8 ແຂວງ 8 ສະຖານທີ່ທ່ອງທ່ຽວທາງພາກເໜືອ ຖ້າຍັງບໍ່ເຄີຍໄປ ຕ້ອງລອງຈັກຄັ້ງໃນຊີວິດ

1. ຕາດນ້ຳຍອນແຂວງບໍ່ແກ້ວ
ຕາດນ້ຳຍອນ ຕັ້ງຢູ່ທາງທິດເໜືອຂອງເມືອງຫ້ວຍຊາຍ, ຫ່າງຈາກເທດສະບານແຂວງ ປະມານ 26 ຫາ 27 ກິໂລແມັດ ເປັນຕາດສາຍນ້ຳທຳມະຊາດ ສ້າງຂຶ້ນມາ ທີ່ສວຍສົດງົດງາມ, ເຊິ່ງມີຄວາມສູງປະມານ 3 - 4 ແມັດ. ອ້ອມຮອບບໍລິເວນນ້ຳຕົກຕາດ ປະດັບດ້ວຍທຳມະຊາດ, ພູຜາປ່າໄມ້ ທີ່ສວຍສົດງົດງາມ ແລະ ມີນ້ຳໃສໄຫຼຕະຫຼອດປີ. ຕາດນ້ຳຍອນ ເປັນສະຖານທີ່ທ່ອງທ່ຽວ ທີ່ມີມາແຕ່ດົນນານ ຈົນກາຍເປັນທີ່ຮັບຮູ້ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ໃນປະຈຸບັນ ກໍ່ໄດ້ມີການພັດທະນາທາງດ້ານ ສິ່ງອຳນວຍຄວາມສະດວກ ໄວ້ຮອງຮັບນັກທ່ອງທ່ຽວ ທີ່ໄດ້ມາທ່ຽວຊົມ. ຕາມເສັ້ນທາງເຂົ້າສູ່ຕາດນ້ຳຍອນ ບັນດານັກທ່ອງທ່ຽວ ຈະໄດ້ສຳຜັດກັບບັນຍາກາດ ການດຳລົງຊີວິດຂອງຊົນເຜົ່າຕ່າງໆ ເຊັ່ນ: ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລາຫູຊີ (ກຸ່ຍ) ແລະ ຊົນເຜົ່າປະນະ.
ທີ່ຕັ້ງ: https://goo.gl/maps/1BNTSk1PrANVSfYP6
2. ບໍ່ນ້ຳຮ້ອນບ້ານນ້ຳຮີມເມືອງຄໍາ ແຂວງຊຽງຂວາງ
ບໍ່ນ້ຳຮ້ອນ ຕັ້ງຢູ່ພາກທິດຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70 ກິໂລແມັດ ໄປຕາມທາງເລກ 7 ແລ້ວແຍກເຂົ້າໄປປະມານ 4-5 ກິໂລແມັດ ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າຕົ້ມໄຂ່ໃຫ້ສຸກໄດ້. ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ: ບຸນປີໃໝ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວຜິວໜັງ ເຊັ່ນ ເປັນຕຸ່ມຕາມຜີວຜິວໜັງໃຫ້ຫາຍດີໄດ້.
ທີ່ຕັ້ງ: https://goo.gl/maps/DYRDkpR7o5vC6qHY9
3. ຖໍ້າຕິ່ງແຂວງຫຼວງພະບາງ
ຖ້ຳຕິ່ງ ຕັ້ງຢູ່ທາງທິດເໜືອຂອງເມືອງຫຼວງພະບາງ ເຊິ່ງມີເສັ້ນທາງການ ເດີນທາງຢູ່ສອງເສັ້ນທາງ: ທາງນ້ຳ ແມ່ນຈະໄດ້ຂີ່ເຮືອຂຶ້ນລຽບໄປຕາມແມ່ນ້ຳຂອງ ປະມານ 2 ຊົ່ວໂມງ ເຊິ່ງເໝາະສຳລັບຜູ້ທີ່ຢາກທ່ຽວຊົມວິວ ແລະວິຖີຊີວິດ ຂອງປະຊາຊົນລາວທີ່ຕັ້ງຖິ່ນຖານເລາະລຽບຕາມສອງຝັ່ງແມ່ນ້ຳຂອງ. ອີກທາງໜຶ່ງ ກໍ່ແມ່ທາງລົດປະມານ 20 ນາທີ ກໍເຖິງສະຖານທີ່ທ່ອງທ່ຽວທາງທຳມະຊາດອັນສັກສິດຂອງຫຼວງພະບາງອີກແຫ່ງໜຶ່ງ. ຖ້ຳແຫ່ງນີ້ຕັ້ງຢູ່ແຄມແມ່ນ້ຳ ຂອງ ແລະ ປາກແມ່ນ້ຳອູ ໄຫຼປ່ອງໃສ່ກັນ ທີ່ຢູ່ເບື້ອງກົງກັນຂ້າມກັບບ້ານປາກອູເປັນຖ້ຳທີ່ມີພະພຸດທະຮູບນັບກວ່າຮ້ອຍອົງທີ່ປະຊາຊົນໄດ້ມາຂາບໄຫວ້ ແລະ ຫົດສົງໃນມື້ວັນຂຶ້ນປີໃໝ່ ບຸນກຸດສົງການຂອງທຸກໆປີ.
