ຮູ້ຈັກ "ພອນທິດາ ແກ້ວບຸນພັນ" ຜູ້ໄດ້ຮັບລາງວັນ ຂວັນໃຈມະຫາຊົນ ໂດຍ muan.la

ມາຮູ້ຈັກ ພອນທິດາ ແກ້ວບຸນພັນ ຫຼື ນ້ອງໜູ ຜູ້ເຂົ້າປະກວດນາງສາວລາວ 2020 ໝາຍເລກ ML5 ຕົວແທນຈາກນະຄອນຫຼວງວຽງຈັນ ຜູ້ໄດ້ຮັບລາງວັນຂວັນໃຈມະຫາຊົນ ໂດຍ muan.la ໂດຍມີຄະແນນຫຼາຍທີ່ສຸດຈາກການໂຫວດໂດຍມະຫາຊົນຜ່ານທາງເວັບໄຊ muan.la.
ລາງວັນດັ່ງກ່າວນີ້ເຮັດໃຫ້ ພອນທິດາ ໄດ້ເຂົ້າສູ່ຮອບ 16 ຄົນສຸດທ້າຍໂດຍອັດຕະໂນມັດ ເພື່ອລຸ້ນເປັນຜູ້ຄອງມຸງກຸດນາງສາວລາວ 2020 ຕໍ່ໄປ.
ປັດຈຸບັນ ພອນທິດາ ມີອາຍຸ 24 ປີ ຈົບມັດທະຍົມສຶກສາຈາກປະເທດ ສະຫະລັດ ອາເມຣິກາ (2010-2014) ຈົບປະລິນຍາຕີສາຂາການຕະຫຼາດຈາກມະຫາວິທະຍາໄລຕົງຫົວ, ນະຄອນຊຽງໄຮ້, ປະເທດຈີນ (2014-2019).
ພອນທິດາ ໄດ້ໃຫ້ສຳພາດກັບທີມຂ່າວບັນເທີງ muan.la ວ່າ ເວທີ Miss Laos ເປັນເວທີທຳອິດທີ່ເຂົ້າຮ່ວມການປະກວດ. ກ່ອນໜ້ານີ້ຜູ້ກ່ຽວກັບກໍສົນໃຈໃນການປະກວດ ແລະ ຕິດຕາມມາຕະຫຼອດ ທຸກໆປີ. "ປີນີ້ກໍຖືວ່າອາດພ້ອມທີ່ສຸດເພາະໜູກໍໄດ້ກັບມາລາວເເລ້ວຫຼັງຈາກຮຽນຈົບມາເເຕ່ຕ່າງປະເທດ," ພອນທິດາ ກ່າວ.
ພ້ອມນີ້ ພອນທິດາ ຍັງໄດ້ກ່າວອີກວ່າ ໃນສ່ວນຂອງການກຽມໂຕເພື່ອຮ່ວມປະກວດ ໄດ້ແບ່ງອອກເປັນ 3 ສ່ວນຄື: ດ້ານທຳອິດກໍຄືດ້ານຮ່າງກາຍ ເຊິ່ງທີ່ຜ່ານມາເກືອບເຄິ່ງປີ ພອນທິດາກໍເລີ່ມອອກກຳລັງກາຍຫຼາຍຂຶ້ນ, ເລືອກກິນແຕ່ອາຫານທີ່ດີຕໍ່ສຸຂະພາບ ເເລະ ມີປະໂຫຍດ. ນອກຈາກນັ້ນກໍມີໂຕຊ່ວຍເສີມຢ່າງເຊັ່ນພວກວິຕາມິນ ຫຼື ຄໍລາເຈັນ. ສ່ວນທີສອງກໍຄືໃນດ້ານຈິດໃຈ ໂດຍພອນທິດາຕ້ອງຟຶກຄວາມອົດທົນ, ມີສະມາທິຕໍ່ເປົ້າໝາຍທີ່ວາງໄວ້ ເເລະ ຝຶກຝົນຫຼໍ່ຫຼອມຕົວເອງໃຫ້ພ້ອມ ເເລະ ມີເເນວທາງວິໄສທັດກວ້າງຂວາງ. ໃນດ້ານທີສາມກໍຄືຄວາມຮູ້: ຕ້ອງສຶກສາຫາຄວາມຮູ້ເພີ່ມ ບໍ່ວ່າຈະເເມ່ນ ທາງດ້ານສັງຄົມ, ເສດຖະກິດ ແລະ ການຄ້າ, ກະສິກຳ, ຮີດຄອງປະເພນີ ແລະ ອື່ນໆ.
ນອກຈາກນີ້ ພອນທິດາ ຍັງໄດ້ຮັບອີກໜຶ່ງລາງວັນມາຄອງນັ້ນກໍຄື ນາງສາວແຕ່ງໜ້າງາມໂດຍ Muanjai ແລະ ກໍຜ່ານເຂົ້າຮອບ 5 ຄົນສຸດທ້າຍຂອງການປະກວດ ເພື່ອລຸ້ນເປັນເຈົ້າຂອງມຸງກຸດນາງສາວລາວ 2020.