ສັງຄົມເປັນເຫດສັງເກດໄດ້! ບໍ່ຄວນແຕ່ງດອງຖ້າຍັງບໍ່ເຂົ້າໃຈ 7 ສັດຈະທໍາຂອງຊີວິດຄູ່

ອາຍຸຈະຮອດ 20 ປີ ແລ້ວປານໃດຊິສ້າງຄອບຄົວ? ຮຽນກະຈົບແລ້ວມື້ໃດຈະແຕ່ງດອງ? ບລາ ບລາ ບລາ
ຫຼາຍໆຄົນຮີບຮ້ອນແຕ່ງດອງບໍ່ແມ່ນເພື່ອສ້າງຄອບຄົວແຕ່ເປັນເພາະພວກເຂົາໄດ້ຮັບແຮງກົດດັນຈາກສັງຄົມ, ໝູ່ຄູ່ ຫຼື ຄອບຄົວຕົວເອງ ດ້ວຍຄວາມເຊື່ອທີ່ວ່າ ແຕ່ງດອງໄວຈະມີເວລາສ້າງຕົວໄວ ແລະ ການໃຊ້ຊີວິດຄູ່ເປັນສິ່ງທີ່ຈະເຮັດໃຫ້ເຈົ້າມີຄວາມສຸກບໍ່ໂດດດ່ຽວ, ມີລູກມີຫຼານໃຫຍ່ພໍທີ່ຈະລ້ຽງເຈົ້າເມື່ອຕອນເຖົ້າແກ່.
ມັນຈະເປັນແບບນັ້ນແທ້ບໍ? ແຕ່ງດອງໄວຈະມີຄວາມສຸກໄວແທ້ບໍ? ມື້ນີ້ຜູ້ຂຽນໄດ້ນໍາເອົາຄໍາແນະນຳຈາກນັກຈິດຕະວິທິທະຍາ ທີ່ຈະມາສົນທະນາກັບທ່ານຜູ້ອ່ານເບິ່ງວ່າຄູ່ຂອງເຮົາພ້ອມແລ້ວແທ້ໆບໍ່ ທີ່ສ້າງຄອບຄົວນຳກັນ.
7. ຄວາມຮັກຈະຊ່ວຍໃຫ້ເຮົາພັດທະນາຕົວເອງໃຫ້ດີຂຶ້ນ
ຄົນທີ່ຮັກກັນຍ່ອມທີ່ຈະພ້ອມທີ່ຈະເຮັດໃຫ້ຕົວເອງດີຂຶ້ນເພື່ອຄົນທີ່ເຮົາຮັກ (ໃຊ້ເວລາດົນແດ່ບໍ່ວ່າກັນ), ເຊິ່ງມັນບໍ່ໄດ້ແປເຮົາຕ້ອງປ່ຽນແປງໝົດທຸກຢ່າງ ແຕ່ມັນໝາຍເຖິງປັບປຸງສິ່ງທີ່ເຮົາເປັນຢູ່ໃຫ້ດີຂຶ້ນ, ເຮັດໃຫ້ດີຂຶ້ນກວ່າທີ່ເຮົາເປັນຢູ່, ພັດທະນາຕົວເອງໃຫ້ດີຂຶ້ນເພື່ອກັນ ແລະ ກັນ.
ຖ້າຄູ່ຂອງເຈົ້າຕ້ອງການໃຫ້ເຈົ້າຍອມຮັບໃນຂໍ້ເສຍຕ່າງໆຂອງພວກເຂົາເທົ່ານັ້ນ ຄວາມສໍາພັນຂອງພວກເຈົ້າຈະບໍ່ກ້າວໄປໃສເລີຍ ແລະ ບໍ່ດົນພວກເຈົ້າກໍ່ຈະກາຍເປັນຄົນແປກໜ້າຂອງກັນແລະກັນແນ່ນອນ.
6. ສິ່ງທໍາອິດກ່ອນໝູ່ເລີຍ, ເພື່ອທີ່ຈະຮັກຕ້ອງຮຽນຮູ້ທີ່ຈະໃຫ້
ຄົນທີ່ພ້ອມຈະເປັນຄູ່ກັນແມ່ນແຕ່ໃນເວລາທີ່ເຈົ້າລຳບາກ ຫຼື ພົບກັບບັນຫາ ພວກເຂົາພ້ອມທີ່ຈະຢູ່ຄຽງຂ້າງ, ໃຫ້ກຳລັງໃຈ ແລະ ໃຫ້ເວລາ ເຊິ່ງກັນ ແລະ ກັນ ສະເໝີ (ແຕ່ບໍ່ແມ່ນທຸກໆເວລາຕ້ອງແຍກໃຫ້ອອກ). ຫຼາຍໆຄົນຢາກໄດ້ແຕ່ຄວາມຮັກ, ຢາກເປັນຄົນທີ່ຖືກຮັກ ແຕ່ບໍ່ພະຍາຍາມທີ່ຈະຮັກ ຫຼື ແບ່ງປັນກັບຄົນອື່ນເລີຍ, ບໍ່ຕ້ອງແປກໃຈເລີຍວ່າຖ້າຄູ່ຂອງເຈົ້າເປັນແບບນີ້ພວກເຂົາກໍ່ພ້ອມທີ່ຈະບອກລາເຈົ້າໃຫ້ເຈົ້າຢູ່ຄົນດຽວເມື່ອເຈົ້າປະເຊີນໜ້າກັບບັນຫາທີ່ເຂົ້າມາ.
ບໍ່ຈໍາເປັນຕ້ອງມີເວລາໃຫ້ກັນທຸກເວລາ ແຕ່ການທີ່ພ້ອມຈະມີເວລາໃຫ້ກັນໃນເວລາທີ່ສໍາຄັນເປັນໜຶ່ງໃນປັດໄຈສໍາຄັນທີ່ເຮັດໃຫ້ຄວາມສໍາພັນແໜ້ນແຟ້ນ ແລະ ການມີຊີວິດຄູ່ທີ່ມີຄວາມສຸກກໍ່ເລີ່ມຈາກການມີເວລາໃຫ້ກັນແລະກັນ.
ພາບ: Drew Coffman / unsplash
5. ຄິດຫາໃຈເຂົາໃຈເຮົາ ຢູ່ສະເໝີ
ຄຳໝັ້ນສັນຍາໃນມື້ສູ່ຂໍ ຫຼື ການປະຕິຍານຕົນຕໍ່ໜ້າຜູ້ໃຫຍ່ ເປັນສິ່ງທີ່ຄູ່ໃດກໍ່ເວົ້າໄດ້ງ່າຍ ແຕ່ການສ້າງຄອບຄົວທີ່ແທ້ຈິງບໍ່ແມ່ນພຽງແຕ່ຄວາມຮູ້ສຶກ ຫຼື ຄຳເວົ້າເທົ່ານັ້ນ.
ການທີ່ຄົນສອງຄົນຜິດຖຽງກັນແລ້ວຕ່າງຝ່າຍຕ່າງຮູ້ສຶກຜິດ ແລະ ຄິດຫາອີກຝ່າຍວ່າຈະຕ້ອງຜິດຫວັງເສຍໃຈ ກັບສິ່ງທີ່ຕົວເອງເຮັດລົງໄປ ມັນຍ່ອມເຮັດໃຫ້ການຜິດຖຽງກັນນັ້ນນຳໄປສູ່ການປັບຄວາມເຂົ້າໃຈ ແລະ ສານສໍາພັນໃຫ້ແໜ້ນແຟ້ນເຂົ້າໃຈເຊິ່ງກັນແລະກັນຫຼາຍຂຶ້ນກວ່າເກົ່າ. ແຕ່ຖ້າຜິດຖຽງກັນມື້ໃດແລ້ວເຈົ້າຄິດຫາແຟນເກົ່າ ແລະ ເກັບກະເປົາພ້ອມທີ່ຈະເລີກລາກັນຕະຫຼອດເວລາ ພວກເຈົ້າຄວນກັບມາຖາມຕົວເອງຄືນໃໝ່ວ່າ ຈະຢູ່ກັບຄວາມສໍາພັນນີ້ໄປໄດ້ດົນປານໃດ. ຍິ່ງຈະແຕ່ງດອງກັນຍິ່ງຕ້ອງພິຈາລະນາດ້ວຍເຫດ ແລະ ຜົນໃຫ້ຫຼາຍຂຶ້ນ.
