ພ້ອມຈະຂົນໜາວລຸກໄປພ້ອມກັນ ຫຼື ຍັງ? The Signal ໂປຣເຈັກຮູບເງົາລາວເລື່ອງໃໝ່ ກຽມສາຍປີ 2021

ປີ 2021 ມີໂປຣເຈັກຮູບເງົາລາວເລື່ອງໃໝ່ທີ່ໜ້າຈັບຕາ ຜົນງານການກຳກັບຂອງ ລີ ພົງສະຫວັນ ຜູ້ກັບກຳຊື່ດັງທີ່ຫຼາຍຄົນຄຸ້ນເຄີຍກັນດີກັບຜົນງານຮູບເງົາສັ້ນທີ່ປ່ອຍອອກມາໃໝ່ຢູ່ຕະຫຼອດ. ຮູບເງົາເລື່ອງໃໝ່ນີ້ມີຊື່ໂຄງການວ່າ "The Signal" ເຊິ່ງຕອນນີ້ຍັງຢູ່ໃນໄລຍະ post production.
Signal ເປັນຮູບເງົາແບບດຣາມາ ແລະ ເລິກລັບ ປົນສະຫຍອງຂວັນເລັກນ້ອຍ ເຊິ່ງ ລີ ເຄີຍໃຫ້ສຳພາດກັບ muan.la ເມື່ອຕົ້ນປິ 2020 ວ່າ ນີ້ເປັນຜົນງານຮູບເງົາຍາວເລື່ອງທຳອິດຂອງຕົນເອງ ຫຼັງຈາກທີ່ຜ່ານມາແມ່ນເນັ້ນໃສ່ແຕ່ຮູບເງົາ ແລະ ສາລະຄະດີສັ້ນ.
ຮູບເງົາເລື່ອງນີ້ໄດ້ນັກສະແດງມາກໜ້າຫຼາຍຕາໃນວົງການບັນເທີງລາວມາຮ່ວມສະແດງ ເປັນຕົ້ນແມ່ນ: ແຮ່ນນ້າ ໂລເຊັ່ນບູ້ມ, ເອ້ ອິນທະວົງ, ຕັອດ ລີນ້າ, ຊ້າງ ອິນສີຊຽງໃໝ່ ແລະ ນົກ ພອນທະມາລີ.
The Signal ເປັນເລື່ອງ ລາວຂອງ ນໍ້າມົນ (ສະແດງໂດຍ ແຮ່ນນ້າ ໂຣເຊັ່ນບູ້ມ) ທີ່ເຂົ້າມາໃນເມືອງເພື່ອຕາມຫາພໍ່ທີ່ຂາດການຕິດຕໍ່ໄດ້ 2-3 ເດືອນ ແລ້ວມາອາໄສຢູ່ກັບ ອາວໄຫວ (ສະແດງໂດຍ ຊ້າງ ອິນສີຊຽງໃໝ່) ເຊິ່ງເປັນຊ່າງແປງລົດ ແລະ ກໍໄດ້ໄປເຮັດວຽກເປັນແມ່ບ້ານຢູ່ເຮືອນຫຼັງໜຶ່ງທີ່ກວ້າງໃຫຍ່ ທີ່ເຈົ້າຂອງເຮືອນມີລູກສາວທີ່ປ່ວຍນອນຫຼັບໄຫຼບໍ່ໄດ້ສະຕິ ແຕ່ຜູ້ເປັນແມ່ຍັງຄົງຫວັງວ່າລູກສາວຈະຟື້ນຄືນ ແລະ ຜູ້ເປັນແມ່ກໍເຮັດຄືກັບຕົນເອງສາມາດສື່ສານກັບລູກສາວໄດ້. ຂະນະດຽວກັນ ນໍ້າມົນເຊິ່ງກຳລັງຕາມຫາພໍ່ ກໍພົບກັບ ຝັນດີ (ສະແດງໂດຍ ເອ້ ອິນທະວົງ) ແລ້ວລົມກັນຈົນສະໜິດສະໜົມ ແລະ ຮູບເງົາຍັງເລົ່າເລື່ອງລາວຂອງ ອາວໄຫວ ທີ່ວຸ້ນກັບວຽກສ້ອມແປງລົດຂອງຕົນເອງ ແລະ ມີບັນຫາສຸຂະພາບ ແຕ່ກໍເຮັດທຸກວິທີທາງເພື່ອເອົາຊະນະໃຈສາວຍາມທີ່ຕົນເອງຕົກຫຼຸມຮັກ.
ສຳລັບຕົວຢ່າງຂອງຮູບເງົາເລື່ອງນີ້ກໍໄດ້ມີການປ່ອຍອອກມາໃຫ້ເບິ່ງກັນແລ້ວ ພ້ອມທັງລະບຸວ່າຕອນນີ້ຮູບເງົາຍັງຢູ່ໃນໄລຍະ post production ແລະ ຍັງຕ້ອງການທຶນເຂົ້າໃນການຜະລິດໃນສ່ວນຂອງການຕັດຕໍ່, ເຮັດສີ ແລະ ສຽງ ສະນັ້ນຈຶ່ງໄດ້ມີການເປີດລະດົມທຶນເພື່ອໃຊ້ຈ່າຍເຂົ້າໃນສ່ວນດັ່ງກ່າວ ເພື່ອໃຫ້ຮູບເງົາສຳເລັດ ແລະ ອອກສູ່ສາຍຕາຜູ້ຊົມໃນປີ 2021 ນີ້. ລາຍລະອຽດຂອງການລະດົມທຶນສາມາດອ່ານໄດ້ຕາມຂໍ້ມູນດັ່ງລຸ່ມນີ້.
ອ່ານເພີ່ມ: