ບົດສຳພາດສຸດພິເສດ: ຮູ້ຈັກ "ຊານະ ມະນີຜົນ" ນັກເຕະຈາກຫຼວງພະບາງທີ່ມາແຮງ ໃນ 24 ຂໍ້ນີ້

ເມື່ອບໍ່ດົນມານີ້ໄດ້ເກີດມີກະແສໃນໂລກສັງຄົມອອນລາຍຢ່າງຫຼວງຫຼາຍກ່ຽວກັບຄວາມໜ້າຮັກບາດຕາບາດໃຈສາວນ້ອຍສາວໃຫຍ່ກັນທົ່ວບ້ານທົ່ວເມືອງ ຄົງຈະເປັນໃຜໄປບໍ່ໄດ້ເນາະ ນອກຈາກໜຸ່ມນ້ອຍເບີ 17 ນັກກີລາເຕະບານຈາກແຂວງຫຼວງພະບາງຄົນນີ້ "ຊານະ ມະນີຜົນ". ມື້ນີ້ທີມງານ Muan.la ໄດ້ມີໂອກາດສໍາພາດສຸດພິເສດກັບໜຸ່ມຄົນນີ້ ແນ່ນອນວ່າໃນຕອນນີ້ຄົງບໍ່ມີໃຜທີ່ບໍ່ຮູ້ຈັກລາວ ແລະ ສາວໆຫຼາຍຄົນກໍຄົງຈະຢາກຮູ້ແລ້ວວ່າປະຫວັດສ່ວນຕົວແບບເຈາະເລິກສຸດໆຂອງໜຸ່ມຄົນນີ້ເປັນແນວໃດ ຄັນຊັ້ນເຮົາໄປຮູ້ຈັກກັນເລີຍ.
1. ກ່າວທັກທາຍແນະນຳຕົວເອງກັບຜູ້ອ່ານແດ່
ສະບາຍດີ ນ້ອງຊື່ ທ້າວ ຊານະ ມະນີຜົນ ອາຍຸ 17 ປີ, ເປັນນັກເຕະບານຂອງທີມແຂວງຫຼວງພະບາງ ປັດຈຸບັນເປັນນັກສຶກສາປີທີ 1 ຄະນະເສດຖະສາດ ພາກວິຊາການເງິນ-ການທະນາຄານ ມະຫາວິທະຍາໄລແຫ່ງຊາດ.
2. ນ້ອງເລີ່ມສົນໃຈການຫຼິ້ນກີລາເຕະບານຕັ້ງແຕ່ຕອນໃດ? ແລ້ວຄົນໃນຄອບຄົວກໍມີຄົນມັກຫຼິ້ນກີລາເຕະບານແບບນ້ອງບໍ່?
ນ້ອງເລີ່ມສົນໃຈການຫຼິ້ນກີລາເຕະບານຕັ້ງແຕ່ຕອນທີ່ຮຽນຢູ່ຊັ້ນປ. 5 ເພາະວ່າລຸງໄດ້ພາໄປຫຼິ້ນເຕະບານຕັ້ງແຕ່ນ້ອຍ. ທຳອິດເຫັນລຸງຫຼິ້ນກໍເລີຍເຮັດຕົນເອງຢາກທີ່ຈະລອງຫຼິ້ນເບິ່ງ. ສ່ວນວ່າຄົນໃນຄອບຄົວທີ່ມັກຫຼິ້ນກີລາເຕະບານກໍແມ່ນພໍ່, ເຊິ່ງເພິ່ນໄດ້ລົງຫຼິ້ນນຳແຕ່ບາງຄັ້ງ ບໍ່ໄດ້ຫຼິ້ນຈິງຈັງຫຼາຍຄືກັບຕົວນ້ອງ. ແຕ່ເດັ່ນໆສຸດນີ້ແມ່ນລຸງ ເພາະເພິ່ນເຄີຍເປັນນັກກີລາທີມແຂວງຫຼວງພະບາງມາກ່ອນ.
3. ຍັງຈື່ຄວາມຮູ້ສຶກໃນການລົງແຂ່ງ Match ທຳອິດໃນຊີວິດບໍ່? ເລົ່າໃຫ້ຟັງແດ່.
ຄັ້ງທຳອິດທີ່ລົງແຂ່ງແມ່ນຕອນຍັງນ້ອຍ, ຄວາມຮູ້ສຶກຕອນນັ້ນແມ່ນມີຄວາມກົດດັນຫຼາຍ. ແຕ່ລະເທື່ອທີ່ລົງແຂ່ງຈະມີແມ່ຄອຍໄປເຝົ້າເບິ່ງຢູ່ຕະຫຼອດ ແລະ ແມ່ກໍມັກເວົ້າວ່າເວລາຫຼິ້ນລູກມັກກົດດັນຕົວເອງ, ແຕ່ມາຄິດຄືນຫຼັງໃນຕອນນັ້ນກໍຮູ້ສຶກວ່າ ຕົນເອງມີຄວາມກົດດັນອີ່ຫຼີ ເວລາຈະລົງແຂ່ງແຕ່ລະເທື່ອຈະຮູ້ສຶກຕື່ນເຕັ້ນຈົນເຫື່ອມືອອກຕະຫຼອດເລີຍ (ຮາໆ). ແຕ່ຕອນນີ້ບໍ່ໄດ້ມີຄວາມກົດດັນຫຍັງເພາະຮູ້ສຶກວ່າລຶ້ງເຄີຍກັບມັນແລ້ວ.
4. ເຫດຜົນ ຫຼື ແຮງບັນດານໃຈໃດທີ່ເຮັດໃຫ້ນ້ອງຕັດສິນໃຈມາຫຼິ້ນກີລາບານເຕະ?
ເຫດຜົນທໍາອິດແມ່ນຍ້ອນຄວາມມັກຮັກໃນກີລານີ້ ແລະ ລຸງກໍໄດ້ພາໄປຫຼິ້ນຕັ້ງຕອນຍັງນ້ອຍ ແລ້ວຫຼັງຈາກນັ້ນກໍໄດ້ລົງຫຼິ້ນເລື້ອຍໆ. ສັງເກດເຫັນວ່າຕົນເອງມີການພັດທະນາຂຶ້ນໃນແຕ່ລະມື້ຈຶ່ງເກີດມີຄວາມຮູ້ສຶກມ່ວນ, ມີຄວາມສຸກໄປກັບມັນໂດຍສະເພາະຕອນເວລາທີ່ໄດ້ລົງຫຼິ້ນເຕະບານນໍາໝູ່ນຳຄູ່ ແລະມັນກໍໄດ້ກາຍເປັນແຮງຊຸກຍູ້ມາຕະຫຼອດໆເລີຍ.
5. ນ້ອງພົບບັນຫາ ຫຼື ຂໍ້ຫຍຸ້ງຍາກຫຍັງໃນການຫຼິ້ນກີລານີ້ບໍ່? ແລ້ວແກ້ໄຂບັນຫາຫຼືຂໍ້ຫຍຸ້ງຍາກນີ້ແນວໃດ?
ສໍາລັບບັນຫາ ແລະ ຂໍ້ຫຍຸ້ງຍາກຂອງນ້ອງຄືການແບ່ງເວລາໃນການຮຽນເຊັ່ນ: ຕ້ອງເເບ່ງເວລາໃຫ້ການຮຽນແດ່ ແລະ ແບ່ງເວລາໃຫ້ການຝຶກຊ້ອມເຕະບານແດ່. ຕ້ອງໄດ້ເອົາດີທັ້ງສອງສິ່ງຄວບຄູ່ກັນໄປ ເຊິ່ງມັນກໍເປັນຂໍ້ຫຍຸ້ງຍາກໃນບາງຄັ້ງຄື: ຖ້ານ້ອງມີຮຽນຮອດ 4 ໂມງແລ້ວມີຊ້ອມຕອນ 4 ໂມງ, ມື້ນັ້ນກໍຕ້ອງໄດ້ໄປຝຶກຊ້ອມຊ້າ, ໄປບໍ່ທັນໝູ່ ຫຼື ບາງມື້ທີ່ມີຮຽນເພີ່ມກໍຈຳເປັນຕ້ອງໄດ້ຂາດຊ້ອມໃນມື້ນັ້ນໄປ. ກະຄືວ່າຫັນແຫຼະຄົນເຮົາຖ້າເຮັດຫຍັງສອງຢ່າງພ້ອມກັນກໍບໍ່ດີເທົ່າເຮັດອັນໃດອັນໜຶ່ງໃຫ້ມັນດີເລີຍ, ແຕ່ຄືວ່າແຫຼະເນາະ ອັນໜຶ່ງຄືສິ່ງທີ່ມັກ ແລະ ອີກອັນໜຶ່ງກໍແມ່ນສິ່ງທີ່ຕ້ອງເຮັດ, ແຕ່ວ່າຖ້າເຮົາສາມາດປະຄອງມັນໄປໄດ້ທັງສອງຢ່າງເລີຍມັນກໍດີ.
