ສຳພາດພິເສດ ນາງແບບຄ້າຍກ້າວໜ້າ ດາວເດັ່ນນ້ອງໃໝ່ໃນວົງການບັນເທີງລາວ "ຕະຕ້າ ບຸບຜາ"

ມື້ນີ້ທາງທີມງານມ່ວນ ໄດ້ມີໂອກາດສຳພາດ ແຂກສຸດພິເສດ 1 ທ່ານ ແລະ ເປັນຄົນທີ່ຫຼາຍໆຄົນຕິດຕາມກັນ ນັ້ນກໍຄື "ຕະຕ້າ ບຸບຜາ" ນັ້ນເອງ ປັດຈຸບັນເປັນນາງແບບ ສັງກັດຄ້າຍກ້າວຫນ້າລາວ ເອັນເຕີເທຣນເມັນ ແລະ ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ສາຂາເສດຖະສາດພັດທະນາແລະວາງແຜນ (ຫຼັກສູດນານາຊາດ) ປີ 2. ອາຍຸ 19 ປີ.
ຫຼາຍຄົນຄົງຈະຄຸ້ນໜ້າຄ່າຕາກັນມາແດ່ແລ້ວ ສຳລັບຕະຕ້າ ໃນຖານະນາງແບບ ແລະ ຄົນໃນວົງການບັນເທີງ. ແຕ່ບົດສຳພາດນີ້ເພື່ອນໆຈະໄດ້ຮູ້ຈັກຕະຕ້າຫຼາຍຍິ່ງຂຶ້ນໃນມຸມມອງການເຮັດວຽກໃນວົງການ ລວມເຖິງການເດີນແບບປັງໆສະບັບຕະຕ້າ ເອົາມາຝາກໃຫ້ທຸກຄົນໄດ້ຮູ້ນຳກັນ.
ເປັນມາແນວໃດຈຶ່ງໄດ້ມາເປັນນາງແບບ ແລະ ຢູ່ໃນວົງການບັນເທີງ?
ຕະຕ້າ: ຕອນຍັງນ້ອຍເວລາໄປໃສນໍາແມ່ຈະເຫັນນາງແບບສິລະປິນວົງການບັນເທີງລາວຕາມປ້າຍສື່ໂຄສະນາຕາມຖະຫນົນ ຫນັງສືພິມ ແລະ ວາລະສານ ຕອນນັ້ນນ້ອງກໍຄິດວ່າຄົງຈະດີນໍ້ ຖ້າເຮົາໄດ້ເຫັນຮູບໂຕເອງໃນຫັ້ນແລະຢາກຈະມີໂອກາດສັກຄັ້ງທີ່ຈະໄດ້ຖ່າຍແບບລົງສື່ໂຄສະນາຕ່າງໆ ນັ້ນກໍເລີຍກາຍເປັນຄວາມຝັນອັນນ້ອຍໆ ພໍຂຶ້ນມັດທະຍົມຕອນປາຍກໍເລີ່ມມີຄົນຮູ້ຈັກແລະຕິດຕໍ່ວຽກຖ່າຍແບບ ຈາກນັ້ນຜູ້ໃຫຍ່ເພິ່ນກໍຊັກຊວນເຂົ້າວົງການ.
ກິດຈະກຳຍາມວ່າງມັກເຮັດຫຍັງ ຕອນນີ້ກຳລັງຫຼົງໃຫຼຫຍັງເປັນພິເສດ?
ຕະຕ້າ: ຍາມວ່າງນ້ອງມັກຈະອອກໄປຊິມອາຫານຈານເດັດ ຫລື ອາຫານທີ່ເປັນທີ່ນິຍົມພາຍໃນນະຄອນຫລວງວຽງຈັນ ເອີ້ນວ່າເປັນນັກຊິມອາຫານເລີຍກໍວ່າໄດ້. ຕອນນີ້ກໍາລັງຫຼົງໃຫຼກັບການຊິມອາຫານແປກເປັນພິເສດ ແລະ ມີແຜນທີ່ຈະຂະຫຍາຍການຊິມອອກໄປຕ່າງແຂວງຕື່ມ ຮາຮາຮາ ໂດຍສະເພາະອາຫານທີ່ຂຶ້ນຊື່ຂອງເມືອງນັ້ນ.
ເຄີຍມີຜົນງານໃນວົງການບັນເທີງອັນໃດແດ່? ແລະ ຕະຕ້າປະທັບໃຈອັນທີ່ສຸດ?
ຕະຕ້າ: ສໍາລັບຜົນງານຫລັກໆຂອງນ້ອງກໍແມ່ນການເດີນແບບ ແລະ ຖ່າຍແບບ, ຖ່າຍວາລະສານ, ຖ່າຍໂຄສະນາ ແລະ ເດີນແບບງານແຟຊັນໂຊຕ່າງໆ. ຜົນງານທີ່ປະທັບໃຈທີ່ສຸດແມ່ນຖ່າຍວາລະສານພາເພີນຢູ່ແຂວງຫລວງນໍ້າທາ ສ່ວນຕົວແລ້ວນ້ອງເປັນຄົນມັກເດີນທາງໄກ, ການຖ່າຍແບບສະບັບນີ້ເປັນສິ່ງທີ່ທ້າທາຍຫລາຍສໍາລັບນ້ອງເພາະຂ້ອນຂ້າງໃຊ້ເວລາດົນໃນການເດີນທາງໄປໃຫ້ເຖິງສະຖານທີ່ຖ່າຍບໍລິເວນເທິງພູ ບ້ານຊົນເຜົ່າ ແລະ ສິ່ງທີ່ປະທັບໃຈທີ່ສຸດກໍຄື ໃນການຖ່າຍແບບນ້ອງໄກ່ກໍມີສ່ວນຮ່ວມນໍາ ເປັນໄກ່ຂອງຊົນເຜົ່າຢູ່ເທິງພູ ແລກໆນ້ອງກໍຮູ້ສຶກຢ້ານ ແຕ່ພໍໄດ້ຢູ່ກັບນ້ອງໄກ່ ກໍຮູ້ສຶກວ່ານ້ອງໄກ່ທັງເປັນມິດແລະຫນ້າຮັກຫລາຍ.
ອັບເດດຜົນງານຫຼ້າສຸດກັນແດ່?
ຕະຕ້າ: ສໍາລັບຜົນງານໃຫມ່ແມ່ນ ການຖ່າຍວາລະສານພາເພີນສະບັບພິເສດທີ່ແຂວງຫລວງນໍ້າທາທີ່ຈະອອກຈໍາຫນ່າຍໃນເດືອນຫນ້າ ແລະ ວາລະສານວ້າວສະບັບຫລ້າສຸດທີ່ແຊບໄປກັບ foodpanda.
ເຫັນເດີນແບບຍາມໃດ ກໍສະຫງ່າງາມ ມີວິທີຍ່າງແບບແນວໃດໃຫ້ໂດດເດັ່ນແບບຕະຕ້າ?
ຕະຕ້າ: ສໍາລັບນ້ອງຖ້າເວົ້າເຖິງການເດີນແບບ confidence (ຄວາມໝັ້ນໃຈ) ຄືສິ່ງສໍາຄັນ ຖ້າເຮົາມີຄວາມຫມັ້ນໃຈຈາກພາຍໃນມັນກໍຈະສົ່ງຜົນໃຫ້ພາຍນອກຂອງເຮົາດູດີ ສະຫງ່າງາມ ຖ້າເຮົາເປັນນາງແບບເຮົາຕ້ອງເຂົ້າໃຈວ່າໂຕເຮົາເອງຄືໄມ້ແຂວນເສື້ອ ໃນການເດີນແບບເຮົາບໍ່ສາມາດເລືອກຊຸດເອງໄດ້ ແລະ ບໍ່ແມ່ນທຸກຊຸດທີ່ຈະເຂົ້າກັບເຮົາ ຂໍພຽງແຕ່ເຮົາມີຄວາມຫມັ້ນໃຈໃນຕົວເອງກໍເຮັດໃຫ້ເຮົາມີຄວາມສະຫງ່າໃນແບບເອກະລັກຂອງເຮົາ ນອກນັ້ນສິ່ງສໍາຄັນບໍ່ແພ້ກັນກໍຄືການພີເຊັນຫລືການນໍາສະເຫນີຊຸດທີ່ຕົນເອງສວມໃສ່ໃຫ້ອອກມາໂດດເດັ່ນ ສໍາລັບປະສົບການເດີນແບບຄັ້ງແລກຂອງນ້ອງເອງກໍອອກມາບໍ່ຄ່ອຍດີປານໃດ ແຕ່ດ້ວຍການການເຝິກຊ້ອມທີ່ຫລາຍຂຶ້ນ ແລະ ການສ້າງຄວາມຫມັ້ນໃຈໃຫ້ຕົວເອງເຮັດໃຫ້ນ້ອງມີການພັດທະນາໄປເລື້ອຍໆແລະຈະບໍ່ຢຸດພັດທະນາຈົນກ່ວາຈະກາຍເປັນນາງແບບມືອາຊີບ.
ເປີດວາບຊ່ອງທາງການຕິດຕາມ Facebook: Tata Bouppha Instagram: gretams_
ຂໍຂອບໃຈ
ພາບ : Tata Bouppha