4. ຄວາມຮັກຄືການເຮັດວຽກຮ່ວມກັນອີກແບບໜຶ່ງ
ການເຮັດວຽກຕ້ອງມີຄວາມອົດທົນເຂົ້າໃຈ ແລະ ຮ່ວມແຮງຮ່ວມໃຈກັນເພື່ອເປົ້າໝາຍຂອງທີມ, ຄວາມຮັກກໍ່ຄືກັນ ຮາກຖານທີ່ສຳຄັນຂອງມັນກໍ່ຄືການທີ່ເຮົາພ້ອມທີ່ຈະອົດທົນ ແລະ ຮັບຟັງຄູ່ຂອງເຮົາ ຢ່າງຕັ້ງໃຈ ແລະ ພ້ອມປັບຄວາມເຂົ້າໃຈນຳກັນແບບເປີດໃຈໃນທຸກໆບັນຫາທີ່ເຮັດໃຫ້ສອງຄົນບໍ່ເຂົ້າໃຈ ຫຼື ຜິດຖຽງກັນ (ແຕ່ບໍ່ຄວນເລັ່ງລັດຈົນເກີນໄປ ເບິ່ງກາລະເວລາ ແລະ ອາລົມຂອງອິກຝ່າຍນຳວ່າພ້ອມທີ່ຈະປຶກສາກັນແລ້ວບໍ່ ຫຼື ລໍຖ້າໃຫ້ອາລົມເຢັນລົງກ່ອນ). ຖ້າເຈົ້າຢາກໃຫ້ຮັກຂອງເຈົ້າໝັ້ນຄົງ ເຈົ້າຕ້ອງເຮັດວຽກຮ່ວມກັນໃຫ້ໜັກແໜ້ນ ແກ້ໄຂບັນຫານຳກັນຢ່າງເຂົ້າໃຈ ຮັບຟັງເຊິ່ງ ກັນແລະ ກັນ ເພື່ອປັບຕົວເຂົ້າຫາກັນໃຫ້ໄດ້. ການທີ່ເຈົ້າຈະໃຫ້ແຕ່ອີກຝ່າຍໜຶ່ງປັບຕົວ ແລະ ຮັບຟັງເຈົ້າຢ່າງດຽວ ມັນອາດໝາຍເຖິງວ່າເຈົ້າບໍ່ຢາກສານສໍາພັນກັນຕໍ່ໄປກໍ່ເປັນໄດ້.
ພາບ: Bin Thiều / unsplash
3. ຄວາມຮັກຄືການມີຄວາມຮັບຜິດຊອບ
ຄວາມຮັບຜິດຊອບຄືຄຸນສົມບັດທີ່ເຮັດໃຫ້ຜູ້ໃຫຍ່ແຕກຕ່າງຈາກເດັກນ້ອຍ, ເຈົ້າສາມາດໃຊ້ກັບຄວາມສໍາພັນໄດ້ຄືກັນ ການທີ່ຈະເປັນຄູ່ກັນນັ້ນ ບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງຮັບຜິດຊອບຈ່າຍຄ່າອາຫານໃຫ້ອີກຝ່າຍໜຶ່ງ ມັນຈະດີສໍ່າໃດຖ້າຄົນທີ່ເຈົ້າຄົບຫາ ເປັນຜູ້ໃຫຍ່ພໍ ໝາຍເຖິງມີຄວາມຮັບຜິດຊອບຕໍ່ຄໍາເວົ້າ ແລະ ການກະທຳຂອງຕົວເອງ, ເປັນທີ່ເພິ່ງພາ ແລະ ເຊື່ອໃຈຂອງກັນ ແລະ ກັນໄດ້. ຍິ່ງຕ່າງຝ່າຍຕ່າງມີຄວາມຜິດຊອບເຊິ່ງກັນ ແລະ ກັນ ຍິ່ງເຮັດໃຫ້ຄວາມສໍາພັນມີຄວາມເຂັ້ມແຂງ ແລະ ເປັນຄວາມສໍາພັນທີ່ນໍາໄປສູ່ການສ້າງຄອບຄົວໄດ້ແບບມີຄວາມສຸກ.
