ຄວາມຫຼົງເປັນເຫດສັງເກດໄດ້! 7 ເຫດຜົນທີ່ເຮັດໃຫ້ເຈົ້າຍັງບໍ່ພົບຄູ່ຊີວິດແທ້

ຄົບກັນເປັນ 10 ປີ ບາງທີກໍ່ບໍ່ໄດ້ເປັນຄູ່ກັນໄປຈົນແຕ່ງດອງ! ແລ້ວເປັນຫຍັງເຮົາຍັງບໍ່ພົບຄົນທີ່ຈະເປັນຄູ່ແທ້ຂອງເຮົາຈັກເທື່ອ, ຄົບກັບໃຜກໍ່ບໍ່ຍືນຍາວ, ອົກຫັກຕະຫຼອດ ໂດດດ່ຽວຕະຫຼອດ. ຫຼາຍໆຄົນກໍ່ເປັນທຸກກັບການຢູ່ຄົນດຽວ ບາງຄັ້ງກໍ່ຮູ້ສຶກວ່າມັນຄືຈະບໍ່ມີແລ້ວແຫຼະເນື້ອຄູ່ທີ່ເຮົາຊອກຫາ. ຢ່າລືມວ່າສິ່ງທີ່ເຮົາກຳລັງສະແຫວງຫາບໍ່ແມ່ນຄູ່ທີ່ຈະມາຍ່າງຫຼິ້ນນຳກັນໄປຊື່ໆ ແຕ່ມັນໝາຍເຖິງບາງສິ່ງບາງຢ່າງທີ່ຫຼາຍກວ່ານັ້ນ ຄົນທີ່ພ້ອມຈະເປັນຄູ່ກັນ ເປັນກັນລະຍານະມິດນຳກັນຈົນສ້າງຄອບຄົວນຳກັນ. ບາງທີເຫດຜົນເຫຼົ່ານີ້ອາດເປັນສິ່ງທີ່ເຮັດໃຫ້ເຈົ້າບໍ່ພົບກັບເນື້ອຄູ່ຂອງເຈົ້າກໍ່ເປັນໄດ້ ລອງມາເບິ່ງນຳກັນເລີຍ.
7. ເຈົ້າຍັງລືມຄົນເກົ່າບໍ່ໄດ້
ຍິ່ງເຈົ້າລືມຄົນເກົ່າບໍ່ໄດ້ຍິ່ງເຮັດໃຫ້ເຈົ້າສ້າງຊ່ອງວ່າງ ຫຼື ກຳແພງເຂົ້າມາປິດກັ້ນຄົນອື່ນທີ່່ຈະເຂົ້າມາຫາເຈົ້າ. ເມື່ອເຈົ້າຍັງຍຶດຢູ່ກັບຄົນເກົ່າ ເລື່ອງລາວເກົ່າໆທີ່ຜ່ານໄປແລ້ວຫຼາຍເກີນໄປ ມັນເຮັດໃຫ້ຄົນທີ່ເຂົາມາຫາເຈົ້າແນວໃດກໍ່ດີບໍ່ສູ້ຄົນເກົ່າ, ເພາະສະໝອງຂອງເຈົ້າກຳລັງຕົວະຕົວເອງຢູ່ນັ້ນເອງ. ຈົ່ງໃຊ້ເວລາທົບທວນໃຫ້ດີ, ໃຈເຢັນ ແລະ ໃຫ້ເວລາກັບຕົວເອງໄດ້ຄິດ ແລ້ວ ພະຍາຍາມທຳຄວາມເຂົ້າໃຈໃຫ້ໄດ້ວ່າຕົວເອງຕ້ອງການຫຍັງກັນແທ້.
ຄົນເກົ່າທີ່ຈາກໄປແລ້ວ ຫຼື ຄົນໃໝ່ທີ່ກຳລັງຍ່າງເຂົ້າມາ?
