"ຖົງຢາງອະນາໄມ" ຊື້ມາໃຊ້ເອງ ເປັນຫຍັງຈຶ່ງຕ້ອງ "ອາຍ"?

ສະໄໝນີ້ຖົງຢາງອະນາໄມຖືວ່າມີຫຼາກຫຼາຍຍີ່ຫໍ້, ຮູບແບບ ແລະ ຂະໜາດໃຫ້ເລືອກຊື້ ແຕ່ທີ່ໜ້າເປັນຫ່ວງກໍຄື ຍັງມີບາງກຸ່ມທີ່ຍັງຮູ້ສຶກ "ອາຍ" ທີ່ຈະໄປຊື້ມາໃຊ້ ເພາະຢ້ານວ່າຄົນອື່ນຈະແນມເບິ່ງໂຕເອງບໍ່ດີ ທັງທີ່ຄວາມເປັນຈິງແລ້ວ ຖົງຢາງອະນາໄມນີ້ລະເປັນໂຕທີ່ບົ່ງບອກວ່າເຮົາເປັນຄົນທີ່ມີຄວາມຮັບຜິດຊອບຕໍ່ກັບຕົນເອງ, ຄອບຄົວ, ຄູ່ນອນ ແລະ ສັງຄົມ.
ຖ້າສັງຄົມເຮົາຍັງຄົງປູກຝັງຄວາມຄິດໃນແງ່ລົບກ່ຽວກັບການຊື້ຖົງຢາງອະນາໄມ ເຮົາກໍຄົງບໍ່ສາມາດຫຼຸດພົ້ນຈາກບັນຫາຕ່າງໆເປັນຕົ້ນກໍແມ່ນ ການຖືພາໃນໄວທີ່ຍັງບໍ່ທັນພ້ອມ ຫຼື ການເພີ່ມຂຶ້ນຂອງຜູ້ຕິດເຊື້ອເຮັດໄອວີ (HIV) ເຊິ່ງໃນປີ 2019 ທົ່ວໂລກ ມີຜູ້ຕິດເຊື້ອໃໝ່ຫຼາຍເຖິງ 1.7 ລ້ານຄົນ (ອ້າງອີງ). ເປັນຈຳນວນທີ່ຫຼາຍເລີຍແມ່ນບໍ່? ນອກຈາກນີ້ ການບໍ່ໃຊ້ຖົງຢາງອະນາໄມກໍຍັງເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ເກີດພະຍາດຕິດຕໍ່ທາງເພດສຳພັນອື່ນໆອີກຫຼາຍຢ່າງ.
ແລ້ວມີເຫດຜົນໃດແດ່ທີ່ເຮັດໃຫ້ບາງທ່ານ "ອາຍ" ທີ່ຈະເລືອກຊື້ຖົງຢາງອະນາໄມ? ຕາມທີ່ຜູ້ຂຽນໄດ້ລົມກັບຫຼາຍໆຄົນປາກົດວ່າ ເຫດຜົນສ່ວນໃຫຍ່ເລີຍກໍຄືຢ້ານພະນັກງານຮ້ານຂາຍຢາ ຫຼື ຮ້ານສະດວກຊື້ທີ່ຂາຍຖົງຢາງອະນາໄມແນມເບິ່ງດ້ວຍສາຍຕາທີ່ແປກໆ ຫຼື ບໍ່ດັ່ງນັ້ນກໍບໍ່ກ້າເລືອກຖົງຢາງ ເພາະຈຸດທີ່ຕັ້ງຂອງສິນຄ້າຢູ່ໃນບ່ອນທີ່ມີຄົນຫຼາຍ. ສະນັ້ນ ເຮົາຈະພາໄປເບິ່ງກັນວ່າ ມີວິທີການໃດແດ່ທີ່ຈະເຮັດໃຫ້ເຮົາກຳຈັດຄວາມເຂີນອາຍນີ້ອອກໄປໄດ້.
1. ປ່ຽນວິທີຄິດ
ການຊື້ຖົງຢາງອະນາໄມມາໃຊ້ເປັນສິ່ງໜຶ່ງທີ່ສະແດງອອກວ່າເຮົາມີຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ຄົນອ້ອມຂ້າງໂດຍ ສະເພາະຄອບຄົວ ແລະ ຄູ່ນອນຂອງຕົນເອງ. ລອງຄິດເບິ່ງວ່າຖ້າຫາກໂຕເອງບໍ່ໄດ້ໃຊ້ຖົງຢາງອະນາໄມ ແລ້ວເກີດໄປເຮັດໃຫ້ຄົນອື່ນຖືພາທັງທີ່ຍັງບໍ່ທັນພ້ອມ ຫຼື ເກີດຕິດເຊື້ອເຮັດໄອວີ ຫຼື ພະຍາດຕິດຕໍ່ທາງເພດສຳພັນອື່ນໆຂຶ້ນມາ ອັນນີ້ເປັນສິ່ງທີ່ໜ້າອາຍກວ່າຫຼາຍ.
2. ຖ້າປ່ຽນວິທີຄິດບໍ່ໄດ້...
ລອງເຮັດແບບນີ້ ໄປເລືອກຊື້ໃນຮ້ານຄ້າທີ່ໃຫຍ່ໆ ຫຼື ຊູເປີມາເກັດ ທີ່ມີການວາງສິນຄ້າໃນບ່ອນທີ່ບໍ່ຄ່ອຍມີຄົນ ແລະ ເລືອກຈ່າຍເງິນຢູ່ຊ່ອງທີ່ບໍ່ມີຄົນຫຼາຍ ຢ່າງໜ້ອຍກໍຈະເຫຼືອພຽງແຕ່ເຮົາກັບພະນັກງານຄິດເງິນ. ຟ້າວຊື້ ຟ້າວຈ່າຍ ຟ້າວອອກຈາກຮ້ານ.
3. ຊື້ຫຼາຍໆ ຕຸນໄວ້ໃຊ້
ຖ້າອາຍທີ່ຈະຕ້ອງຊື້ ກໍຕ້ອງອາຍໃຫ້ໜ້ອຍຄັ້ງທີ່ສຸດ ໂດຍການຊື້ຈຳນວນຫຼາຍໆມາໄວ້ ອາດຈະຊື້ເປັນແພັກເລີຍກໍຊ່ວຍໄດ້ ຖ້າໄດ້ໃຊ້ຢູ່ເລື້ອຍໆ ຈຶ່ງບໍ່ຕ້ອງໄປຊື້ຫຼາຍເທື່ອ.
4. ຊື້ຜ່ານທາງອອນລາຍ
ສະໄໝນີ້ ການຂາຍເຄື່ອງທາງອອນລາຍມີທົ່ວບ້ານທົ່ວເມືອງ ແລະ ສົ່ງທົ່ວປະເທດເລີຍກໍວ່າໄດ້. ລອງຄົ້ນຫາຮ້ານຄ້າທີ່ຂາຍຖົງຢາງອະນາໄມທາງອອນລາຍ ແລ້ວສັ່ງຊື້ມາໃຊ້ໄດ້ເລີຍ ການຂົນສົ່ງກໍຖືວ່າສະດວກສະບາຍກວ່າແຕ່ກ່ອນແລ້ວ. ວິທີນີ້ກໍຈະຫຼຸດຜ່ອນຄວາມອາຍລົງໄດ້ ເພາະບໍ່ໄດ້ເຈິໜ້າແບບໂຕຕໍ່ໂຕກັບຄົນຂາຍ ແຕ່ວິທີນີ້ກໍຕ້ອງຍອມຮັບວ່າຈະຕ້ອງມີຄ່າໃຊ້ຈ່າຍໃນສ່ວນຂອງການຂົນສົ່ງເພີ່ມເຂົ້າມາ.
ນັ້ນເປັນພຽງບາງວິທີທີ່ເຮົານຳມາສະເໜີ ແຕ່ແນວໃດກໍຕາມ ເຮົາຄວນໃຫ້ຄວາມສຳຄັນກັບຄວາມຄິດ-ທັດສະນະຄະຕິຂອງເຮົາເອງຈະດີທີ່ສຸດ ເພາະຄວາມອາຍນັ້ນຢູ່ຊົ່ວຄາວ ແຕ່ພະຍາດຮ້າຍ ແລະ ຄວາມສ່ຽງທາງເພດນັ້ນຈະຢູ່ກັບເຮົາໄປຕະຫຼອດຊີວິດ ຖ້າເກີດພາດຂຶ້ນມາ. ອີກຢ່າງໜຶ່ງກໍຄື ພະນັກງານຮ້ານຄ້າບໍ່ມີເວລາຈະມາໃສ່ໃຈເຮົາຫຼາຍຂະໜາດນັ້ນ ເພາະໃນມື້ໜຶ່ງໆມີລູກຄ້າເຂົ້າອອກຮ້ານເປັນເທົ່າໃດຮ້ອຍຄົນ. ສະນັ້ນ ຜາຍເອິກໄປຊື້ຖົງຢາງອະນາໄມຄັ້ງຕໍ່ໄປ ກໍເຮັດໃຈກ້າເຂົ້າໄວ ເຮົາເຊື່ອວ່າທ່ານເຮັດໄດ້.