ຮູ້ແລ້ວຫວາ? 10 ເລື່ອງລັບໆ ກ່ຽວກັບ "ກ່າ ບຸນພິທັກ" ທີ່ບໍ່ເຄີຍບອກໃຜມາກ່ອນ

ໜຸ່ມຫຼວງພະບາງຂວັນໃຈໄວລຸ້ນ "ກ່າ ບຸນພິທັກ" ຫຼາຍຄົນຄົງຄຸ້ນໜ້າ ຄຸ້ນຕາກັນດີ ມີຜົນງານໃນວົງການບັນເທີງມາແລ້ວບໍ່ວ່າຈະເປັນຖ່າຍໂຄສະນາ, ຖ່າຍແບບ, ການສະແດງ ແລະ ເດີນແບບ ບອກເລີຍດີກຣີພະເອກໜຸ່ມມາແຮງ ປີ 2020! ດັ່ງນັ້ນທີມງານບັນເທີງຂ່າວ muan.la ເລີຍອົດທີ່ຈະສຳພາດ 10 ເລື່ອງຂອງກ່າ ເອົາແບບທີ່ໃຜໆຍັງບໍ່ທັນຮູ້ມາກ່ອນ, ເພາະເຮົາເຫັນແຕ່ຄວາມສາມາດ ແລະ ຄວາມຫຼໍ່ຂອງລາວໃນບົດບາດການເປັນດາລາ ແຕ່ຄວາມມັກ ແລະ ທັດສະນະຄະຕິລາວເດເປັນແນວໃດ? ໄປຮູ້ຈັກ 10 ເລື່ອງຂອງກ່າ ໄປພ້ອມໆກັນເລີຍ:
1.ບອກນິໄສ 3 ຢ່າງທີ່ຄົນຍັງບໍ່ຄ່ອຍຮູ້?
ກ່າ: ນິໄສຂອງກ່າທີ່ຫລາຍຄົນບໍ່ຄອຍຮູ້ 1 ກ່າເປັນຄົນຂີ້ອາຍ 2 ເປັນຄົນໃຈຮ້ອນ 3 ເປັນຄົນຂີ້ດື້
2. ໄອດໍ້ໃນດວງໃຈແມ່ນໃຜ ເປັນຫຍັງຕ້ອງແມ່ນຄົນນີ້?
ກ່າ: ໄອດໍ້ໃນດວງໃຈແມ່ນ ພໍ່ຂອງກ່າເອງ ກ່າມີພໍ່ເປັນໄອດໍ້ ເພາະວ່າພໍ່ເກັ່ງທີສຸດສຳລັບກ່າ
3. ຖ້າເລືອກໄດ້ມີພອນວິເສດຈະຂໍຫຍັງ? ເຫດຜົນ?
ກ່າ: ຖ້າຂໍພອນວິເສດໄດ້ ຊິໃຫ້ສິ່ງທີ່ເຮົາປາຖະນາໄດ້ເປັນຈິງທຸກຢ່າງ
4. ສະເປັກທີ່ເຫັນແລ້ວຕົກຫລຸມຮັກ?
ກ່າ: ຈ່ອຍ ຂາວ ສູງ
5. ລະຫວ່າງສາຍເປເອງ ຫຼື ມັກຖືກເປ ກ່າເປັນອັນໃດ?
ກ່າ: ມັກຖືກເປ 555
6. ຖ້າກັບໄປອະດີດ ແກ້ໄຂໄດ້ ຈະແກ້ໄຂເລື່ອງຫຍັງທີ່ບໍ່ຢາກເຮັດອີກ?
ກ່າ: ຖ້າກັບໄປແກ້ໄຂອະດີດໄດ້ ຈະກັບໄປແກ້ໄຂສິ່ງທີ່ໂຕເອງເຮັດຜິດພາດ ປັບປຸງແກ້ໄຂໃຫ້ດີຂຶ້ນກ່ອນເກົ່າ
7. ຢາກໄປທ່ຽວປະເທດໃດທີ່ສຸດ? ຍ້ອນຫຍັງ?
ກ່າ: ຢາກໄປທ່ຽວ ປະເທດເນເທີແລນ ຍ້ອນວ່າ ມັນເປັນປະເທດທີ່ສວຍງາມທີ່ສຸດ!
8. ຖ້າຖືກເລກ 1000 ລ້ານ ຈະເອົາໄປເຮັດຫຍັງແດ່?
ກ່າ: ວ້າວ! ຄັນຖືກເລກ 1000 ລ້ານ ຊິພາຄອບຄົວໄປທົ່ວຢູໂຣບ.
9. ຄວາມສຳເລັດໃດທີ່ພາກພູມໃຈທີ່ສຸດ?
ກ່າ: ຄວາມສຳເລັດທີ່ເຮົາລົງມືເຮັດຖ້າສຳເລັດຈະພາກພູມໃຈທີ່ສຸດ ເພາະຕັ້ງໃຈເຮັດເຕັມທີ່ ແລະ ດີທີ່ສຸດ.
10. ເປົ້າໝາຍໃນອະນາຄົດຢາກເຮັດ?
ກ່າ: ເປົ້າໝາຍໃນຕໍ່ໜ້າຢາກເຮັດທຸລະກິດ
ທີ່ຜ່ານມາຜົນງານໃນການບັນເທີງໜຸ່ມຄົນນີ້ກໍມີຜົນງານຢູ່ບໍ່ໜ້ອຍ ບໍ່ວ່າຈະເປັນການຖ່າຍຊີຣີ, ຖ່າຍ MV ເພງ, ຖ່າຍວາລະສານ, ເດີນແບບ, ຖ່າຍແບບ ແລະ ຖ່າຍໂຄສະນາ. ສຸດທ້າຍນີ້ກ່າຂໍຝາກຜົນງານຂອງກ່າແດ່ເດີ້ ບໍ່ວ່າເປັນງານເດີນແບບ, ຖ່າຍແບບ, ຖ່າຍ Mv ເພງ ໃນໄວນີ້ມາໃຫ້ແຟນໆທຸກຄົນໄດ້ຮັບຊົມນຳເດີ້ ໃຜຢາກຕິດຕາມໜຸ່ມກ່າ ສາມາດຕິດຕາມໄດ້ທີ່:
ເຟສບຸກສ່ວນໂຕ Z'Karr Bounphitak Phounphon ຫຼື ທີ່ລິ້ງ: https://www.facebook.com/bounphitak.phounphon
ໄອຈີ: z.karr_bounphitak ຫຼື ທີ່ລິ້ງ: https://www.instagram.com/z.karr_bounphitak/
ຂໍຂອບໃຈ