6. ຄາດຫວັງສູງເກີນໄປ
ຄູ່ຄອງຂອງຂ້ອຍຕ້ອງສົມບູນແບບ ແລະ ສຸດຍອດກວ່າຄົນອື່ນໆ! ຖ້າເປັນຜູ້ຍິງກໍ່ຄາດຫວັງແຟນລະດັບພະເອກເກົາຫຼີ, ເຈົ້າຊາຍໃນຝັນ. ຖ້າເປັນຜູ້ຊາຍກໍ່ຕ້ອງການລະດັບນາງງາມຈັກກະວານ, ນາງເອກໜັງພຸ້ນໃດ!
ຕື່ນໆໄດ້ແລ້ວ ຢູ່ກັບຄວາມເປັນຈິງສາ, ເບິ່ງຕົວເອງກ່ອນວ່າເປັນແນວໃດ ການແຕ່ງກາຍ, ການໃຊ້ຊີວິດ, ຄວາມສາມາດ, ບຸກຄະລິກກະພາບ, ສະຖານະທາງສັງຄົມ ແລະ ອື່ນໆ.
ຍິ່ງເຈົ້າຄາດຫວັງສູງເກີນຄວາມເປັນຈິງ ຍິ່ງເຮັດໃຫ້ ເນື້ອຄູ່ທີ່ເຂົ້າກັບເຈົ້າທີ່ສຸດ ຍິ່ງຫ່າງອອກໄປ ເພາະສິ່ງທີ່ເຈົ້າຄິດຝັນແບບໃນຮູບເງົາ ມັນເປັນຄົນລະເລື່ອງກັນເລີຍກັບຄວາມເປັນຈິງ.
5. ຝັນຫາຄົນທີ່ມີເຈົ້າຂອງແລ້ວ (ມັກຂອງຄົນອື່ນ)
ຫຼໍ່ແທ້ຢາກໄດ້ມາເປັນແຟນເດະ (ມີແຟນແລ້ວກະຢ່າ), ງາມແທ້ຢາກໄດ້ມາເປັນພັນລະຍາເດະ (ລົມເຂົາ ບໍ່ໄດ້ລົມແຟນເຂົາ)!.
ແມ່ນ, ທຸກຢ່າງມັນເກີດຂຶ້ນໄດ້ ແຕ່ລອງຄິດນຳກັນເບິ່ງວ່າ ຄົນທີ່ພ້ອມຈະນອກໃຈຄົນທີ່ເຂົາກຳລັງຄົບຫາ ຫຼື ໃຊ້ຊີວີດຮ່ວມກັນຢູ່ແລ້ວ, ຄົນແບບນີ້ຫວາທີ່ຈະມາເປັນຄູ່ແທ້ຂອງເຈົ້າໄດ້? ຢ່າພະຍາຍາມເຮັດໃຫ້ຕົວເອງຕ້ອງໄປຢູ່ກັບສະຖານະການແບບນີ້, ຢ່າຫຼອກຕົວເອງວ່າ ດີກວ່າ, ເລີດ ກວ່າຄົນປັດຈຸບັນຂອງເຂົາ, ຖ້າເຂົາພ້ອມທີ່ຈະນອກໃຈມື້ນີ້ ມື້ໜ້າເຂົາກໍ່ພ້ອມທີ່ຈະນອກໃຈເຈົ້າໄດ້ຄືກັນ. ນີ້ກໍ່ເປັນອີກເຫດຜົນໜຶ່ງທີ່ເຈົ້າຈະບໍ່ມີທາງເຈິຄູ່ແທ້ຂອງເຈົ້າແນ່ນອນ ຖ້າເຈົ້າຕ້ອງການຄົນແບບນີ້ ຍົກເວັ້ນເສຍແຕ່ວ່າເຈົ້າຈະເປັນຄົນປະເພດນີ້ ທີ່ພ້ອມຈະນອກໃຈຄົນທີ່ຮັກເຈົ້າ!
4. ເຊື່ອໃຈຄົນອື່ນຍາກ (ບໍ່ເປີດໃຈ)
ຜູ້ຊາຍທຸກຄົນກໍ່ເຈົ້າຊູ້ຄືກັນຫັ້ນແຫຼະ! ຜູ້ຍິງທຸກຄົນກໍ່ຕ້ອງການເງິນທັງນັ້ນ!
ຄົນກ່ອນໜ້ານີ້ອາດຈະເຮັດໃຫ້ເຈົ້າເຈັບ ແຕ່ມັນບໍ່ກ່ຽວຫຍັງເລີຍກັບຄົນທີ່ເຈົ້າຈະຄົບຫາໃນປັດຈຸບັນ. ຖ້າເຈົ້າເອົາຄວາມບໍ່ໄວ້ໃຈຈາກຄົນເກົ່າມາໃຊ້ວັດແທກ ຫຼື ລະແວງຄົນໃໝ່ທີ່ເຂົ້າມາ, ແນ່ນອນມັນບໍ່ຢາກເຮັດໃຫ້ໃຜຢາກເປີດໃຈຮູ້ຈັກກັບເຂົ້າ ແລະ ເຈົ້າອາດພາດທີ່ຈະພົບຄູ່ຄອງທີ່ແທ້ຈິງຂອງເຈົ້າໄດ້ຢ່າງງ່າຍດາຍ. ຄວາມເຈັບ, ການຖືກຫັກຫຼັງທີ່ຜ່ານມາ ເອົາໄວ້ເປັນບົດຮຽນ ບໍ່ແມ່ນເອົາໄວ້ເພື່ອວັດແທກຄົນອື່ນ. ໃຊ້ສະຕິສັງເກດຄົນທີ່ເຂົ້າມາແບບເປີດໃຈຮຽນຮູ້ ແລະ ບໍ່ເມີນເສີຍຕໍ່ລາຍລະອຽດທີ່ສຳຄັນບໍ່ແນ່ວ່າມັນອາດຈະເຮັດໃຫ້ເຈົ້າພົບກັບເນື້ອຄູ່ທີ່ຈະເຂົ້າມາເຮັດໃຫ້ໃຈຂອງເຈົ້າສົດໃສອີກຄັ້ງໃໝ່
3. ຄິດຫຼາຍຈົນຢ້ານຄວາມສໍາພັນແບບຈິງຈັງ
ເຫັນເດັກນ້ອຍເວົ້າວ່າຢາກມີລູກ, ເຫັນຄອບຄົວອົບອຸ່ນກໍ່ວ່າຢາກມີສາມີທີ່ດີ, ເຫັນສາກຈົບຂອງຮູບເງົາກໍ່ວ່າ ຢາກຂໍສາວແຕ່ງດອງ. ແຕ່ເມື່ອເອົາແທ້ໆເຈົ້າພັດຢ້ານທີ່ຈະຈິງຈັງ, ຢ້ານເສຍຊີວິດສ່ວນຕົວໄປ, ຢ້ານທີ່ຈະຕ້ອງໄດ້ມາເອົາລູກທຸກມື້, ຢ້ານທີ່ຈະຕ້ອງເອົາໃຈຄົນຮັກ, ຢ້ານຄົນຮັກຕິດເປັນເງົາຕາມຕົວຕະຫຼອດ ແລະ ອື່ນໆ ເປັນຕົ້ນ. ເຊິ່ງເຫຼົ່ານີ້ມັນເຮັດໃຫ້ເຈົ້າບໍ່ສາມາດກ້າວໄປຫາຈຸດທີ່ຈະຮັບໃຜເຂົາມາເຖິງຄົນໆນັ້ນຂະແມ່ນຄົນທີ່ເຈົ້າຊອກຫາມາຕະຫຼອດກໍ່ຕາມ. ຄຳແນະນຳກໍ່ຄື ບໍ່ຕ້ອງຄິດໄປໄກ ສົນໃຈກັບສິ່ງທີ່ຢູ່ຕໍ່ໜ້າແລ້ວປ່ອຍໃຫ້ມັນເປັນໄປ, ຊອກຫາກິດຈະກຳຢາມຫວ່າງເຮັດເລື້ອຍໆ, ອອກໄປນອກຫາສັງຄົມພາຍນອກ ແລະ ເອົາຄວາມຄິດລົບໆຕ່າງໆຖີ້ມອອກໄປເທື່ອລະໜ້ອຍ.
2. ປາດຖະໜາທີ່ຈະກາຍເປັນຄົນທີ່ຖືກຮັກຢ່າງດຽວ
ການທີ່ເຈົ້າສົນໃຈວ່າຄົນທີ່ເຈົ້າຄົບຫາມັກແບບໃດ ເຈົ້າຄວນແຕ່ງຕົວແນວໃດ, ເວົ້າແນວໃດ, ຍີ້ມແບບໃດ, ຫົວແບບໃດ...ເພື່ອເຮັດໃຫ້ເປັນຄົນທີ່ຖືກຮັກຢູ່ຕະຫຼອດເວລາ. ຍິ່ງເຈົ້າຕ້ອງການເປັນຄົນທີ່ຖືກຮັກຢ່າງດຽວເຈົ້າຍິ່ງເປັນຄົນທີ່ຖືກຮັກໜ້ອຍລົງ ຢ່າໃສ່ຊຸດຣາຕີສວຍງາມຖ້າເຈົ້າບໍ່ສະບາຍຕົວ, ຢ່າຝືນຍີ້ມ ຖ້າເຈົ້າກຳລັງເສົ້າ, ຢ່າບອກກັບຄົນທີ່ເຈົ້າຮັກວ່າບໍ່ເປັນຫຍັງພຽງເພາະຈະເຮັດໃຫ້ເຂົາເຫັນວ່າເຈົ້າເຂັ້ມແຂງດັ່ງທີ່ເຂົາຕ້ອງການໃຫ້ເຈົ້າເປັນ. ເລີ່ມທີ່ຕົວເຈົ້າເອງ, ເປັນຕົວຂອງຕົວເອງ ຮັກໃນສິ່ງທີ່ເຈົ້າເປັນ ແລະ ບໍ່ຕ້ອງພະຍາຍາມເປັນແບບຄົນອື່ນ, ຄູ່ແທ້ຂອງເຈົ້າພ້ອມທີ່ຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ສົມບູນແບບໃນແບບທີ່ເຈົ້າເປັນ
1. ຕັດສິນຄົນທີ່ຈະພົບໄວເກີນໄປ
ບໍ່ມີໃຜດອກທີ່ພົບກັນຄັ້ງທຳອິດແລ້ວແຕ່ງດອງກັນເລີຍ, ເຈິກັນຄັ້ງທຳອິດແລ້ວຫຼົງຮັກກັນແບບເລິກເຊິ່ງ... ຕໍ່ໃຫ້ເຈົ້າມີສັນຊາດຕະຍານໃນການສັງເກດຄົນປານໃດກໍ່ຕາມເມື່ອເວົ້າເຖິງເລື່ອງຄູ່ຊີວິດ ເຈົ້າຕ້ອງໃຊ້ເວລາ ໃຫ້ໂອກາດເຊິ່ງກັນ ແລະ ກັນ ໃນການປັບຕົວ ແລະ ເຂົ້າຫາກັນ. ຢ່າຕັດສິນຄົນທີ່ເຈົ້າຫາກໍ່ພົບເພາະບາງທີເຂົາອາດຈະເປັນເຈົ້າຊາຍຂອງເຈົ້າທີ່ຢູ່ໃນຮ່າງເງາະປ່າ ກໍ່ເປັນໄດ້.
ບົດຄວາມໂດຍ: Poui Kittang
ພາບ: Sasha Freemind / Unsplash