ອ່ານດວງລາຍວັນປະຈໍາວັນເສົາ ທີ 28 ພະຈິກ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ພົບອຸປະສັກໃນດ້ານການງານ ເມື່ອແກ້ໄຂບັນຫາສະເພາະໜ້າໄດ້ແລ້ວຈະເກີດຄວາມສຳເລັດແລະຄວາມໂຊກດີ
ການເງິນ ຈະພົບເລື່ອງກັງວົນໃຈທາງດ້ານການເງິນ ແຕ່ກໍຍັງພໍມີວິທີທີ່ຈະສາມາດແກ້ໄຂໃຫ້ຜ່ານພົ້ນໄປໄດ້
ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ຊ່າງເວົ້າ ມີສະເໜ່ຫລາຍ ຈະໄດ້ພົບຄົນທີ່ທ່ານມັກໃນໄວໆນີ້
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 3 8
ຄົນເກີດວັນຈັນ
ການງານ ການເຈລະຈາຈະນຳພາມາຊຶ່ງຄວາມສຳເລັດດ້ານການລົງທຶນ ແຕ່ຕ້ອງໃຊ້ທຶນຫລາຍເປັນພິເສດ
ການເງິນ ວາງແຜນການເງິນໄດ້ເປັນຢ່າງດີ ສາມາດຈັດການໃນເລື່ອງການເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ
ຄວາມຮັກ ຍັງບໍ່ລົງໂຕທາງດ້ານຄວາມສຳພັນ ເພາະໃນໄລຍະນີ້ບໍ່ຄ່ອຍມີເວລາທຸ່ມເທດ້ານຄວາມຮັກປານໃດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 9 1
ຄົນເກີດວັນອັງຄານ
ການງານ ມີການປັບແກ້ແຜນງານ ແລະ ວາງແຜນເພື່ອຈັດການຄວາມຜິດພາດໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍໂຊກດີທີ່ວ່າຈະສາມາດຫາເງິນເຂົ້າມາເພີ່ມເຕີມໄດ້ຫລາຍຂຶ້ນ
ຄວາມຮັກ ຈະພົບຄົົນທີ່ມີລັກສະນະຜິວຂາວກໍເປັນໄປໄດ້ໃນໄລຍະນີ້ ຈະເປັນການພົບຮັກແບບບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ເພັດສີຂຽວ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4 2
ຄົນເກີດວັນພຸດ
ການງານ ຕັ້ງໃຈເຮັດວຽກໃຫ້ເກີດຄວາມສຳເລັດທີ່ໜ້າປະທັບໃຈ ແລະ ສາມາດເຮັດໄດ້ເປັນຢ່າງດີ
ການເງິນ ມີທັງຮັບທັງຈ່າຍສະຫຼັບກັນໄປໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ
ຄວາມຮັກ ຈະພົບຄົົນທີ່ນິໄສດີ ມີລັກສະນະຄວາມເປັນຜູ້ນຳກໍເປັນໄປໄດ້ ແລະ ທ່ານມີເກນຈະໄດ້ເດີນທາງໄກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 2 8
ຄົນເກີດວັນພະຫັດ
ການງານ ເລັ່ງໃນການສ້າງຜົນງານ ແລະ ສາມາດສ້າງຄວາມສຳເລັດທີ່ໜ້າພໍໃຈໄດ້ເປັນຢ່າງຫລາຍ
ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໄລຍະນີ້ໂຊກດີຫລາຍກວ່າແຕ່ກ່ອນເຫັນໄດ້ຊັດເຈນ
ຄວາມຮັກ ມີໂອກາດສົມຫວັງກັບຄົົນທີ່ມີລັກສະນະຜິວສອງສີ ມີໂອກາດສົມຫວັງດ້ານຄວາມຮັກຫລາຍໆ ໃນໄລຍະນີ້
ເຄື່ອງມຸງຄຸນ ຫິນນໍາໂຊກສີຂຽວ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7 8
ຄົນເກີດວັນສຸກ
ການງານ ດ້ວຍຄວາມສະຫລຽວສະຫລາດໃນການເຮັດວຽກງານ ກໍມັກຈະສາມາດແກ້ໄຂສະຖານະການສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ສະເໝີ
ການເງິນ ລະວັງເລື່ອງຄວາມຊ້າທາງດ້ານເອກະສານທາງການເງິນ ແລະລະວັງຄວາມຜິດພາດທາງດ້ານການເງິນ
ຄວາມຮັກ ຍັງຄົງຄາດຫວັງໃນເລື່ອງຄວາມຮັກທີ່ຕົນເອງນັ້ນປາດຖະຫນາ ຄິດເຖິງ ຝັນເຖິງໃຜບາງຄົນຢູ່ກໍເປັນໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 4 1
ຄົນເກີດວັນເສົາ
ການງານ ເຮັດຕາມຫນ້າທີ່ໃຫ້ດີທີ່ສຸດ ຄວນມີຄວາມຮອບຄອບຫລາຍໆ ແລ້ວຜົນງານຈະອອກມາດີເອງ
ການເງິນ ມີຂ່າວດີເຂົ້າມາໃນເລື່ອງຂອງການເງິນ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ
ຄວາມຮັກ ຈະພົບຄົົນທີ່ມີຄວາມສາມາດຫລາຍໆ ບາງເທື່ອໃນໄລຍະນີ້ມີເຫດທີ່ຕ້ອງເພິ່ງຄົນຮັກດ້ວຍກໍເປັນໄປໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 5 7