ຈະເກີດຫຍັງຂຶ້ນຖ້າເຮົາບໍ່ກິນນໍ້າຕານ? ບໍ່ກິນນໍ້າຕານຈະຢູ່ໄດ້ບໍ?

ຈະເປັນແນວໃດເມື່ອທ່ານບໍ່ກິນນໍ້າຕານ? ຫະ! ບໍ່ກິນນໍ້າຕານ ເຮົາຈະພາກັນຢູ່ໄດ້ຫວາ?
ໃນປັດຈຸບັນເຮົາສັງເກດເຫັນໃນວ່າໃນຜະລິດຕະພັນອາຫານຂອງມະນຸດເຮົານີ້ແມ່ນຈະມີສ່ວນປະກອບໄປດ້ວຍນໍ້າຕານເກືອບທຸກຢ່າງ ແລ້ວເຮົາຢາກຮູ້ບໍລະວ່າຖ້າເຮົາບໍ່ກິນນໍ້າຕານມັນຈະເປັນແນວໃດ?
ເຮົາມາເບິ່ງກັນເລີຍວ່າຖ້າເຮົາບໍ່ກິນນໍ້າຕານ ຮ່າງກາຍຂອງເຮົາຈະເກີດຫຍັງຂຶ້ນ?
1. ຫົວໃຈຂອງເຮົາຈະແຂງແຮງຂຶ້ນ
ສະຖາບັນສຸຂະພາບຂອງສະຫະລັດອາເມລິກາໄດ້ເຮັດການວິໄຈວ່າຖ້າເຮົາງົດກິນນໍ້າຕານໃນໄລຍະໜຶ່ງຈະເຮັດໃຫ້ຄົນເຮົາມີຄວາມສ່ຽງໃນການເປັນພະຍາດຫົວໃຈຫຼຸດລົງເຖິງ 3 ເທົ່າ!!!
ເມື່ອເຮົາກິນອາຫານທີ່ມີສ່ວນປະສົມຂອງນໍ້າຕານທີ່ມີປະລິມານຫຼາຍຈະເຮັດໃຫ້ນໍ້າຕານດັ່ງກ່າວໄປກະຕຸ້ນອິນຊູລິນໃນຮ່າງກາຍເຮັດໃຫ້ສານດັ່ງກ່າວໄປກະຕຸ້ນລະບົບປະສາດ ແລະ ອັດຕາການເຕັ້ນຂອງຫົວໃຈ ແລະ ຄວາມດັນເລືອດສູງຂຶ້ນ.
ແຕ່ຫຼັງຈາກເຊົາກິນນໍ້າຕານບໍ່ພຽງເທົ່າໃດອາທິດເຫັນໄດ້ວ່າບັນດາຄໍເລສເຕີຣໍ ແລະ ພວກໄຂມັນໄດ້ຫຼຸດລົງເຖິງ 10%, ໄຕກຣີເຊີໄຣກໍຫຼຸດລົງເຖິງ 20-30% ລວມໄປເຖິງພວກຄວາມດັນຕ່າງໆກໍ່ຫຼຸດລົງ ແແລະ ຍັງເຮັດໃຫ້ຕັບໄດ້ພັກຜ່ອນ ແລະ ບໍ່ໄດ້ເຮັດວຽກໜັກເພາະເຮົາບໍ່ໄດ້ກິນນໍ້າຕານທີ່ເປັນຕົວກະຕຸ້ນເຮັດຕັບຕ້ອງສູບໄຂມັນໄປລ້ຽງຫົວໃຈຫຼາຍຂຶ້ນ. ເວົ້າໄດ້ວ່າຖ້າເຮົາກິນນໍ້າຕານໃນປະລິມານຫຼາຍ ແລະ ຕິດຕໍ່ກັນອາດຈະເປັນພະຍາດຫົວໃຈໄດ້.