6. ນ້ອງໃຊ້ເວລາເຝິກຊ້ອມແນວໃດ ໃນແຕ່ລະມື້ກວ່າຈະມາຮອດຈຸດນີ້?
ໃນຕອນເຊົ້າຂອງແຕ່ລະມື້ນ້ອງຈະໄປແລ່ນອ້ອມເມືອງ, ສ່ວນຕອນແລງຫຼັງຈາກເລີກຮຽນກໍໄດ້ໄປຊ້ອມກັບທີມ ແລະ ນ້ອງມີຄວາມຄິດວ່າຖ້າເຮົາຢາກເກັ່ງກວ່າຄູ່ຕໍ່ສູ້ກໍຕ້ອງຊ້ອມໃຫ້ຫຼາຍກວ່າເຂົາເຈົ້າ ເຊິ່ງເຮົາຈະຕ້ອງໄດ້ວອມຮ່າງກາຍຂອງເຮົາໃນທຸກມື້ໆໃຫ້ພ້ອມທີ່ຈະລຸຍຢູ່ຕະຫຼອດ, ເພາະວ່າກີລາບານເຕະຖ້າເຮົາບໍ່ໝັ່ນຝຶກຊ້ອມ ຫຼື ຮ່າງກາຍບໍ່ມີຄວາມຟິດ, ເຮົາຈະບໍ່ມີທາງເອົາຊະນະຄູ່ຕໍ່ສູ້ໄດ້. ນ້ອງກໍເລີຍຕ້ອງໄດ້ຊ້ອມແລ່ນເປັນປະຈໍາ.
8. ກຳລັງໃຈໃນການລົງຫຼິ້ນເຕະບານໃນແຕ່ລະຄັ້ງແມ່ນຫຍັງ?
ກຳລັງໃຈໃນການລົງຫຼິ້ນເຕະບານໃນແຕ່ລະຄັ້ງແມ່ນພໍ່ແມ່, ອ້າຍນ້ອງ, ໝູ່ເພື່ອນ.... ທີ່ສຳຄັນທີ່ສຸດກໍແມ່ນຄອບຄົວຫັນແຫຼະທີ່ເປັນກຳລັງໃຈອັນດັບໜຶ່ງໃຫ້ແກ່ນ້ອງເລີຍ.
9. ຜົນງານການລົງແຂ່ງທີ່ຜ່ານມາຂອງນ້ອງມີຫຍັງແດ່?
ຜົນງານການລົງແຂ່ງທີ່ຜ່ານມາຂອງນ້ອງແມ່ນໄດ້ມີໂອກາດລົງແຂ່ງກີລານັກຮຽນຂອງແຂວງຫຼວງພະບາງ ຍາດໄດ້ທີ່ໜຶ່ງເຊິ່ງຈັດຂຶ້ນທີ່ແຂວງບໍ່ແກ້ວ, ລົງແຂ່ງ Academy ຕາງໜ້າໃຫ້ແຂວງຫຼວງພະບາງ ກໍໄດ້ແຊ້ມມາເທື່ອໜຶ່ງຈັດຂຶ້ນທີ່ແຂວງອຸດົມໄຊ, ໄດ້ໄປຄັດເລືອກທີມຊາດໄດ້ຕິດຮອບ 35 ຄົນສຸດທ້າຍ, ແຕ່ວ່າກຳລັງກຽມຈະຄັດໃຫ້ເຫຼືອ 23 ຄົນພັດມາຕິດໄລຍະໂຄວິດ-19 ສາກ່ອນເລີຍບໍ່ໄດ້ຝຶກຊ້ອມຕໍ່ ເຊິ່ງໄດ້ໂຈະໄວ້ເປັນປີໜ້າ ແລະ ຫຼ້າສຸດມານີ້ນ້ອງກໍໄດ້ລົງເຕະໃຫ້ກັບທີມແຂວງຫຼວງພະບາງໃນງານກີລາທີ່ຜ່ານມານີ້.
10. ນ້ອງມີຄວາມຮູ້ສຶກພູມໃຈໃນຖານະທີ່ໄດ້ມາເປັນນັກກີລາເຕະບານນີ້ແນວໃດ?
ນ້ອງຮູ້ສຶກພູມໃຈສຸດໆເລີຍທີ່ໄດ້ມາເປັນນັກກີລາບານເຕະ, ຄືວ່າຫຼ້າສຸດນີ້ໄດ້ມີໂອກາດລົງເຕະໃນງານໃຫຍ່ໃຫ້ທີມແຂວງຫຼວງພະບາງ ເຖິງວ່າການລົງແຂ່ງໃນຄັ້ງນີ້ຈະມີຄວາມຜິດຫວັງແຕ່ນ້ອງກໍຮູ້ພູມໃຈຫຼາຍບໍ່ຄິດບໍ່ຝັນວ່າຕົນເອງຈະໄດ້ມາຮອດຈຸດນີ້ ເພາະຕອນຍັງນ້ອຍກໍໄດ້ແຕ່ຝັນ ແລະ ລົມກັບຄອບຄົວ, ໝູ່ເພື່ອນວ່າ ມື້ໜຶ່ງເຮົາກໍຢາກມີໂອກາດໄດ້ລົງໄປເຕະບານໃຫ້ກັບທີມແຂວງ. ທີ່ຜ່ານມາກໍໄດ້ແຕ່ເບິ່ງຮຸ່ນອ້າຍທີມແຂວງ, ຮຸ່ນອ້າຍທີມຊາດລົງເຕະແຂ່ງຂັນ, ແຕ່ການທີ່ນ້ອງຈະໄດ້ມາຕິດທີມຊາດນີ້ບໍ່ເຄີຍຝັນມາກ່ອນເລີຍ ແລະ ກໍບໍ່ໄດ້ຄາດຄິດວ່າຕົນເອງຈະມີທີ່ໄດ້ໂອກາດໄປສຳຜັດແບບນີ້.
11. ທີມເຕະບານ ຫຼື ນັກເຕະໃນດວງໃຈ ແມ່ນທີມໃດ? ແມ່ນໃຜ?
ຖ້າຖາມວ່ານັກເຕະໃນດວງໃຈນີ້ແມ່ນໃຜ ຕ້ອງບອກໄດ້ເລີຍວ່າແມ່ນ ໂຣນັນໂດ້ ( Cristiano Ronaldo), ເຖິງວ່າຊິບໍ່ໄດ້ຫຼິ້ນໃນຕຳແໜ່ງດຽວກັນກັບລາວ ແຕ່ວ່ານ້ອງມັກທັດສະນະຄະຕິຂອງລາວ. ຄືທີ່ທຸກຄົນຮູ້ຫັນແຫຼະເນາະວ່າລາວກະເກັ່ງ ນ້ອງຈຶ່ງມັກລາວ ຮະຮະຮະ. ເລິ່ມຕົ້ນກະມັກ ໂຣນັນໂດ້ ເປັນຜູ້ທຳອິດເລີຍ, ທີມທີ່ເຊຍກໍແມ່ນເຊຍຕາມທີມທີ່ລາວຢູ່ເລີຍ ຄືແຕ່ກີ້ຢູ່ Real Madrid ກໍເຊຍທີມນີ້. ບາດລາວຍ້າຍໄປ Juventus ກໍຍ້າຍໄປເຊຍທີມນັ້ນ ຮະຮະ ສ່ວນວ່າລີກອັງກິດນ້ອງເຊຍ Liverpool ຢ່າງດຽວສຸດດດໃຈເລີຍ.
12. ຢາກຝາກຫຍັງໃຫ້ແກ່ນ້ອງໆທີ່ມີຄວາມຝັນຢາກຈະເປັນນັກກີລາເຕະບານຄືກັນກັບເຮົາ?
ຝາກເຖິງນ້ອງໆຖ້າຢາກມາເຖິງຈຸດນີ້ ຫຼື ໄປໄກກວ່ານີ້ຕ້ອງຝຶກໃຫ້ໜັກ,ຖ້າຢາກເກັ່ງກວ່າຜູ້ນີ້ ເຮົາກໍຕ້ອງຊ້ອມໃຫ້ຫຼາຍກວ່າຄືວ່າເຂົາເຈົ້າຊ້ອມ 10 ເຮົາກໍຕ້ອງຊ້ອມ 11 ຫຼື 12 ແລະ ເຮົາກໍຕ້ອງມີຄວາມອົດທົນພະຍາຍາມສູງເພາະວ່າການຫຼິ້ນກີລາບານເຕະມັນບໍ່ໄດ້ງ່າຍ, ມັນກໍມີຂຶ້ນມີລົງ, ບໍ່ວ່າສິ່ງໃດກໍຕາມແຕ່ມັນບໍ່ມີທາງໄດ້ມາງ່າຍໆດອກ ແລະ ສິ່ງສຳຄັນທີ່ສຸດຕ້ອງມີໃຈມັກຮັກມັນແທ້ໆ.
13. ປົກກະຕິແລ້ວນ້ອງເປັນຄົນແນວໃດ? ຕະຫຼົກ ເວົ້າເກັ່ງ ບໍ່?