2. ເພື່ອທີ່ຈະຮັກຕ້ອງຮູ້ຈັກເຄົາລົບຄວາມເປັນສ່ວນຕົວຂອງກັນ ແລະ ກັນ
ຄວາມສໍາພັນທີ່ຕ່າງຝ່າຍຕ່າງເຄົາລົບຄວາມເປັນສ່ວນຕົວຂອງກັນແລະກັນ ບໍ່ແມ່ນການເຊື່ອງຄວາມລັບແຕ່ມັນຄືການໃຫ້ກຽດ ແລະ ໃຫ້ອິດສະຫຼະກັບຄົນທີ່ເຮົາຄົບຫາ ຄວາມສໍາພັນທີ່ຕ່າງຝ່າຍຕ່າງບໍ່ກົດດັນກັນ ແລະ ກັນ, ບໍ່ບັງຄັບກັນ ຫຼາຍເກີນໄປ ແຕ່ກໍ່ສາມາດລົມເຂົ້າກັນໄດ້ ແລະ ສົນໃຈໃນສິ່ງທີ່ອີກຝ່າຍໜຶ່ງສົນໃຈດ້ວຍຄວາມເຕັມໃຈ ພ້ອມທີ່ຈະຮັບຟັງ, ເຂົ້າໃຈ ແລະ ຍອມຮັບຄວາມຄິດຂອງອີກຝ່າຍໄດ້ນັ້ນ ເປັນສິ່ງທີ່ການໃຊ້ຊີວິດຄູ່ຮ່ວມກັນຄວນມີ.
ຫາກຄູ່ຂອງເຈົ້າບໍ່ພ້ອມ ຫຼື ບໍ່ພະຍາຍາມທີ່ຈະຮັບຟັງແບບເຂົ້າໃຈ ຫຼື ບໍ່ຍອມຮັບຄວາມສໍາພັນແບບນີ້ມັນອາດເຮັດໃຫ້ຄວາມສໍາພັນຂອງເຈົ້າບໍ່ມີຄວາມສຸກ ຫຼື ເຖິງຂັ້ນຈົບຄວາມສໍາພັນກັນໄປເລີຍກໍ່ມີ.
ພາບ: Bin Thiều / unsplash
1. ມີຮັກບໍ່ໄດ້ແປວ່າຊິບໍ່ມີເຈັບ
ມີຄວາມຮັກບໍ່ໄດ້ແປວ່າ ບໍ່ມີຄວາມເຈັບ. ຄົນທີ່ບໍ່ເຂົ້າໃຈຂໍ້ນີ້ແມ່ນຍາກທີ່ຈະໃຊ້ຊີວິດຮ່ວມກັນໄປຍາວໆ.
ຄວາມເຈັບ ແລະ ຜິດຫວັງ ເປັນເລື່ອງປົກກະຕິຂອງຊີວີດເຮົາ ແມ່ນແຕ່ຄົນທີ່ເຮົາຮັກກໍ່ບໍ່ສາມາດປົກປ້ອງເຮົາ ຫຼື ເຮັດໃຫ້ເຮົາມີຄວາມສຸກໄດ້ຕະຫຼອດເວລາ.