2. ຜິວພັນກະຈ່າງໃສຂຶ້ນ
ທ່ານຄົນໜຶ່ງບໍທີ່ມີປັນຫາດ້ານຜິວໜັງເຊັ່ນສິວ!!! ເວົ້າໄດ້ວ່າບາງຄັ້ງສິວທີ່ເກີດຂຶ້ນໃນໜ້າຂອງເຮົານັ້ນກໍມີສາເຫດມາຈາກການກິນນໍ້າຕານນັ້ນເອງ. ມີງານວິໄຈຈາກສະຫະລັດພົບວ່າຈາກຄົນປົກກະຕິທີ່ບໍ່ດື່ມນໍ້າອັດລົມ ແລ້ວຕໍ່ມາເລີ່ມມາດື່ມນໍ້າອັດລົມມື້ລະປ໋ອງເປັນເວລາ 3 ອາທິດເຮັດໃຫ້ເຫັນວ່າລະດັບການອັກເສບຂອງຜິວເພີ່ມຂຶ້ນເຖິງ 87% ການອັກເສບນີ້ແມ່ນມີບັນຫາທາງຜິວໜັງ ເພາະຮ່າງກາຍໄດ້ເຫັນວ່ານໍ້າຕານຄືສານພິດຕໍ່ຮ່າງກາຍ ຖ້າຕັບບໍ່ສາມາດຂັບອອກໄດ້ ແລະ ຖ້າຮ່າງກາຍບໍ່ສາມາດຂັບອອກທາງເຫື່ອໄດ້ການອັກເສບຈະສະແດງອອກທາງຜິວໜັງເຮັດໃຫ້ເກີດເປັນສິວ ແລະ ການອັກເສບຕ່າງໆທາງຜິວໜັງ.
ດັ່ງນັ້ນຖ້າທ່ານໃດຢາກມີຜິວພັນ ແລະ ໜ້າຕາທີ່ສົດໃສ ມາລອງງົດກິນນໍ້າຕານນໍາກັນເບິ່ງວ່າຮ່າງກາຍຂອງເຮົາຈະມີປະຕິກິລິຍາແນວໃດ.
3. ຫຼຸດຄວາມສ່ຽງຈາກການເປັນພະຍາດເບົາຫວານ
ແນ່ນອນວ່ານໍ້າຕານນັ້ນກໍຄືສານໃຫ້ຄວາມຫວານ ແລະ ເບົາຫວານກໍເປັນພະຍາດຊະນິດໜຶ່ງທີ່ເຫີດມາຈາກການບໍລິໂພກນໍ້າຕານຫຼາຍເກີນໄປນັ້ນເອງ ເຮັດໃຫ້ຕັບມີໄຂມັນໂອບຢູ່ ແລະ ເລີ່ມເຮັດວຽກໜັກໃນການຕ້ານອິນຊູລິນທີ່ຜະລິດອອກມາຢ່າງໄວເນື່ອງຈາກການກິນນໍ້ສຕານທີ່ມີປະລິມານຫຼາຍ ແລະ ຕໍ່ເນື່ອງເຮັດໃຫ້ຕັບແລະຕັບອ່ອນຜະລິດການຕ້ານອິນຊູລິນບໍ່ທັນ ເຮັດໃຫ້ຄົນທີ່ກິນນໍ້າຕານຫຼາຍອາດຈະມີຄວາມສ່ຽງເປັນເບົາຫວານໄດ້.
4. ຮູ້ສຶກມີຄວາມສຸກຂຶ້ນ
ເມື່ອຮ່າງກາຍຂອງຄົນເຮົາໄດ້ຮັບນໍ້າຕານໃນໄລຍະທໍາອິດແມ່ນຈະເຮັດໃຫ້ຮ່າງກາຍຂອງຄົນເຮົາມີຄວາມສົດຊື່ນຂຶ້ນແຕ່ກໍເປັນພຽງແຕ່ໄລຍະຊົ່ວຄາວເທົ່ານັ້ນ ຈາກນັ້ນທ່ານກໍຈະໂຫຍຫາກິນນໍ້າຕານອີກຄັ້ງເປັນແບບນີ້ວົນໄປວົນມາຄືກັນກັບສານເສບຕິດຊະນິດໜຶ່ງເມື່ອໝົດລິດທ່ານກໍຈະໂຫຍຫາ ແລະ ກໍຢາກກິນອີກ.