ທີ່ຕັ້ງ: ttps://goo.gl/maps/vaUNFL8SyreN9KmVA
4. ສວນຊາ 400 ປີ ແຂວງຜົ້ງສາລີ
ບ້ານກໍ ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັັວັດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ "ບ້ານລຸງຈິງ" ຕາມການເລົ່າຂອງຄົນເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍແມ່ນນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກວ່າປີແລ້ວ. ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ "ກົກຊາ 400 ປີ" ຈົນເທົ່າທຸກມື້ນີ້. ໃນປັດຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກວ່າປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາປະມານ 48,000 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດຽວຢູ່ ສປປ ລາວ. ສວນຊາແຫ່ງນີ້ຕັ້ງຢູ່ຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ.
5. ຕາດນ້ຳດີແຂວງຫຼວງນ້ຳທາ
ຕາດນ້ຳດີ ເຊິ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກທີ່ສວຍງາມ ແລະ ສູງປະມານ 10 ກວ່າແມັດ ຕັ້ງຢູ່ບ້ານນ້ຳດີ (ແລນແຕນ) ຫ່າງຈາກເທສະບານເມືອງຫຼວງນ້ຳທາ ປະມານ 5 ກິໂລແມັດ. ໃນປີ 2007 ໂຄງການ ADB ໄດ້ຊ່ວຍຊອກທຶນເຂົ້າມາສ້າງໂຄງລ່າງຢູ່ໃນນໍ້າຕົກຕາດແຫ່ງນີ້ ເຊັ່ນ: ຂົວຂ້າມນໍ້າ 2 ແຫ່ງ, ເຮືອນນັ່ງຫຼິ້ນ 1 ຫຼັງ, ຮ້ານຂາຍເຄື່ອງ 1 ຫຼັງ, ຫ້ອງນໍ້າ 2 ຫຼັງ ມີ 4 ຫ້ອງ ແລະ ເປີດເປັນແຫຼ່ງທ່ອງທ່ຽວ. ປັດຈຸບັນກາຍເປັນແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ມີກິດຈະກໍາ, ເສັ້ນທາງຍ່າງປ່າທ່ຽວຊົມທໍາມະຊາດ ຈໍານວນ 3 ເສັ້ນ, ມີກຸ່ມໂຮມສະເຕໃຫ້ນັກທ່ອງທ່ຽວພັກເຊົາ ຈໍານວນ 4 ຫຼັງຄາເຮືອນ, ມີກິດຈະກໍາຕໍ່າຫູກ ແລະ ອື່ນໆ. ນອກນັ້ນ, ນັກທ່ອງທ່ຽວຍັງສາມາດລ່ອງເຮືອຕາມສາຍນ້ຳທາທ່ຽວຊົມຄວາມອຸດົມສົມບູນທາງທຳມະຊາດ.
ທີ່ຕັ້ງ https://www.google.co.th/maps/place/Water+Fall+Nam+Dee/@21.0140924,101.4402382,305m/
6. ຖ້ຳຈອມອອງ ແຂວງອຸດົມໄຊ
ຖ້ຳຈອງອອງຕັ້ງຢູ່ບ້ານຈອມອອງ ເມືອງໄຊຫ່າງຈາກເທດສະບານ ເມືອງໄຊ 45 ກິໂລແມັດ ໄປທາງແຂວງຫຼວງນ້ຳທາ 24 ກິໂລແມັດ ເປັນທາງປູຍາງ ແຍກເຂົ້າເໜືອບ້ານ ນ້ຳບໍຕາໄກ ປະມານ 21 ກິໂລແມັດ ເປັນທາງດິນແດງ ອັດແໜ້ນ ຈາກບ້ານຈອມອອງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ( ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລ່ນເຂົ້າເຖິງບໍລິເວນຖ້ຳ.
ຖໍ້ານີ້ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 - 50 ແມັດແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫິນຍ້ອຍ ທີ່ມີລວດລາຍສວຍງາມ, ຫິນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫິນຄືກັບດອກໄຟປະດັບຢ່າງສວຍງາມ.
ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພາບເອີຣົບໃນປີ 2009 ແລະ ໃນປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ. ປັດຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນທຶນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.
ທີ່ຕັ້ງ: https://goo.gl/maps/CQznuwohkaUZ97Ca6
7. ຫິນຕັ້ງ ແຂວງຫົວພັນ
ສວນອຸທິຍານຫິນຕັ້ງ ຕັ້ງຢູ່ເຂດບ້ານນາຕອກ ເມືອງຫົວເມືອງ ຫ່າງຈາກ ເທດສະບານແຂວງຫົວພັນ ປະມານ 64 ກິໂລແມັດ. ອຸທິຍານແຫ່ງນີ້ ມີຫິນຕັ້ງທີ່ເກົ່າແກ່ກວ່າ 1,500 ປີ ຢັ່ງຢາຍເປັນຈຳນວນຫຼາຍ ຢູ່ຕາມເສັ້ນທາງອັນຍາວຢຽດເທິງສັນພູສູງ ແລະ ແກ່ວພູທີ່ປົກຄຸມໄປດ້ວຍ ປ່າໄມ້ອັນອຸດົມສົມບູນ. ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ແລະ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດສີ່ລໍ້ເທົ່ານັ້ນ.
8. ສູນອະນຸລັກຊ້າງ ໄຊຍະບູລີ
ເຮົາມັກເວົ້າວ່າ ປະເທດລາວເປັນດິນແດນແຫ່ງຊ້າງ ຫຼື ລາວລ້ານຊ້າງ ແຕ່ຮູ້ບໍວ່າ ໃນປັດຈຸບັນ ຊ້າງມີຈຳນວນເຫຼືອໜ້ອຍຫຼາຍ ແລະ ນີ້ຈຶ່ງເປັນທີ່ມາຂອງ ສູນອະນຸລັກຊ້າງ ທີ່ແຂວງໄຊຍະບູລີ. ສູນອະນຸລັກຊ້າງແຫ່ງນີ້ຕິດອັນດັບ 1 ແຫຼ່ງທ່ອງທ່ຽວແບບອະນຸລັກໃນເວັບໄຊທ່ອງທ່ຽວຊື່ດັງຢ່າງ TripAdvisor ໂດຍມີທີ່ຕັ້ງຢູ່ໃນເຂດປ່າສະຫງວນນໍ້າຕຽນ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ນີ້ເປັນສູນອະນຸລັກຊ້າງແຫ່ງທຳອິດຂອງລາວ ເໝາະສຳລັບຜູ້ທີ່ຢາກໄດ້ປະສົບການໃໝ່ໃນການທ່ອງທ່ຽວ ແລະ ຢາກປະກອບສ່ວນເຂົ້າໃນການອະນຸລັກພັນສັດທີ່ກຳລັງສ່ຽງຕໍ່ການສູນພັນ.
ສຳລັບກິດຈະກຳພາຍໃນສູນກໍມີຫຼາຍຢ່າງ ແຕ່ສ່ວນໃຫຍ່ແລ້ວຈະໄດ້ເຂົ້າໄປໃນເຂດປ່າ ເພື່ອຮຽນຮູ້ກ່ຽວກັບຊ້າງ. ພ້ອມດຽວກັນນັ້ນກໍຈະໄດ້ສຳຜັດກັບທຳມະຊາດແບບສຸດໆກັບວິວຂອງບຶງນໍ້າກວ້າງໃຫຍ່ ກາງປ່າສະຫງວນນໍ້າຕຽນ. ສ່ວນບ່ອນພັກກໍມີໃຫ້ເລືອກທັງແບບທີ່ເປັນບັງກາໂລໄມ້ໃຜ່ ຫຼື ຫ້ອງພັກໂຮງແຮມຢູ່ໂຮງແຮມກໍໄດ້. ສຳລັບສາຍລຸຍທີ່ຢາກໄປໃຊ້ຊີວິດສຳຜັດໃກ້ຊິດກັບນ້ອງຊ້າງ ສາມາດເບິ່ງຂໍ້ມູນເພີ່ມໄດ້ທີ່ https://www.elephantconservationcenter.com/ ແລະ ກ່ອນເດີນທາງໄປຄວນຕິດຕໍ່ສອບຖາມຂໍ້ມູນໃຫ້ຊັດເຈນກ່ອນເດີ້.
ທີ່ຕັ້ງ: https://goo.gl/maps/bHm3nZ7T5H7Dzr269
ພາບ: elephantconservationcenter.com
ພາບໜ້າປົກ: ເຈົ້າໜ້າທີ່ຂອງສູນອະນຸຮັກຊ້າງກຳລັງອາບນໍ້າໃຫ້ຊ້າງຢູ່ແຄມບຶງ / ພາບ: elephantconservationcenter.com