ເກີດແລ້ວເດີ້! ລູກຂອງພໍ່ໂອລ້າ BLACKEYES ແລະ ແມ່ກະຕ່າຍ ພ້ອມເຜີຍຊື່ແທ້ ແລະ ນໍ້າໜັກຕອນເກີດ

ຍິນດີຕ້ອນຮັບສະມາຊິກໃໝ່ໃນຄອບຄົວເດີ້! ນັບວ່າເປັນອີກມື້ທີ່ດີ ໃນຄອບຄົວສຸດອົບອຸ່ນຂອງພໍ່ ໂອລ້າ BLACKEYES ນັກຮ້ອງລາວຊື່ດັງ ແລະ ແມ່ກະຕ່າຍ ມະໂນທິບ. ໃນທີ່ສຸດມື້ທີ່ທັງ 2 ລໍຖ້າກໍມາເຖິງແລ້ວ. ພັນລະຍາຂອງໂອລ້າໄດ້ໃຫ້ກຳເນີດລູກຊາຍຄົນທຳອິດ ໃນວັນທີ 12 ທັນວາ 2020 ທີ່ຜ່ານມາ, ເວລາ 18:55 ໂມງ, ເຊິ່ງທັງ ແມ່ ແລະ ເດັກ ແມ່ນປອດໄພ ແລະ ແຂງແຮງດີ. ພ້ອມຕັ້ງຊື່ແລ້ວເດີ້ ລູກຊາຍຄົນນີ້ ຊື່ວ່ານ້ອງ ເຣໂດ້ ( REDO ) ມີນ້ຳໜັກ 3270 ກຣາມ.
ພໍ່ມືໃໝ່ປ້າຍແດງຢ່າງໂອລ້າ ກໍດີໃຈສຸດໆ ພ້ອມເຜີຍພາບຄວາມປະທັບໃຈ ແລະ ບັນລະຍາຍໃນແຄັບຊັນຜ່ານເຟສບຸກສ່ວນຕົວວ່າ "ໝາກກະດອງໃຈອອກມາເເລ້ວ ຂອບໃຈທີ່ມາຕື່ມເຕັມຄວາມຮັກໃຫ້ເຮົາ"
ຫຼັງຈາກພໍ່ໂອລ້າໂພສພາບຕົນ ພ້ອມພັນລະຍາ ແລະ ແອນ້ອຍທີ່ແສນໜ້າຮັກລົງ. ແນ່ນອນວ່າ ບັນດາຄົນໃນວົງການບັນເທີງກໍບໍ່ພາດທີ່ຈະມາສະແດງຄວາມຍິນດີນຳ ເຊິ່ງຕ້ອງບອກເລີຍວ່າພີ່ນ້ອງ, ຄອບຄົວ, ແຟນຄລັບ ລວມເຖິງຄົນໃນວົງການບັນເທີງຕ່າງກໍຕິດຕາມກັນມາໂດຍຕະຫຼອດ ພ້ອມທັງຮ່ວມລຸ້ນ ແລະ ຕື່ນເຕັ້ນໄປນຳ. ທັງນີ້ ທີມງານຂ່າວ muan.la ກໍຂໍສະແດງຄວາມຍິນດີນຳເດີ້!
ດັ່ງທີ່ຫຼາຍຄົນຮູ້ວ່າໜຸ່ມໂອລ້າໄດ້ສະລະໂສດ ແລະ ເຂົ້າພິທີວິວາຕັ້ງແຕ່ວັນທີ 18 ທັນວາ ປີ 2016. ເຊິ່ງນັກຮ້ອງນຳວົງ BLACKEYES ເຈົ້າຂອງຜົນງານເພງດັງ ບໍ່ຢາກໄດ້ຍິນ ໄດ້ຕົກລົງປົງໃຈໃຊ້ຊີວິດຄູ່ກັບ "ກະຕ່າຍ ມະໂນທິບ" ເຈົ້າຂອງທຸລະກິດກະເປົາແບຣນເນມລາວ ຊື່ດັງ NAREE. ທັງສອງຄົບຫາກັນມາດົນນານຫຼາຍຟ້າຫຼາຍປີ ນັບແຕ່ມື້ນັ້ນຈົນມາເຖິງມື້ນີ້ ນັບມື້ຍິ່ງຮັກກັນ ແລະ ເຕີມຄວາມຫວານຢູ່ຕະຫຼອດ ແລະ ຕອນນີ້ກໍໄດ້ກາຍເປັນຄອບຄົວທີ່ສົມບູນແລ້ວ ພໍ່, ແມ່ ແລະ ລູກ.
ເອົາລະໄປເບິ່ງພາບຄວາມໜ້າຮັກຂອງລູກຊາຍ ພໍ່ໂອລ້າ-ແມ່ກະຕ່າຍ ແລະ ຮູບຄອບຄົວນີ້ ພ້ອມກັນເລີຍທີ່ອາລະບໍ້າດ້ານລຸ່ມ:
ຂໍຂອບໃຈ
ພາບ : Ola Khampasong