ໄດ້ແລ້ວນາງສາວລາວຄົນໃໝ່ "ບຸນພະສອນ ບຸດດາລາ" ຈາກນະຄອນຫຼວງວຽງຈັນ ຄວ້າມຸງກຸດປະຈຳປີ 2020 ໄປຄອງ

ໃນທີ່ສຸດກໍໄດ້ນາງສາວລາວປະຈຳປີ 2020 ແລ້ວ ເຊິ່ງສາວງາມຜູ້ທີ່ໄດ້ຄອງຕຳແໜ່ງນາງສາວລາວອັນຊົງກຽດ ແລະ ຄວ້າມຸງກຸດໄປຄອງ ນັ້ນແມ່ນໝາຍເລກ ML5 ບຸນພະສອນ ບຸດດາລາ ຫຼື ຈິນນີ້ ເປັນຕົວແທນຈາກນະຄອນຫຼວງວຽງຈັນ ທີ່ສາມາດຊະນະໃຈກຳມະການໄປໄດ້.
ສຳລັບການປະກວດໃນຮອບຕັດສິນຂອງຄໍ່າຄືນຂອງວັນທີ 5 ທັນວາ 2020 ເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຕື່ນເຕັ້ນ ທັງ 40 ນາງສາວຜູ້ເຂົ້າປະກວດ ຕ່າງກໍອອກມາສະແດງຄວາມສາມາດ, ຄວາມງາມຢ່າງເຕັມທີ່ ເພື່ອເອົາຊະນະໃຈກຳມະການ ແລະ ຜົນກໍອອກມາຢ່ງເປັນທາງການວ່າ ບຸນພະສອນ ບຸດດາລາ (ຈິນນີ້) ຕົວແທນຈາກນະຄອນຫຼວງວຽງຈັນ ສາວງາມຜູ້ທີ່ສາມາດຄອງໃຈກຳມະການ ແລະ ມວນຊົນຈົນສາມາດຄວ້າມຸງກຸດນາງສາວລາວຄົນຫຼ້າສຸດໄດ້.
ບຸນພະສອນ ໄດ້ຮັບມຸງກຸດເພັດມູນຄ່າ 70 ລ້ານກີບ. ຕໍ່ຈາກນີ້ໄປໜຶ່ງປີ ບຸນພະສອນ ຈະໄດ້ປະຕິບັດພາລະກິດຂອງກອງປະກວດຕໍ່ຈາກ "ວິນະດາ ພິສາລາດ" ສາວຫຼວງພະບາງເຈົ້າຂອງຕຳແໜ່ງນາງສາວລາວ 2019.
- ຄົນນີ້ແຫຼະ ຊາວເນັດເຊຍ! "ບຸນພະສອນ" ສາວງາມຜູ້ໂດດເດັ່ນ ໃນການປະກວດ Miss Laos 2020
- ພາທຸກຄົນມາຍ້ອນເບິ່ງສາວງາມ ເຈົ້າຂອງມຸງກຸດ Miss Laos ແຕ່ປີ 2009 - ປັດຈຸບັນມີໃຜແດ່?
ເວທີການປະກວດດັ່ງກ່າວແມ່ນເປັນເວທີພຽງເວທີດຽວຂອງລາວທີ່ເນັ້ນເລື່ອງການອະນຸລັກ ຮັກສາວັດທະນະທຳແມ່ຍິງລາວ ແລະ ມີຜູ້ເຂົ້າປະກວດຫຼາຍທີ່ສຸດ ເຊິ່ງສາວງາມທີ່ຊະນະການປະກວດໃນເວທີນີ້ຈະເປັນຕົວແທນເພື່ອສົ່ງເສີມແມ່ຍິງລາວ ເພື່ອເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີລາວ ເພື່ອສະແດງໃຫ້ເຫັນບົດບາດແມ່ຍິງລາວ ໄປເຖິງຄວາມສາມັກຄີ ຮັກແພງ ແລະ ມິດຕະພາບໃນກອງປະກວດທີ່ມີຕໍ່ກັນ ແລະ ກັນ.
ສຳລັບ ບຸນພະສອນ ອາຍຸ 24 ປີ ເປັນຕົວແທນຈາກນະຄອນຫຼວງວຽງຈັນ ປັດຈຸບັນກຳລັງສຶກສາລະດັບປະລິນຍາໂທ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ, ເປັນນັກສຶກສາຄະນະການຄ້າ, ສາຂາວິຊາທຸລະກິດສາກົນ. ທັງນີ້ ບຸນພະສອນ ເປັນນາງສາວລາວຄົນທີ 6 ຈາກນະຄອນຫຼວງວຽງຈັນທີ່ໄດ້ຄອງຕຳແໜ່ງອັນຊົງກຽດນີ້ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.
ນອກຈາກນັ້ນກໍຍັງມີອີກ 4 ນາງສາວທີ່ໄດ້ຮັບຕຳແໜ່ງດັ່ງຕໍ່ໄປນີ້:
- ຮອງອັນດັບໜຶ່ງ ML5 ພອນທິດາ ແກ້ວບຸນພັນ ຈາກນະຄອນຫຼວງວຽງຈັນ
- ຮອງອັນດັບສອງ ML31 ພິມມະສອນ ວໍລະສັກ ຈາກແຂວງໄຊຍະບູລີ
- ຮອງອັນດັບສາມ ML22 ລັດດາວັນ ໄຊນາລໍ່ ແຂວງໄຊສົມບູນ
- ຮອງອັນດັບສີ່ ML23 ພອນທະວີ ພິລາວົງ ຈາກນະຄອນຫຼວງວຽງຈັນ
ສ່ວນລາງວັນພິເສດອື່ນໆປະກອບດ້ວຍ:
- ນາງສາວຂວັນໃຈມະຫາຊົນໂດຍ muan.la: ML5 ພອນທິດາ ແກ້ວບຸນພັນ ຈາກນະຄອນຫຼວງວຽງຈັນ
- ນາງສາວແຕ່ງໜ້າງາມ: ML5 ພອນທິດາ ແກ້ວບຸນພັນ ຈາກນະຄອນຫຼວງວຽງຈັນ
- ນາງສາວໜ້າອ່ອນກວ່າໄວໂດຍນົມ Deena: ML18 ສຸດດາລາ ສີລາວົງ ຈາກແຂວງຜົ້ງສາລີ
- ນາງສາວບຸກຄະລິກກະພາບດີຈາກ TT Printing: ML31 ພິມມະສອນ ວໍລະສັກ ຈາກແຂວງໄຊຍະບູລີ
- ນາງສາວມີສະເໜ່ ໂດຍ Sunshine Apartment: ML30 ອາລິຍາ ອິນທະວົງ ຈາກບໍ່ແກ້ວ
- ນາງສາວທັນສະໄໝ ໂດຍ foodpanda: ML38 ລ້ອມດາວ ສ້ອຍທອງດີ ຈາກແຂວງວຽງຈັນ
- ນາງສາວຍອດນິຍົມ ໂດຍ Mocha by Unitel: ML24 ທິບພະໄຊ ວຸດທິບຳເພັນ ຈາກແຂວງໄຊຍະບູລີ
- ນາງສາວຜົມງາມໂດຍ Mega We Care ML38: ລ້ອມດາວ ສ້ອຍທອງດີ ຈາກແຂວງວຽງຈັນ
ສາມາດໄປສ່ອງພາບປະທັບໃຈຂອງນາງສາວລາວ 2020 ແລະ ຜູ້ເຂົ້າປະກວດໄດ້ໃນອາລະບໍ້າທີ່ມ່ວນເອົາມາຝາກໃນອາລະບໍ້າຮູບລຸ່ມນີ້.