ບັນທຶກໄວ້ເລີຍ! ລວມເພງແບບຊິວໆ ເອົາໄວ້ຟັງເວລາຂັບລົດ ເດີນທາງໃກ້-ໄກຮັບຮອງບໍ່ມີເຫງົາ

ສະບາຍດີທ່ານຜູ້ອ່ານທີ່ໜ້າຮັກ!! ທ່ານເຄີຍເປັນບໍເວລາຂັບລົດແລ້ວຢາກຟັງເພງ ແຕ່! ຄິດເພງທີ່ຈະຟັງບໍ່ອອກ ບໍ່ຮູ້ວ່າຈະຟັງເພງຫຍັງ? ບໍ່ຮູ້ວ່າຈະຟັງເພງໃດ? ບັນຫາໂລກແຕກເຫຼົ່ານີ້ຈະໝົດໄປ ພຽງແຕ່ທ່ານກົດເຂົ້າມາອ່ານບົດຄວາມນີ້ ຈາກຜູ້ຂຽນທີ່ໜ້າຮັກຄົນນີ້!! (ດຽວອັນຫຼັງນິແມ່ນບໍນິ!!)
ບົດຄວາມນີ້ຈະຮວບຮວມບົດເພງສະບາຍສະບາຍຟັງຊິວໆໃຫ້ທ່ານຜູ້ອ່ານໄດ້ເຂົ້າມາອ່ານແລະເລືອກເອົາໄປຟັງກັນໄດ້ໃນຍາມທີ່ທ່ານຂັບລົດນັ້ນເອງ.
1. Where My Love Goes ຂອງໜຸ່ມໆວົງ Lawson
ເພງຈັງຫວະຊິວໆທີ່ເວົ້າເຖິງເລື່ອງລາວອັນແສນໜ້າຮັກຂອງໜຸ່ມສາວຄູ່ໜຶ່ງທີ່ທາງແຟນໜຸ່ມຂອງລາວທີ່ເຮັດເຊີໄພຣຂໍແຟນສາວແຕ່ງງານ ເຊິ່ງເພງນີ້ແມ່ນໄດ້ຖືກປ່ອຍອອກມາແຕ່ປີ 2016.
2. Ever Enough ຂອງວົງ A Rocket To The Moon
ເປັນເພງທີ່ມີຄວາມໝາຍວ່າບໍ່ວ່າຈະເປັນແນວໃດຂ້ອຍກໍຈະບໍ່ມີວັນຈາກເຈົ້າ ແລະ ຈະເປັນຂອງເຈົ້າຕະຫຼອດໄປ
3. This Is It ຈາກໜຸ່ມ Scotty McCreery
ອີກໜຶ່ງເພງຄວາມໝາຍດີໆ ຟັງເວລາຂັບລົດ
4. Take Your Time ຈາກໜຸ່ມ Sam Hunt
ເປັນອີກເພງໜຶ່ງທີ່ຜູ້ອ່ານກໍມັກຟັງເປັນປະຈໍາເວລາຂັບລົດ
5. Back To December ຂອງນັກຮ້ອງຕົວແມ່ແຫ່ງວົງການ Taylor Swift
6. 10,000 Hours ໂດຍ Dan + Shay, Justin Bieber
ຜູ້ຂຽນຢາກບອກວ່າເພງນີ້ເປັນເພງທີ່ໜ້າຮັກ ແລະ ໂຣແມນຕິກຫຼາຍເພາະເພງດັ່ງກ່າວນີ້ພວກເຂົາທັງສາມຄົນຮ່ວມກັນເຮັດຂຶ້ນມາເພື່ອຄົນຮັກຂອງພວກເຂົາ
7. Stuck with U ໂດຍ Ariana Grande, Justin Bieber
ເພງນີ້ເອງກໍເປັນເພງທີ່ໜຸ່ມ Justin Bieberໄດ້ເອົາໂຕນັກຮ້ອງສາວໜູ່ສະໜິດຂອງລາວຢ່າງ Ariana Grande ມາຮ່ວມຮ້ອງ ແລະ ເພີ່ມສີສັນໃຫ້ບົດເພງນີ້
8. Savage Love ໂດຍ BTS (방탄소년단) (Laxed – Siren Beat) [BTS Remix]
ເຊິ່ງໂຕນີ້ແມ່ນເປັນເວີຊັນທີ່ເຈົ້າຂອງເພງດັ່ງກ່າວຮ້ອງຮ່ວມໜຸ່ມໆ ບີທີເອັສ ແລະຢາກບອກວ່າເພງດັ່ງກ່າວນີ້ຕິດອັນດັບໜຶ່ງຂອງລາຍການຈັດອັນດັບເພງຕົ້ນໆຂອງສະຫະລັດອາເມລິກາຢ່າງ ບິວບອດມາເປັນທີ່ຮຽບຮ້ອຍແລ້ວ.
9. Way Back Home ໂດຍ 숀 (SHAUN)
ຫຼືຈະເປັນເພງນີ້ Way Back Home ຟັງແຕ່ຊື່ເພງກໍຍັງຕົງກັບຈຸດປະສົງທີ່ເຮົາຈະຟັແລ້ວ ບອກໄດ້ເລີຍວ່າຈັງຫວະ, ເນື້ອຮ້ອງ, ທໍານອງຕ່າງໆຂອງເພງນີ້ຜູ້ຂຽນໃຫ້ 100 ເຕັມ 10 ເລີຍ.
10. Watermelon Sugar ຂອງໜຸ່ມ Harry Styles
ບອກໄດ້ເລີຍວ່າຢາກຟັງຊິວໆເວລາຂັບລົດ ເພງນີ້ຜູ້ຂຽນແນະນໍາທັງຊິວທັງມັນຈົນຂັບລົດຮອດເຮືອນບໍ່ຮູ້ໂຕພຸ້ນລະ.
11. Mean It ຂອງໜຸ່ມ Lauv & LANY
ເພງຊິວ ເພງປັອບ ຕ້ອງຄົ້ນຫາຊື່ໜຸ່ມຄົນນີ້ເລີຍ Lauv ບໍ່ວ່າຈະອອກເພງໃດມາກໍຕິດຫູກັນໄປໝົດ
12. YOUTH ຂອງໜຸ່ມ Troye Sivan
ໜຸ່ມນ້ອຍໜ້າໃສຂວັນໃຈທຸກເພດທຸກໄວທີ່ມາເລົ່າເລື່ອງລາວໃນໄວໜຸ່ມຜ່ານໃນບົດເພງ
13. I'm on it ໂດຍ BTS
ເປັນບົດເພງທີ່ໃຊ້ຮ້ອງໃນການໂຄສະນາລົດຂອງຍີ່ຫໍ້ Hyundai ລຸ້ນ IONIQ ຫວັງວະເພງຊິວໆຟັງສະບາຍໆເວລາຂັບລົດ
14. Candy ໂດຍໜຸ່ມ BAEKHYUN ວົງ EXO
ເປັນອີກໜຶ່ງເພງທີ່ຟັງແລ້ວອິນໄປນໍາເວລາຂັບລົດ
15. Still With You ໂດຍໜຸ່ມ Jungkook (BTS)
ຟັງແລ້ວໄດ້ອາລົມແບບຂັບລົດຕາກຝົນ ບັນຍາກາດຄຶ້ມໆກັບຝົນທີ່ຄ່ອຍໆຕົກລິນ
16. Make A Wish (Birthday Song) ຂອງໜຸ່ມໆ NCT U
ຟັງເພງຊິວມາຫຼາຍແລ້ວ ມາລອງເພງທີ່ມີຈັງຫວະຄື້ນໆຄືເພງຂອງໜຸ່ມໆວົງນີ້ກັນຮັບຮອງບໍ່ໜ້າເບື່ອ
17. "MORE & MORE" ໂດຍ TWICE
ຫຼືຈະເພງນີ້ຂອງສາວໆ ທະໄວທ໌ ຄິກຄື້ນໃສໆຊຸ່ມຊື້ນຫົວໃຈຂອງໜຸ່ມໆ
18. Psycho ໂດຍ Red Velvet
ເພງຂອງສາວໆວົງນີ້ກໍບໍ່ທໍາມະດາ ຟັັງນໍາຂັບລົດນໍາກໍໄດ້ອີກອາລົມ
19. LOVE SCENARIO ໂດຍ iKON
ຊາລັງນາແຮຕາ ອູດີກາມາລນາ.... ບອກໄດ້ວ່າເພງນີ້ບໍ່ມີໃຜຈະບໍ່ເຄີຍຟັງ ພາກັນຮ້ອງໄດ້ໝົດບ້ານໝົດເມືອງ
ຂັບລົດໄປພ້ອມຄຶກຄື້ນໄປພ້ອມ.
20. Dynamite ໂດຍໜຸ່ມໆ BTS
ເພງນີ້ບອກເລີຍວ່າຂັບລົດໄປບໍ່ເຫງົານອນແນ່ນອນ
ແລະ ນີ້ກໍແມ່ນ 20 ບົດເພງຊິວໆທີ່ໃຊ້ຟັງເວລາຂັບລົດ ເປັນແນວໃດກັນແນ່ທ່ານຜູ້ອ່ານມັກເພງໃດ ຖືກໃຈເພງໃດສາມາດໄປຄົ້ນຫາ ແລະ ຊອກຟັງກັນໄດ້ເດີ.
ຂຽນໂດຍ: J’daisy