ອ່ານດວງລາຍວັນປະຈໍາວັນຈັນ ທີ 30 ມັງກອນ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ມີໂອກາດປັບປ່ຽນຫນ້າທີ່ ຕຳແໜ່ງ ຫລື ສະຖານະການຕ່າງໆ ທີ່ທ່ານຕ້ອງພົບອຸປະສັກຈາກຜູ້ທີ່ເປັນເຈົ້ານາຍເຮັດໃຫ້ອຶດອັດໃຈກໍເປັນໄປໄດ້
ການເງິນ ມີຄວາມຫມັ້ນຄົງທາງດ້ານການເງິນດີພໍສົມຄວນ ບໍ່ມີເລື່ອງເດືອດຮ້ອນໃດໆ ເຂົ້າມາລົບກວນຈິດໃຈ
ຄວາມຮັກ ມີໂອກາດພົບໃຜບາງຄົນ ແຕ່ເປັນການເບິ່ງໆ ກັນຫລາຍກວ່າທີ່ຈະຕັດສິນໃຈ ຕ້ອງແບ່ງເວລາ ຫລືໃຫ້ເວລາກັນຫລາຍຂຶ້ນຈຶ່ງຈະດີ
ເຄື່ອງມຸງຄຸນ ຫິນນໍາໂຊກສີເຫຼືອງ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 1 6
ຄົນເກີດວັນຈັນ
ການງານ ຈະວາງແຜນເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ກ່ຽວກັບເລື່ອງການງານໄດ້ພົບກັບຄວາມກ້າວໜ້າຢ່າງທີ່ຄາດຫວັງ
ການເງິນ ຍັງຢູ່ໃນເກນຊົງຕົວຫລາຍກວ່າ ແຕ່ກໍສະຫລຽວສະຫລາດໃນການໃຊ້ຈ່າຍ ສາມາດທີ່ຈະຜ່ານພົ້ນສະຖານະການການເງິນຂາດມືໄປໄດ້
ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນໄລຍະນີ້ ແຕ່ໄລຍະທາງ ຫລືເລື່ອງຂອງເວລາຍັງມີໃຫ້ກັນບໍ່ຫລາຍພໍ
ສໍາລັບຄົນມີຄູ່ ທ່ານເປັນຄົນຂີ້ນ້ອຍໃຈ ແຕ່ຄວນມີຂອບເຂດແດ່ບໍ່ດັ່ງນັ້ນຄົນທີ່ທ່ານຮັກອາດໄປມີໃໝ່
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 5
ຄົນເກີດວັນອັງຄານ
ການງານ ຍັງຢູ່ໃນສະຖານະການທີ່ບໍ່ແນ່ນອນ ໄລຍະນີ້ເປັນການແກ້ໄຂສະຖານະການແບບສະເພາະໜ້າໄປເລື່ອຍໆ ກ່ອນ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປໃນໄລຍະນີ້ ເລື່ອງການໃຊ້ຈ່າຍທີ່ເກີນຄວາມຈຳເປັນ ຫລືບໍ່ເກີດປະໂຫຍດກໍຄວນຈະຕັດອອກໄປແດ່
ຄວາມຮັກ ຄວາມສຳພັນຖືກພັດທະນາໄປຢ່າງດີ ແລະ ລົງຕົວໃນໄລຍະນີ້ ມີໂອກາດສຸກສົມຫວັງກ່ຽວກັບເລື່ອງຄວາມຮັກເປັນຢ່າງຫລາຍ
ສໍາລັບຄົນມີຄູ່ ທ່ານຄວນຮັບຟັງເຫດຜົນຈາກຄົນຮັກໃຫ້ຫຼາຍກວ່າການໃຊ້ອາລົມ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 9
ຄົນເກີດວັນພຸດ
ການງານ ມີການປ່ຽນແປງຍົກຍ້າຍການເດີນທາງຂ້ອນຂ້າງເລື້ອຍໆໃນໄລຍະນີ້ ການເຈລະຈາຕໍ່ລອງທາງດ້ານການງານກໍ່ໃຫ້ເກີດໂຊກ
ການເງິນ ມີຄົນອຸປະຖຳທາງດ້ານການເງິນ ຫລືຈະໄດ້ເງິນໄດ້ໂຊກເພີ່ມເຕີມເຂົ້າມາຫລາຍຂຶ້ນກໍເປັນໄປໄດ້
ຄວາມຮັກ ຍັງບໍ່ລົງຕົວປານໃດ ເພາະທ່ານຍັງມີພາລະກິດວຸ່ນໆ ຫລາຍກວ່າທີ່ຈະໃຫ້ຄວາມສຳຄັນດ້ານຄວາມຮັກ
ສໍາລັບຄົນມີຄູ່ ຄົນຮັກຂອງທ່ານໄລຍະນີ້ຜິດປົກກະຕິເປັນພິເສດ ເພາະທ່ານອາດໃສ່ໃຈຄົນຮັກນ້ອຍເກີນໄປ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6
ຄົນເກີດວັນພະຫັດ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ຕ້ອງວາງແຜນໃນເລື່ອງຂອງການລົງທຶນໃຫ້ດີ ຕ້ອງຄວບຄຸມຄ່າໃຊ້ຈ່າຍ ແລະຄວບຄຸມຕົ້ນທືນໃຫ້ດີກວ່າທີ່ເປັນຢູ່
ການເງິນ ໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ ໃຊ້ຄວາມປະຢັດແດ່ກໍຈະມີໂຊກ
ຄວາມຮັກ ໂດດເດັ່ນຖ້າຈະພົບໃຜໃນໄລຍະນີ້ຢູ່ໃນເກນຜິວຂາວນັ້ນເອງ
ສໍາລັບຄົນມີຄູ່ ທ່ານເປັນຄົນທີ່ຮັກແຟນຫຼາຍ ແຕ່ຖ້າມື້ໃດທີ່ແຟນຂອງທ່ານຕົວະມື້ນັ້ນທ່ານຈະເປັນຄົນລະຄົນເລີຍ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນສຸກ
ການງານ ຈະເຮັດສິ່ງໃດຮ່ວມກັບທີມງານຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ເພາະຮ່ວມມືກັນໄດ້ເປັນຢ່າງດີ
ການເງິນ ຍັງມີຄວາມກັງວົນໃນການໃຊ້ຈ່າຍ ແລະການໃຊ້ເງິນຢູ່ໃນໄລຍະນີ້
ຄວາມຮັກ ຢູ່ໃນເກນທີດີ ຈະໄດ້ພົບກັບຄົນຜົວຂາວລາວຈະເປັນຄົນອັດທະຍາໄສດີ ແຕ່ກໍຄວນເບິ່ງກັນໄປກ່ອນ
ສໍາລັບຄົນມີຄູ່ ຄົນຮັກຂອງທ່ານເປັນຄົນເອົາໃຈເກັ່ງ ແຕ່ບາງຄັ້ງທ່ານຄວນຕາມໃຈຄົນຮັກແດ່ ປ່ຽນກັນເອົາໃຈໃສ່ ກໍຈະເຮັດໃຫ້ຮັກຍາວນານ
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີແດງ
ເລກນຳໂຊກ 5 6
ຄົນເກີດວັນເສົາ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ຊື່ສຽງຂອງທ່ານຖືກເວົ້າເຖິງໃນທາງທີ່ດີ ຖ້າມີການເດີນທາງໄກຈະກໍ່ໃຫ້ເກີດໂຊກ
ການເງິນ ມີໂຊກຈະໄດ້ເງິນຢ່າງບໍ່ທັນຄາດຝັນ ບໍ່ທັນຕັ້ງຕົວ ແຕ່ຈະຕິດຂັດອຸປະສັກກ່ອນ ແລ້ວຈຶ່ງຈະໄດ້ເຂົ້າມາໃນພາຍຫຼັງນັ້ນເອງ
ຄວາມຮັກ ຍັງເສີຍໆ ໃນເລື່ອງເຫຼົ່ານີ້ຫລາຍກວ່າ ແມ່ນຈະມີຄົນເຂົ້າມາ ແຕ່ກໍຍັງບໍ່ເລືອກໃຜນັ້ນເອງ
ສໍາລັບຄົນມີຄູ່ ທ່ານຄວາມຊື້ສິ່ງຂອງໃຫ້ແຟນຂອງທ່ານແດ່ ບາງທີ່ແຟນຂອງທ່ານອາດບອກວ່າບໍ່ເປັນຍັງ ທ່ານເລີຍລະເລີຍບໍ່ສົນໃຈອີກຕໍ່ໄປ ແຕ່ອາດເຮັດໃຫ້ລາວນ້ອຍໃຈ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 9