(ຫົວ) ນ້ອງເປັນຄົນທີ່ປາກໄວ, ມັກໂຍນມຸກ, ຕົບມຸກເປັນປະຈຳ, ບາງເທື່ອໝູ່ກະຈົນຄຽດໃຫ້ນ້ອງຍ້ອນ. ແບບວ່າເປັນຄົນທີ່ຂີ້ດື້ຫັ້ນແຫຼະ, ເບິ່ງອີກມຸມໜຶ່ງຫຼາຍຄົນກະວ່ານ້ອງເປັນຄົນໃຈຮ້ອນ, ຂີ້ນ້ອຍໃຈ. ແຕ່ບາດເຮົາກັບມາເບິ່ງຕົນເອງກະຄືວ່າບໍ່ໄດ້ເປັນຄົນຂີ້ຄຽດປານນັ້ນໜາ (ຫົວ).
14. ບອກຈຸດດີ ແລະ ຈຸດອ່ອນຂອງຕົນເອງແດ່?
ຂໍ້ດີຂອງຕົນເອງແມ່ນເປັນຄົນບໍ່ຍອມແພ້ງ່າຍໆ. ຄືນ້ອງນີ້ກໍເຄີຍໄປແຂ່ງກີລາມາຫຼາຍຄັ້ງ ບາງຄັ້ງກໍມີຜິດຫວັງມາ ແຕ່ນ້ອງກໍບໍ່ເຄີຍຍອມແພ້ກັບມັນ. ສ່ວນວ່າ ຈຸດອ່ອນຄິດວ່າຕົນເອງເປັນຄົນອ່ອນແອງ່າຍ, ເບິ່ງພາຍນອກຜູ້ອື່ນອາດຈະຄິດວ່າເຮົາເຂັ້ມແຂງ, ບໍ່ຮູ້ສຶກຫຍັງ, ແຕ່ທີ່ຈິງແລ້ວເປັນຄົນຮູ້ສຶກງ່າຍ Sensitive ໄວ ເຊິ່ງວ່າມື້ນັ້ນທີ່ການແຂ່ງຂັນຈົບສິ້ນລົງນ້ອງກໍກັ້ນນໍ້າຕາໄວ້ເກືອບບໍ່ຢູ່ (ຫົວ) ເພາະໝູ່ຍ່າງມາກອດແລ້ວໄຫ້ ແລະ ຕົວເອງກໍຄິດໃນໃຈວ່າ ອ໋າວ!! ບໍ່ໃດ, ບໍ່ໄຫ້ໃດ. ແນວໃດກໍບໍ່ໄຫ້ເດັດຂາດ (ຫົວ).
15. ກິດຈະກຳຍາມວ່າງມັກເຮັດຫຍັງ?
ຍາມວ່າງນ້ອງຈະມັກຟັງເພງ, ຫຼິ້ນເກມ ສອງອັນນີ້ແຫຼະ. ບໍ່ມີດອກຍາມວ່າງຮຽນໜັງສືຫັນນະ (ຫົວ). ບາງເທື່ອກໍມີເບິ່ງເຕະບານ, ເກມທີ່ຫຼິ້ນສ່ວນຫຼາຍກໍແມ່ນເກມເຕະບານຫັນແຫຼະໝົດມື້ໝົດຄືນ (ຫົວ). ຖືວ່າເປັນສິ່ງໜຶ່ງທີ່ມັກເປັນຊີວິດຈິດໃຈເລີຍສຳລັບນ້ອງ.
16. ອາຫານທີ່ມັກແມ່ນຫຍັງ? ປົກກະຕິມັກກິນເຜັດບໍ່? ມັກແຕ່ງກິນຢູ່ບໍ່?
ອາຫານທີ່ມັກຕ້ອງແມ່ນລາບໂດຍສະເພາະແມ່ນລາບປາເມືອງຫຼວງບ້ານເຮົາແທ້ໆ (ຫົວ) ນອກຈາກນີ້ກໍຍັງມັກປີ້ງປາ, ປີ້ງໄກ່, ກິນກັບແຈ່ວແຊບສຸດ (ຫົວ). ປົກກະຕິນ້ອງເປັນຄົນມັກກິນເຜັດໄດ້ແບບສະບາຍໆເລີຍເລື່ອງນີ້, ສ່ວນວ່າເລື່ອງແຕ່ງກິນນີ້ບໍ່ມັກເລີຍ, ເມນູທີ່ເຮັດໄດ້ແມ່ນຕົ້ມໝີ່ ກັບ ຈືນໄຂ່ ເປັນເມນູຫຼັກເລີຍ (ຫົວ).
17. ມີປະເທດ ຫຼື ສະຖານທີ່ທ່ອງທ່ຽວໃດທີ່ຢາກໄປບໍ່? ຍ້ອນຫຍັງ?
ປະເທດທີ່ນ້ອງຢາກໄປແມ່ນ ປາຣີ ປະເທດຟຣັ່ງ,ເພາະວ່ານ້ອງເຄີຍໄດ້ໄປເທື່ອໜຶ່ງມາແລ້ວ ຕອນນັ້ນແມ່ນໄດ້ທຶນໄປທັດສະນະຢູູ່ພຸ້ນ 3 ອາທິດ. ແຕ່ມີເວລາໄດ້ໄປເມືອງປາຣີພຽງແຕ່ສອງມື້ເທົ່ານັ້ນ, ກໍເລີຍຮູ້ສຶກເສຍດາຍທີ່ໄດ້ໄປໜ້ອຍໂພດ. ຖ້າມີໂອກາດກໍຢາກໄປຕື່ມອີກຄັ້ງໜຶ່ງ ປາຣີເປັນເມືອງທີ່ງາມຫຼາຍ ແລະ ນ້ອງກໍໄດ້ມັກທີມເຕະບານຢູ່ພຸ້ນແນ່ (ຫົວ) ມີ Neymar ເດ້, ຖ້າມີໂອກາດໄດ້ໄປເບິ່ງເຂົາເຈົ້າເຕະຄົງຈະດີ.
18. ຄວາມປະທັບໃຈທີ່ສຸດໃນຊີວິດແມ່ນຫຍັງ?
ສໍາລັບຄວາມປະທັບໃຈທີ່ສຸດໃນຊີວິດກໍຄືການທີ່ໄດ້ມາຫຼິ້ນກີລາເຕະບານນີ້ແຫຼະ, ຄືເຮົາໄດ້ປະສົບຜົນສຳເລັດໃນສິ່ງທີ່ເຮົາມັກມັນກໍເປັນເລື່ອງທີ່ມີຄວາມປະທັບໃຈ ແລະ ຄວາມປະທັບໃຈອີກເລື່ອງໜຶ່ງແມ່ນໃນຕອນທີ່ເຮົາຈົບມ. 7 ແລ້ວໄດ້ຮັບລາງວັນສາມາດເຮັດໃຫ້ພໍ່ແມ່ພູມໃຈໄດ້.
19. ນ້ອງເຄີຍພົບເວລາທີ່ຍາກລຳບາກທໍ້ຖອຍໃຈບໍ? ແລ້ວນ້ອງຂ້າມຜ່ານຈຸດໆນັ້ນມາໄດ້ແນວໃດ?
ໄລຍະເວລາທີ່ຍາກລໍາບາກຂອງນ້ອງກໍແມ່ນຫຼ້າສຸດນີ້ລະ, ຄວາມຮູ້ສຶກມັນກໍເຟວ (fail) ຢູ່, ກວ່າມັນຈະຜ່ານມາໄດ້ກໍເປັນຄືນໜຶ່ງສອງຄືນ. ແຕ່ນ້ອງສາມາດຂ້າມຜ່ານຈຸດໆໄດ້ຍ້ອນນ້ອງພະຍາຍາມຄິດໂຟກັສໄປກັບຄົນທີ່ຮັກເຮົານັ້ນກໍຄືຄອບຄົວ. ແລ້ວຕອນເວລານັ້ນນ້ອງກໍໄດ້ຢູ່ກັບທີມຢູ່ກັບອ້າຍໆກໍຮູ້ສຶກມ່ວນ, ຊ່ວຍຫຼຸດຜ່ອນຄວາມຄິດຫຼາຍນັ້ນໄປ. ແຕ່ຖ້າເຮົາຢູ່ຕົວຄົນດຽວໃນເວລານັ້ນຢ້ານຕົນເອງຄິດຫຼາຍຢູ່. ໃນຄືນຫຼັງຈາກທີ່ແຂ່ງຈົບ Match ນັ້ນຫຼາຍຄົນກໍໄດ້ແຊັດມາໃຫ້ກຳລັງໃຈຫຼາຍ, ພໍ່ແມ່ກໍໄດ້ໂທມາວ່າບໍ່ຕ້ອງຄິດຫຍັງຫຼາຍເດີ້ເພາະເພິ່ນກໍເປັນຫ່ວງ. ແຕ່ທີ່ຈິງແລ້ວມື້ນັ້ນນ້ອງນອນຫຼັບດີຂະໜາດເລີຍ, ເຮົາກໍຄິດນຳມັນຢູ່ແຕ່ວ່າເຮົາກໍຮູ້ວ່າເຮົາເຮັດດີທີ່ສຸດແລ້ວ. ຄືນນັ້ນກວ່າຈະເສັດສິ້ນພາລະກິດທຸກຢ່າງແມ່ນ 2 ໂມງກາງຄືນ ບໍ່ຫຼັບກໍຕ້ອງໄດ້ຫຼັບແຫຼະ (ຫົວ) ພໍແຕ່ຕື່ນເຊົ້າມື້ໃໝ່ມາກໍຮູ້ສຶກອຶ້ງໆໜ້ອຍໜຶ່ງເພາະວ່າຄວາມຮູ້ສຶກມັນວາບຂຶ້ນມາແຕ່ກໍສາມາດຂ້າມຜ່ານມັນມາໄດ້.
20. ມີຂ່າວລືມາວ່ານ້ອງກຽມຊິເຂົ້າວົງການບັນເທີງຕາມຮອຍອ້າຍໄປນັ້ນແມ່ນແທ້ບໍ່ຫຼືແນວໃດ?
ອັນນີ້ກະຍັງບໍ່ຮູ້ເທື່ອ, ເພາະວ່າອ້າຍເພິ່ນກໍໄດ້ແຊັດຖາມຊື່ໆແຕ່ກໍຍັງບໍ່ທັນໄດ້ລົມກັນລະອຽດເທື່ອ. ຖ້າມີໂອກາດນ້ອງກໍມີຄວາມສົນໃຈຢູ່, ຄິດວ່າມັນກໍເປັນປະສົບການໃໝ່ ແລະ ໂອກາດໃໝ່ໆທີ່ເຂົ້າມາໃນຊີວິດ.
21. ນ້ອງຮູ້ສຶກແນວໃດກັບການທີ່ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມເປັນຈຳນວນຫຼວງຫຼາຍ? ເມື່ອບໍ່ດົນມານີ້ເຫັນມີແຟນຄັບຈຳນວນຫຼວງຫຼາຍແລ່ນໄລ່ນໍາກົ້ນແມ່ນແທ້ບໍ?
ນ້ອງກໍຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍ, ບໍ່ຄິດວ່າຄົນຈະໃຫ້ຄວາມສົນໃຈ, ມອບຄວາມຮັກໃຫ້ແກ່ນ້ອງຫຼາຍຂະໜາດນີ້. ພູມໃຈທີ່ຫຼາຍຄົນມາຮັກເຮົາໃຫ້ກຳລັງໃຈເຮົາ, ນ້ອງກໍຕ້ອງຂໍຂອບໃຈຫຼາຍໆທີ່ທຸກຄົນໄດ້ມອບຄວາມຮັກເປັນຈຳນວນຫຼວງຫຼາຍໃຫ້ແກ່ນ້ອງ.
22. ນ້ອງໄດ້ຕັ້ງເປົ້າໝາຍສູງສຸດຂອງຕົນເອງໃນອະນາຄົດໄວ້ວ່າແນວໃດ?
ຄວາມຝັນສູງສຸດຂອງນ້ອງແມ່ນຢາກມີອາຊີບທີ່ໝັ້ນຄົງ, ມີຄວາມສຸກໃນຊີວິດ, ຄອບຄົວມີຄວາມສຸກເທົ່ານີ້ກໍພຽງພໍ. ສຳລັບນ້ອງແລ້ວ. ແຕ່ຖ້າເປັນໄປໄດ້ກໍຍັງຢາກສືບຕໍ່ຫຼິ້ນກີລາບານເຕະຄວບຄູ່ໄປນໍາຈົນກວ່າຈະຮອດເວລາທີ່ຕ້ອງຢຸດແລ້ວຄືຕອນທີ່ອາຍຸປະມານ 30 ປີ, ຕອນນັ້ນກໍເລີ່ມເເກ່ຕົວລົງແລ້ວ ຄິດວ່າບໍ່ມີແຮງສູ້ຜູ້ໜຸ່ມແລ້ວ (ຫົວ).
23. ມາຮອດຄຳຖາມທີ່ຫຼາຍຄົນຢາກຮູ້ເນາະ ສະເປັກສາວໃນຝັນຂອງນ້ອງເປັນແບບໃດ? ຕອນນີ້ໂສດຢູ່ບໍ່ ຫຼື ມີໃຜເປັນເຈົ້າຂອງຫົວໃຈແລ້ວ?
