ໝາ 5 ສາຍພັນທີ່ສາມາດລ້ຽງຮ່ວມກັບເດັກນ້ອຍໄດ້

ທຸກຄົນທີ່ເຂົ້າມາອ່ານແນ່ນອນຕ້ອງເປັນຄົນທີ່ຮັກສັດ ແລະ ຄົນລາວໃນປັດຈຸບັນກໍເລີ່ມມີການໃຫ້ຄວາມສຳຄັນໃນເລື່ອງສັດເຊັ່ນດຽວກັນ ເຊິ່ງສິ່ງທີ່ທຸກບ້ານມັກຈະຂາດບໍ່ໄດ້ ແລະ ຕ້ອງໄດ້ລ້ຽງຕິດເຮືອນໄວ້ກໍຄືໝານັ້ນເອງ, ແຕ່ຫຼາຍໆຄົນໂດຍສະເພາະມືໃໝ່ກໍຄົງຈະເລືອກຍາກວ່າຈະລ້ຽງໝາສາຍພັນໃດຈຶ່ງຈະເຂົ້າກັບເດັກນ້ອຍໃນເຮືອນໄດ້ດີ.
1. ໂກເດັນ ຣີທຣີບເວີ (Golden Retriever)
ນ້ອງໝາຍອດນິຍົມທີ່ຫຼາຍໆຄົນຢາກລ້ຽງ ໂກເດັນ ເປັນໝາທີ່ມີນິໄສມັກຫຼິ້ນ, ອ່ອນໂຍນ, ສະຫຼາດ, ຊື່ສັດ ແລະ ຮັກເຈົ້າຂອງ ເຖິງຈະເປັນໝາທີ່ມີຂະໜາດໃຫຍ່ ແຕ່ກໍສາມາດເປັນເອື້ອຍລ້ຽງໃຫ້ແກ່ເດັກນ້ອຍໄດ້ແນ່ນອນ.
ຂໍ້ຄວນລະວັງ: ໂກເດັນເປັນໝາທີ່ມັກຫຼິ້ນ ສະນັ້ນຈຶ່ງຄວນມີເດີ່ນທີ່ກວ້າງຂວາງຮອງຮັບ ແລະ ຖ້າຢາກໃຫ້ຊ່ວຍເລື່ອງຂອງການຈັບໂຈນແມ່ນອາດບໍ່ສາມາດຊ່ວຍໄດ້ຫຼາຍໃນເລື່ອງນີ້.
2. ພຸດເດິນ (Poodle)
ເປັນໝາປະເພດທີ່ຂີ້ອິດສາ, ສະຫຼາດ, ສອນງ່າຍ, ຮັກສະອາດ, ເປັນມິດກັບຄົນ ພ້ອມທັງເປັນໝາທີ່ອົດທົນ ແລະ ນັ້ນກໍເຮັດໃຫ້ພຸດເດິນມັກຈະເປັນໝາທີ່ທຸກຄົນຮັກສະເໝີ.
ຂໍ້ຄວນລະວັງ: ພຸດເດິນເປັນໝາທີ່ມີນິໄສມັກເຫົ່າອາດເປັນຍ້ອນໂຕຂອງມັກນ້ອຍຈຶ່ງເຮັດໃຫ້ມັກເນັ້ນການຂົ່ມຂູ່ໄວ້ກ່ອນ.
3. ບິເກິນ (Beagle)
ບິເກິນເປັນໝາທີ່ສະຫຼຽວ-ສະຫຼາດ, ຂີ້ດື້, ໜ້າຮັກ, ບໍ່ຂີ້ອາຍ, ບໍ່ຂີ້ຢ້ານ ແລະ ບໍ່ຮ້າຍ, ເປັນໝາທີ່ມັກຫຼິ້ນກັບຄົນ, ຮູ້ຈັກປັບໂຕໃຫ້ເຂົ້າກັບສະຖານະການໄດ້ງ່າຍ ນັ້ນຈຶ່ງເປັນສາເຫດວ່າຄວນຈະລ້ຽງນ້ອງຮ່ວມກັບເດັກນ້ອຍໄດ້.
ຂໍ້ຄວນລະວັງ: ສາຍພັນຂອງບິເກິນແມ່ນເປັນໝານັກລ່າ ເຊິ່ງແນະນຳວ່າຕ້ອງໃຫ້ນ້ອງໄດ້ອອກກຳລັງກາຍ ແລະ ຢູ່ກັບທຳມະຊາດໃຫ້ໄດ້ຫຼາຍທີ່ສຸດເພື່ອທີ່ຈະບໍ່ເຮັດໃຫ້ນ້ອງຫງຸດຫງິດງ່າຍ.
4. ໝາລາດ
ເປັນສາຍພັນທີ່ເບິ່ງຄືຈະເໝາະກັບການເປັນນັກລ່າ ແຕ່ຄວາມຈິງແລ້ວເປັນອີກສາຍພັນໜຶ່ງທີ່ມີຄວາມຮັກຄອບຄົວສູງ ແລະ ມັກຢູ່ໃນບ້ານທີ່ມີເດັກນ້ອຍ ພ້ອມທັງມີຄວາມກ້າ ແລະ ຮັກເຈົ້າຂອງອີກດ້ວຍ.
ຂໍ້ຄວນລະວັງ: ໝາລາດເປັນໝາຂົນສັ້ນຈຶ່ງມັກມີປັນຫາໃນເລື່ອງຂອງໂລກຜິວໜັງຈຶ່ງຄວນທີ່ຈະເຮັດໃຫ້ແຖວອ້ອມບ້ານຕ້ອງສະອາດຢູ່ສະເໝີ.
5. ໝາປັກ (Pug)
ເປັນໝາທີ່ມີລັກສະນະເດັ່ນ ພ້ອມນີ້ຍັງເປັນໝາທີ່ຮັກສະອາດ ແລະ ມີການປ່ຽນຖ່າຍຂົນໜ້ອຍ, ມີນິໄສຮຽບຮ້ອຍ, ໜ້າຮັກ ແລະ ບໍ່ມັກເຫົ່າປານໃດ, ນອກຈາກນີ້ກໍຄືເປັນໝາທີ່ສາມາດຢູ່ໄດ້ທຸກສະຖານທີ່ບໍ່ວ່າຈະແຄບ ຫຼື ກວ້າງ.
ຂໍ້ຄວນລະວັງ: ໝາປັກແມ່ນມີໜັງຕາທີ່ຕື້ນ ສະນັ້ນຢ່າພານ້ອງແລ່ນຫຼາຍ ແລະ ເຮັດກິດຈະກຳທີ່ຮຸນແຮງເພາະອາດຈະເຮັດໃຫ້ຕາຂອງນ້ອງຫຼຸດອອກມາໄດ້.
ສຸດທ້າຍນີ້ເຖິງວ່າທ່ານຈະເລືອກໝາຊະນິດໃດກໍຕາມ ແຕ່ສິ່ງສຳຄັນກໍຢູ່ທີ່ການດູແລຮັກສາເບິ່ງແຍງນ້ອງໆດ້ວຍຄວາມຮັກ ແລະ ຕ້ອງມີການຝຶກຝົນໃຫ້ຢູ່ໃນຄຳສັ່ງຂອງເຮົາໃຫ້ໄດ້ນັ້ນກໍເພື່ອທີ່ຈະບໍ່ໃຫ້ນ້ອງດຸຮ້າຍຈົນເກີນໄປ.
ຂຽນໂດຍ: Phascolarctos
ພາບໜ້າປົກ: Helena Lopes / unsplash
ແຫຼ່ງອ້າງອີງ: