຈາກແອສຕຣາເຊເນກາ, ໄຟເຊີ ແລະ ໂມເດີນາ ບໍລິສັດລະ 20 ລ້ານໂດສ ລວມທັງ 4 ລ້ານໂດສຈາກຈອນສັນແອນຈອນສັນ ເຊິ່ງພຽງພໍສຳລັບປະຊາກອນ 34 ລ້ານຄົນ. ນອກຈາກນີ້ຍັງເຮັດສັນຍາກັບໂຄງການ COVAX ເພື່ອຂໍຮັບວັກຊີນອີກ 10 ລ້ານໂດສອີກດ້ວຍ ໂດຍຄາດວ່າຈະເລີ່ມສີດວັກຊີນໃຫ້ກັບປະຊາຊົນໃນໄລຍະໄຕມາດທີສອງຂອງປີໜ້າ.
ອິນເດຍ
ຜູ້ບໍລິຫານຂອງບໍລິສັດເວດຊະພັນ Serum Institute of India ເຊິ່ງຮ່ວມຜະລິດວັກຊີນຂອງແອສຕຣາເຊເນກາ ຄາດວ່າຈະສາມາດຜ່ານການຮັບຮອງຂອງລັດຖະບານອິນເດຍໃຫ້ໃຊ້ວັກຊີນດັ່ງກ່າວໄດ້ໃນກໍລະນີສຸກເສີນກ່ອນທ້າຍປີນີ້ ກ່ອນທີ່ຈະສາມາດແຈກຈ່າຍໃຫ້ປະຊາຊົນທົ່ວໄປໄດ້ໃນເດືອນກຸມພາ ຫຼື ມີນາປີໜ້າ ລວມທັງກຳລັງຮ່ວມທົດສອບວັກຊີນ Sputnik V ຂອງຣັດເຊຍໃນຂັ້ນຕອນສຸດທ້າຍອີກດ້ວຍ.
ບັງຄະລາເທດ
ລັດຖະບານນະຄອນຫຼວງທາກາ ເຮັດສັນຍາຊື້ວັກຊີນຈາກບໍລິສັດ Serum Institute of India ຈຳນວນ 30 ລ້ານໂດສ ແລະ ຄາດວ່າຈະໄດ້ຮັບວັກຊີນເພີ່ມອີກ 68 ລ້ານໂດສຜ່ານໂຄງການພັນທະມິດດ້ານວັກຊີນ GAVI.
ໄຕ້ຫວັນ
ລັດຖະບານໄທເປຄາດຫວັງວ່າຈະໄດ້ຮັບວັກຊີນ 15 ລ້ານໂດສໃນເບື້ອງຕົ້ນຜ່ານໂຄງການວັກຊີນ COVAX ແລະຈາກການສັ່ງຊື້ຈາກຜູ້ຜະລິດໂດຍກົງ ແລະ ອາດສັ່ງຊື້ເພີ່ມອີກ 15 ລ້ານໂດສ ໂດຍຄາດວ່າຈະເລີ່ມສີດວັກຊີນແກ່ປະຊາຊົນໃນໄຕມາດທຳອິດຂອງປີໜ້າ.
ມາເລເຊຍ
ມາເລເຊຍເປັນປະເທດແຮກໃນອາຊີຕະເວັນອອກສຽງໃຕ້ທີ່ເຮັດສັນຍາຊື້ວັກຊີນຈາກບໍລິສັດໄຟເຊີຈຳນວນ 12.8 ລ້ານໂດສ ໂດຍຈະເລີ່ມສົ່ງມອບອ້ອມແຮກ 1 ລ້ານໂດສໃນຫມາກໄຂ່ຫລັງຣມາດແຮກຂອງປີໜ້າ
ຟິລິບປິນ
ລັດຖະບານຟິລິບປິນສັ່ງຊື້ວັກຊີນຈາກແອສຕຣາເຊເນກາແລ້ວ 2.6 ລ້ານໂດສ ແລະ ອາດຊື້ເພີ່ມອີກ 1 ລ້ານໂດສ ລວມທັງກຳລັງເຈລະຈາກັບໄຟເຊີ ແລະ ຊິໂນແວັກເພື່ອຊື້ເພີ່ມອີກ 20 - 50 ລ້ານໂດສ.
ອິນໂດເນເຊຍ
ລັດຖະບານຈາກາຕາເຮັດສັນຍາກັບບໍລິສັດຊິໂນແວັກຂອງຈີນເພື່ອຊື້ວັກຊີນ 125.5 ລ້ານໂດສ ແລະອີກ 30 ໂດສຈາກໂນວາແວັກຊ໌ ລວມທັງກຳລັງເຈລະຈາກັບໄຟເຊີ ແລະ ແອສຕຣາເຊເນກາເພື່ອຂໍຊື້ວັກຊີນຈາກທັງສອງບໍລິສັດທັງລວມ 100 ລ້ານໂດສ.
ເວລານີ້ອິນໂດເນເຊຍກຳລັງທົດສອບວັກຊີນຂອງຊິໂນແວັກ ແລະ ກຽມສີດວັກຊີນໃຫ້ກັບບຸກຄະລາກອນທາງການແພດໃນປາຍເດືອນມັງກອນນີ້.
ໄທ
ລັດຖະບານໄທໄດ້ລົງນາມຂໍ້ຕົກລົງຈັດຫາວັກຊີນຕ້ານໂຄວິດ-19 ຈຳນວນ 26 ລ້ານໂດສຈາກແອສຕຣາເຊເນກາເມື່ອປາຍເດືອນພະຈິກ 2020, ໂດຍບໍລິສັດຢາແຫ່ງນີ້ວາງແຜນທີ່ຈະນຳສົ່ງວັກຊີນຊຸດທຳອິດທີ່ຮ່ວມພັດທະນາກັບມະຫາວິທະຍາໄລອັອກຊ໌ຟອດ ຂອງອັງກິດ ໃຫ້ໄທພາຍໃນກາງປີໜ້າ.
ພາບ: AFP