ນີ້ແຫຼະ ນາງງາມທີ່ງາມຈາກຂ້າງໃນແທ້! ຊົມເຊີຍ "ໂຢ່ໂຢ້" ລົງພື້ນທີ່ ມອບອຸປະກອນໃຫ້ນ້ອງນັກຮຽນ

ເຜີຍຄວາມປະທັບໃຈ ຜູ້ໃຫ້ບໍ່ມີວັນສິ້ນສຸດ! ສາວງາມ "ໂຢ່ໂຢ້ ວານີພອນ" ແບ່ງປັນນໍ້າໃຈ ໄປຊ່ວຍເຫຼືອ ນ້ອງໆນັກຮຽນ ພ້ອມລົງພື້ນທີ່ດ້ວຍຕົນເອງ ມອບອຸປະກອນການຮຽນ ຊົມເຊີຍເດີ້! ເວົ້າໄດ້ວ່າ ສົ່ງຕໍ່ຄວາມສຸກທັງຜູ້ໃຫ້ ແລະ ຜູ້ຮັບບັນຍາກາດເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຄວາມມ່ວນຊື່ນ. ສາວຄົນນີ້ກໍຮ່ວມເຮັດກິດຈະກຳກັບນ້ອງໆ ພ້ອມທັງສ້າງຮອຍຍິ້ມ ແລະ ຄວາມມ່ວນຊື່ນ ເຖິງຈະຜ່ານພົ້ນການເຮັດພາລະກິດຂອງນາງງາມໄປແລ້ວ ແຕ່ຜູ້ກ່ຽວກໍຍັງຊ່ວຍເຫຼືອສັງຄົມ ແລະ ປະຕິບັດໂຕດີມາໂດຍຕະຫຼອດ. ຫຼ້າສຸດໄດ້ໂພສຮູບພາບກັບນ້ອງໆ ໃນແຄັບຊັນວ່າ:
"ຂໍເເຊຣຄວາມປະທັບໃຈ ຮູ້ສຶກດີໃຈ ເເລະ ຕື່ນຕັນທີ່ໄດ້ເຈິພວກນ້ອງໆ ບໍ່ເຄີຍເຫັນກັນມາກ່ອນເເຕ່ນ້ອງໆກໍໃຫ້ຄວາມສົນໃຈ ເເລະ ຮັກເອື້ອຍໂຢ່ (ນຳກົ້ນເເບບບໍ່ຍອມໄປເຂົ້າຮຽນເລີຍລູກເອີ້ຍ ນຳຈົນວິນາທີສຸດທ້າຍ ບາງຄົນກໍມີນຳ້ຕານຳ ໂອ້ຍຍຍຍຍຍ) ຕ້ອງຂໍຂອບໃຈສະປອນເຊີ້ຈາກຍີ່ປຸ່ນ ອຸປະກອນຕ່າງໆບໍ່ວ່າຈະເປັນ ບິກ, ສໍ, ປຶ້ມ, ໝາກບານ ແລະ ອາຫານ (ຖ້າບໍ່ມີເພິ່ນພວກເຮົາກາຈະບໍ່ໄດ້ເຈີກັນເເບບນີ້) ຮູ້ສຶກດີໃຈ ປື້ມໃຈທີ່ໄດ້ເຈີເເບບນີ້ ຂອບໃຈອາຈານ ນັກຮຽນທຸກຄົນ ເເລະ ທຸກໆພາກສ່ວນ ນີ້ເປັນການເລີ່ມຕົ້ນຈະຍັງມີເທື່ອຕໍ່ໆໄປເເນ່ນອນ ສັນຍາກັບນ້ອງໆເເລ້ວ ດຽວຈະເອົາສິ່ງທີ່ຢາກໄດ້ໄປໃຫ້ເດີ້ ດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການສ້າງຮອຍຍິ້ມເເລະສຽງຫົວໃຫ້ນ້ອງໆ"
ນອກນີ້, ໂຢ່ໂຢ້ ຍັງຮ່ວມເປັນສ່ວນໜຶ່ງໃນງານບໍລິຈາກເລືອດ ຄັ້ງທີ 2 ແລະ ເຂົ້າຮ່ວມກິດຈະກຳດີໆເເບບນີ້ມີທຸກປີເລີຍ, ທັງຍັງເປັນອີກໜຶ່ງສາວທີ່ສາຍບຸນອີກດ້ວຍ!
ສຳລັບ ໂຢ່ໂຢ້ ຫຼື ວານີພອນ ພູມີໄຊ ທີ່ຫຼາຍຄົນຮູ້ຈັກກັນດີໃນຖານະ ນາງສາວນະຄອນຫຼວງປີ 2017. ຫຼັງຈາກໄດ້ຮັບຕຳແໜ່ງ ແລະ ປະຕິບັດຕາມພາລະກິດອັນຊົງກຽດ ສາວໂຢ່ໂຢ້ກໍໄດ້ເຂົ້າສູ່ວົງການບັນເທີງ ມີຜົນງານການຖ່າຍແບບ ແລະ ເດີນແບບຢ່າງຫຼວງຫຼາຍ. ສາວງາມຄົນນີ້ ປັດຈຸບັນ ອາຍຸ 25 ປີ ໄດ້ຈົບການສຶກສາປະລິນຍາຕີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ.
ໃຜຢາກຕິດຕາມນາງແບບສາວຄົນເກັ່ງຄົນນີ້ ສາມາດຕິດຕາມໄດ້ທີ່ໄອຈີ: yoyo_phoumixay ຫຼື ສາມາດກົດທີ່ລິ້ງ: https://www.instagram.com/yoyo_phoumixay/
ຂໍຂອບໃຈ
ພາບ : Yo Yo Phoumixay (Presenter Advertise)