ດັບຮ້ອນດ້ວຍຄວາມເຢັນ! ການຕິດກິນ "ນ້ຳກ້ອນ" ຈະເປັນອັນຕະລາຍ ຫຼື ບໍ່?

ວັດທະນະທຳຂອງຊາວອາຊີແນ່ອນວ່າເປັນເມືອງຮ້ອນຈຶ່ງຈຳເປັນຕ້ອງມີນ້ຳກ້ອນເພື່ອດັບຄວາມຮ້ອນ, ແຕ່ຈະມີໃຜຮູ້ບໍ່ວ່ານ້ຳກ້ອນກໍເປັນອີກສິ່ງໜຶ່ງທີ່ສາມາດທຳຮ້າຍຮ່າງກາຍຂອງຄົນເຮົາແບບບໍ່ຮູ້ໂຕໄດ້ເຊັ່ນກັນ.
ອັນຕະລາຍຈາກການຕິດນ້ຳກ້ອນ:
- ແຂ້ວແຕກ, ຫັກ ຫຼື ອາດແຂ້ວຫຼຸດໄດ້ ຖ້າວ່າມີການກິນນ້ຳກ້ອນໄປເລື້ອຍໆ.
- ບາງຄົນອາດມັກຫຍຳນ້ຳກ້ອນຈົນສົ່ງສຽງດັງແບບບໍ່ຮູ້ໂຕຈົນກາຍເປັນການເສຍມາລະຍາດໃນໂຕະອາຫານອີກດ້ວຍ.
- ບຸກຄົນທີ່ມັກກິນນ້ຳກ້ອນເປັນປະຈຳອາດມີຄວາມເປັນໄປໄດ້ທີ່ຈະມີບັນຫາດ້ານສຸຂະພາບຈິດເຊັ່ນ: ຄວາມເຄັ່ງຄຽດ, ພັດທະນາການຜິດປົກກະຕິໃນເດັກ ຫຼື ພຶດຕິກຳຢ້ຳຄິດ-ຢ້ຳທຳ.
- ການມັກກິນນ້ຳກ້ອນແມ່ນເປັນເອກະລັກຂອງພະຍາດເລືອດຈາງທີ່ມາຈາກການຂາດທາດເຫຼັກ, ແຕ່ກໍບໍ່ສະເໝີໄປຕ້ອງໄດ້ມີການກວດສຸຂະພາບຢ່າງລະອຽດ.
- ຖ້າບໍລິໂພກນ້ຳກ້ອນທີ່ບໍ່ສະອາດ, ຄຸນນະພາບຕໍ່າກວ່າມາດຕະຖານ ອາດສ່ຽງຕິດເຊື້ອພະຍາດ, ເຊື້ອແບັກທີເຣຍທີ່ເປັນສາເຫດຂອງອາການເຈັບທ້ອງ ຫຼື ລວມໄປເຖິງສານເຄມີອື່ນໆທີ່ປົນຢູ່ໃນນ້ຳກ້ອນອີກດ້ວຍ.
ນອກຈາກນີ້ກໍຄືການກິນນ້ຳກ້ອນເຮັດໃຫ້ສ່ຽງເປັນເລືອດຈາງເພາະການມັກກິນນ້ຳກ້ອນຫຼາຍເປັນອາການຂອງຄົນທີ່ເປັນໂລຫິດຈາງ ເຊິ່ງຍັງມີການຂໍ້ອັກເສບທີ່ເຮັດໃຫ້ມີອາການເຈັບປວດບວມ ໂດຍສະເພາະກຸ່ມຄົນທີ່ມັກກິນດື່ມມັກຈະມີອາການນ້ຳໜັກເພີ່ມຂຶ້ນ, ສ່ຽງຕໍ່ການເປັນຄວາມດັນເລືອດສູງ, ພ້ອມທັງມີອາການເປັນພະຍາດເບົາຫວານ ຫຼື ພະຍາດຫົວໃຈອີກດ້ວຍ.
ເຖິງຢ່າງໃດກໍຕາມບ້ານເຮົານັ້ນເປັນສິ່ງທີ່ປາສະຈາກບໍ່ໄດ້ ແລະ ອາດຫຼີກເວັ້ນບໍ່ໄດ້ເຊັ່ນກັນ ສຳລັບໃຜທີ່ມີອາການຕິດການກິນນ້ຳກ້ອນຫຼາຍເກີນໄປກໍຄວນທີ່ຈະຫຼຸດຜ່ອນລົງ ແລະ ບໍ່ຄວນທີ່ຈະປະໝາດເພາະຄິດວ່າເປັນພຽງນ້ຳກ້ອນເທົ່ານັ້ນ.
ຂຽນໂດຍ: Phascolarctos
ພາບ: Kaffee Meister / unsplash
ແຫຼ່ງອ້າງອີງ