ສະເປັກສາວທີ່ນ້ອງມັກແມ່ນມັກຄົນດີ (ຫົວ) ໃຜກໍມັກຄົນດີຫັນແຫຼະເນາະ. ມັກຄົນເກັ່ງ ແລະ ສຳຄັນສຸດກໍຕ້ອງເຂົ້າໃຈເຮົາ, ເພາະວ່າຄັນງາມປານໃດກະຢ່າແຕ່ຖ້າບໍ່ເຂົ້າໃຈເຮົາກໍບໍ່ສາມາດໄປກັນໄດ້. ຕອນນີ້ສະຖານະຂອງນ້ອງໂສດຢູ່ (ຫົວ) ແຖມຍັງຊິງຢູ່ເດີ້ວ່າຊ້ານ (ຫົວ). ໄລຍະນີ້ນ້ອງຂໍໂຟກັສກັບເລື່ອງຮຽນກັບເລື່ອງກີລາໄປກ່ອນ, ນ້ອງຄິດວ່າເລື່ອງຄວາມຮັກເມື່ອຮອດເວລາມັນຫາກມາເອງເຮົາໄປກຳນົດມັນບໍ່ໄດ້, ຖາມວ່າເປີດໃຈບໍ່ ກະບໍ່ໄດ້ປິດກັ້ນ.
24. ສຸດທ້າຍນີ້ມີຫຍັງຢາກບອກກັບແຟນບານ, ແຟນຄລັບທີ່ຕິດຕາມເຊຍນ້ອງແດ່? ພ້ອມຝາກຜົນງານໃຫ້ຕິດຕາມ.
ນ້ອງຕ້ອງຂໍຂອບໃຈທຸກຄົນທີ່ຄອຍໃຫ້ກຳລັງໃຈກັນມາຕະຫຼອດບໍ່ວ່າຈະຢູ່ໃນໄລຍະເວລາທີ່ດີຫຼືຮ້າຍກໍຕາມ, ຄອຍຢູ່ຂ້າງກັນຕະຫຼອດ, ກະຄືຫຼ້າສຸດນີ້ເວລາທີ່ນ້ອງລົ້ມກໍເຫັນຫຼາຍຄົນອອກມາໃຫ້ກຳລັງໃຈນ້ອງຮູ້ສຶກດີໃຈຫຼາຍແລະກໍຕ້ອງຂອບໃຈອີກຄັ້ງທີ່ທຸກຄົນຄອຍເປັນຫ່ວງ, ໃຫ້ກຳລັງໃຈມາຕະຫຼອດ. ນ້ອງກໍຂໍໃຫ້ທຸກຄົນຊ່ວຍເປັນກຳລັງໃຈໃຫ້ນ້ອງແບບນີ້ຕະຫຼອດໄປເດີ້. ສຳລັບຜົນງານໃນໃກ້ໆນີ້ທີ່ນ້ອງຢາກຝາກໃຫ້ຕິດຕາມແມ່ນອີກບໍ່ດົນຈະມີການແຂ່ງຂັນເຕະບານ U18 ທົ່ວປະເທດປະມານເດືອນມັງກອນຕົ້ນປີໜ້ານີ້.
ຈົບກັນໄປແລ້ວກັບບົດສຳພາດສຸດ Exclusive ຂອງໜຸ່ມ ຊານະ ມະນີຜົນ. ເປັນແນວໃດສາວໆຫຼັງຈາກອ່ານບົດສຳພາດນີ້ຈົບໄປແລ້ວຫວັງວ່າຈະຮູ້ຈັກກັບໜຸ່ມຄົນນີ້ຫຼາຍຂຶ້ນເນາະ. ທີມງານຂອງເຮົາເອງກໍໄດ້ຂໍຊິ່ມບອກວ່າ ໂຕຈິງນ້ອງໜ້າຮັກ, ມີຄວາມເປັນມິດສຸດໆເລີຍ, ຟັງແຕ່ນໍ້າສຽງຕອນທີ່ສຳພາດກໍເກືອບເຮັດໃຫ້ທີມງານເຮົາໃຈລະລາຍໄປເລີຍ ຍ້ອນທົນຕໍ່ຄວາມໜ້າຮັກຂອງນ້ອງບໍ່ໄຫວແຮງ. ສຸດທ້າຍນີ້ກໍຫວັງວ່າທຸກໆຄົນຈະມອບຄວາມຮັກ ແລະ ກຳລັງໃຈດີໆແບບນີ້ໃຫ້ແກ່ນ້ອງ ຊານະ ມະນີຜົນ ໃນການທີ່ຈະສານຝັນຂອງຕົນເອງໃຫ້ເປັນຈິງນີ້ຕໍ່ໆໄປນໍາກັນເດີ້.
ບົດສຳພາດໂດຍ: NAMFON PHIYADA
ຂໍຂອບໃຈ
ພາບ : IG: @sanamnp7