ການທີ່ຄົນສອງຄົນທີ່ຈະສ້າງຄອບຄົວນຳກັນຕ້ອງພ້ອມທີ່ຈະປະເຊີນໜ້າກັບບັນຫາ ແລະ ຄວາມຍາກຂອງຊີວິດຮ່ວມກັນ (ຫຼີກເວັ້ນຄວາມເຈັບບໍ່ໄດ້ແຕ່ຄວນຢູ່ຄຽງຂ້າງກັນໃນມື້ທີ່ຍາກທີ່ສຸດ) ແລະ ທີ່ສໍາຄັນບໍ່ຄວນຈົມ ຫຼື ໂທດຄົນອື່ນ. ມີຮັກກໍ່ຕ້ອງມີເຈັບ ມີທຸກມີສຸກສົມຫວັງ ປົນກັນໄປ ນີ້ແຫຼະຄື ຊີວີດ ເຊິ່ງຄົນທີ່ຈະສ້າງຊີວິດຄູ່ນໍາກັນຕ້ອງເຂົ້າໃຈຈຸດນີ້ນຳກັນໃຫ້ໄດ້.
ຫາກທ່ານໃດ ຄູ່ໃດຕ້ອງການທີ່ຈະສ້າງຊີວິດຄູ່ຮ່ວມກັນກໍ່ຄວນທີ່ຈະເຂົ້າໃຈ ໃຈຄວາມສໍາຄັນຂອງຊີວິດຄູ່ 7 ຂໍ້ນີ້ ໃຫ້ດີ ກ່ອນທີ່ຈະຕົກລົງປົງໃຈກັນສ້າງຄອບຄົວ. ການທີ່ຈະແຕ່ງດອງໄວ ຫຼື ຊ້າ ບໍ່ໄດ້ເປັນຕົວວັດແທກຄວາມຮັກ ຫຼືື ຄວາມສຸກທີ່ພວກເຈົ້າຈະໄດ້ຮັບ ແຕ່ການທີ່ຄົນສອງຄົນສ້າງສາຍສໍາພັນ ແລະ ຄວາມສໍາພັນທີ່ເລິກເຊິ່ງເຂົ້າໃຈເຊິ່ງກັນ ແລະ ກັນ ເປັນສິ່ງທີ່ຈຳເປັນໃນການໃຊ້ຊີວິດຄູ່ຮ່ວມກັນ. ຫາກເຈົ້າຍັງບໍ່ພ້ອມກໍ່ບໍ່ໄດ້ໝາຍຄວາມວ່າຄົນທີ່ຄົບຫາຢູ່ຈະບໍ່ແມ່ນເນື້ອຄູ່ເຮົາ ຫາກແຕ່ໝາຍເຖິງທັງສອງຄົນອາດຈະຕ້ອງການເວລາທີ່ຈະຮຽນຮູ້ເຊິ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນກວ່ານີ້ ທາງທີ່ດີໃຫ້ໃຊ້ເວລາເຮັດກິດຈະກຳທີ່ຕົວເອງມັກ, ຕັ້ງຄວາມຝັນ ແລະ ມຸ່ງໝັ້ນພັດທະນາຕົວເອງໃຫ້ດີຂຶ້ນກ່ອນ ດີກວ່າທີ່ຈະສ່ຽງຕັດສິນໃຈແບບບໍ່ຄິດໜ້າຫຼັງ ເພາະມັນບໍ່ງ່າຍແນ່ນອນທີ່ຈະພັກຟື້ນ ຫຼື ຮັກສາແຜໃຈ ເມື່ອຕ້ອງເລີກລາຫຍ່າຮ້າງກັນ.
ທ່ານມີຄວາມເຫັນແນວໃດກັບເລື່ອງນີ້? ແບ່ງປັນປະສົບການ ແລະ ມູມມອງຂອງທ່ານກັບທຸກຄົນໄດ້ເດີ້.
ບົດຄວາມໂດຍ: Poui Kittang
ພາບໜ້າປົກ: Vino Li / unsplash
ອ້າງອີງ: