ເຮືອນຫຼັງນີ້ມີປິດສະໜາ? The Signal ຊວນຜູ້ຊົມໄປສຳຫຼວດຄວາມເລິກລັບໃນຮູບເງົາລາວເລື່ອງໃໝ່ກາງປີໜ້າ

ຮູບເງົາດຣາມາ-ເລິກລັບ ຜົນງານການກຳກັບເລື່ອງຍາວຄັ້ງທຳອິດຂອງ "ລີ ພົງສະຫວັນ" ຈະພາຜູ້ຊົມໄປສຳຫຼວດຄວາມເລິກລັບໃນເຮືອນຫຼັງໜຶ່ງວ່າມີຄວາມລັບຫຍັງເຊື່ອງຊ້ອນຢູ່ ກັບ The Signal.
ສຳລັບໂປຣເຈັກນີ້ຍັງຢູ່ໃນໄລຍະຂອງ post production ແລະ ທາງຜູ້ສ້າງເອງກໍໄດ້ອອກມາປະກາດຮັບການລະດົມທຶນຜ່ານທາງເຟສບຸກທາງການຂອງຜູ້ກຳກັບ ຜູ້ກຳກັບ ຮັບຈ້າງ / Director Lee ທັງນີ້ກໍເພື່ອເຮັດໃຫ້ຮູບເງົາເລື່ອງນີ້ສົມບູນ ແລະ ພ້ອມເຂົ້າສາຍໃນໂຮງພາຍໃນປີໜ້າ.
The Signal ເປັນຮູບເງົາດຣາມາ-ເລິກລັບ ປົນໄຊຟາຍ (sci-fi) ແລະ ສະຫຍອງຂວັນ ເຊິ່ງເບື້ອງຕົ້ນຍັງໃຊ້ຊື່ເປັນພາສາອັງກິດຢູ່ ສ່ວນຊື່ພາສາລາວແມ່ນຍັງບໍ່ທັນປະກາດຢ່າງເປັນທາງການວ່າຈະໃຊ້ຊື່ໃດ ແຕ່ກ່ອນໜ້ານີ້ທາງດ້ານຜູ້ກຳກັບເອງໄດ້ເປີດເຜີຍກັບທີມຂ່າວບັນເທີງ muan.la ວ່າ ຊື່ລາວແບບບໍ່ເປັນທາງການແມ່ນ "ສັນຍານ ແລະ ສັນຍາ".
ເບື້ອງຕົ້ນ ຮູບເງົາເລື່ອງນີ້ມີແຜນທີ່ຈະສາຍຢູ່ລາວໃນປາຍປີ 2020 ແຕ່ເນື່ອງຈາກພະຍາດລະບາດຈຶ່ງໄດ້ມີການເລື່ອນກຳນົດອອກໄປ ໂດຍ ລີ ພົງສະຫວັນ ເປີດເຜີຍກັບ muan.la ວ່າ ຄາດວ່າຈະໄດ້ສາຍໃນລາວປະມານກາງປີ 2021 ເຊິ່ງກໍຍັງບໍ່ທັນແນ່ນອນ ເພາະບາງເທື່ອອາດຈະຊ້າກວ່ານີ້ ຫຼື ອາດຈະໄວກວ່ານີ້.
ແຮ່ນນ້າ ໂລເຊັ່ນບຸ້ມ ຜູ້ຮັບບົດ ນໍ້າມົນ ແລະ ລີ ພົງສະຫວັນ ຜູ້ກຳກັບ / ພາບ: ຜູ້ກຳກັບ ຮັບຈ້າງ / Director Lee
ສຳລັບແຜນການຂອງໂປຣເຈັກນີ້ ທາງຜູ້ກຳກັບຕ້ອງການເອົາຮູບເງົານີ້ໄປສາຍຕາມງານເທດສະການຮູບເງົາຢູ່ຕ່າງປະເທດກ່ອນ ໂດຍຄາດວ່າຈະໄດ້ສົ່ງໄປໃນປະມານເດືອນເມສາ-ພຶດສະພາ 2021 ແຕ່ທີມງານຈະໄດ້ເດີນທາງໄປຮ່ວມງານກັນໄດ້ ຫຼື ບໍ່ນັ້ນ ກໍຕ້ອງໄດ້ເບິ່ງສະຖານະການພະຍາດລະບາດອີກເທື່ອໜຶ່ງ.
ໃນສ່ວນຂອງຕົວຮູບເງົາເອງນັ້ນ ເປັນເລື່ອງລາວຂອງ ນໍ້າມົນ ຕົວລະຄອນເອກ ເຊິ່ງຮັບບົດໂດຍ ແຮ່ນນ້າ ໂລເຊັ່ນບູ້ມ ທີ່ເຂົ້າມາໃນເມືອງເພື່ອຕາມຫາພໍ່ທີ່ຂາດການຕິດຕໍ່ໄປໄດ້ 2-3 ເດືອນແລ້ວມາອາໄສຢູ່ກັບ ອາວໄຫວ (ຮັບບົດໂດຍ ຊ້າງ ອິນສີຊຽງໃໝ່) ແລະ ຂະນະດຽວກັນກໍໄດ້ໄປເຮັດວຽກເປັນແມ່ບ້ານຢູ່ເຮືອນຫຼັງໃຫຍ່ຫຼັງໜຶ່ງ ທີ່ເຈົ້າຂອງເຮືອນເປັນຍິງຄົນໜຶ່ງທີ່ມີໜ້າຕາອົມທຸກ (ຮັບບົດໂດຍ ຕັອດ ລີນ້າ) ເຊິ່ງອາໄສຢູ່ກັບລູກສາວ. ນໍ້າມົນ ຮູ້ເລື່ອງລາວຂອງເຈົ້າຂອງເຮືອນຈາກປາກຂອງ ຝັນດີ (ຮັບບົດໂດຍ ເອ້ ອິນທະວົງ) ເຊິ່ງບອກວ່າ ລູກສາວຂອງເຈົ້າຂອງເຮືອນຕາຍແລ້ວ ແຕ່ແມ່ຍັງເກັບສົບໄວ້ຢູ່. ແຕ່ເບິ່ງຄືວ່າດ້ານຂອງອາວໄຫວ ກໍໄດ້ໄປເລົ່າເລື່ອງຂອງເຮືອນຫຼັງນີ້ໃຫ້ຍິງສາວທີ່ຕົນເອງມັກຟັງ ແຕ່ເປັນອີກແບບໜຶ່ງ ບອກວ່າຕອນກາງຄືນມາລູກສາວຈະຕື່ຈາກການຫຼັບໃຫຼຂຶ້ນມາຍ່າງໃນຫ້ອງນອນຂອງຕົນເອງ. ຄວາມຈິງແລ້ວ ເຮືອນຫຼັງນີ້ມີຫຍັງເຊື່ອງຊ້ອນຢູ່, ລູກສາວຂອງເຈົ້າຂອງເຮືອນຕາຍໄປແລ້ວ ຫຼື ຍັງ? ຫຼື ມີຄວາມເລິກລັບຊັບຊ້ອນຫຼາຍກວ່າທີ່ເຮົາເຫັນໃນຕົວຢ່າງທຳອິດນີ້? ກໍຕ້ອງໄດ້ລໍຖ້າຄົ້ນຫາຄຳຕອບໄປພ້ອມກັບນໍ້າມົນໃນປີໜ້າ.
ຈາກຕົວຢ່າງເຫັນໄດ້ວ່າ ຮູບເງົາເລື່ອງນີ້ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ຊົມ ທີ່ຕ່າງກໍຍ້ອງເປັນສຽງດຽວກັນວ່າ ເປັນຮູບເງົາລາວອີກເລື່ອງໜຶ່ງທີ່ເບິ່ງຕົວຢ່າງແລ້ວເປັນຕາມ່ວນ ແລະ ກໍຕັ້ງໜ້າຕັ້ງຕາລໍຖ້າເບິ່ງເລື່ອງເຕັມກັນ.
ສຳລັບໃຜທີ່ຍັງບໍ່ທັນຮູ້ຈັກກັບ ລີ ພົງສະຫວັນ, ຜູ້ກຳກັບຄົນນີ້ມີປະສົບການໃນວົງການຮູບເງົາຂອງລາວມາເປັນເວລາຍາວນານ ເລີ່ມຈາກການສົ່ງຮູບເງົາສັ້ນເຂົ້າປະກວດໃນເທດສະການຮູບເງົາຂອງລາວຢ່າງ Vientianale ແລະ ກໍສາມາດຄວ້າລາງວັນຊະນະເລີດມາຄອງໄດ້ຕະຫຼອດ. ຂະນະດຽວກັນ ລີ ກໍເລີ່ມເປັນທີ່ຮູ້ຈັກໂດຍສັງຄົມທົ່ວໄປ ຈາກການເຮັດຄລິບສັ້ນແນວສະຫຍອງຂວັນ, ຫັກມຸມ ແລະ ສົນທະນາບັນຫາສັງຄົມຕ່າງໆລົງໃນເຟສບຸກ "ຜູ້ກຳກັບຮັບຈ້າງ / Director Lee" ເຊິ່ງໃນນັ້ນຮູບເງົາສັ້ນທີ່ເປັນວິດີໂອ viral ມີຄົນເຂົ້າເບິ່ງຫຼາຍເຖິງ 5.4 ລ້ານຄັ້ງ ແລະ ອີກໜຶ່ງຜົນງານທີ່ໂດດເດັ່ນຂອງນັກສ້າງຮູບເງົາຄົນນີ້ ກໍຄື ຮູບເງົາເລື່ອງ "ຕູບ" ໃນປີ 2018.
ພາບ: ຜູ້ກຳກັບ ຮັບຈ້າງ / Director Lee
ຈາກຂໍ້ມູນທີ່ກ່າວມາທັງໝົດນັ້ນແລ້ວ ຫຼາຍຄົນກໍອາດຈະສົງໄສວ່າ ຕົວຢ່າງຮູບເງົາທີ່ເຮົາເຫັນນັ້ນ ຈະພາເຮົາໄປສູ່ຈຸດຈົບທີ່ສະຫຍອງຂວັນຂົນຫົວລຸກແທ້ ຫຼື ຈະຈົບຕາມແບບຂອງຜູ້ກຳກັບທີ່ມັກມີການຫັກມຸມຕອນທ້າຍ? ປີ 2021 ຈະຕອບຄຳຖາມນີ້ຂອງເຮົາໄດ້.