ແລະ ມີບົດວິໄຈທີ່ບອກວ່າຜູ້ຍິງທີ່ມັກກິນຂອງຫວານຈະມັກມີອາລົມປັ່ນປ່ວນ ແລະ ຮຸນແຮງຢູ່ຕະຫຼອດເວລາ. ດັ່ງນັ້ນການທີ່ເຮົາບໍ່ກິນນໍ້າຕານຈະຊ່ວຍເລື່ອງການຄວບຄຸມອາລົມໄດ້ຫຼາຍຂຶ້ນ.
5. ນອນຫຼັບໄດ້ດີຂຶ້ນ
ເນື່ອງຈາກວ່າການກິນນໍ້າຕານຈະໄປເພີ່ມລະດັບຮໍໂມນຄໍຕິຊໍທີ່ໄປລົບກວນການນອນຫຼັບໃນໄລຍະກາງຄືນ ເຮັດໃຫ້ນອນບໍ່ຫຼັບແລ້ວເກີດອາການຢາກນອນໃນໄລຍະກາງເວັ້ນ. ການທີ່ເຮົາບໍ່ກິນນໍ້າຕານຈະຊ່ວຍໃຫ້ເຮົານອນຫຼັບໃນກາງຄືນດີຂຶ້ນ ແລະ ສົດຊື່ນໃນຍາມກາງເວັນ.
4. ມີຄວາມຈໍາທີ່ດີຂຶ້ນ
ການກິນນໍ້າຕານຫຼາຍຈະເຮັດໃຫ້ສະໝອງເຮົາເຊື່ອງຊ້າ ແລະ ເມື່ອຍ ເວົ້າງ່າຍໆກໍຄືການກິນນໍ້າຕານຫຼາຍແມ່ນຈະໄປສະກັດກັ້ນການເຮັດວຽກຂອງສະໝອງນັ້ນເອງ.
3. ຊ່ວຍຫຼຸດນໍ້າໜັກ
ຂໍ້ນີ້ແນ່ນອນຍິ່ງວ່າເພາະນໍ້າເປັນສານສ້າງຄວາມຫວານ ແລະ ມີພະລັງງານສູງດັ່ງນັ້ນການທີ່ກິນນໍ້າຕານເຂົ້າໄປຫຼາຍໆ ກໍຈະເຮັດໃຫ້ອ້ວນໄດ້ນັ້ນເອງ.
ເຫັນກັນແລ້ວບໍທ່ານຜູ້ອ່ານພຽງແຕ່ເຮົາງົດນໍ້າຕານກັນໃນໄລຍະໜຶ່ງກໍຈະເຫັນໄດ້ເລີຍວ່າຮ່າງກາຍຂອງເຮົາມີການຟື້ນໂຕທີ່ດີຂຶ້ນ. ກໍບໍ່ແມ່ນວ່ານໍ້າຕານຈະມີແຕ່ຂໍ້ເສຍສະເໝີໄປຖ້າເຮົາກິນໃນປະລິມານທີ່ເໝາະສົມ. ສະນັ້ນ, ຈະກິນຫຍັງກໍຄວນເບິ່ງກັນກ່ອນດີໆວ່າມັນເໝາະສົມກັບຮ່າງກາຍເຮົາແລ້ວຫຼືບໍ ເດີທ່ານຜູ້ອ່ານ.
ຂຽນໂດຍ: J'daisy
ແຫຼ່ງທີ່ມາ: