ມ່ວນສົມການລໍຄອຍ! ຟັງກັນ ຫຼື ຍັງ? ເພງ "ຄົນທຳມະດາ" ຈາກນັກຮ້ອງສຽງດີ ດອກຫຍ້າ ຖິ່ນລຳພອນ

ສົ່ງຕໍ່ຄວາມສຸກຜ່ານເພງນີ້ ໃຫ້ຄົນທີ່ເຈົ້າຮັກໄດ້ຟັງ ຫຼື ຍັງ? ດອກຫຍ້າປ່ອຍເພງໃໝ່ ສົ່ງທ້າຍປີ 2020 ດ້ວຍຜົນງານເພງ "ຄົນທຳມະດາ". ເຖິງຊື່ຈະແມ່ນທຳມະດາ ແຕ່ບອກໄດ້ເລີຍວ່າຜົນຕອບຮັບບໍ່ທຳມະດາແນ່ນອນ. ຫຼັງຈາກເພງນີ້ປ່ອຍບໍ່ພໍເທົ່າໃດ ກໍມີຍອດວິວນັບມື້ນັບສູງຂຶ້ນ ແລະ ຄາດວ່າຈະເຖິງແສນວິວໃນອີກບໍ່ດົນ.
ເວົ້າໄດ້ວ່າເປັນການກັບມາທວງຄວາມດັງ ສາຍາເຈົ້າແມ່ເພງລູກທົ່ງບ້ານນາ ໃນຮອບຫຼາຍປີ ແລະ ເຊື່ອວ່າສົມການລໍຄອຍແທ້ໆ! ໃຜຍັງບໍ່ໄດ້ຟັງ ກົດເຂົ້າຟັງເລີຍທີ່ວິດີໂອລຸ່ມນີ້
ສຳລັບຜົນງານເພງນີ້, ນອກຈາກຈະໄດ້ຍິນສຽງອັນຊົງສະເໜ່ຂອງສາວດອກຫຍ້າແບບມ່ວນໆ ແລະ ເພີດເພີນແລ້ວ ທັງຍັງມີທ່ອນແຣບຂອງໜຸ່ມ ຊາມິໂອ ພີ ນຳອີກດ້ວຍ ເຮັດໃຫ້ບົດເພງມ່ວນ ແລະ ລົງໂຕຂຶ້ນອີກ. ເມື່ອເວົ້າເຖິງເອັມວີເພງກໍອອກແນວໜ້າຮັກ ສົດໃສ ເບິ່ງແລ້ວອົມຍິ້ມໄປນຳ ເຊິ່ງເນື້ອໃນເພງປະມານວ່າ: ເພງຮັກ ເຖິງເຮົາຈະບໍ່ລວຍບໍ່ມີທຶນຫລວງຫລາຍຄືຄົນອື່ນ ອາຊີບຫາເຊົ້າກິນຄຳ່ແຕ່ເຮົາກໍ່ພູມໃຈທີ່ໄດ້ເກີດມາເປັນຄົນມີຄົບ 32 ເປັນຄົນທຳມະດາ ທີ່ມີຄວາມສຸກ. ພິເສດ ເພງນີ້ມີຄວາມແຕກຕ່າງຈາກທຸກເພງທີ່ຜ່ານມາ ເພາະເພງຄົນທຳມະດາ ຄືແນວເພງຈະແວກແນວໄປເລີຍ ສ່ວນຫຼາຍຈະໄດ້ເຫັນດອກຫຍ້າມີແຕ່ໂຊສຽງຮ້ອງ ແຕ່ເພງນີ້ຈະໄດ້ເຫັນການຮ້ອງແບບໜ້າຮັກສົດໃສ ແລະ ອີກໜຶ່ງມຸມຄວາມໜ້າຮັກຂອງສາວຄົນນີ້ນຳເດີ້.
ສຳລັບຜົນງານເພງທີ່ໂດ່ງດັງ ເຮັດໃຫ້ຫຼາຍຄົນຮູ້ຈັກ ດອກຫຍ້າ ຖິ່ນລຳພອນ ແມ່ນ "ນ້ອງຕາຍສິໄຫ້ນຳບໍ່" ແລະ "ເພງ 14 ກຸມພາ"
ຊ່ວຍສະຫນັບສະໜຸນເພງລາວນຳກັນໃຫ້ດັງຂຶ້ນກວ່າເກົ່າ ແລະ ເປັນກຳລັງໃຈໃຫ້ເຫຼົ່ານັກຮ້ອງພ້ອມສ້າງຜົນງານເພງທີ່ມີຄຸນນະພາບໃຫ້ເຮົາໄດ້ຟັງເລື້ອຍໆເດີ້. ຝາກຕິດຕາມຜົນງານເພງໃຫມ່ ໃນຊ່ອງ Youtube: Thinlamphone mahavong ເພື່ອເປັນກຳລັງໃຈໃຫ້ດອກຫຍ້າ.